col-xs-12
col-sm-12
col-md-1
col-lg-1
col-xs-12
col-sm-12
col-md-8
col-lg-8
col-xs-12
col-sm-12
col-md-3
col-lg-3
col-xs-12
col-sm-12
col-md-1
col-lg-1
col-xs-12
col-sm-12
col-md-7
col-lg-7
  • add-style
  • font-medium
  • lp-body-content

ທີ່ນະຄອນວຽງຈັນ ວັນທີ 19 ພະຈິກ 2021 -ອີງຕາມບົດສໍາຫຼວດກ່ຽວກັບບັນຫາການເພີ່ມຂຶ້ນຂອງອຸບັດຕິເຫດ ທາງຫຼວງພາຍໃນປະເທດ, ປະມານ 75% ຂອງຜູ້ຂັບຂີ່ໃນນະຄອນຫຼວງວຽງຈັນລະເມີດຄວາມໄວທີ່ກຳນົດຢ່າງເປັນປະຈໍາ ແລະ ໜຶ່ງສ່ວນສາມຂອງຜູ້ຂັບຂີ່ລົດຈັກ ຕອນກາງຄືນ ມີການດື່ມສິ່ງມຶນເມົາ,.

ອີງຕາມການສໍາຫຼວດຈາກກົມຂົນສົ່ງ ແລະ ກົມຕໍາຫຼວດຈາລະຈອນ ເຊິ່ງໄດ້ຮັບການສະໜັບສະໜູນດ້ານວິຊາການ ແລະ ງົບປະມານ ຈາກທະນາຄານໂລກ, ການນໍາໃຊ້ໝວກກັນກະທົບໃນເວລາຂັບຂີ່ຍັງມີຈຳນວນໜ້ອຍ ແລະ ເປັນພຶດຕິກຳສ່ຽງຂອງບັນດາຜູ້ຂັບຂີ່ທີ່ເຫັນໄດ້ໂດຍທົ່ວໄປ ເຊິ່ງເປັນສາເຫດທີ່ເຮັດໃຫ້ຈຳນວນອຸບັດຕິເຫດ ແລະ ອັດຕາການເສຍຊີວິດເພີ່ມຂຶ້ນທຸກໆປີ. ບົດສໍາຫຼວດດັ່ງກ່າວ ຍັງລວບລວມເອົາຂໍ້ມູນທີ່ໄດ້ຈາກການສຳພາດຜູ້ລອດຊີວິດຈາກອຸບັດຕິເຫດ. ເປົ້າໝາຍຂອງບົດສຳຫຼວດດັ່ງກ່າວ ແມ່ນແນໃສ່ເພື່ອຊ່ວຍໃຫ້ ຂໍ້ມູນແກ່ ລັດຖະບານໃນການຈັດຕັ້ງປະຕິບັດແຜນດຳເນີນງານດ້ານຄວາມປອດໄພທາງຫຼວງ, ທີ່ໄດ້ຖືກຮ່າງຂຶ້ນ ແລະ ຢູ່ໃນຂັ້ນຕອນການອະນູມັດ.

ທ່ານ ອາເລັກສ໌ ເຄຼມເມີ ຫົວຫນ້າຫ້ອງການທະນາຄານໂລກ ປະຈຳ ສປປ ລາວ ໄດ້ກ່າວວ່າ"ຄວາມປອດໄພທາງຫຼວງ ແມ່ນບັນຫາຕົ້ນຕໍສຳລັບຂະແໜງສາທາລະນະສຸກ ເຊັ່ນດຽວກັບການລຶບລ້າງພະຍາດໄຂ້ເລືອດອອກ ຫຼື ມາລາເຣຍ". ''ຈາກຂໍ້ມູນອ້າງອີງທາງດ້ານພຶດຕິກຳຂອງຜູ້ຂັບຂີ່ີ່ ແລະ ຈຳນວນອຸບັດຕິເຫດໄດ້ຊີ້ໃຫ້ເຫັນເຖິງຄວາມຮ້າຍແຮງທີ່ຜູ້ຂັບຂີ່ກວ່າພັນຄົນໃນ ສປປ ລາວ ໄດ້ປະສົບພົບພໍ້ດ້ວຍໂຕເອງ, ແລະ ບັນຫາດັ່ງກ່າວແມ່ນຮຽກຮ້ອງໃຫ້ມີການຊີ້ນໍາ, ຄຳໝັ້ນສັນຍາ, ເວລາ ແລະ ຄວາມເອົາໃຈໃສ່ຈາກການນຳ ເພື່ອເຮັດໃຫ້ການຂັບຂີ່ຢູ່ທາງຫຼວງມີຄວາມປອດໄພ ແລະ ຍືນຍົງ".

