Skip to Main Navigation
ບົດອອກຂ່າວ21 ກ.ຍ. 2022

ແລວທາງເສດຖະກິດເພື່ອການຊຸກຍູ້ ແລະ ສົ່ງເສີມທາງດ້ານການຄ້າ ແລະ ການເຕີບໂຕທາງດ້ານເສດຖະກິດໃນຂົງເຂດພາກພື້ນ ໂດຍຜ່ານ ສປປ ລາວ

ທີ່ນະຄອນຫຼວງວຽງຈັນ, ວັນທີ 21 ກັນຍາ 2022 – ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຈັດກອງປະຊຸມສຳມະນາ ກ່ຽວກັບ ການລິເລີ່ມຈັດຕັັ້ງປະຕິບັດ ໂຄງການພັດທະນາຕາມແລວທາງເສດຖະກິດອາຊີ ຕາເວັນອອກສ່ຽງໃຕ້ເພື່ອການຊື່ອມຈອດ-ເຊື່ອມໂຍງ (Southeast Asia Regional Economic Corridor and Connectivity Project), ແນ່ໃສ່ປັບປຸງການຂົນສົ່ງທີ່ມີຄວາມຄົງທົນຕໍ່ກັບສະພາບດິນຟ້າອາກາດ ແລະ ປັບປຸງການຄ້າໃນຂົງເຂດພາກພື້ນ ຕາມແລວທາງທິດຕາເວັນອອກ-ຕາເວັນຕົກ ໂດຍຜ່ານພາກເໜືອຂອງ ສປປ ລາວ.

ໂຄງການດັ່ງກ່າວ ແມ່ນຈະປະກອບສ່ວນເຂົ້າໃນການຈັດຕັ້ງ ແຜນແມ່ບົດໃນການເຊື່ອມຈອດ-ເຊື່ອມໂຍງຂອງ ອາຊຽນ (ASEAN) ດ້ວຍການຍົກລະດັບເສັ້ນທາງເລກ 2 (NR2), ເຊິ່ງເປັນເສັ້ນທາງທີ່ເຊື່ອມຈອດລະຫວ່າງປະເທດໄທ, ລາວ ແລະ ຫວຽດນາມ ຈາກທິດຕາເວັນອອກ - ຕາເວັນຕົກ, ເພື່ອເຊື່ອມສານເຂົ້າກັບແລວເສດຖະກີດເໜືອ-ໃຕ້ ໃນຂົງເຂດພາກພື້ນອາຊີຕາເວັນອອກສ່ຽງໃຕ້. ການອອກແບບພື້້ນຖານໂຄງລ່າງນີ້ ຈະໄດ້ຄຳນືງເຖີງຄວາມຄົງທົນຕໍ່ຜົນກະທົບຈາກການປ່ຽນແປງຂອງສະພາບດີນຟ້າ ອາກາດ ເຊັ່ນ ພາຍຸ, ນ້ຳຖ້ວມ ແລະ ດິນເຈື່ອນ.

ນອກຈາກນີ້, ໂຄງການຍັງມີແຜນງານອື່ນໆອີກ ເຊິ່ງລວມເຖິງການປັບປຸງທ່າບົກ, ຕະຫຼາດ, ສະຖານນີພັກລົດບັນທຸກສິນຄ້າ ແລະ ຍັງເປັນສະຖານທີ່ ທີ່ຊາວກະສິກອນສາມາດຂົນສົ່ງຜົນຜະລິດຂອງເຂົາເຈົ້າອອກສູ່ຕະຫຼາດສູນກາງ ແລະ ຕ່າງປະເທດໄດ້. ຈຸດປະສົງຫຼັກອີກຢ່າງໜຶ່ງ ກໍ່ແມ່ນເພື່ອປັບປຸງຄວາມສາມາດຂອງຜູ້ລົງທຶນຂະໜາດນ້ອຍພາຍໃນທ້ອງຖິ່ນໃຫ້ສາມາດຄ້າຂາຍ ແລະ ເຂົ້າເຖິງຕະຫຼາດສິນຄ້າໄດ້ໂດຍຜ່ານເຄື່ອຂ່າຍການຂົນສົ່ງແຫ່ງໃໝ່ນີ້.

