Skip to Main Navigation
ບົດອອກຂ່າວ1 ທ.ວ. 2023

ທະນາຄານໂລກ: ການແກ້ໄຂບັນຫາໜີ້ສິນ ແລະ ການເພີ່ມລາຍຮັບ ມີຄວາມສຳຄັນຫຼາຍຕໍ່ການຮັກສາສະເຖຍລະພາບດ້ານເສດຖະກິດມະຫາພາກຂອງ ສປປ ລາວ

​ບົດ​ລາຍ​ງານຕິດ​ຕາມ​​ສະ​ພາບ​ເສດ​ຖະ​ກິດ​ ສປປ ລາວ ຂອງ ທະ​ນາ​ຄານ​ໂລກ ທີ່​ເຜີຍ​ແຜ່​ໃນ​ມື້​ນີ້​ໄດ້​ກ່າວ​ວ່າ: ການ​ເຕີບ​ໂຕ​ດ້ານ​ເສດ​ຖະ​ກິດ​ຢູ່​ໃນ ສ​ປ​ປ ລາວ ໄດ້​ຮັບຜົນກະທົບຫລາຍ​ຈາກພາລະໜີ້ສິນຕ່າງປະເທດ, ການໄຫຼເຂົ້າປະເທດຂອງລາຍຮັບຈາກການສົ່ງອອກທີ່ຈໍາກັດ, ອັດ​ຕາ​ເງິນ​ເຟີ້ທີ່ສູງ, ການ​ຂາດ​ແຄນ​ແຮງ​ງານ ແລະ ສະ​ພາບ​ອາ​ກາດ​ທີ່​ບໍ່​ເອື້ອ​ອຳ​ນວຍ.

ບົດ​ລາຍ​ງານ​ພາຍ​ໃຕ້​ຫົວ​ຂໍ້: ນະ​ໂຍ​ບາຍ​ການ​ເງິນ​ເພື່ອ​​ສະ​ເຖຍ​ລະ​ພາບດ້ານເສດຖະກິດມະຫາພາກ, ສະ​ແດງ​ໃຫ້​ເຫັນ​ວ່າ​ໃນ​ປີ 2023 ເສດ​ຖະ​ກິດ​ຂອງລາວ ໄດ້ຄ່ອຍໆ​ຟື້ນ​ຕົວ​ເປັນ​ກ້າວໆ​ພາຍຫຼັງ​ການ​ລະ​ບາດ​ພະ​ຍາດຂອງ​ໂຄວິດ-19 ໃນ​ປີ 2020 ໂດຍ​ຄາດ​ຄະ​ເນ​ການ​ເຕີບ​ໂຕ​ຂອງ GDP ​ເທົ່າ​ກັບ 3,7% ​ເພີ່ມ​ຂຶ້ນ​ຈາກ 2,7% ​ໃນ​ປີ 2022. ການ​ເຕີບໂຕ​ດັ່ງ​ກ່າວ​​ສ່ວນ​ໃຫຍ່​ແມ່ນ​ໄດ້ຮັບການຊຸກຍູ້ຈາກຂະແໜງ​ການ​ທ່ອງ​ທ່ຽວ, ການ​ຂົນ​ສົ່ງ ແລະ ໂລ​ຈິ​ສ​ຕິກ​ທີ່​ມີການຂະຫຍາຍຕົວ ແລະ ການ​ລົງ​ທຶນ​ຂອງ​ຕ່າງ​ປະ​ເທດ​ທີ່​ສູງ​ຂຶ້ນ ແຕ່​ວ່າ ອັດ​ຕາ​ການ​ເຕີບ​ໂຕ​ກໍ​ຍັງ​ຕ່ຳ​ກວ່າ​ອັດ​ຕາ​ທີ່​ຄາດ​ການ​ໄວ້​ກ່ອນ​ໜ້າ​ນີ້. ອັດ​ຕາ​ເງິນ​ເຟີ້​ທີ່ສູງໄດ້​ເພີ່ມ​ຄ່າ​ບໍ​ລິ​ໂພກ ແລະ ຕົ້ນທຶນການດຳ​ເນີນ​ທຸ​ລະ​ກິດ ຊຶ່ງ​ເຮັດ​ໃຫ້​ຄົວ​ເຮືອນ​ຫລຸດ​ຜ່ອນ​ຄ່າ​ໃຊ້​ຈ່າຍ​ດ້ານ​ອາ​ຫານ, ການ​ສຶກ​ສາ ແລະ ສຸ​ຂະ​ພາບ ລວມທັງຫລຸດ​ຜ່ອນ​ເງິນ​ຝາກ-ເງິນອອມ ອັນ​ເປັນ​ຜົນເຮັດ​ໃຫ້ຫຼາຍ​ຄອບ​ຄົວ​ສ່ຽງ​ຕົກ​ໄປ​ຢູ່​ໃນ​ສະ​ພາບ​ທຸກ​ຍາກ.