ໃນແຕ່ລະປີ ຈໍານວນຜູ້ເສຍຊີວິດຕາມທາງຫຼວງ ຂອງ ສປປ ລາວ ແມ່ນຫຼາຍກ່ວາພັນຄົນ, ພ້ອມນີ້ ການບາດເຈັບທາງຮ່າງກາຍ ແລະ ຈິດໃຈພາຍຫລັງ ເກີດອຸບັດຕິເຫດກໍ່ຍັງມີຈຳນວນຫຼາຍ. ຈໍານວນ ແລະ ຄວາມຮຸນແຮງຂອງອຸບັດຕິເຫດມີການເພີ່ມຂຶ້ນ. ຈໍານວນອຸບັດຕິເຫດທີ່ເກີດຂຶ້ນຕໍ່ປີເພີ່ມຂື້້ນເຖິງ 35% ໃນລະຫວ່າງປີ 2010 ຫາ 2020, ໃນຂະນະດຽວກັນຈໍານວນຜູ້ເສຍຊີວິດເພີ່ມຂື້້ນເຖິງ 67%. ອີງຕາມຂໍ້ມູນຈາກກົມຕໍາຫຼວດຈາລະຈອນເຫັນວ່າ ຈຳນວນ ແລະ ອັດຕາການເສຍຊີວິດຈາກອຸບັດຕິເຫດຕາມທາງຫຼວງຍັງສືບຕໍ່ເພີ່ມທະວີໃນໄລຍະຫລາຍເດືອນທີ່ຜ່ານມາ ເຖິງແມ່ນວ່າ ຫລາຍໆແຂວງຈະຢູ່ໃນຊ່ວງ ລ໋ອກດາວ ເພື່ອປ້ອງກັນການແຜ່ລະບາດຂອງ ພະຍາດ COVID-19.

ຈໍານວນຜູ້ລອດຊີວິດຈາກອຸບັດຕິເຫດທີ່ເກັບກໍາໂດຍ ກົມຂົນສົ່ງ ແລະ ທີມງານຂອງທະນາຄານໂລກ ສະແດງໃຫ້ເຫັນເຖິງຜົນກະທົບທີ່ຮ້າຍແຮງ ຕໍ່ຊີວິດ ແລະ ຊັບສິນຂອງຄອບຄົວຜູ້ກ່ຽວ. ຜູ້ລອດຊີວິດຈາກອຸບັດຕິເຫດສະເໜີໃຫ້ມີການສຸມໃສ່ວຽກງານຄວາມປອດໄພທາງຫຼວງ ແລະ ມີການບັງ ຄັບໃຊ້ກົດລະບຽບຈາລະຈອນຢ່າງເຄັ່ງຄັດເຊັ່ນ: ການຄວບຄຸມຄວາມໄວ, ຄວບຄຸມການຂັບຂີ່ໃນຂະນະມຶນເມົາ ແລະ ການສວມໃສ່ໝວກກັນ ກະທົບ.

ຜົນຈາກການສໍາຫຼວດໃນບາງຈຸດຕາມທາງຫຼວງພົບວ່າ 73% ຂອງຍານພາຫະນະໃນນະຄອນຫຼວງວຽງຈັນ ແມ່ນມີການຂັບຂີ່ເກີນຄວາມໄວທີ່ກຳ ນົດໄວ້ ເຊິ່ງສ່ວນໃຫຍ່ແມ່ນຜູ້ຂັບຂີ່ທີ່ເປັນໄວໜຸ່ມ. ປະມານໜຶ່ງສ່ວນສາມຂອງຜູ້ຂັບຂີ່ທີ່ຖືກກວດພົບວ່າ ມີການດື່ມສິ່ງມຶນເມົາ ເຊິ່ງສ່ວນໃຫຍ່ ແມ່ນມີລະດັບທາດເຫຼົ້າສູງເກີນປະລິມານທີ່ກົດໝາຍອະນຸຍາດເຖິງສອງເທົ່າ. ຈາກການລົງຕິດຕາມກວດກາຕາມເສັ້ນທາງພາຍໃນໄລຍະເວລາ 6 ຊົ່ວໂມງເຫັນໄດ້ວ່າ ມີຜູ້ຂັບຂີ່ລົດຈັກເກືອບ 600 ຄົນ ແລະ ຜູ້ຂັບຂີ່ລົດໃຫຍ່ 500 ຄົນ ທີ່ໄດ້ກວດພົບທາດເຫຼົ້າສູງເກີນກວ່າກົດໝາຍກໍານົດໄວ້. ເມື່ອທຽບໃສ່ຂໍ້ມູນການຂັບຂີ່ໃນປີ 2020 ໃນຂອບເຂດທົ່ວປະເທດເຫັນໄດ້ວ່າ ມີພຽງແຕ່ 1,564 ກໍລະນີ ທີ່ໄດ້ມີການລົງບັນທຶກໂດຍເຈົ້າໜ້າທີ່ຕໍາຫຼວດຈາລະຈອນກ່ຽວກັບການຂັບຂີ່ໃນຂະນະມຶນເມົາ.