“ພວກເຮົາໄດ້ເຫັນ ໂຄງລ່າງການຂົນສົ່ງແຕ່ພາກເໜືອ ຫາ ພາກກາງຂອງປະເທດໄດ້ຖືກປັບປຸງຢ່າງຫຼວງຫຼາຍ,” ກ່າວໂດຍ ທ່ານ ວຽງສະຫວັດ ສີພັນດອນ, ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ. “ເຖິງຢ່າງໃດກໍ່ຕາມ, ຖ້າການເຊື່ອມໂຍງລະຫວ່າງແລວທາງຫລັກກັບພຶ້ນທີ່ການຜະລິດ ແລະ ຊຸມຊົນໃນຊົນນະບົດ ບໍ່ໄດ້ຮັບການພັດທະນາ, ປະຊາຊົນທີ່ຢູ່ພາຍໃນທ້ອງຖີ່ນຕ່າງໆກໍ່ຈະບໍ່ສາມາດໄດ້ຮັບຜົນປະໂຫຍດຈາກແລວທາງການຂົນສົ່ງແຫ່ງໃໝ່ນີ້ໄດ້ເທົ່າທີ່ຄວນ. ເພາະສະນັ້ນ, ວຽກງານທີ່ຈະປະຕິບັດພາຍໃຕ້ໂຄງການນີ້ຖືວ່າເປັນການລົງທຶນທີ່ສຳຄັນສຳລັບພວກເຮົາ. “

ທ່ານ ອາເລັກສ໌ ເຄຼມເມີ, ຫົວໜ້າຫ້ອງການທະນາຄານໂລກແຫ່ງ ສປປ ລາວ ເຫັນດີຕໍ່ກັບຄໍາຄິດເຫັນຂອງ ທ່ານ ລັດຖະມົນຕີ ທີ່ໄດ້ຂ່າວມາຂ້າງເທິງ, ພ້ອມທັງກ່າວເພິີ່ມເຕີມອີກວ່າ, “ເຖິງແມ່ນວ່າການເຊື່ອມໂຍງຂອງການຂົນສົ່ງດັ່ງກ່າວຈະເປັນສິ່ງທີ່ສຳຄັນ, ແຕ່ກໍ່ຍັງບໍ່ພຽງພໍ. ເພື່ອເຮັດໃຫ້ສປປລາວສາມາດເກັບກ່ຽວຜົນປະໂຫຍດຈາກທີ່ຕັ້້ງພື້ນທີ່ເປັນຍຸດທະສາດນີ້ ແມ່ນມີຄວາມຈຳເປັນຕ້ອງມີການບໍລິການທາງດ້ານໂລຈິດສະຕິກທີ່ມີປະສິດທິຜົນ, ອຸດສາຫະກຳການຂົນສົ່ງທີ່ມີການແຂ່ງຂັນແລະມີປະສິດທິຜົນ, ການຄຸ້ມຄອງບໍລິຫານວຽກງານການຂ້າມດ່ານທີ່ດີ, ແລະ ຕານາ່ງເສັ້ນທາງເຊື່ອມຈອດກັບທ້ອງຖີ່ນທີ່ມີຄຸນນະພາບໃ  ເຊິ່ງໂຄງການນີ້ ຈະຊ່ວຍລັດຖະບານໃນການປັບປຸງວຽກງານໃນຂົງເຂດດັ່ງກ່າວ”.

