Skip to Main Navigation
ບົດອອກຂ່າວ25 ຕ.ລ. 2023

ທະນາຄານໂລກ, ສປປ ລາວ ເປີດໂຕໂຄງການປັບປຸງຄຸນນະພາບ, ການນໍາໃຊ້ສະຖິຕິແຫ່ງຊາດ

ສູນສະຖິຕິແຫ່ງຊາດ ແລະທະນາຄານໂລກ ໄດ້ຮ່ວມກັນຈັດພິທິເປີດໂຄງການສ້າງຄວາມອາດສາມາດລະບົບສະຖິຕິແຫ່ງຊາດ ໄລຍະ II ເພື່ອຍົກລະດັບລະບົບສະຖິຕິແຫ່ງຊາດ ແລະ ເພີື່ມທະວີການເຜີຍແຜ່ຂໍ້ມູນສະຖິຕິເຂົົ້າໃນການຄົົ້ນຄວ້າ ແລະວາງແຜນນະໂຍບາຍ.

ໂຄງການສ້າງຄວາມອາດສາມາດລະບົບສະຖິຕິແຫ່ງຊາດ ຈະຊ່ວຍສະໜັບສະໜູນສູນສະຖິຕິແຫ່ງຊາດ ໃຫ້ສາມາດຕອບສະໜອງ ຄວາມຕ້ອງການຕໍ່ຂໍ້ມູນສະຖິຕິິທີື່ເພີື່ມຂຶົ້ນໃຫ້ມີຄຸນນະພາບ ເພື່ອນໍາໃຊ້ເຂົົ້າໃນສ້າງນະໂຍບາຍ, ການຕິດຕາມ ແລະ ການປະເມີນການຈັດຕັົ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງລັດຖະບານ. ໂຄງການຈະລົງເລິກສະໜັບສະໜູນ ໃຫ້ມີ ຂໍ້ມູນທັນເວລາ ເພື່ຶືອ ໃຫ້ສາມາດຕອບສະໜອງຂໍ້ມູນທ່ວງທັນກັບຕອບສະໜອງຄວາມຕ້ອງການຟຶ້ນໂຕຈາກສະພາບວິກິດການເສດຖະກິດມະຫາພາກໃນປັດຈຸບັນ. ໃນໄລຍະຍາວ, ໂຄງການຈະສະໜັບສະໜູນການສ້າງລະບົບເຊື່ອມໂຍງ ຂໍ້ມູນສະຖິຕິເສດຖະກິດມະຫາພາກ ເພື່ອຊ່ວ ລັດຖະບານໃນການຕັດສິນ ໃຈການລົງທຶນ ແລະ ການວາງແຜນນະໂຍບາຍການເງິນ ແລະ ການດຸນດຽງໜີ້ສິນ. 

ທ່ານ ອາເລັກ ເຄລເມີ ຫົວໜ້າ ຫ້ອງການທະນາຄານໂລກປະຈໍາ ສປປ ລາວ ກ່າວວ່າ “ລັດຖະບານ, ບັນດາຫົວໜ່ວຍທຸລະກິດ ແລະ ພາກສ່ວນອົງການພັດທະນາ ລ້ວນແຕ່ຕ້ອງການຂໍ້ມູນສະຖິຕິິທີື່ເຊື່ອຖືໄດ້ ເພື່ອຊ່ວຍໃນການຕັດສິນໃຈທີ່ມີປະສິດທິພາບ” ແລະ "ການຕັດສິນໃຈນັ້ນ, ແມ່ນມີຜົນກະທົບຕໍ່ ຊີວິດ ແລະການດໍາລົງຊີວິດຂອງທຸກໆຄົນ, ຍ້ອນແນວນັ້ນ ຂໍ້ມູນທີ່ມີຄຸນນະພາບ ແລະ ທັນຕໍ່ເວລາຈຶື່ງມີີຄວາມສໍາຄັນຢ່າງຍິ່ງ." 

ຄຽງຄູ່ກັບຜົນສໍາເລັດຫຼາຍດ້ານ, ວຽກງານສະຖິຕິຂອງ ສປປ ລາວ ຖ້າທຽບໃສ່ປະເທດອ້ອມຂ້າງເຫັນວ່າ ຍັງບໍ່່ໄດ້ດີເທົົ່າທີື່ຄວນ. ຕ້ອງໄດ້ສຸມໃສ່ປັບປຸງ ການເຜີຍແຜ່ ແລະ ການເຊື່ຶອມໂຍງຂໍ້ມູນສະຖິຕິຈາກແຕ່ລະຂະແຫນງການ ທີື່ມີຄວາມຈໍາເປັນໃນການນໍາໃຊ້ຂອງລັດຖະບານ. ການສໍາຫຼວດສະຖິຕິໂລກຍັງຊີົ້ໃຫ້ເຫັນຈຸດອ່ອນຄົງຄ້າງໃນການຈັດຕັົ້ງປະຕິບັດການສໍາຫຼວດໃຫຍ່, ການເກັບຂໍ້ມູນລາຍງານບໍລິຫານ ແລະ ຂໍ້ມູນພູມສັນຖານ ແລະ ວິທີການສັງລວມຂໍ້ມູນສະຖິຕິໃນສປປ ລາວ. 

