ບົດອອກຂ່າວ

ຂະແໜງການ ຂົວທາງ ໄດ້ຮັບທຶນຊ່ວຍເຫຼືອເພີ່ມ

2 ມ.ສ. 2010



ວຽງຈັນ, 2 ເມສາ, 2010— ມື້ນີ້, ລັດຖະບານແຫ່ງ ສປປ ລາວ ຕາງໜ້າໂດຍ ທ່ານ ນາງ ວຽງທອງ ສີພັນດອນ, ລັດຖະມົນຕີຊ່ວຍວ່າການກະຊວງການເງິນ  ແລະ ທະນາຄານໂລກ ຕາງໜ້າໂດຍ ທ່ານ ນາງ ອາແນັດ ດິກຊັນ ຜູ້ອຳນວຍການປະຈຳພາກພື້ນອາຊີຕາເວັນອອກ ໄດ້ເຊັນສັນຍາຊ່ວຍເຫຼືອລ້າ ໃນມູນຄ່າ 27,8 ລ້ານໂດລ່າສະຫະລັດອາເມລິກາ. ທຶນດັ່ງກ່າວຈະຊວ່ຍເຫຼືອ ສປປ ລາວ ໃນການພັດທະນາວຽກງານຂົວທາງ ໃນຊຸມປີ 2010-2014. ໃຫ້ກຽດເຂົ້າຮວ່ມພິທີເຊັນສັນຍາໃນຄັ້ງນີ້ມີ ພະນະທ່ານ ສົມດີ ດວງດີ, ລັດຖະມົນ ຕີວ່າການ ກະຊວງການເງິນ ແລະ ທ່ານ ເຈມສ ອາດາມສ, ຮອງ ປະທານປະຈຳພາກພື້ນອາຊີຕາເວັນອອກ ແລະ ປະຊີຟິກຂອງທະນາຄານໂລກ. ໂຄງການ ຂະແໜງການຂົວທາງ ຂອງ ລາວ ດັ່ງກ່າວ ຈະຊ່ວຍກະຊວງໂຍທາທິການ ແລະ ຂົນສົ່ງໃນ 3 ຂົງເຂດ ວຽກງານຫຼັກ ດັ່ງນີ້:

• ການປັບປຸງ ແລະ ບູລະນະຮັກສາ ຕາໜ່າງເສັ້ນທາງ: ໂຄງການ ຈະໃຫ້ທຶນ ໃນ ວຽກງານການກໍ່ສ້າງ ເພື່ອປັບປຸງ ທາງຫຼວງແຫ່ງຊາດ 2 ເສັ້ນຄື: ທາງເລກທີ່ 1B ຢູ່ແຂວງຜົ່ງສາລີ ມີຄວາມຍາວ 109 ກມ ແລະ ທາງເລກທີ່ 6A ຢູ່ແຂວງຫົວພັນ ມີຄວາມຍາວ 62 ກມ. ຄຽງຄູ່ກັນນີ້, ໂຄງການດັ່ງກ່າວ ຈະ ຊວ່ຍໃນການບໍາລຸງຮັກສາ ເປັນ ໄລຍະ ຕາໜ່າງເສັ້ນທາງຫຼວງແຂວງທີ່ເປັນບູລິມະສິດ. ນອກ ຈາກນັ້ນ, ໂຄງການຈະຊວ່ຍປັບປຸງຄວາມປອດໄພເທິງຖະໜົນ ໂດຍ ການສະໜັບສະໜູນ ການ ຈັດຕັ້ງປະຕິບັດ ແຜນຍຸດທະສາດແຫ່ງຊາດ ແລະ ແຜນງານ ກ່ຽວກັບຄວາມປອດໄພເທິງຖະໜົນ  ຂອງ ສປປ ລາວ.

• ການສ້າງຄວາມເຂັ້ມແຂງໃຫ້ແກ່ກົງຈັກ ລັດຖະບານ: ໂຄງການຈະໃຫ້ການຊ່ວຍເຫຼືອໃນການສ້າງຂີດຄວາມອາດສາມາດໃຫ້ແກ່ວິຊາການ ຂອງ ກະຊວງໂຍທາທິການ ແລະ ຂົນສົ່ງ ກໍຄື ພະແນກໂຍທາທິການປະຈຳແຂວງຕ່າງໆ ໃນວຽກງານ ການຄຸ້ມຄອງຍຸດທະສາດຂອງ ຂະແໜງການ, ການຄຸ້ມຄອງເສັ້ນທາງທ້ອງຖິ່ນ, ການປົກປ້ອງສິ່ງແວດລ້ອມ, ການຄຸ້ມຄອງດ້ານການເງິນ ແລະ ການຄຸ້ມຄອງກວດກາພາຍໃນ. ວຽກງານເຫຼົ່ານີ້ ຈະປະກອບສ່ວນ ເຮັດໃຫ້ ສປປ ລາວ ບັນລຸ ເປົ້າໝາຍໃນການເຊື່ອມໂຍງພາກພື້ນ, ອຳນວຍການເຕີບໂຕຂອງເສດຖະກິດ ແລະ ການຫຼຸດພົ້ນອອກຈາກຄວາມທຸກຍາກ.

