Skip to Main Navigation
ເລື່ອງພົ້ນເດັ່ນ6 ມ.ນ. 2023

ຈັນສຸກ ອິນສຸວັນ, ສປປ ລາວ: ຄວາມມຸ່ງໝັ້ນ, ຄວາມພາກພຽນອົດທົນ, ຄວາມເອື້ອເຟື້ອເພື່ອແຜ່

The World Bank

Each year for International Women’s Day, the World Bank meets women across East Asia Pacific who are challenging, creating, and leading the way in their fields. Chansouk Insouvanh is a social safeguards consultant and a gender and ethnic group advisor. Growing up in extreme poverty, Chansouk’s life experience grew up with a determination to help not only herself but others who shared her situation and she remains a passionate champion for helping people escape poverty.

ແຮງ​ບັນ​ດານ​ໃຈ​ຂອງ​ທ່ານ​ໃນ​ການ​ມາ​ເປັນ​ທີ່​ປຶກ​ສາ​ດ້ານ​ການ​ປົກ​ປ້ອງ​ສັງ​ຄົມ ແລະ ຄວາມສະເໝີພາບ​ຍິງ​ຊາຍ ແມ່ນ​ຫຍັງ?

ຂ້າ​ພະ​ເຈົ້າ​ໄດ້​ແຮງ​ບັນ​ດານ​ໃຈ​ມາ​ເຮັດ​ວຽກ​ປົກ​ປ້ອງ​ສັງ​ຄົມ ແລະ ບົດ​ບາດ​ຍິງ​ຊາຍ ຍ້ອນ​ຄວາມ​ທຸກ​ຍາກ, ການ​ຂາດ​ການ​ສຶກ​ສາ, ຄວາມ​ຮູ້​ສຶກທີ່​ເຮັດ​ຫຍັງ​ກໍ​ບໍ່​ໄດ້-ຊ່ວຍ​ເຫຼືອ​ຕົນ​ເອງ​ບໍ່​ໄດ້ ແລະ ຍ້ອນ​ມີ​ຄົນ​ມາ​ຊ້ຳ​ເຕີມ​ຢູ່​ສະ​ເໝີ​ວ່າ​ຂ້າ​ພະ​ເຈົ້າ​ທຸກ​ຍາກ ແລະ ຕ່ຳ​ຕ້ອຍ​ດ້ອຍຄວາມ​ສີ​ວິ​ໄລ​ຊ່ຳ​ໃດ. ຂ້າ​ພະ​ເຈົ້າ​ມາ​ຈາກ​ຄອບ​ຄົວ​ທີ່​ທຸກ​ຍາກຫຼາຍ. ຕອນຍັງ​ນ້ອຍ, ຂ້າ​ພະ​ເຈົ້າ ແລະ ​ເອື້ອຍ​ນ້ອງ​ສ່ວນ​ໃຫຍ່​ກໍ​ເຂົ້າ​ນອນ​ໂດຍ​ທີ່​ບໍ່​​ມີເຂົ້າ​ຕົກ​ທ້ອງ.

ໃນ​ໄລ​ຍະ​ທີ່​ຂ້າ​ພະ​ເຈົ້າ​ເລີ່ມ​ເຮັດ​ວຽກ​ໃໝ່, ສ​ປ​ປ ລາວ ກໍາລັງ​ຜ່ານ​ຂະບວນການ​ການ​ປ່ຽນ​ແປງ​ດ້ານ​ເສດ​ຖະ​ກິດ​ສັງ​ຄົມ ແລະ ການ​ພັດ​ທະ​ນາ​ຢ່າງວ່ອງ​ໄວ ເຊິ່ງ ສ່ວນ​ໃຫຍ່​ກໍ​ຈະ​ສ້າງ​ຊ່ອງວ່າງ ແລະ ຄວາມ​ບໍ່ສະເໝີພາບ​ໃນ​ຂະ​ບວນ​ການ​ດັ່ງ​ກ່າວ. ຍາມ ນັ້ນ​ຂ້າ​ພະ​ເຈົ້າ​ ເຫັນຜູ້​ທີ່​ເຮັດ​ວຽກ​  ນໍາ​ໂຄງ​ການ​ພັດ​ທະ​ນາ, ​ເຂົາມີ​ລາຍ​ໄດ້ ແລະ ສາ​ມາດ​ລ້ຽງ​ຄອບ​ຄົວ​ເຂົາ​ເຈົ້າ​ໄດ້. ຂ້າ​ພະ​ເຈົ້າ​ສະ​ອອນ​ເຂົາ​ເຈົ້າ ແລະ ກໍ​ໄຝ່​ຝັນ​ທີ່​ບໍ່​ພຽງ​ແຕ່ ຂ້າ​ພະ​ເຈົ້າ​ຈະ​ສາ​ມາດ​ຊ່ວຍ​ຕົວ​ເອງ ແຕ່​ຍັງ​​ຈະຊ່ວຍ​ຜູ້​ອື່ນ​ທີ່​ຢູ່​ໃນ​ສະ​ພາບ​ດຽວ​ກັນ​ກັບ​ຂ້າ​ພະ​ເຈົ້າ. ສະ​ນັ້ນ, ຂ້າ​ພະ​ເຈົ້າ​ຈຶ່ງ​ເຮັດ​ວຽກ​ໃນ​ຂະ​ແໜງ​ປົກ​ປ້ອງ​ສັງ​ຄົມ ແລະ ຄວາມສະເໝີພາບ​ຍິງ​ຊາຍ​ເພື່ອ​ຊ່ວຍ​ຕົວ​ເອງ ແລະ ຜູ້​ອື່ນ ໂດຍ​ສະ​ເພາະ​ແມ່​ຍິງ ເພື່ອ​ໃຫ້​ຫລຸດ​ພົ້ນ​ຈາກ​ຄວາມ​ທຸກ​ຍາກ. 

