Skip to Main Navigation
ເລື່ອງພົ້ນເດັ່ນ6 ມ.ນ. 2023

ປາເຢັ້ງຊາ ລໍ, ສປປ ລາວ: ງົດງາມຢ່າງໝັ້ນໃຈ, ຄວາມເມດຕາໂອບເອື້ອອາລີ ແລະ ຕັ້ງໃຈເຮັດວຽກ

The World Bank

World Bank, 2023

Each year for International Women’s Day, the World Bank meets women across East Asia Pacific who are challenging, creating, and leading the way in their fields.

Payengxa Lor is co-founder of the Hmong Women’s Network in the Lao PDR, and sees herself as a transformational leader. As Miss Universe Laos 2022, Payengxa is using her platform to empower others and highlighting the challenges faced by women.

ແຮງ​ບັນ​ດານ​ໃຈ​ຂອງ​ທ່ານ​ໃນ​ການ​ເຂົ້າ​ແຂ່ງ​ຂັນ ນາງ​ງາມ​ຈັກ​ກະ​ວານ (ມິ​ສ ຢູ​ນີ​ເວີ​ສ໌) ແມ່ນ​ຫຍັງ?

ກ່ອນ​ທີ່​ຈະ​ເຂົ້າ​ແຂ່ງ​ຂັນ ມິ​ສ ຢູ​ນີ​ເວີ​ສ໌ດ ຂ້າ​ພະ​ເຈົ້າ​ເຫັນ​ວ່າ​ມັນ​ຈະ​ເປັນ​ເວ​ທີ​ທີ່​ຈະ​ຊ່ວຍ​ໃຫ້​ຂ້າ​ພະ​ເຈົ້າ​ສ້າງ​ຜົນ​ກະ​ທົບ​ທີ່​ຍິ່ງ​ໃຫຍ່​ໃນ​ຊຸມ​ຊົນ​ຂອງ​ຂ້າ​ພະ​ເຈົ້າ, ໂດຍ​ໃຫ້​ຂ້າ​ພະ​ເຈົ້າມີ​ອິດ​ທິ​ພົນ​ຕໍ່​ຜູ້​ຄົນ. ຂ້າ​ພະ​ເຈົ້າ​ຢາກ​ເປັນ​ແຮງ​ຜັກ​ດັນ (ກຳ​ລັງ​ແຮງ) ທີ່​ດີ, ເປັນ​ຜູ້​ນຳ​ທີ່​ສ້າງ​ຄວາມ​​ປ່ຽນແປງ​ຍິ່ງ​ໃຫຍ່. ຂ້າ​ພະ​ເຈົ້າ​ບໍ່​ພຽງ​ແຕ່​ຢາກ​ສະ​ແດງ​ໃຫ້​ເດັກ​ຍິງ ແລະ ແມ່​ຍິງ​ເຫັນ, ແຕ່​ຢາກ​ສະ​ແດງ​ໃຫ້​ເດັກ​ຊາຍ​ເຫັນ​ນຳວ່າ ອັນ​ໃດ​ກໍ​ເກີດ​ຂຶ້ນ​ໄດ້​ຖ້າ​ທ່ານ​ມຸ່ງ​ໝັ້ນ​ຕັ້ງ​ໃຈລົງ​ມື​ເຮັດ. ບໍ່​ວ່າ​ທ່ານ​ຈະ​ແມ່ນ​ໃຜ ຫຼື ຢູ່​ແຫ່ງ​ຫົນ​ໃດ, ຈົ່ງ​ຮູ້​ໄວ້​ວ່າ ທ່ານ​ມີ​ຄຸນ​ຄ່າ​ພໍ​ໃນ​ສິ່ງ​ທີ່​ທ່ານ​ຫວັງ ແລະ ໄຝ່​ຝັນ​, ຈົ່ງ​ຮູ້​ວ່າ​ທ່ານ​ສາ​ມາດ​ເຕີບ​ໂຕ​ຢູ່ນອກ​ສະ​ພາບ​ແວດ​ລ້ອມ​ທີ່​ທ່ານ​ເຄີຍ​ຢູ່​ເຄີຍ​ໃຫຍ່​ຂຶ້ນ​ມາ. ຖ້າ​ທ່​ານ​ມີ​ຈຸດ​ປະ​ສົງ​ທີ່​ຊັດ​ເຈນ, ທ່ານ​ກໍ​ຈະສາ​ມາດ​ບັນ​ລຸ​ທຸກ​ສິ່ງ​ທຸກ​ຢ່າງ​ໃນ​ຊີ​ວິດ.