ເຖິງ​ແມ່ນ​ວ່າ​ລາ​ຄາ​ສິນ​ຄ້າ​ນຳ​ເຂົ້າ​ໃນ​ທົ່ວ​ໂລກ​ໄດ້​ຫລຸດ​ລົງ​ ແຕ່​ວ່າອັດ​ຕາ​ເງິນ​ເຟີ້ປະຈຸບັນ​ຢູ່ໃນ ສ​ປ​ປ ລາວ ແມ່ນ​ຍັງ​ສູງ ປະມານ 26% ໃນເດືອນ ຕຸ​ລາ 2023. ອັດ​ຕາ​ເງິນ​ເຟີ້​​ໝວດ​ອາ​ຫານ​ຢູ່​ທີ່ 29% ເຊິ່ງ​ສົ່ງ​ຜົນ​ກະ​ທົບ​ຢ່າງຫຼວງຫຼາຍ​ຕໍ່​ຄົວ​ເຮືອນ​ທຸກ​ຍາກ​ໃນ​ເຂດ​ຕົວ​ເມືອງ.  ສາຍ​ເຫດຫຼັກຂອງເງິນເຟີ້​ແມ່ນ​ຍ້ອນການ​ອ່ອນ​ຄ່າ​ຂອງ​ເງິນ​ກີບ — ໂດຍ​ສະ​ເລ່ຍ, ການ​ອ່ອນ​ຄ່າ​ຂອງ​ເງິນ​ກີບ 1% ຈະ​ເພີ່ມ​ລ​າຄາ​ສິນ​ຄ້າ​ບໍ​ລິ​ໂພກ​ເຖິງ 0,5%. ສະ​ນັ້ນ, ອັດ​ຕາ​ເງິນ​ເຟີ້​ທີ່​ສູງ​ຍັງ​ຈະ​ສືບ​ຕໍ່ ຈົນ​ກວ່າ ອັດ​ຕາ​ແລກ​ປ່ຽນ​ເງິນ​ຈະ​​ມີ​ສະ​ເຖຍ​ລະ​ພາບ.

ເງິນ​ກີບ​ໄດ້​ສືບ​ຕໍ່​ອ່ອນ​ຄ່າ​ລົງ​ໃນ​ປີ 2023 ປະມານ 29% ຕໍ່​ເງິນ​ບາດ​ໄທ ແລະ 21% ຕໍ່ເງິນ​ໂດ​ລາ​ສະ​ຫະ​ລັດ ມາ​ຮອດ​ເດືອນ​ຕຸ​ລາປີນີ້. ປັດ​ໄຈຫຼັກໆ​ແມ່ນ​ການ​ຂາດແຄນເງິນ​ຕາ​ຕ່າງ​ປະ​ເທດ​ໃນ​ປະ​ເທດ ຊຶ່ງ​ເປັນ​ຜົນ​ມາ​ຈາກ​ຄວາມ​ຈຳ​ເປັນ​ໃນການຊໍາລະ​ໜີ້​ສິນ​ຕ່າງ​ປະ​ເທດ ຄຽງ​ຄູ່​ກັບ ກະ​ແສລາຍ​ຮັບຈາກ​ການ​ສົ່ງ​ອອກ​ທີ່​ຈຳ​ກັດ. ຍ້ອນ​ມາດ​ຕະ​ການ​ເຂົ້າ​ເຖິງ​ເງິນ​ຕາ​ຕ່າງ​ປະ​ເທດ​ທີ່​ຮັດ​ກຸມ​ຂອງ​ທະ​ນາ​ຄານ ໄດ້ເຮັດ​ໃຫ້ ​ຊ່ອງວ່າງລະ​ຫວ່າງ​ອັດ​ຕາ​ແລກ​ປ່ຽນ​ເງິນ​ທາງ​ການ ແລະ ຕະຫຼາດ​ແລກ​ປ່ຽນ​ພາຍນອກ ເພີ່ມ​ຂຶ້ນ​ປະ​ມານ 15% ສຳ​ລັບ​ໂດ​ລາ ແລະ 8% ສຳ​ລັບ​ເງິນ​ບາດ​.