ຖ້າ​ໃຫ້​ທ່ານອະ​ທິ​ບາຍ​ກ່ຽວ​ກັບ​ທ່ານ​ເອງ ດ້ວຍ 3 ຄຳ, ຄຳ​ດັ່ງ​ກ່າວ​ຈະ​ແມ່ນ​ຫຍັງ?

ຄວາມມຸ່ງ​ໝັ້ນ, ຄວາມພາກ​ພຽນອົດ​ທົນ, ຄວາມເອື້ອເຟື້ອເພື່ອແຜ່ (ເອື້ອ​ອາ​ທອນ/ເອື້ອ​ອາ​ລີ).

ສຳ​ລັບ​ຄົນ​ທີ່​ມາ​ຈາກ​ຄອບ​ຄົວ​ທຸກ​ຍາກ​ທີ່​ມີ​ຄວາມຊ່ວຍເຫຼືອຈຳ​ກັດ, ຂ້າ​ພະ​ເຈົ້າ​ໄດ້ກ້າວໜ້າດ້ານ​ວິ​ຊາ​ຊີບ​-ຄວາມ​ເປັນ​ມື​ອາ​ຊີບຢ່າງຫລວງຫລາຍ ຂ້າ​ພະ​ເຈົ້າ​ເຊື່ອ​ວ່າ ການ​ສຶກ​ສາ​ສຳ​ຄັນຫຼາຍ, ຄວາມ​ມຸ່ງ​ໝັ້ນ ກໍ​ຄື​ຄວາມ​ພາກ​ພຽນ​ອົດ​ທົນ​ຕໍ່​ໜ້າ​ສິ່ງ​ທ້າ​ທາຍ​ທີ່​ພົບ​ພໍ້, ການ​ເຊື່ອ​ໝັ້ນ​ໃນ​ຕົນ​ເອງ, ການ​ທີ່​ຮູ້​ຈຸດ​ປະ​ສົງ​ຂອງ​ຕົນ​ເອງ ແລະ ເກັ່ງ​ໃນ​ສິ່ງ​ທີ່​ເຮັດ ກໍ​ລ້ວນ​ແຕ່​ເປັນ​ປັດ​ໄຈ​ສຳ​ຄັນ ໃນ​ການ​ຊ່ວຍ​ໃຫ້​ຄົນ ຢືນ​ດ້ວຍ​ສອງ​ລຳ​ແຂ່ງ​ລຳ​ຂາ​ຂອງ​ຕົນ​ເອງ ແລະ ເຕີບ​ໂຕ​ກ້າວໜ້າໃນ​ດ້ານ​ວິ​ຊາ​ຊີບ-ຄວາມ​ເປັນ​ມື​ອາ​ຊີບ.

ຄຳ​ຂວັນ​ຂອງ​ປີ​ນີ້​ແມ່ນ “ທຸກໆ​ຄົນ​ຫັນ​ສູ່​ດີ​ຈີ​ຕອນ (DigitALL): ນະ​ວັດ​ຕະ​ກຳ ແລະ ເຕັກ​ໂນ​ໂລ​ຊີ​ເພື່ອ​ຄວາມ​ສະ​ເໝີ​ພາບ​ຍິງ​ຊາຍ. ໃນ​ທັດ​ສະ​ນະ​ຂອງ​ທ່ານ, ເຕັກ​ໂນ​ໂລ​ຊີ​ດີ​ຈີ​ຕອນ ແລະ ນະ​ວັດ​ຕະ​ກຳ ຈະ​ນຳ​ສູ່​ຄວາມ​ສະ​ເໝີ​ພາບ​ຍິງ​ຊາຍຫຼາຍ​ຂຶ້ນກວ່າ​ເກົ່າ​ແນວ​ໃດ?