ໂຄງການສະໜັບສະໜູນການສ້າງຄວາມອາດສາມາດໃຫ້ແກ່ອົງກອນສະຖິຕິ ແລະ ຄວາມອາດສາມາດໃນການຄຸ້ມຄອງບໍລິຫານໂຄງການ ໃຫ້ແກ່ສູນສະຖິຕິແຫ່ງຊາດ ເພື່ຶືຶືຶືອ ໃຫ້ສາມາດເປັນໃຈກາງໃນການປະສານງານປັບປຸງ ການຜະລິດ, ຄຸນນະພາບ ແລະ ການນໍາໃຊ້ຂໍ້ມູນສະຖິຕິ ໃນທົົ່ວລະບົບລັດຖະບານ. ການຈັດຕັົ້ງປະຕິບັດນີົ້ແມ່ນແນ່ໃສ່ຊຸກຍູ້ການຕິດຕາມການຈັດຕັົ້ງປະຕິບັດແຜນພັດທະນາເສດຖະກີດ-ສັງຄົມ 5 ປີ ຄັົ້ງທີ IX, ການປະຕິບັດເປົ້າໝາຍພັດທະນາແບບຍືນຍົງ SDG ຂອງອົງການສະຫະປະຊາຊາດ, ນອກນັ້ນ ຍັງຊ່ວຍສະໜັບສະໜູນວຽກງານບົດບາດຍິງ-ຊາຍ ໂດຍສະເພາະການຕິດຕາມຄວາມຄືບຫນ້າໃນການປັບປຸງສະພາບຄວາມເປັນຢູ່ຂອງແມ່ຍິງ ແລະ ເດັກ. 

ທ່ານ ນ. ພອນສະຫລີ ສຸກສະຫວັດ, ຫົວໜ້າສູນສະຖິຕິແຫ່ງຊາດ, ກະຊວງແຜນການ ແລະ ການລົງທຶນ ໄດ້ກ່າວວ່າ "ສປປ ລາວນັບມື້ນັບເປີດກ້ວາງການເຊື່ອມໂຍງກັບພາກພື້ນ ແລະສາກົນ ທາງດ້ານການຄ້າ ແລະບັນດາອົງການ, ເສດຖະກິດບໍ່ມີພົມແດນ ແລະປ່ຽນແປງຢ່າງສັບສົນ” “ອີງໃສ່ສະພາບການນີົ້, ຂໍ້ມູນ ແລະຫຼັກຖານ ແມ່ນມີຄວາມສໍາຄັນຫຼາຍໃນການຊ່ວຍເປັນບ່ອນອີງໃນການຕັດສີນໃຈ. ໂຄງການນີ້ຈະຊ່ວຍສູນສະຖິຕິແຫ່ງຊາດ ໃນການປະຕິບັດການຜະລິດສະຖິຕິຕາມມາດຖານສາກົນ ເປັນຕົົ້ນແມ່ນ ສະຖິຕິການບັນຊີແຫ່ງຊາດ, ດຸນການຊໍາລະລະຫວ່າງປະເທດ, ສະຖິຕິການເງິນ ແລະໜີ້ສິນ”. 

ຜົນໄດ້ຮັບຂອງໂຄງການ ຈະວັດແທກໂດຍການຜະລິດຂໍ້ມູນສະຖິຕິ, ຄຸນນະພາບ ແລະ ການນໍາໃຊ້ຂໍ້ມູນເສດຖະກິດ ຕົົ້ນຕໍ , ແລະ ສະຖິຕິເສດຖະກິດ ແລະ ສັງຄົມ. ເປັນຕົົ້ນແມ່ນ ລວມຍອດຜະລິດຕະພັນພາຍໃນ (GDP), ດັດຊະນີລາຄາຜູ້ຊົມໃຊ້ (CPI), ດຸນການຊໍາລະກັບລະຫວ່າງຕ່າງປະເທດ (BOP), ສະຖິຕິປະຊາກອນ ແລະ ຂໍ້ມູນຄວາມທຸກຍາກ. ໂຄງການດັ່ງກ່າວໄດ້ຮັບທຶນກູ້ຢືມຈາກອົງການການພັດທະນາສາກົນ IDA ຂອງທະນາຄານໂລກຈໍານວນ 21 ລ້ານໂດລາສະຫະລັດ.

ອັດເດດທີ່ຜ່ານມາ: Oct 25,2023

ເລກທີ ບົດອອກຂ່າວ: 2023/060/EAP

ລາຍ​ຊື່

Vientiane
Aiden Glendinning
External Affairs Officer
+856 21 266278

Blogs

    loader image

WHAT'S NEW

    loader image