ເສັ້ນທາງເລກ 2 ທີ່ມີຄວາມຍາວປະມານ 300ກມ ແມ່ນເປັນສ່ວນນື່ງຂອງເສັ້ນທາງຫຼວງອາຊີເລກ 13 (Asian highway 13), ຊື່ງຈະເຊື່ອມດ່ານ ຫ້ວຍໂກນ-ນໍ້າເງິນ ທີ່ຊາຍແດນປະເທດໄທ ຫາ ດ່ານ ປາງຮົກ-ໄຕຢາງ ທີ່ຊາຍແດນປະເທດຫວຽດນາມ. ເສັ້ນທາງດັ່ງກ່າວນີ້ຍັງໄດ້ຕັດຜ່ານ ເສັ້ນທາງລົດໄຟລາວ-ຈີນ ຢູ່ທີ່ແຂວງອຸດົມໄຊ, ເຊິ່ງເປັນການສ້າງໂອກາດໃນການເຊື່ອມໂຍງດ້ານການຂົນສົ່ງລະຫວ່າງ ຈີນ, ລາວ, ໄທ ແລະ ຫວຽດນາມ. ໂຄງການດັ່ງກ່າວຈະຊ່ວຍປັບປຸງ ແລະ ຂະຫຍາຍຫນ້າທາງ ທາງເລກ 2 ເພື່ອໃຫ້ໄດ້ມາດຕະຖານຂອງເສັ້ນທາງຫຼວງ ອາຊີ (Asian highway), ພ້ອມທັງ ໃຫ້ມີຄວາມປອດໄພ ແລະ ຄົງທົນຕໍ່ການປ່ຽນແປງທາງດ້ານສະພາບດິນຟ້າອາກາດ.

ນອກຈາກນັ້ນໂຄງການຍັງຈະຊ່ວຍປັບປຸງບັນດາເສັ້ນທາງທ້ອງຖິ່ນໃນແຂວງ ຫຼວງນ້ຳທາ, ຫຼວງພະບາງ, ອຸດົມໄຊ, ຜົ້ງສາລີ ແລະ ໄຊຍະບູລີ. ໃນຂະນະດຽວກັນ ກໍ່ຍັງມີບາງອົງປະກອບຂອງໂຄງການ ແນ່ໃສ່ປັບປຸງສີ່ງອຳນວຍຄວາມສະດວກໃນການຂ້າມດ່ານ - ເຊິ່ງປະກອບມີການນຳໃຊ້ລະບົບດິຈິຕອລ ເຂົ້າໃນການຄຸ້ມຄອງດ່ານຢ່າງມີປະສິດທິພາບ, ເສີມສ້າງຄວາມອາດສາມາດຂອງອົງກອນ ແລະ ລະບຽບການຕ່າງໆຂອງພາກສ່ວນການຄ້າກະສິກຳ, ການຂົນສົ່ງຫລາຍຮູບແບບ, ແລະ ການວາງແຜນການລົງທຶນໃນຂັ້ນສູນກາງ ແລະ ທ້ອງຖິ່ນ. ພ້ອມດຽວກັນນີ້, ທາງທີມງານຂອງໂຄງການຍັງຈະໄດ້ລົງໂຄສະນາເຜີຍແຜ່ກ່ຽວກັບການຕໍ່ຕ້ານການຄ້າມະນຸດ; ພະຍາດຕິດຕໍ່; ການຂັບຂີ່ປອດໄພ; ການກົດຂີ່ຂົ່ມເຫັງ ແລະ ການລ່ວງລະເມີດທາງເພດ.

ໂຄງການດັ່ງກ່າວຈະໄດ້ຮັບການຈັດຕັ້ງປະຕິບັດຜ່ານ ກະຊວງ ໂຍທາທິການ ແລະ ຂົນສົ່ງ ໂດຍການຮ່ວມມືຈາກອຳນາດການປົກຄອງທ້ອງຖິ່ນ, ກະຊວງການເງິນ, ກະຊວງ ກະສິກຳ ແລະ ປ່າໄມ້, ກະຊວງແຜນການ ແລະ ການລົງທຶນ, ແລະ ກະຊວງອຸດສາຫະກຳ ແລະ ການຄ້າ. ນອກຈາກນີ້, ລັດຖະບານອົສຕາລີ້ຍັງຈະໄດ້ສົມທົບທຶນເພີ່ມເຕີມເປັນຈຳນວນ 10 ລ້ານໂດລ້າອົສຕາລີ້. ການຈັດຕັ້ງປະຕີບັດໂຄງການດັ່ງກ່າວນີ້ ຄາດວ່າຈະສຳເລັດພາຍໃນເດືອນ ພຶດສະພາ 2028.   

ເລກທີ ບົດອອກຂ່າວ: 2023/012/EAP

ລາຍ​ຊື່

Aiden Glendinning
+856 21 266278

Blogs

    loader image

WHAT'S NEW

    loader image