Skip to Main Navigation
ບົດອອກຂ່າວ18 ພ.ພ. 2022

ໂຄງການແລວທາງເສດຖະກິດໃໝ່ ເພື່ອການຊຸກຍູ້ ແລະ ສົ່ງເສີມທາງດ້ານການຄ້າ ແລະ ການເຕີບໂຕທາງດ້ານເສດຖະກິດໃນຂົງເຂດພາກພື້ນ ໂດຍຜ່ານ ສປປ ລາວ

ທີ່ນະຄອນຫຼວງວຽງຈັນ, ວັນທີ 18 ພຶດສະພາ 2022 – ຄະນະຜູ້ບໍລິຫານຂອງ ທະນາຄານໂລກ ໄດ້ອະນຸມັດງົບປະມານ ຈຳນວນ 132 ລ້ານໂດລ້າສະຫະລັດ ເພື່ອຈັດຕັ້ງປະຕິບັດ ໂຄງການພັດທະນາຕາມແລວທາງເສດຖະກິດອາຊີຕາເວັນອອກສ່ຽງໃຕ້ ແລະການເຊື່ອມຈອດ-ເຊື່ອມໂຍງ (Southeast Asia Regional Economic Corridor and Connectivity Project), ແນ່ໃສ່ປັບປຸງການຂົນສົ່ງທີ່ມີຄວາມຄົງທົນຕໍ່ກັບສະພາບດິນຟ້າອາກາດ ແລະ ປັບປຸງການຄ້າໃນຂົງເຂດພາກພື້ນ ຕາມແລວທາງທິດຕາເວັນອອກ-ຕາເວັນຕົກ ໂດຍຜ່ານພາກເໜືອຂອງ ສປປ ລາວ.

ໂຄງການດັ່ງກ່າວ ແມ່ນຈະປະກອບສ່ວນເຂົ້າໃນການຈັດຕັ້ງ ແຜນແມ່ບົດໃນການເຊື່ອມຈອດ-ເຊື່ອມໂຍງຂອງ ອາຊຽນ (ASEAN) ດວ້ຍ ການຍົກລະດັບເສັ້ນທາງເລກ 2 (NR2), ເຊິ່ງເປັນເສັ້ນທາງທີ່ເຊື່ອມຈອດລະຫວ່າງປະເທດໄທ, ລາວ ແລະ ຫວຽດນາມ ຈາກທິດຕາເວັນອອກ - ຕາເວັນຕົກ, ເພື່ອເຊື່ອມສານເຂົ້າກັບແລວເສດຖະກີດເໜືອ-ໃຕ້ ໃນຂົງເຂດພາກພື້ນອາຊີຕາເວັນອອກສ່ຽງໃຕ້. ນອກຈາກນີ້ ໂຄງການຍັງຈະຊ່ວຍ ການພັດທະນາ ສີ່ງອຳນວຍຄວາມສະດວກທາງດ້ານໂລຂີດສະຕີກ ເຊັ່ນ ທ່າບົກ,  ຕະຫຼາດຊື້-ຂາຍສິນຄ້າ,  ສາງສິນຄ້າ, ແລະ ສູນລວມສິນຄ້າຂອງຊາວກະສິກອນເພື່ອສົ່ງອອກສູ່ຕະຫຼາດພາຍໃນ ແລະ ຕ່າງປະເທດ. ການອອກແບບ ພື້້ນຖານໂຕງລ່າງນີ້ ຈະໄດ້ຕຳນືງເຖີງຄວາມຄົງທົນຕໍ່ຜົນກະທົບຈາກການປຽ່ນແປງຂອງສະພາບດີຟ້າ ອາກາດ ເຊັ່ນ ພາຍຸ, ນ້ຳຖ້ວມ ແລະ ດິນເຈື່ອນ.

ທ່ານ ອາເລັກສ໌ ເຄຼມເມີ, ຫົວໜ້າຫ້ອງການທະນາຄານໂລກແຫ່ງ ສປປ ລາວ ໄດ້ກ່າວວ່າ. “ມັນມີຄວາມສຳຄັນຫລາຍທີ່ປະຊາຊົນຢູ່ທ້ອງຖີ່ນສາມາດເຂົ້້າເຖີງ ແລະ ນຳໃຊ້ການບໍລີການຈາກພື້ນຖານໂຄງລ່າງການຂົນສົ່ງຂະຫນາດໃຫຍ່ເພື່ອໃຫ້ໄດ້ຮັບຜົນປະໂຫຍດທາງດ້ານເສດຖະກິດຕໍ່ເຂົາເຈົ້າ. ໂຄງການແລວທາງເສດຖະກິດນີ້ ບໍ່ພຽງແຕ່ຈະຊ່ວຍໃນການຍົກລະດັບເສັ້ນທາງໃນຂົງເຂດພາກພື້ນເທົ່ານັ້ນ, ແຕ່ຍັງຈະຊ່ວຍເຫຼືອປະຊາຊົນໃນການຜະລິດສິນຄ້າ ແລະ ການເຂົ້າເຖິງຕະຫຼາດໄດ້ກວ້າງຂຶ້ນ. 