ຄົນ​ລາວ ໄດ້​ຮັບ​ຜົນ​ປະ​ໂຫຍດ​ຈາກ ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວ​ສານ​ ແລະ ດີ​ຈີ​ຕອນ. ນະ​ວັດ​ຕະ​ກຳ​ດັ່ງ​ກ່າວ​ເປີດ​ໂອ​ກາດ​ໃຫ້​ແກ່​ແມ່​ຍິງ​ໂດຍ​ສະ​ເພາະ​ໃນ​ການ ຜ່ານ​ຜ່າ​ຂໍ້​ຈຳ​ກັດ​ດ້ານ​ການ​ເຄື່ອນ​ຍ້າຍ-ການ​ໄປ​ມາ ແລະ ຮີດ​ຄອງ​ປະ​ເພ​ນີ-ມາດ​ຖານ​ດ້ານ​ສັງ​ຄົມ ແລະ ບົດ​ບາດ​ຍິງ​ຊາຍ. ວຽກ​ງານ​ທີ່​ນຳ​ໃຊ້​ດີ​ຈີ​ຕອນ​ຈະ​ຊ່ວຍ​ໃຫ້​ແມ່​ຍິງ​ສາ​ມາດ​ສ້າງ​ລາຍ​ໄດ້, ປັບ​ປຸງ​ສັກ​ກະ​ຍະ​ພາບ, ແລະ ເພີ່ມ​ຄວາມ​ເອ​ກະ​ລາດ​ດ້ານ​ການ​ເງິນ. ແຕ່​ວ່າ, ຊ່ອງວ່າງ​ດ້ານ​​ຄວາມ​ສະ​ເໝີ​ພາບ​ຍິງ​ຊາ​ຍ​ກໍ​ຍັງ​ມີ​ຢູ່​ຍ້ອນ ລະ​ດັບ​ການ​ສຶກ​ສາ​ທີ່​ຕ່ຳ​ຂອງ​ແມ່​ຍິງ ແລະ ປັດ​ໄຈ​ດ້ານ​ຄົວ​ເຮືອນ​ທີ່​ຕິດ​ພັນ​ກັບ​ບົດ​ບາດ​ຍິງ​ຊາຍ. ແມ່​ຍິງ​ມີ​ແນວ​ໂນ້ມ​ທີ່​ຈະ​ພົບ​ພໍ້​ອຸ​ປະ​ສັກ​ໃນ​ການ​ເຂົ້າ​ເຖິງ​ຕະຫຼາດ ແລະ ຂໍ້​ມູນ​ຂ່າວ​ສານ ແລະ ໃນ​ການ​ດຳ​ເນີນ​ທຸ​ລະ​ກິດ.  ​ ແນວ​ຄິດຫຼືຄວາມເຊື່ອດັ່ງເດີມ ​ກ່ຽວ​ກັບ​ບົດ​ບາດ​ຍິງ​ຊາຍ ເຊີ່ງ​ໝາຍ​ຄວາມ​ວ່າ ທັກ​ສະ​ດ້ານ ICT ແລະ ທັກ​ສະ​ທາງ​ດີ​ຈີ​ຕອນ ສ່ວນ​ໃຫຍ່​ແມ່ນ​ຕິດ​ພັນ​ກັບ​ຜູ້​ຊາຍ ແລະ ແນວ​ຄິດ​ແບບ​ນີ້​ກໍ​ອາດ​ທ່ວງ​ດຶງ ການ​ມີ​ສ່ວນ​ຮ່ວມ​ຂອ​ງ​ແມ່​ຍິງ ໃນ​ການ​ຝຶກ​ອົບ​ຮົມ​ກ່ຽວ​ກັບ​ທັກ​ສະ​ດ້ານ​ດີ​ຈີ​ຕອນ ຫຼື ການ​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ໃໝ່ໆ.

ນອກ​ຈາກ​ນັ້ນ, ເຖິງ​ແມ່ນ​ວ່າ​ມີ​ບາງວິ​ສາ​ຫະ​ກິດ​ທີ່​ໄດ້​ມີ​ການ​ປ່ຽ​ນ​ແປງ​ໃນ​ທາງ​ທີ່​ດີ ໃນ​ການ​ສົ່ງ​ເສີມ​ເຕັກ​ໂນ​ໂລ​ຊີ​ດີ​ຈີ​ຕອນ​ສຳ​ລັບ​ແມ່​ຍິງ, ແຕ່​ກໍ​ຍັງ​ມີຫຼັກ​ຖານ​ທີ່​ຊີ້​ໃຫ້​ຮູ້​ວ່າ ເຕັກ​ໂນ​ໂລ​ຊີ​ສາ​ມາດ​ມີ​ຜົນ​ກະ​ທົບ​ດ້ານ​ລົບ​ຖ້າ​ຫາກ​ນຳ​ໃຊ້​ໂດຍ​ບໍ່​ມີ​ຄວາມ​ຮູ້​ທີ່​ເໝາະ​ສົມ. ສຳ​ລັບ​ແມ່​ຍິງ, ຜົນ​ກະ​ທົບ​ນີ້​ອາດ​ສູງກວ່າຜູ້​ຊາຍ. ຍ້ອນ​ລະ​ດັບ​ການ​ຮູ້​ໜັງ​ສື​ທີ່​ຕ່ຳ​ກວ່າ ແລະ ການ​ເຂົ້າ​ເຖິງ​ທັກ​ສະ​ທີ່​ນຳ​ໃຊ້​ໃນ​ຍຸກ​ສະ​​ໄໝ​ໃໝ່​ທີ່​ຈຳ​ກັດ, ແມ່​ຍິງ​ກໍ​ອາດ​ໄດ້​ຮັບ​ຜົນ​ກະ​ທົບ​ຈາກ​ການ​ຂົ່ມ​ເຫັງ​ແລະ ຖືກ​ກີດ​ກັ້ນ ເຊັ່ນ ການ​ນຳ​ໃຊ້​ຄວາມ​ຮຸນ​ແຮງ​ທາງ​ເພດ ຜ່ານ​ການ​ເອື້ອ​ອຳ​ນວຍ​ຂອງ​ເຕັກ​ໂນ​ໂລ​ຊີ. ແມ່​ຍິງ​ອາດ​ໄດ້​ຮັບ​ຜົນ​ກະ​ທົບ​ຈາກພຶດ​ຕິ​ກຳ​ທາງ​ເພດ​ທີ່​ບໍ່​ເພິ່ງ​ປະ​ສົງ​ດ້ວຍ​ວິ​ທີ​ທາງ​ດີ​ຈີ​ຕອນ ລວມ​ທັງ ການ​ລວນ​ລາມ​ທາງ​ອອນ​ໄລ​ນ໌, ການ​ສື່​ສານກ່ຽວ​ກັບ​ເພດ​ແບບ​​ນາບ​ຂູ່ ແລະ ການ​ລ່ວງ​ລະ​ເມີດ​ທາງ​ເພດ​ໃນ​ທາງ​ອອນ​ໄລ​ນ໌. ສິ່ງ​ທີ່​ສຳ​ຄັນ​ແມ່ນ​ວ່າ​ຄົນ​ຕ້ອງ​ຮັບ​ຮູ້​ກ່ຽວ​ກັບ ຄວາມ​ສ່ຽງ​ເຫຼົ່າ​ນີ້. 