• ການຟື້ນຟູເສັ້ນທາງທີ່ເສຍຫາຍເນື່ອງ ຈາກ ໄພພິບັດ ແລະ ເຫດການສຸກເສີນຕ່າງໆ: ໂຄງການຈະໃຫ້ການຊ່ວຍເຫຼືອໃນການ ບູລະນະເປັນຈຸດ ແລະ ບຳລຸງຮັກສາເປັນໄລຍະ ຂອງເສັ້ນທາງທີ່ໄດ້ຮັບຄວາມເສຍຫາຍ ຈາກ ພາຍຸເກດສະໜາ ໃນ ຫ້າ ແຂວງພາກໄຕ້ ແລະ ສະໜັບສະໜູນການສ້າງກອງທຶນສຸກເສີນສຳລັບ ວຽກງານ ຟື້ນຟູຈາກໄພພິບັດ ເພື່ອຮັບປະກັນການ ສັນຈອນ ແລະ ຄວາມປອດໄພ ເທິງເສັ້ນທາງຫຼວງ ແຫ່ງຊາດ ແລະ ເສັ້ນທາງແຂວງ.

ທ່ານ ປັດຈາມູຕູ ອີລັງໂກວານ, ຜູ້ຕາງໜ້າທະນາຄານໂລກ ປະຈໍາ ສປປ ລາວ ໄດ້ກ່າວວ່າ:”ການພັດທະນາລະບົບຂົນສົ່ງທີ່ມີປະສິດທິພາບ ແມ່ນມີຄວາມສຳຄັນຫຼາຍຕໍ່ການຫຼຸດພົ້ນອອກຈາກຄວາມທຸກຍາກຂອງ ສປປ ລາວ. ການຂົນສົ່ງໂດຍສານ ແລະ ສິນຄ້າ ໃນ ສປປ ລາວ ແມ່ນຂຶ້ນກັບການຂົນສົ່ງທາງບົກເປັນສ່ວນໃຫຍ່. ສະນັ້ນ, ການຄຸ້ມຄອງທີ່ມີປະສິດຕິພາບແມ່ນສຳຄັນທີ່ສຸດຕໍ່ການຕິດຕໍ່ພົວພັນໄປມາສາສູ່.”

ໃນສັດຕະວັດທີ່ຜ່ານມາ, ຂະແໜງການຂົວທາງໄດ້ມີການປັບປຸງຢ່າງຫຼວງຫຼາຍ. ຕາໜ່າງເສັ້ນທາງໄດ້ເພີ່ມຂຶ້ນ 77% ນັບຕັ້ງແຕ່ປີ 1997 ແລະ ຕາໜ່າງເສັ້ນທາງຫຼວງແຫ່ງຊາດສ່ວນໃຫຍ່ ແມ່ນຢູ່ໃນສະພາບ ດີ ຫຼື ດີສົມຄວນ ເມື່ອທຽບໄສ່ ປີ 2001 ມີ ພຽງ 38% ຂອງເສັ້ນທາງຫຼວງ. ນອກຈາກນີ້, ກອງທຶນບູລານະຮັກສາເສັ້ນທາງໄດ້ຖືກສ້າງໃນປີ 2002 ແລະ ມີລາຍຮັບດເພີ່ມຂຶ້ນຢ່າງຕໍ່ເນື່ອງຈາກ 2 ລ້ານໂດລ່າສະຫະລັດອາເມລິກາໃນປີ 2002 ເຖິງ 25 ລ້ານໂດລ່າສະຫະລັດອາເມລິກາ ໃນປີ 2009. ເຖິງແນວໃດກໍຕາມ, ສິ່ງທ້າທາຍຕ່າງໆກໍຍັງມີຢູ່ ເຊັ່ນວ່າ: 20% ຂອງ ຈຳນວນປະຊາກອນທັງໝົດຊຶ່ງສ່ວນໃຫຍ່ແມ່ນດຳລົງຊີວິດຢູ່ເຂດຫ່າງໄກສອກຫຼີກ ແລະ ໃນເຂດເປັນພູເປັນຜາ ບໍ່ມີເສັ້ນທາງເຂົ້າເຖິງ. ຄ່າໄຊ້ຈ່າຍໃນການກໍ່ສ້າງບຳລຸງຮັກສາເສັ້ນທາງຕໍ່ຫົວຄົນ ແມ່ນສູງຂຶ້ນເນື່ອງຈາກວ່າ ສປປ ລາວມີປະຊາຊົນອາໄສຢູ່ກະແຈກກະຈາຍ. ດັ່ງນັ້ນ, ການຈັດບູລິມະສິດໃນການນຳໃຊ້ທຶນ ແລະ ວຽກງານການບຳລຸງຮັກສາ ແມ່ນ ບັນຫາທີ່ສຳຄັນຫຼາຍ.

ນັກຂ່າວ ກະລຸນາຕິດຕໍ່
ສຸຣິດາຮັກ ສາກົນນິຍົມ
​ໂທລະ​ສັບ: +(856-21) 450-010
ssakonhninhom@worldbank.org



Api
Api

Welcome