ຖ້າ​ໃຫ້​ທ່ານອະ​ທິ​ບາຍ​ກ່ຽວ​ກັບ​ທ່ານ​ເອງ ດ້ວຍ 3 ຄຳ, ຄຳ​ດັ່ງ​ກ່າວ​ຈະ​ແມ່ນ​ຫຍັງ?

ງົດ​ງາມ​ຢ່າງ​ໝັ້ນ​ໃຈ, ຄວາມ​ເມດ​ຕາ​ໂອບ​ເອື້ອ​ອາ​ລີ ແລະ ຕັ້ງ​ໃຈ​ເຮັດ​ວຽກ.

ຄຳຂວັນຂອງປີນີ້ແມ່ນ “ທຸກໆຄົນຫັນສູ່ດີຈີຕອນ (DigitALL): ນະວັດຕະກຳ ແລະ ເຕັກໂນໂລຊີເພື່ອຄວາມສະເໝີພາບຍິງຊາຍ. ໃນທັດສະນະຂອງທ່ານ, ເຕັກໂນໂລຊີດີຈີຕອນ ແລະ ນະວັດຕະກຳ ຈະນຳສູ່ຄວາມສະເໝີພາບຍິງຊາຍຫຼາຍຂຶ້ນກວ່າເກົ່າແນວໃດ?

ຂ້າ​ພະ​ເຈົ້າ​ມັກ ຄຳ​ນິ​ຍາມ ຂອງ ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ບົດ​ບາດ​ຍິງ​ຊາຍ ຂອງ​ອົງ​ການ UNICEF ທີ່​ວ່າ ແມ່​ຍິງ, ຜູ້​ຊາຍ, ເດັກຍິງ ແລະ ເດັກ​ຊາຍ ຈະ​ໄດ້​ຮັບ​ສິດ, ຊັບ​ພະ​ຍາ​ກອນ, ໂອ​ກາດ ແລະ ການ​ປົກ​ປ້ອງ​ດຽວ​ກັນ

ເຕັກ​ໂນ​ໂລ​ຊີ​ດີ​ຈີ​ຕອນ ແລະ ນະ​ວັດ​ຕະ​ກຳ​ແມ່ນ​ສຳ​ຄັນຫຼາຍ​ສຳ​ລັບ​ການ​ບັນ​ລຸ​ຄວາມ​ສະ​ເໝີ​ພາບ​ຍິງ​ຊາຍຫຼາຍ​ຂຶ້ນ ຍ້ອນ​ວ່າ ວິ​ທີ​ທາງ​ດຽວ​ທີ່​ຈະ​ສາ​ມາດ​ປັບ​ປຸງ​ຄວາມ​ສະ​ເໝີ​ພາບ​ຍິງ​ຊາຍ​ແມ່ນ ດ້ວຍ​ການ​ເຮັດ​ອັນ​ໃດ​​ຢູ່​ໃ​ສ​ກໍ​ໄດ້. ເຕັກ​ໂນ​ໂລ​ຊີ ແລະ ນະ​ວັດ​ຕະ​ກຳ​ຊ່ວຍ​ໃຫ້​ເດັກ​ຍິງ ແລະ ແມ່​ຍິງ​ປັບ​ປຸງພັດ​ທະ​ນາ​ຕົນ​ເອງ, ສ້າງ​ໂອ​ກາດຫຼາຍ​ຂຶ້ນ​ໃນ​ການ​ເຂົ້າ​ເຖິງ​ການ​ສຶກ​ສາ ແລະ ວຽກ​ງານ​ອາ​ຊີບ ຄຽງ​ຄູ່​ກັບ​ການ​ເພີ່ມ​ອຳ​ນາດ​ໃນ​ການ​ຕໍ່​ລອງ ແລະ ສະ​ຫວັດ​ດີ​ການ​ຄົວ​ເຮືອນ. ຜ່ານ​ເຕັກ​ໂນ​ໂລ​ຊີ, ພວກ​ເຮົາ​ສາ​ມາດ​ປັບ​ປຸງ​ຄວາມ​ສະ​ເໝີ​ພາບ​ຍິງ​ຊາຍ.

ບົດ​ບາດ​ສາ​ທາ​ລະ​ນະ​ຂອງ​ທ່ານ ​ມີ​ຄວາມ​ໝາຍ​ຄວາມ​ສຳ​ຄັນ​ຕໍ່​ທ່ານ​ແນວ​ໃດ?