ທ່ານ ອາ​ແລັກ​ສ໌ ແຄ​ຣ​ເມີ, ຜູ້​ຕາງ​ໜ້າ​ ຫ້ອງ​ການ​ທະ​ນາ​ຄານ​ໂລກ​ ປະ​ຈຳ ສ​ປ​ປ ລາວ ໄດ້​ກ່າວ​ວ່າ: “ບັນຫາໜີ້​ສິນ​ຂອງ​ລັດ ໄດ້ເຮັດໃຫ້ຂາດ ສະ​ເຖຍ​ລະ​ພາບ​ດ້ານ​ເສດ​ຖະ​ກິດມະຫາຫາກ​ ແລະ ຈ່ອງດຶງການ​ເຕີບ​ໂຕ​ຂອງ ສ​ປ​ປ ລາວ. ເພື່ອ​ຟື້ນ​ຟູ​ສະ​ເຖຍ​ລະ​ພາບ​ດ້ານ​ເສດ​ຖະ​ກິດ ມັນມີຄວາມຈໍາເປັນທີ່ຕ້ອງປ່ຽນອາກອນມູນຄ່າເພີ່ມມາສູ່ອັດ​ຕາເດີມທີ່ 10%, ປັບໂຄງສ້າງອາກອນຢາສູບແລະເຫຼົ້າ​ ແລະເພີ່ມ​ລາຍ​ຮັບ​ລວມເພື່ອ​ປົກ​ປ້ອງ​ລາຍ​ຈ່າຍ​ໃນຂະແໜງສາທາ ແລະ ​ສຶກ​ສາ”.

ລັດ​ຖະ​ບານ​ໄດ້​ດຳ​ເນີນ​ມາດ​ຕະ​ການ​​ປັບ​ປຸງ​ການ​ເງິນ​ຂອງ​ຕົນ​ດ້ວຍ​ການ​ຄວບ​ຄຸມ​ລາຍ​ຈ່າຍ ແລະ ເພີ່ມ​ລາຍ​ຮັບ​ພາຍ​ໃນ ໃນ​ໄລ​ຍະ​ຫົກ​ເດືອນ​ທຳ​ອິດ​ຂອງ​ປີ 2023.  ແນວ​ໃດ​ກໍ​ຕາມ, ໃນ​ຂະ​ນະ​ທີ່​ລັດ​ຖະ​ບານ​ມີ​ລາຍ​ຮັບຫຼາຍກວ່າ​ລາຍ​ຈ່າຍ​ໃນຫົກ​ເດືອນ​ຕົ້ນ​ປີ 2023, ພາລະການຊໍາລະ​ໜີ້​ສິນ​ທີ່​ສູງໄດ້ເຮັດໃຫ້ສະ​ພາບ​ຄ່ອງດ້ານການ​ເງິນ​ຂອງ​ລັດ​ຖະ​ບານມີຂໍ້ຈຳ​ກັດ. ລາຍ​ຈ່າຍລວມຂອງ​ພາກ​ລັດ​ໃນຂະແໜງ​ສຶກ​ສາ ແລະ ສາທາ ​ໄດ້​ຫລຸດ​ລົງ​ຈາກ 4,9% ຂອງ GDP ໃນ​ປີ 2013 ​ມາ​ເປັນ 2,3% ໃນ​ປີ 2023.