ວຽກ​ຂອງ​ທ່ານ​ມີ​ຄວາມ​ໝາຍ​ຄວາມ​ສຳ​ຄັນ​ຕໍ່​ທ່ານ​ແນວ​ໃດ?

ຂ້າ​ພະ​ເຈົ້າ​ສາ​ມາດ​ຊ່ວຍ​ຕົວ​ເອງ ແລະ ຄົນ​ອື່ນ ໂດ​ຍ​ສະ​ເພາະ​ຊ່ວຍ​ແມ່​ຍິງ ​ໃຫ້ຫລຸດ​ພົ້ນ​​ອອກຈາກ​ຄວາມ​ທຸກ​ຍາກ.

ໃນ​ວຽກ​ຂອງ​ທ່ານ​ຜ່ານ​ມາ ຫຼື ໃນ​ສັງ​ຄົມ, ທ່ານ​ໄດ້​ເຫັນ​ບັນ​ຫາ​ຄວາມ​ບໍ່​ສະ​ເໝີ​ພາບ​ເກີດ​ຂຶ້ນ​ບໍ່?

ໃນ​ໄລ​ຍະ​ການ​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19, ອິ​ນ​ເຕີ​ເນັດ ແລະ ເຕັກ​ໂນ​ໂລ​ຊີ​ດີ​ຈີ​ຕອນ​ໄດ້​ມີ​ຄວາມ​ສຳ​ຄັນ​ຍິ່ງ​ຂຶ້ນ​ໃນ​ການ​ເຂົ້າ​ເຖິງ​ຂໍ້​ມູນ​ຂ່າວ​ສານ, ການ​ສື່​ສານ ແລະ ໂອ​ກາດ​ດ້ານ​ວຽກ​ເຮັດ​ງານ​ທຳ. ແຕ່​ວ່າ, ມີຫຼາຍ​ຄົນ​ໃນ​ສັງ​ຄົມ​ລາວ ໂດຍ​ສະ​ເພາະ​ແມ່​ຍິງ ແລະ ເດັກ​ນ້ອຍ ທີ່​ອາດ​ຈະ​ຍັງ​ບໍ່​ເຂົ້າ​ໃຈ​ທັນ​ທີ ຄວາມ​ສ່ຽງ​ຕ່າງໆ​ທີ່​ກ່ຽວ​ຂ້ອງ. ນອກ​ຈາກ​ພຶດ​ຕິ​ກຳ​ທາງ​ເພດ​ທີ່​ບໍ່​ເພິ່ງ​ປະ​ສົງ​ແລ້ວ, ຄວາມ​ສ່ຽງ​ເຫຼົ່າ​ນີ້​ຍັງ​ລວມ​ມີ ການ​ຕິດ​ເກມ​ອອນ​ໄລ​ນ໌ ແລະ ແອັບ​ບັນ​ເທີງ​ຕ່າງໆ. ໃນ​ຂະ​ນະ​ທີ່​ການ​ສື່​ສານ​ນັບ​ມື້​ຍິ່ງ​ມີ​ຄວາມ​ເປັນເຈົ້າຂອງ ແລະ ຄວາມ​ເປັນ​ສ່ວນ​ຕົວຫຼາຍ​ຂຶ້ນ​ຜ່ານ​ມື​ຖື ແລະ ການ​ເຊື່ອມ​ຕໍ່ເຊີ່ງກັນແລະກັນທັນ​ທີ​ທັນ​ເວ​ລາຫຼາຍຂື້ນເທົ່າໃດ, ມັນ​ກໍ​ຍິ່ງ​ມີ​​ຄວາມຫຍຸ້ງ​ຍາ​ກວ່າ​ເກົ່າ​ໃນ​ກາ​ນ​ລະ​ບຸ​ວ່າ​ໃຜ​ຕົກ​ໃນ​ຄວາມ​ສ່ຽງ, ເຂົາ​ເຈົ້າ​ມີ​ຄວາມ​ສ່ຽງ​ແນວ​ໃດ ແລະ ມີ​ຄວາມ​ສ່ຽງ​ຢູ່​ບ່ອນ​ໃດ​ຈຸດ​ໃດ. ປະ​ເພດ​ຄວາມ​ສ່ຽງ​ເຫຼົ່າ​ນີ້​ຂ້ອນ​ຂ້າງຍັງ​ໃໝ່​ຢູ່​ໃນ ສ​ປ​ປ ລາວ ແລະ ສ່ວນ​ໃຫຍ່​ບໍ່​ໄດ້​ມີ​ການ​ເວົ້າ​ເຖິງ. ຜູ້​ຖືກ​ກະ​ທຳ (ເ​ຫຍື່ອ​) ບໍ່​ພຽງ​ແຕ່​ມີ​ຄວາມ​ເຂົ້າ​ໃຈ​ທີ່​ຈຳ​ກັດ, ແຕ່ ​ການ​ຊວ່ຍເຫຼືອຈາກດ້າ​ນ​ສັງ​ຄົມ ແລະ ການເຂົ້າເຖິງ ດ້າ​ນນະ​ໂຍ​ບາຍ​​​ຍັງຕ່ຳ. ເພື່ອ​ຄຸ້ມ​ຄອງ​ການ​ລ່ວງ​ລະ​ເມີດ​ທີ່ມີ​ການ​ເອື້ອ​ອຳ​ນວຍ​ດ້ວຍ​ເຕັກ​ໂນ​ໂລ​ຊີ, ຂ້າ​ພະ​ເຈົ້າ​ຮູ້​ສຶກວ່າ​ພວກ​ເຮົາ​ຕ້ອງ​ມາ​ຮຽນ​ຮູ້​ກ່ຽວ​ກັບ​ຜົນ​ປະ​ໂຫຍດ ແລະ ຄວາມ​ສ່ຽງ​ຂອງ ເຕັກ​ໂນ​ໂລ​ຊີ​ດີ​ຈີ​ຕອນ ເພື່ອ​ໃຫ້​ພວກ​ເຮົາ​ຮູ້ໃຊ້ແລະສາ​ມາດ​ສະ​ໜອງ​ຂໍ້​ມູນ​ທີ່​ຖືກ​ຕ້ອງ​ໃຫ້​ແກ່​ຄົນ​ອື່ນ.