ການ​ມີ​ບົດ​ບາດ​ສາ​ທາ​ລະ​ນະ​ແມ່ນ ເປັນ​ກຽດ ແລະ ຄວາມ​ຮັບ​ຜິດ​ຊອບ ແລະ ມີ​ຄວາມ​ໝາຍ​ຄວ​າມ​ສຳ​ຄັນ​ຍິ່ງ​ສຳ​ລັບ​ຂ້າ​ພະ​ເຈົ້າ. ຂ້າ​ພະ​ເຈົ້າ​ມີ​ໂອ​ກາດ​ໄດ້​ຊ່ວຍ​ເດັກ​ຍິງ​ອື່ນໆ ເພື່ອ​ສ້າງ​ຄວາມ​ເຂັ້ມ​ແຂງ​ໃຫ້​ເຂົາ​ເຈົ້າ​ປັບ​ປຸງ-ພັດ​ທະ​ນາ​ຕົນ​. ໃນ​ການ​ຮັບ​ເອົາ​ພາ​ລະ​ບົດ​ບາດ​ສາ​ທາ​ລະ​ນະ​ນັ້ນ ໝາຍ​ວ່າ​ທ່ານ​ຕ້ອງ​ເປັນ ແບບ​ຢ່າງ, ສ້າງ​ແຮງ​ບັນ​ດານ​ໃຈ​ໃຫ້​ຜູ້​ອື່ນ​ເຮັດ​ໃນ​ສິ່ງ​ທີ່​ດີກວ່າ. ທຸກໆ​ຄົນ​ສາ​ມາດ​ເອົາ​ທ່ານ​ເປັນ​ແບບ​ຢ່າງ. ມັນ​ຮຽກ​ຮ້ອງ​ໃຫ້​ມີ​ແຮງ​ບັນ​ດານ​ໃຈ-ຄວາມ​ມຸ່ງ​​ໝັ້ນ, ການ​ຕັ້ງ​ໃຈ​ເຮັດ​ວຽກ ແລະ ການ​ອຸ​ທິດ​ຕົນ.

ໃນ​ວຽກອື່​ນໆ​ຂອງ​ທ່ານ​ທີ່​ຜ່ານ​ມາ ຫຼື ໃນ​ສັງ​ຄົມ, ທ່ານ​ໄດ້​ເຫັນ​ບັນ​ຫາ​ຄວາມ​ບໍ່​ສະ​ເໝີ​ພາບ​ເກີດ​ຂຶ້ນ​ບໍ່?

ແມ່ນ, ຫຼາຍ​ຄົນ​ບອກ​ຂ້າ​ພະ​ເຈົ້າບໍ່​ໃຫ້​ເຂົ້າ​ຮ່ວມ​ແຂ່ງ​ຂັນ ມິ​ສ​ຢູ​ນີ​ເວີ​ສ໌ ຍ້ອນ​ການ​ຈຳ​ແນກ ແລະ ຄວາມ​ບໍ່​ສະ​ເໝີ​ພາບ​ຢູ່​ໃນ​ສັງ​ຄົມ. ​ມີຄົນ​ເຊື່ອ​ວ່າ ກຳ​ມະ​ການ​ຈະ​ບໍ່​ເລືອກ​ຂ້າ​ພະ​ເຈົ້າ​ຍ້ອນ​ຂ້າ​ພະ​ເຈົ້າ​ມາ​ຈາກ​ຊົນ​ເຜົ່າ​ມົ້ງ ແຕ່​ຕົວ​ຈິງ​ກໍ​ໄດ້​ສະ​ແດງ​ໃຫ້​ເຫັນ​ແລ້ວ​ວ່າມັນ​ບໍ່​ແມ່ນ​. ເພິ່ນ​ໄດ້​ເລືອກ​ຂ້າ​ພະ​ເຈົ້າ ແລະ ໄດ້​ສະ​ແດງ​ໃຫ້​ໂລກ​ຮູ້​ວ່າ ຄວາມ​ສະ​ເໝີ​ພາບ​ມີ​ຢູ່​ຢ່າງ​ແທ້​ຈິງ.

ໃນ​ຖາ​ນະ​ຜູ້​ນຳ​​ສາ​ທາ​ລະ​ນະ, ທ່ານ​ພົບ​ພໍ້​ສິ່ງ​ທ້າ​ທາຍ​ໃດ​ແດ່ ແລະ ທ່ານ​ໄດ້​ຮຽນ​ຮູ້​ຫຍັງ​ຈາກ​ສິ່ງ​ທ້າ​ທາຍ​ເຫຼົ່າ​ນີ້?