ເສັ້ນທາງເລກ 2 ທີ່ມີຄວາມຍາວປະມານ 300ກມ ແມ່ນເປັນສ່ວນນື່ງຂອງເສັ້ນທາງຫຼວງອາຊີເລກ 13 (Asian highway 13), ຊື່ງຈະເຊື່ອມດ່ານ ຫ້ວຍໂກນ-ນ້ຳເງິນ ທີ່ຊາຍແດນປະເທດໄທ ຫາ ດ່ານ ປາງຮົກ-ໄຕຢາງ ທີ່ຊາຍແດນປະເທດຫວຽດນາມ. ເສັ້ນທາງດັ່ງກ່າວນີ້ຍັງໄດ້ຕັດຜ່ານ ເສັ້ນທາງລົດໄຟລາວ-ຈີນ ຢູ່ທີ່ແຂວງອຸດົມໄຊ, ເຊິ່ງເປັນການສ້າງໂອກາດໃນການເຊື່ອມໂຍງດ້ານການຂົນສົ່ງລະຫວ່າງ ຈີນ, ລາວ, ໄທ ແລະ ຫວຽດນາມ. ໂຄງການດັ່ງກ່າວຈະຊ່ວຍປັບປຸງ ແລະ ຂະຫຍາຍຫນ້າທາງ ທາງເລກ 2 ເພື່ອໃຫ້ໄດ້ມາດຕະຖານຂອງເສັ້ນທາງຫຼວງ ອາຊີ (Asian highway), ພ້ອມທັງ ໃຫ້ມີຄວາມປອດໄພ ແລະ ຄົງທົນຕໍ່ການປ່ຽນແປງທາງດ້ານສະພາບດິນຟ້າອາກາດ.

ນອກຈາກນັ້ນໂຄງການຍັງຈະຊ່ວຍປັບປູງບັນດາເສັ້ນທາງທ້ອງຖິ່ນໃນແຂວງ ຫຼວງນ້ຳທາ, ຫຼວງພະບາງ, ອຸດົມໄຊ, ຜົ້ງສາລີ ແລະ ໄຊຍະບູລີ,ປັບປຸງ ດ່ານຊາຍແດນແລະ ສີ່ງອຳນວຍຄວາມສະດວກໃນການຂ້າມດ່ານ - ເຊິ່ງປະກອບມີການນຳໃຊ້ລະບົບດິຈິຕອລ ເຂົ້າໃນການຄູ້ມຄອງດ່ານຢ່າງມີປະສິດທິພາບ, ເສີມສ້າງຄວາມອາດສາມາດຂອງອົງກອນ ແລະ ລະບຽບການຕ່າງໆຂອງພາກສ່ວນການຄ້າກະສິກຳ, ການຂົນສົ່ງຫລາຍຮູບແບບ, ແລະ ການວາງແຜນການລົງທຶນໃນຂັ້ນສູນກາງ ແລະ ທ້ອງຖິ່ນ.   

ເປົ້າໝາຍອີກຢ່າງໜຶ່ງຂອງໂຄງການແນ່ໃສ່ສົ່ງເສີມຄວາມສາມາດຂອງຜູ້ຜະລີດກະສຳກຳຂະຫນາດນ້ອຍ ເພື່ອໃຫ້ສາມາດຜະລິດສິນຄ້າໄດ້ຫລາຍຂື້ນ ແລະ ສາມາດຊື້-ຂາຍຜ່ານເຄືອຄ່າຍການຂົນສົ່ງແຫ່ງໃໝ່ນີ້ມ ຊື່ງມັນຈະເປັນການນຳໃຊ້ປະໂຫຍດສູງສຸດຈາກການເຊື່ອມໂຍງໃນພາກພື້ນໄດ້. ພ້ອມດຽວກັນນີ້, ທາງທີມງານຂອງໂຄງການຍັງຈະໄດ້ລົງໂຄສະນາເຜີຍແຜ່ກ່ຽວກັບບັນຫາການຄ້າມະນຸດ; ພະຍາດຕິດຕໍ່; ການຂັບຂີ່ປອດໄພ; ການກົດຂີ່ຂົ່ມເຫັງ ແລະ ການລ່ວງລະເມີດທາງເພດ.

ໂຄງການດັ່ງກ່າວຈະໄດ້ຮັບການຈັດຕັ້ງປະຕິບັດຜ່ານ ກະຊວງ ໂຍທາທິການ ແລະ ຂົນສົ່ງ ໂດຍການຮ່ວມມືຈາກອຳນາດການປົກຄອງທ້ອງຖິ່ນ, ກະຊວງການເງິນ, ກະຊວງ ກະສິກຳ ແລະ ປ່າໄມ້, ກະຊວງແຜນການ ແລະ ການລົງທຶນ, ແລະ ກະຊວງອຸດສາຫະກຳ ແລະ ການຄ້າ. ນອກຈາກນີ້, ລັດຖະບານອົສຕາລີ້ຍັງຈະໄດ້ສົມທົບທຶນເພີ່ມເຕີມເປັນຈຳນວນ 10 ລ້ານໂດລ້າອົສຕາລີ້. ການຈັດຕັ້ງປະຕີບັດໂຄງການດັ່ງກ່າວນີ້ ຄາດວ່າຈະສຳເລັດພາຍໃນເດືອນ ພຶດສະພາ 2028.   

ເລກທີ ບົດອອກຂ່າວ: 2022/079/EAP

ລາຍ​ຊື່

In Washington:
Nick Keyes
+1 202 473-9135
In Vientiane:
Aiden Glendinning
+856 20 57771301

Blogs

    loader image

WHAT'S NEW

    loader image