ໃນ​ຖາ​ນະ​ການ​ນຳ​ພາກ​ລັດ, ທ່ານ​ພົບ​ພໍ້​ສິ່ງ​ທ້າ​ທາຍ​ໃດ​ແດ່ ແລະ ທ່ານ​ໄດ້​ຮຽນ​ຮູ້​ຫຍັງ​ຈາກ​ສິ່ງ​ທ້າ​ທາຍ​ເຫຼົ່າ​ນີ້?

ຄວາມ​ສະ​ເໝີ​ພາບ​ຍິງ​ຊາຍ​ ສ່ວນ​ໃຫຍ່​ຖືກ​ຕີ​ຄວາມ​ວ່າຄວາມເປັນກາງ​ດ້ານ​ບົດ​ບາ​ດ​ຍິງ​ຊາຍ ແລະ ທັດ​ສະ​ນະ​ທີ່​ບໍ່​ຖືກ​ຕ້ອງ​ນີ້ ກໍ​ສາ​ມາດ​ນຳ​ໄປ​ສູ່ ການ​ຖື​ເບົາ​ເລື່ອງ​ບົດ​ບາດ​ຍິງ​ຊາຍ. ອັນ​ນີ້​ອາດ​ທ່ວງ​ດຶງ-ການ​ລະ​ເລີຍ​ຕໍ່​ບົດ​ບາດ ແລະ ການ​ມີ​ສ່ວນ​ຮ່ວມ​ຂອງ​ແມ່​ຍິງ ແລະ ໝາຍ​ເຖິງ ຄວາມ​ບໍ່ສໍາເລັດ​ໃນ​ການ​ແກ້​ໄຂ​ຄວາມ​ຕ້ອງ​ການ​ສະ​ເພາະ​ຂອງ​ກຸ່ມ​ຄົນ​ຕ່າງໆ.

ຄວາມ​ສະ​ເໝີ​ພາບ​ຍິງ​ຊາຍ​ໝາຍ​ວ່າ ທຸກໆ​ຄົນ​ມີ​ສິດ, , ​ມີ​ແຮງບັນດານໃຈ/ອຳ​ນາດ, ​ມີ​ຄວາມ​ຮັບ​ຜິດ​ຊອບ ແລະ ​ມີ​ໂອ​ກາດການ​ເ​ຂົ້າ​ເຖິງ​ທີ່​ເທົ່າ​ທຽມ​ກັນ ບໍ່​ວ່າ​ພື້ນ​ຖານ​ຄວາມ​ເປັນ​ມາ​ຂອງ​ເຂົາ​ເຈົ້າ​ຈະ​ແມ່ນ​ແນວ​ໃດ​ກໍ​ຕາມ. ແຕ່​ວ່າ, ແມ່​ຍິງ​ສ່ວນ​ໃຫຍ່​ບໍ່​ມີ​ອຳ​ນາດ ແລະ ໂອ​ກາດ​ທີ່​ເທົ່າ​ທຽມ [ຜູ້​ຊາຍ] ອັນ​ທີ່​ສາ​ມາດ​ນຳ​ສູ່​ການ​ເອື່ອຍ​ອີງ, ການ​ນຳ​ໃຊ້​ຄວາມ​ຮຸນ​ແຮງ​ໃນບົດ​ບາດ​ຍິງ​ຊາຍ ແລະ ການ​ລ່ວ​ງ​ລະ​ເມີດ​ເດັກ.