​ຄົນ​ຈະ​ຄາດ​ຫວັງ​​ໃຫ້​ທ່ານ​ເປັນ​ອັນ​ນີ້ ຫຼື ເຮັດ​ອັນ​ນັ້ນ ແລະ ຂ້າ​ພະ​ເຈົ້າ​ກໍ​ໄດ້​ຮຽນ​ຮູ້​ວ່າ ທ່ານບໍ່​ສາ​ມາດ​ເຮັດ​ໃຫ້​ທຸກ​ຄົນ​ພໍ​ໃຈ - ທ່ານ​ບໍ່​ສາ​ມາດ​ເຮັດ​ໃຫ້​ທຸກ​ຄົນ​ດີ​ໃຈ-ມີ​ຄວາມ​ສຸກ. ສິ່ງ​ທີ່​ທ່ານ​ເຮັດ​ໄດ້​ແມ່ນ​ການ​ຟັງ​ສຽງ​ຈາກ​ພາຍ​ໃນ​ຂອງ​ທ່ານ, ຮູ້​ວ່າ​ທ່ານ​ແມ່ນ​ໃຜ, ຮູ້​ເປົ້າ​ໝາຍ​ຂອງ​ທ່ານ, ຮູ້​ວ່າ​ທ່ານ​ເຮັດ​ຫຍັງ ແລະ ເຮັດ​ຍ້ອນ​ຫຍັງ? ເຮັດ​​ໃນ​ສິ່ງ​ທີ່​ຖືກ​ຕ້ອງ ແລະ ສິ່ງ​ດີໆ​ສຳ​ລັບ​ຄົນ, ແລະ ຮູ້​ວ່າ​ອັນ​ໃດ​ເຮັດ​ໃຫ້​ທ່ານ​ມີ​ຄວາມ​ສຸກ.

 

ອົງ​ປະ​ກອບ​ສຳ​ຄັນ​ຕໍ່​ຜົນ​ສຳ​ເລັດ​ໃນ​ວຽກ​ງານ​ຂອງ​ທ່ານ​ແມ່ນ​ຫຍັງ?

ຄວາມ​ສຳ​ເລັດ​ຮຽກ​ຮ້ອງ​ໃຫ້​ມີ​ການ ອຸ​ທິດ ແລະ ມາ​ນະ​ອົດ​ທົນ​ຕັ້ງ​ໃຈ​ເຮັດ​ວຽກ. ຂ້າ​ພະ​ເຈົ້າ​ກໍ​ຕ້ອງ​ມີ​ເປົ້າ​ໝາຍ ແລະ ທີມ​ງາ​ນ​ທີ່​ດີ​ເພື່ອ​ຊ່ວຍ​ກຳ​ກັບ​ລາຍ​ລະ​ອຽດ​ເລັກໆ​ນ້ອຍໆ​ຕ່າງໆ. ຂ້າ​ພະ​ເຈົ້າ​ຕັ້ງ​ໃຈ​ເຮັດ​ວຽກ ແລະ ກະ​ກຽມ​ເພື່ອ​ໃຫ້​ໄດ້​ເປັນ​ຕົວ​ແທນ​ເຂົ້າ​ແຂ່ງ​ຂັນ ມິ​ສ​ຢູ​ນີ​ເວີ​ສ໌ ແລ້ວເຂົ້າ​ຮອບ 16 ຄົນ​ສຸດ​ທ້າຍ ໃນ​ເວ​ລາ​ປະ​ກວດ​ນາງ​ງານ​ລະ​ດັບ​ໂລກ​ປີ 2022. ​ແລ້ວ​ຄົນ​ຈະ​ເຫັນ​ທ່ານ​ແຕ່​ຍາມ​ທີ່​ງົດ​ງາມ ແລະ ສະ​ຫງ່າ, ພາຍຫຼັງ​ການ​ວາງ​ແຜນ ແລະ ການ​ກະ​ກຽມ​ທັງ​ໝົດ. ອັນ​ນີ້​ຮຽກ​ຮ້ອງ​ຄວາມ​​ມີມາ​ນະ​ອົດ​ທົນ-ໃຈ​ເຢັນ ​ແລະ ຄວາມ​ຕັ້ງ​ໃຈ​ຍາມ​ໃດ​ກໍ​ນຳ​ສູ່​ໝາກ​ຜົນທີ່​ດີ.

 

ບາງ​ໂຄງ​ການ​ທີ່​ທ່ານມັກ​ທີ່​ສຸດ​ແມ່ນ​ຫຍັງ ຫຼື ບຸກຄົນ​ທີ່ທ່ານ​ຈົດ​ຈຳ​ທີ່​ສຸດ​ທີ່​ໄດ້​ເຮັດ​ວຽກ​ນຳ​ກັນ​ແມ່ນ​ໃຜ?