ເພື່ອ​ປັບ​ປຸງ​ການ​ເກັບ​ລາຍ​ຮັບ, ບົດ​ລາຍ​ງານ​ໄດ້​ແນະ​ນຳ​ໃຫ້​ລັດຖະບານ ມານໍາໃຊ້​ອາກອນມູນຄ່າເພີ່ມໃນອັດ​ຕາເດີມທີ່ 10%, ​ປັບ​ປຸງ​ກົດ​ໝາຍ​ສົ່ງ​ເສີມ​ການ​ລົງ​ທຶນ​ເພື່ອຫັດກຸມ​ນະ​ໂຍ​ບາຍການຍົກເວັ້ນອາກອນ ແລະ ຂະ​ຫຍາຍ​ຖານ​ອາ​ກອນ, ​ປະຕິຮູບໂຄງສ້າງ ແລະ ອັດຕາອາກອນຊົມໃຊ້ ແລະ ສ້າງ​ຄວາມ​ເຂັ້ມ​ແຂງ​ໃນ​ການ​​ຄຸ້ມ​ຄອງ​ຜູ້ເສຍ​ອາ​ກອນ​ລາຍ​ໃຫຍ່.

ການ​ເຕີບ​ໂຕ​ດ້ານ​ເສດ​ຖະ​ກິດ​ແມ່ນ​ຄາດ​ວ່າ​ຈະໄວ​ຂຶ້ນ​ໂດຍ​ສະ​ເລ່ຍ 4,2% ໃນ​ໄລ​ຍະ​ກາງ ໂດຍການຊຸກຍູ້ຈາກ​ຂະ​ແໜງ​ບໍ​ລິ​ການ ແລະ ການ​ສົ່ງ​ອອກ ຍ້ອນ​ຄວາມ​ຕ້ອງ​ການ​ຂອງຕະຫຼາດ​ໂລກ​ທີ່​ຂະ​ຫຍາຍ​ໂຕ ບວກ​ກັບການ​ເຊື່ອມ​ໂຍງ​ ແລະ ການ​ບໍ​ລິ​ການດ້ານ​ໂລ​ຊິ​ສ​ຕິກ​ຂອງ​ປະ​ເທດ​ທີ່​ໄດ້​ຮັບ​ການ​ປັບ​ປຸງ​ດີ​ຂຶ້ນ. ແນວ​ໃດ​ກໍ​ຕາມ, ເງິນ​ກີບ​ຍັງມີ​ທ່າ​ອ່ຽງ​​​ຖືກ​ກົດ​ດັນ​ຍ້ອນ​ການ​ນຳ​ເຂົ້າ​ທີ່​ສູງ ແລະ ການຊໍາລະ​ໜີ້​ສິນ​ທີ່​ຍັງໜັກໜ່ວງ, ໃນ​ຄະນະ​ທີ່​ກະ​ແສ​ທຶນ​ໄຫຼເຂົ້າ​ປະ​ເທດ​​ຍັງມີຈຳ​ກັດ ຊຶ່ງເຮັດ​ໃຫ້ອັດ​ຕາ​ເງິນ​ເຟີ້​ຍັງ​ຄົງ​ຢູ່​ໃນ​ອັດ​ຕາ​ສອງ​ຕົວ​ເລກ ໃນ​ປີ 2024. ນັ້ນ​ໝາຍ​ວ່າ ລາຍ​ໄດ້​ຄົວ​ເຮືອນ​ຍັງ​ຈະ​ສືບ​ຕໍ່​ໄດ້​ຮັບ​ຜົນ​ກະ​ທົບ ແລະ ຄວາມ​ຄືບ​ໜ້າ​ໃນ​ການ​ຫລຸດ​ຜ່ອນ​ຄວາມ​ທຸ​ກ​ຍາກ ກໍ​ຍັງ​ຈະ​ສືບ​ຕໍ່​ຢູ່​ໃນ​ຈັງ​ຫວະ​ທີ່ຊັກ​ຊ້າ.

ທະ​ນາ​ຄານ​ໂລກ​ພິມ​ເຜີຍ​ແຜ່ ບົດ​ລາຍ​ງານ​ຕິດ​ຕາມ​ສະ​ພາບ​ເສດ​ຖະ​ກິດ​ຂອງ ສ​ປ​ປ ລາວ ສອງ​ຄັ້ງ​ຕໍ່​ປີ.

ເລກທີ ບົດອອກຂ່າວ: 2024/019/EAP

ລາຍ​ຊື່

Vientiane
Aiden Glendinning
External Affairs Officer
+856 21 266278

Blogs

    loader image

WHAT'S NEW

    loader image