ວິ​ທີ​ທາງ​ໜຶ່ງ​ໃນ​ການ​ແກ້​ໄຂ​ຄວາມ​ບໍ່​ສະ​ເໝີ​ພາບ ແມ່ນ​ການ​ປີ້ນ​ຄືນ​ຕົ້ນ​ປາຍ​ສາຍ​ເຫດ [ກໍ​ລະ​ນີ] ​ຕົ້ນ​ຕໍ ດ້ວຍ​ການ​ໃຫ້​ຄວາມ​ສະ​ເໝີ​ພາບ​ແກ່​ແມ່​ຍິງ. ຕົວ​ຢ່າງ, ຖ້າ​ແມ່​ຍິງ​ບໍ່​ມີ​ວຽກ​ເຮັດ, ການ​ໃຫ້​ວຽກ​ຜູ້​ກ່ຽວ​ເຮັດ ກໍ​ແມ່ນ​ການ​ປີ້ນ​ຄືນ​ຕົ້ນ​ປາຍ​ສາຍ​ເຫດ [ກໍ​ລະ​ນີ] ​ຕົ້ນ​ຕໍ. ພວກ​ເຮົາ​ສາ​ມາດ​ໃຫ້​ແມ່​ຍິງ ມີ​ສິດ, ການ​ເຂົ້າ​ເຖິງ, ອຳ​ນາດ, ຄວາມ​ຮັບ​ຜິດ​ຊອບ ແລະ ໂອ​ກາດ​ທີ່​ເທົ່າ​ທຽມ​ກັນ ດ້ວຍ​ການ​ສ້າງ​ສະ​ພາບ​ແວດ​ລ້ອມ​ທີ່​ເອື້ອ​ອຳ​ນ​ວຍ, ການ​ຈັດ​ສັນ​ງົບ​ປະ​ມານ ແລະ ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ຍຸດ​ທະ​ສາດ/ແຜນ​ການ​ປະ​ຕິ​ບັດ​ດ້ານ​ບົດ​ບາດ​ຍິງ​ຊາຍ​ທີ່​ມີ​ຢູ່. ສ່ວນ​ໃຫຍ່, ກິ​ດ​ຈະ​ກຳ​ສົ່ງ​ເສີມ​ຄວາມ​ສະ​ເໝີ​ພາບ​ຍິງ​ຊາຍ​ຖືກ​ສ້າງ​ຂຶ້ນ​ໂດຍ​ທີ່​ບໍ່​ມີ​ການ​ຈັດ​ສັນ​ທ່າແຮງ ແລະ ງົບປະມານ ໃສ່. ວິ​ທີ​ການ​ນີ້​ສ້າງ​ຄວາມ​ສັບ​ສົນ​ກ່ຽວ​ກັບ​ການ​ບັນ​ລຸ​ຄວາມ​ສະ​ເໝີ​ພາບ​ຍິງ​ຊາຍ. ການ​​ກຸ້ມ​ຕົວ​ເອງ ໂດຍ​ສະ​ເພາະ ຄວາມ​ເອ​ກະ​ລາດ​ດ້ານ​ເສດ​ຖະ​ກິດ ແມ່ນ​ມີ​ຄວາມ​ສຳ​ຄັນ​ຕໍ່​ການ​ບັນ​ລຸ​ຄວາມ​ສະ​ເໝີ​ພາບ​ຍິງ​ຊາຍ.

ບໍ່​ມີ​ແນວ​ທາງ​ໜຶ່ງ​ດຽວ​ໃດ​ທີ່​ຖືກ​ຕ້ອງ ແຕ່ຂັ້ນ​ຕອນ​ໃດ​ທີ່​ເຮົາ​ອອກ​ແບບ-ວາງ​ອອກ ລ້ວນ​ແລ້ວ​ແຕ່​ຕ້ອງ​ເລັ່ງ​ໃສ່​ການ​ປີ້ນ​ຄືນ ຄວາມ​ບໍ່​ສະ​ເໝີ​ພາບ. ຕົວ​ຢ່າງ, ຖ້າ​ຂາດ​ຄວາມ​ສະ​ເໝີ​ພາບ​ໃນ​ການ​ເຂົ້າ​ເຖິງ​ການ​ສຶກ​ສາ ຫຼື ໂອ​ກາດ​ສຳ​ລັບ​ແມ່​ຍິງ​ ກໍ​ຕ້ອງ​ສ້າງ​ສະ​ພາບ​ແວດ​ລ້ອມ ແລະ ຈັດ​ສັນ​ຊັບ​ພະ​ຍາ​ກອນ​ເພື່ອ​ໃຫ້​ເກີດ​ຄວາມ​ສະ​ເໝີ​ພາບ​ໃນ​ການ​ເຂົ້າ​ເຖິງ. ຖ້າ​ແມ່​ຍິງ​ມີ​ການ​ເອືີ່ອຍ​ອີງ​ດ້ານ​ເສດ​ຖະ​ກິດ ກໍ​ຕ້ອ​ງ​ສ້າງ​ສະ​ພາດ​ແວດ​ລ້ອມ ເຊິ່ງ​ເຂົາ​ເຈົ້າ​ຈະ​ສາ​ມາດ​ເຂົ້າ​ເຖິງ ໂອ​ກາດ​ໃນ​ການ​ສ້າງ​ລາຍ​ໄດ້.

ອົງ​ປະ​ກອບ​ສຳ​ຄັນ​ຕໍ່​ຜົນ​ສຳ​ເລັດ​ໃນ​ວຽກ​ງານ​ຂອງ​ທ່ານ​ແມ່ນ​ຫຍັງ?

ຄວາມມຸ່ງ​ໝັ້ນ, ຄວາມພາກ​ພຽນອົດ​ທົນ ແລະ ຄວາມ​ຊ່ວຍ​ເຫຼືອ​ຈາກ​ຄົນ​ອື່ນ. ໃນ​ກໍ​ລະ​ນີ​ຂອງ​ຂ້າ​ພະ​ເຈົ້າ​ແມ່ນ ໄດ້​ຮັບ​ການ​ຊ່ວຍ​ເຫຼືອ ຈາກ ທຶນ​ການ​ສຶກ​ສາ​ຂອງ ອົ​ສ​ຕ​ຣາ​ລີ ແລະ ທຶນ​ຟູບ​ຣາຍ​ດ໌​ຂອງ​ ສະ​ຫະ​ລັດ​ອາ​ເມ​ຣິ​ກາ.