ຂ້າ​ພະ​ເຈົ້າ​ມັກ​-ມີ​ຄວາມ​ສຸກ​ທີ່​ໄດ້​ເຮັດວຽກ​ເພື່ອ​ສ້າງ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ແມ່​ຍິງ ແລະ ຊ່ວຍ​ຄົນ​ທີ່​ດ້ອຍ​ໂອ​ກາດ. ຂ້າ​ພະ​ເຈົ້າ​ໄດ້​ເປັນ​ເຈົ້າ​ພາ​ບ​ຈັດ​ການ​ສຳ​ມະ​ນາ​ສຳ​ລັບ ເຄືອ​ຂ່າຍ​ແມ່​ຍິງ​ມົ້ງ ແລະ ຂ້າ​ພະ​ເຈົ້າ​ກໍ​ເຫັນ​ຄວາມ​ຫວັງ​ໃນ​ສາຍ​ຕາ​ຂອງ​ແຕ່​ລະ​ຄົນ ເຊິ່ງ​ເປັນ​ພະ​ລັງ​ທີ່​ຂ້າ​ພະ​ເຈົ້າ​ຮູ້​ສຶກວ່າ ແມ່​ຍິງ​ທຸກ​ຄົນ​ມີ. ເຂົາ​ເຈົ້າ​ພຽງ​ຕ້ອງ​​ການ​ຜູ້​ໃດ​ຜູ້​ໜຶ່ງ ຢັ້ງ​ຢືນ​ວ່າ​ເຂົາ​ເຈົ້າ ມະ​ຫັດ​ສະ​ຈັນ ແລະ ເຂັ້ມ​ແຂງ, ໃຫ້​ເຂົາ​ເຈົ້າ​ຮູ້​ວ່າ​ເຂົາ​ເຈົ້າ​ຈະ​ເປັນ​ຜູ້​ໃດ-ເປັນ​ຫຍັງ​ກໍ​ໄດ້, ແລະ ຮູ້​ວ່າ​ເຂົາ​ເຈົ້າ​ສາ​ມາດ​ສ້າງ​ສາ ແລະ ເຮັດ​ການ​ໃຫຍ່​ສຳ​ລັບຄົນ [ຊຸມ​ຊົນ] ຂອງ​ເຂົາ​ເຈົ້າ ແລະ ຕົວ​ເຂົາ​ເຈົ້າ​ເອງ.

ຂ້າ​ພະ​ເຈົ້າ​ໄດ້​ເຮັດ​ວຽກ​ກັບ​ ຄົນ​ດ້ອຍ​ໂອ​ກາດ​ຜ່ານ ອົງ​ການ​ຈັດ​ຕັ້ງ​ທີ່​ບໍ່​ຫວັງ​ຜົນ​ກຳ​ໄລ ຜູ້ມີຄວາມຫວັງແບ່ງປັນນ້ຳໃຈ, (“Hopeful people share their hearts”). ພວກ​ເຮົາ​ຊ່ວຍ​ລະ​ດົມ ແລະ ແຈກ​ຢາຍ​ເຄື່ອງ​ບໍ​ລິ​ຈາກ. ຂ້າ​ພະ​ເຈົ້າ​ໄດ້​ເຮັດ​ວຽກ​ກັບ​ທີມ​ງານ​ນີ້​ເກືອບ 3 ປີ. ຍ້ອນ​ຂ້າ​ພະ​ເຈົ້າ​ເປັນ​ຄົນ​ທຸກ​ທີ່​ເຕີບ​ໂຕ​ຂຶ້​ນ​ມາ, ຂ້າ​ພະ​ເຈົ້າ​ຈຶ່ງ​ຮູ້​ຄວາມ​ສຳ​ຄັນ​ຂອງ​ການ​ແບ່ງ​ປັນ ແລະ ຊ່ວຍ​ເຫຼືອ​ຄົນ​ອື່ນ. ໃນ​ເວ​ລາ​ທີ່​ຂ້າ​ພະ​ເຈົ້າ​ເຫັນ​ຄົນ​ຍິ້ມ ຫົວ​ໃຈ​ຂ້າ​ພະ​ເຈົ້າ​ກໍ​ດີ​ໃຈ​ມີ​ຄວາມ​ສຸກ​ໄປ​ນຳ, ແລະ ຂ້າ​ພະ​ເຈົ້າ​ກໍ​ຮູ້​ສຶກ​ສະ​ຫງົບ ແລະ ຮົ່ມ​ເຢັນ. ຍ້ອນ​ແນວ​ນີ້ ຂ້າ​ພະ​ເຈົ້າ​ຈຶ່ງ​ຮັກ​ໃນ​ການ​ຊ່ວຍ​ຄົນ.

ຜູ້​ທີ່​ໃຫ້​ຄຳ​ແນະ​ນຳ​ຂ້າ​ພະ​ເຈົ້າ​ແມ່ນ ທ່ານ ກາບ​ແກ້ວ ທຳ​ມະ​ວົງ ຜູ້​ທີ່​ເຮັດ​ວຽກ​ເປັນ​ຜູ້​ໃຫ້​ຄຳ​ແນະ​ນຳ​ໃນ​ການ​ດຳ​ລົງ​ຊີ​ວິດ (ໄລ​ຟ໌ ໂຄ​ຈ໌), ເປັນ​ນັກ​ຂຽນ ແລະ ສຳ​ມະ​ນາ​ກອນ​ສ້າງ​ແຮງ​ບັນ​ດານ​ໃຈ. ລາວ​ເປັນ​ໜຶ່ງ​ໃນ​ໄອ​ດໍ​ຂອງ​ຂ້າ​ພະ​ເຈົ້າ ແລະ ຂ້າ​ພະ​ເຈົ້າ​ກໍ​ໄດ້​ຮຽນ​ຮູ້​ຫຼາຍ​ຈາກ​ລາວ ໂດຍ​ສະ​ເພາະ​ກ່ຽວ​ກັບ ການ​ເປັນ​ຜູ້​ນຳ. ລາວ​ບໍ່​ພຽງ​ແຕ່​ແນະ​ນຳ ແຕ່​ຍັງ​ສະ​ແດງ​ໃຫ້​ເຫັນ​ວ່າ​ຄວນ​ເຮັດ​ແນວ​ໃດ ແລະ ເປັນ​ແນວ​ໃດ. ນອກ​ຈາກ​ນັ້ນ ຂ້າ​ພະ​ເຈົ້າ​ເວົ້າ​ໄດ້​ວ່າ ອົງ​ການ​ມິ​ສ​ຢູ​ນີ​ເວີ​ສ໌ ເປັນ​ທີມ​ງານ​ທີ່​ດີຫຼາຍ. ເຂົາ​ເຈົ້າ​ເຮັດ​ວຽກ​ເປັນ​ມື​ອາ​ຊີບ, ແລະ ມີ​ການ​ວາງ​ແຜນ​ລ່ວງ​ໜ້າ​ຢູ່​ສະ​ເໝີ. ຖ້າ​ເຂົາ​ເຈົ້າ​ເຫັນ​ຄວາມ​ຜິດ​ພາດ​ອັນ​ໃດ, ເຂົາ​ເຈົ້າ​ກໍ​ຈະ​ໂອ້​ລົມ​ປຶກ​ສາ​ຫາ​ລື​ຢ່າງ​ນິ້ມນວນຈົນ​ມີ​ຄວາມ​ເຂົ້າ​ໃຈ​ດີ. ຍາມ​ໃດ​ເຂົາ​ເຈົ້າ​ກໍ​ຖາມ ແລະ ເຮັດ​ໃຫ້​ຂ້າ​ພະ​ເຈົ້າ​ຮູ້​ສຶກ​ສະ​ບາຍ​ໃຈ.

ທ່ານ​ຄິດ​ວ່າ​ຕ້ອງ​ເຮັດ​ຫຍັງ​ແດ່​ເພື່ອ​ຮັບ​ປະ​ກັນ​ໃຫ້​ມີ​ແມ່​ຍິງ​ການ​ນຳຫຼາຍ​ຂຶ້ນ​ຢູ່​ໃນ​ລາວ?