ບາງ​ໂຄງ​ການ​ທີ່​ທ່ານມັກ​ທີ່​ສຸດ​ແມ່ນ​ຫຍັງ ຫຼື ບຸກຄົນ​ທີ່ທ່ານ​ຈົດ​ຈຳ​ທີ່​ສຸດ​ທີ່​ໄດ້​ເຮັດ​ວຽກ​ນຳ​ກັນ​ແມ່ນ​ໃຜ?

​ແຜນ​ງານ​ພັດ​ທະ​ນາ​ການ​ມີ​ສ່ວນ​ຮ່ວມ​ຂອງ​ການ​ນຳ​ແມ່​ຍິງ ທີ່​ໄດ້​ຮັບ​ທຶນ​ສະ​ໜັບ​ສະ​ໜູນ​ໂດຍ ສະ​ຖາ​ບັນ​ລາວ-ອົ​ສ​ຕ​ຣາ​ລີ​ຮ່ວມ​ກັບ ສະ​ຖາ​ບັນ​ກ​ຣີ​ຟິດ​ອາ​ຊີ ແລະ ອີກ​ສາມ​ມະ​ຫາ​ວິ​ທະ​ຍາ​ໄລ​ຂອງ ອົ​ສ​ຕ​ຣາ​ລີ ໄດ້ ເຊື່ອມ​ຕໍ່​ຂ້າ​ພະ​ເຈົ້າ​ກັບ​ແມ່​ຍິງ​ການ​ນຳຫຼາຍໆ​ທ່ານ. ຂ້າ​ພະ​ເຈົ້າ​ບໍ່​ພຽງ​ແຕ່​ໄດ້​ສ້າງ​ຄວາມ​ຮູ້​ຈັກ​ນຳ​ບັນ​ດາ​ທ່ານ​ແບ​ບ​ສ່ວນ​ໂຕ, ແຕ່​ຍັງ​ໄດ້​ຮຽນ​ຮູ້​ຄວາມ​ທ້າ​ທາຍ​ໃນ​ອາ​ຊີບ​ທີ່​ເພິ່ນພົບ​ພໍ້.

ທ່ານ​ຄິດ​ວ່າ​ຕ້ອງ​ເຮັດ​ຫຍັງ​ແດ່​ເພື່ອ​ຮັບ​ປະ​ກັນ​ໃຫ້​ມີ​ແມ່​ຍິງ​ການ​ນຳຫຼາຍ​ຂຶ້ນ​ຢູ່​ໃນ​ລາວ?

ພວກ​ເຮົາຫຼາຍ​ຄົນ​ສົງ​ໄສ​ໃນ​ຕົວ​ເອງ ແລະ ຂາດ​ຄວາມ​ໝັ້ນ​ໃຈ. ພວກ​ເຮົາ​ມັກ​ຖາມ (ສົງ​ໄສ)ວ່າ​ ພວກ​ເຮົາ​ເປັນ​ເມຍ​, ແມ່, ລູກ​ສາວ, ພະ​ນັກ​ງານ​ທີ່​ດີ​ບໍ່ ແລະ ຖ້າ​ຈະ​ເຫັນ​ແກ່​ຕົວ​ແດ່​ຈະ​ດີ​ຢູ່​ບໍ່. ການ​ເຄົາ​ລົບ​ນັບ​ຖື​ຕົວ​ເອງ​ຢ່າງ​ແທ້​ຈິງ ໝາຍ​ເຖິງ​ການ​ຖື​ຕົວ​ເອງ​ເປັນ​ບູ​ລິ​ມະ​ສິດ. ພວກ​ເຮົາ​ຈະ​ບໍ່​ສາ​ມາດ​ຊ່ວຍ​ຜູ້​ອື່ນ​ຢ່າງ​ມີ​ປະ​ສິດ​ທິ​ຜົນ ຖ້າ​ວ່າ​ພວກ​ເຮົາ​ບອບ​ບາງ ແລະ ຂາດ​ຊັບພະ​ຍາ​ກອນ. ເພື່ອ​ຊ່ວຍ​ເຫຼືອ​ຜູ້​ອື່ນ, ພວກ​ເຮົາ​ຕ້ອງ​ມີ​ຄວາມ​ອາດ​ສາ​ມາດ ແລະ ຊັບ​ພະ​ຍາ​ກອນ​ທີ່​ຖືກ​ຕ້ອງ​ພຽງ​ພໍ ເພື່ອ​ໃຫ້​ພວ​ກ​ເຮົາ​ໃຫ້​ການ​ສ​ະ​ໜັບ​ສະ​ໜູນ​ຢ່າງ​ຖືກ​ຕ້ອງ. ນອກ​ຈາກ​ນັ້ນ​ພວກ​ເຮົາ​ຍັງ​ຈະ​ຕ້ອງວິ​ເຄາະ ຜົນ​ປະ​ໂຫຍດ ແລະ ຄວາມ​ສ່ຽງ​ທີ່​ເປັນ​ໄປ​ໄດ້ ທີ່​ຕິດ​ພັນ​ກັບ​ການ​ໃຫ້​ການ​ສະ​ໜັບ​ສະ​ໜູນ.