ຂ້າ​ພະ​ເຈົ້າ​ຄິດ​ວ່າ ແມ່​ຍິງ​ເຮົາ​ຕ້ອງ​ເຫັນ ແລະ ເຂົ້າ​ໃຈ​ໃຫ້ຫຼາຍ​ຂຶ້ນ​ກ່ຽວ​ກັບ ການ​ເປັນ​ຜູ້​ນຳ. ທຸກໆ​ຄົນມີ​ທັກ​ສະ​ການ​ເປັນ​ຜູ້​ນຳ — ມີ​ແຕ່​ວ່າ​ເຂົາ​ເຈົ້າ​ຕ້ອງ​ຮູ້​ວ່າ​ເຂົາ​ເຈົ້າ​ມີ​ທັກ​ສະ​ເຫຼົ່າ​ນັ້ນ. ແມ່​ຍິງ​ຖືກ​ຕີ​ລາ​ຄາ​ໄວ້​ແລ້ວ​ວ່າ ເປັນ​ຄົນ​ ອ່ອນ​ໂຍນ, ສຸ​ພາບ ແລະ ແມ່​ຢ້າວ​ແມ່​ເຮືອນ ແລະ ແມ່​ຍິງ​ເຮົາ​ກໍ​ຈະ​ເຫັນ​ພຽງ​ແຕ່​ຮູບ​ພາບ​ເຫຼົ່າ​ນັ້ນ​ໃນ​ຕົວ​ເຮົາ​ເອງ. ພວກ​ເຮົາ​ຍັງ​ຂາດ​ຄວາມ​ໝັ້ນ​ໃຈ. ພວກ​ເຮົາ​ຍັງ​ຕ້ອງ​ການ​ແບບ​ຢ່າງ​ເພື່ອ​ສະ​ແດງ​ໃຫ້​ເດັກ​ຍິງ ແລະ ແມ່​ຍິງ​ຮູ້​ວ່າ​ເຂົາ​ເຈົ້າ​ກໍ​ເຂັ້ມ​ແຂງ. ທ່ານ​ສາ​ມາດ​ກ້າວ​ຂຶ້ນ​ມາ​ຢູ່​ຈຸດ​ນັ້ນ ຖ້າ​ທ່ານ​ເຊື່ອ​ໃນ​ຕົວ​ເອງ. ໃນ​ເວ​ລາ​ທີ່​ມີ​ແມ່​ຍິງສະ​ແດງ​ການ​ເປັນ​ຜູ້​ນຳຫຼາຍ​ຂຶ້ນ, ແມ່​ຍິງ​ທຸກ​ຄົນ​ກໍ​ຈະ​ເລີ່ມ​ປ່ຽນ​ແປງ​ແນວ​ຄິດ ແລະ ອັນ​ນີ້​ກໍ​ຈະ​ປ່ຽນ​ວິ​ທີ ທີ່​ເຂົາ​ເຈົ້າ​ຕີ​ລາ​ຄາ​ຕົວ​ເອງ ແລະ ວິ​ທີ​ທີ່​ສັງ​ຄົມ​ຕີ​ລາ​ຄາ​ແມ່​ຍິງ. ນັ້ນ​ແມ່ນ​ສິ່ງ​ທີ່​ພວກ​ເຮົາ​ຕ້ອງ​ເຮັດ ເພື່ອ​ຮັບ​ປະ​ກັນ​ໃຫ້​ແມ່​ຍິງ​ກ້າວຂຶ້ນ​ມາ​​ໃນ​ຕຳ​ແໜ່ງ​ຜູ້​ນຳຫຼາຍ​ຂຶ້ນ​ຢູ່​ໃນ​ລາວ. ພວກ​ເຮົາ​ຕ້ອງ​ເລີ່ມ​ຕົ້ນ​ກັບ​ຕົວ​ເຮົາ​ເອງ, ໃຫ້​ແມ່​ຍິງ​ລົງ​ມື​ກ່ອນ ແລ້ວ​ທຸກ​ຢ່າງ​ກໍ​ຈະ​ເລີ່ມ​ປ່ຽນແປງຕາມໆ​ກັນ​ມາ.

 

ທ່ານ​ຈະ​ໃຫ້​ຄຳ​ແນະ​ນຳ​ຫຍັງ ຕໍ່​ແມ່​ຍິງ​ໃນ​ລາວ ທີ່​ຍັງ​ສຶກ​ສາ​ຢູ່ ຫຼື ເລີ່ມ​ຕົ້ນ​ອາ​ຊີບ​ການ​ງານ​ຂອງ​ເຂົາ​ເຈົ້າ?

ຍາມ​ໃດ​ກໍ​ຈົ່ງ​ຊອກ​ຫາ​ສິ່ງ​ທີ່​ດີ​ທີ່​ສຸດ​ສຳ​ລັບ​ທ່ານ. ຈົ່ງ​ຫາ​ເປົ້າ​ໝາຍໃນ​ຊີ​ວິດ​ຂອງ​ທ່ານ​, ຈົ່ງ​ເຊື່ອໃນ​ເປົ້າ​ໝາຍ​ດັ່ງ​ກ່າວ ແລະ ເຮັດ​ໃຫ້​ເກີດ​ຜົນ​ເປັນ​ຈິງ. ບໍ່​ເປັນ​ຫຍັງ​ຖ້າ​ທ່ານ​ຍັງ​ບໍ່​ຮູ້​ວ່າ​ທ່ານ​ຢາກ​ເປັນ​ຫຍັງ ຫຼື ເຮັດ​ຫຍັງ. ທ່ານ​ສາ​ມາດ​ຝັນ ແລະ ສານ​ຝັນ​ຈົນ​ເປັນ​ຈິງ. ບາງ​ຄັ້ງ​ທ່ານ​ອາດ​ກັງ​ວົນ-ຢ້ານ​ວ່າ​ທ່ານ​ຈະ​ລົ້ມ​ເຫຼວ, ​ຢ້ານວ່າ​ທ່ານ​ອາດຈະ​ເຮັດ​ບໍ່​ໄດ້, ແຕ່​ວ່າ ທຸກ​ສິ່ງ​ທຸກ​ຢ່າງ​​ຕ້ອງໃຊ້​ເວ​ລາ. ມັນ​ຈະ​ບໍ່​ງ່າຍ​ສະ​ເໝີ​ໄປ. ເພື່ອ​ໃຫ້​ໄດ້​ມາ​ເຮົາ​ຕ້ອງ​ຕັ້ງ​ໃຈ​ເຮັດ​ວຽກ ແລະ ມີ​ຄວາມ​ມາ​ນະ​ອົດ​ທົນ​ໃຈ​ເຢັນ. ຄວາມ​ລົ້ມ​ເຫຼວ​ກໍ​ເປັນ​ພຽງ​ສ່ວນ​ໜຶ່ງ​ຂອງ​ຊີ​ວິດ: ຜູ້​ທີ່​ປະ​ສົບ​ຄວາມ​ສຳ​ເລັດ​ທຸກໆຄົນ ​ກໍ​ເຄີຍ​ລົ້ມ​ເຫຼວ​ຜ່ານ​ມາ ແລະ ກໍ​ເປັນ​ເລື່ອງ​ປົກ​ກະ​ຕິ. ຈົ່ງ​ຮູ້​ວ່າ​ທ່ານ​ສາ​ມາດ​ບັນ​ລຸ​ຝັນ​ຂອງ​ທ່ານ​ໃຫ້​ເປັນ​ຈິງ — ທ່ານ​ຈະ​ເຫັນ (ຄຸນ​ຄ່າ-ຄວາມ​ສາ​ມາດ​ໃນ) ​ຕົ​ວ​ເອງແຈ້ງ​ຂຶ້ນ ເມື່ອ​ທ່ານ​ເຊື່ອ​ໃນ​ຕົວ​ເອງ.

 

ທ່ານ​ມີ​ຄວາ​ມ​ເຫັນ​ອື່ນໆ​ບໍ່ ເນື່ອງ​ໃນ​ໂອ​ກາດ​ວັນ​ແມ່​ຍິງ​ສາ​ກົນ

ຈົ່ງ​ພໍ​ໃຈ ໃນ​ສິ່ງ​ທີ່​ທ່ານ​ເປັນ​ໃນ​ວັນ​ນີ້ ແລະ ໃຫ້​ຮູ້​ວ່າ​ທ່ານ ມະ​ຫັດ​ສະ​ຈັນ. ແມ່​ຍິງ​ເຂັ້ມ​ແຂງ ແລະ ງົດ​ງາມ. ທຸກໆ​ອຸ​ປະ​ສັກ ແລະ ສິ່ງ​ທ້າ​ທາຍ ຈະ​ເຮັດ​ໃຫ້​ເຮົາ​ແຂງ​ແກ່ນ​ຂຶ້ນ ແລະ ຮອບ​ຮູ້​ຂຶ້ນ. ຍາມ​ໃດ​ເຮົາ​ກໍ​ຕ້ອງ​ຈື່​ວ່າ ພວກ​ເຮົາ​ບໍ່​ໄດ້​ຢູ່​ຫົວ​ດຽວ​ກະ​ທຽມ​ລີບ, ແລະ ພວກ​ເຮົາ​ຕ້ອງ​ຮູ້​ຄຸນ​ຄ່າ ແລະ ຂອບ​ເຂດ​ຂອງ​ພວກ​ເຮົາ. ເມື່ອ​ເຮົາ​ຮູ້​ທີ່​ຈະ​ຮັກ​ຕົວ​ເອງ ເຮົາ​ກໍ​ຈະ​ຮູ້​ຮັກ​ຜູ້​ອື່ນ. ຈົ່ງ ໂອບ​ເອື້ອ​ອາ​ລີກວ່າ​ເກົ່າ, ເຫັນ​ອົກ​ເຫັນ​ໃຈ​ຄົນ​ກວ່າ​ເກົ່າ ແລະ ເອື້ອ​ເຟື້ອ​ເພື່ອ​ແຜ່ກວ່າ​ເກົ່າ. ຊົມ​ເຊີຍ​ວັນ​ແມ່​ຍິງ​ສາ​ກົນ!

**The views expressed in this interview do not necessarily represent the views of the World Bank Group.

Blogs

    loader image

WHAT'S NEW

    loader image