ທ່ານ​ຈະ​ໃຫ້​ຄຳ​ແນະ​ນຳ​ຫຍັງ ຕໍ່​ແມ່​ຍິງ​ໃນ​ລາວ ທີ່​ຍັງ​ສຶກ​ສາ​ຢູ່ ຫຼື ເລີ່ມ​ຕົ້ນ​ອາ​ຊີບ​ການ​ງານ​ຂອງ​ເຂົາ​ເຈົ້າ?

​ຕອນ​ຂ້າ​ພະ​ເຈົ້າ​ໄດ້​ທຶນ​ການ​ສຶກ​ສາ​ຂອງ​ອົ​ສ​ຕ​ຣາ​ລີ​ ໃນ​ປີ 1997, ຂ້າ​ພະ​ເຈົ້າ​ໄດ້​ເລືອກ​ຂະ​ແໜງ​ສຶກ​ສາ ດ້ານ​ການ​ພັດ​ທະ​ນາ​ຊຸມ​ຊົນ ແລະ ສັງ​ຄົມ. ແຕ່​ວ່າ, ພາຍຫຼັງ​ສຶກ​ສາ​ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ, ຂ້າ​ພະ​ເຈົ້າ​ມາຄິດ​ອອກ-ສຳ​ນຶກ​ເຫັນ ການ​ພົວ​ພັນ​ຂອງ​ສິ່ງ​ແວດ​ລ້ອມ, ເສດ​ຖະ​ກິດ ແລະ ສັງ​ຄົມ ແລະ ເພື່ອ​ບັນ​ລຸ​ການ​ພັດ​ທະ​ນາ​ທີ່​ຍືນ​ຍົງ ກໍ​ຕ້ອງ​ໃຫ້​ມີ​ຄວາມ​ດຸ່ນ​ດ່ຽງ​ລະ​ຫວ່າງ​ທັງ​ສາມ​ປັດ​ໄຈ​ທີ່​ແຂ່ງ​ຂັນ​ກັນ​ນີ້. ຫຼັງ​ຈາກ​ນັ້ນ​ຂ້າ​ພະ​ເຈົ້າ​ໄດ້​ລົງ​ທະ​ບຽນ​ສຶກ​ສາຊັ້ນ​ປະ​ລິນ​ຍາ​ໂທ​ ກ່ຽວ​ກັບ ນະ​ໂຍ​ບາຍ ແລະ ການ​ວາງ​ແຜນ​ດ​ດ້ານ​ສິ່ງ​ແວດ​ລ້ອມ ພ້ອມ​ທັງ​ວິ​ຊາ​ຕ່າງໆ​ທີ່​ແກ້​ໄຂ ການ​ພັດ​ທະ​ນາ​ເສ​ດ​ຖະ​ກິດ ແລະ ແມ່​ຍິງ. ຄຳ​ແນະ​ນຳ​ຂອງ​ຂ້າ​ພະ​ເຈົ້າ​ກໍ​ແມ່ນ​ວ່າ ບໍ່​ໃຫ້​ຟ້າວ​ຟັ່ງ ແຕ່​ໃຫ້​ຄົ້ນ​ຄວ້າ​ສາ​ຂາ​ການ​ສຶກ​ສາ ແລະ ທາງ​ເລືອກ​ດ້ານ​ວິ​ຊາ​ຊີບ​ທີ່​ເໝາະ​ສົມ​ທີ່​ສຸດ. ທ່ານ​ອາດ​ໄດ້​ລອງ​ຖືກ​ລອງ​ຜິດ​ແດ່ ແລະ ທ່ານ​ກໍ​ຈະ​ຮຽນ​ຮູ້​ຈາກ​ສິ່ງ​ເຫຼົ່າ​ນີ້.

ທ່ານ​ມີ​ຄວາ​ມ​ເຫັນ​ອື່ນໆ​ບໍ່ ເນື່ອງ​ໃນ​ໂອ​ກາດ​ວັນ​ແມ່​ຍິງ​ສາ​ກົນ

ວັນ​ແມ່​ຍິງ​ສາ​ກົນ ແມ່ນ​ເວ​ລາ​ທີ່​ໃຫ້​ພວກ​ເຮົາ​ຄິດ​ເຖິງ ບົດ​ບາດ​ສຳ​ຄັນ ແລະ ສະ​ເພາະ​ຂອງ​ແມ່​ຍິງ ແລະ ຜູ້​ຊາຍທີ່​ມີ​ຜົນ​ຕໍ່​ຊີ​ວິດ​ປະ​ຈຳ​ວັນ​ຂອງ​ພວກ​ເຮົາ ບໍ່​ວ່າ​ພວກ​ເຮົາ​ຈະ​ເຮັດ​ຫຍັງ​ກໍ​ຕາມ. ມັນ​ເປັນ​ມື້​ທີ່​ໃຫ້​ພວກ​ເຮົາ​ຮັບ​ຮູ້ ແລະ ເຄົາ​ລົບ​ຄວາມ​ຜູກ​ພັນ​ລະ​ຫວ່າງ​ເພດ​ຍິງ ແລະ ເພດ​ຊາຍ, ແລະ ບຸກ​ຄົນ​ທີ່​ມີ​ຄວາມຫຼາກຫຼາຍ​ດ້ານ​ເພດ ລວມ​ທັງ​ຄົນ LGBT+  ແລະ ເພື່ອ​ຮຽນ​ຮູ້​ທີ່​ຈະ​ເຊື່ອ​ໃຈ​ເຊິ່ງ​ກັນ ແລະ ກັນ.

 

**The views expressed in this interview do not necessarily represent the views of the World Bank Group.

Blogs

    loader image

WHAT'S NEW

    loader image