ການສໍາຫຼວດຍັງໄດ້ສະແດງໃຫ້ເຫັນວ່າ ມີພຽງ 64% ຂອງຜູ້ຂັບຂີ່ລົດຈັກທີ່ໄດ້ສວມໃສ່ໝວກກັນກະທົບ ແລະ ສ່ວນໃຫຍ່ແມ່ນເພດຍິງ. ໃນນັ້ນ ຜູ້ໂດຍສານທີ່ເປັນເດັກນ້ອຍທີ່ສວມໃສ່ໝວກກັນກະທົບມີພຽງແຕ່ 10% ເທົ່ານັ້ນ, ເຊິ່ງເປັນໂຕເລກທີ່ຫນ້າເປັນຫ່ວງ. ນອກຈາກນັ້ນ, ຍັງເຫັນວ່າຜູ້ຂັບຂີ່ທີ່ໃສ່ໝວກກັນກະທົບໃນແຕ່ລະມື້ມີຈຳນວນຫຼຸດລົງ ແລະ ຜູ້ຂັບຂີ່ລົດຈັກໃນເວລາກາງຄືນສ່ວນໃຫຍ່ແມ່ນຍັງຂາດການສວມໃສ່ອຸບປະ ກອນປ້ອງກັນຢ່າງຄົບຖ້ວນ. ການລ້ຽວລົດໂດຍບໍ່ເປີດໄຟສັນຍານຍັງພົບເຫັນເປັນເລື່ອງປົກກະຕິ ເຊັ່ນດຽວກັນກັບການລ່ວງໄຟແດງ ໂດຍສະເພາະ ໃນເວລາກາງຄືນ.

ການດຳເນີນການສໍາຫຼວດແມ່ນໄດ້ຮັບການສະນັບສະໜູນຈາກອົງການUK Aid ໂດຍຜ່ານອົງການຈັດຕັ້ງດ້ານການຄຸ້ມຄອງຄວາມປອດໄພທາງຫຼວງສາກົນ ຂອງທະນາຄານໂລກ (Global Road Safety Facility) ເຊິ່ງເປັນຄຳໝັ້ນສັນຍາອັນຫນຶ່ງຂອງທະນາຄານໂລກໃນການຊ່ວຍເຫຼືອ ສ.ປ.ປ.ລາວ ໃນການຊຸກຍູ້ສົ່ງເສີມວຽກງານດ້ານຄວາມປອດໄພທາງຫຼວງ. ນອກຈາກນີ້, ຍັງມີວຽກງານອື່ນໆທີ່ສະໜັບສະໜູນໂດຍທະນາຄານໂລກເຊັ່ນ ການໂຄສະນາເຜີຍແຜ່ການຂັບຂີ່ປອດໄພໃຫ້ແກ່ ນັກຮຽນ ແລະ ຊຸມຊົນທີ່ອາໃສລຽບຕາມເສັ້ນທາງໂຄງການ, ການສະໜັບສະໜູນເຈົ້າ ໜ້າທີ່ຕໍາຫຼວດຈາລະຈອນໃນການບັງຄັບໃຊ້ກົດໝາຍ, ເສີມສ້າງຂີດຄວາມສາມາດໃນດ້ານການກວດສອບ ແລະ ການປະເມີນໂຄງລ່າງພື້້ນຖານທາງດ້ານຄວາມປອດໄພທາງຫຼວງ ພ້ອມທັງສ້າງຖານຂໍ້ມູນແບບອອນລາຍເພື່ອບັນທຶກອຸບັດຕິເຫດຕາມທາງຫຼວງໃນຂອບເຂດທົ່ວປະເທດ.

ການປັບປຸງວຽກງານດ້ານຄວາມປອດໄພທາງຫຼວງ ແມ່ນໜ້າວຽກອັນສໍາຄັນອັນຫນຶ່ງເພື່ອບັນລຸ 2 ເປົ້າໝາຍຂອງກຸ່ມທະນາຄານໂລກຄື: ຢຸດຕິຄວາມທຸກຍາກ ແລະ ສົ່ງເສີມຄວາມອຸດົມຮັ່ງມີຢ່າງທົ່ວເຖິງ. ປະເທດທີ່ມີລາຍຮັບຕໍ່າ-ກາງ ໃນທົ່ວໂລກໄດ້ປະເຊີນໜ້າກັບການເສຍຊິວິດຈາກອຸບັດຕິເຫດຕາມທ້ອງຖະໜົນເຖິງ 90% ແລະ ໄດ້ຮັບບາດເຈັບສູງເຖິງ 50 ລ້ານຄົນຕໍ່ປີ. ອັດຕາການເສຍຊີວິດ ແລະ ບາດເຈັບເຫຼົ່ານີ້ໄດ້ນໍາໄປສູ່ຄວາມຫຍຸ້ງຍາກທາງດ້ານເສດຖະກິດ ແລະ ຄວາມທຸກຍາກ. ການເສຍຊີວິດ ແລະ ບາດເຈັບຈາກ ອຸບັດຕິເຫດ ໄດ້ເຮັດໃຫ້ຈຳນວນບຸກຄະລາກອນຫຼຸດລົງ ແລະ ພ້ອມກັນນັ້ນຍັງມີການຈຳກັດທາງດ້ານການເຕີບໂຕຂອງເສດຖະກິດ. ຢູ່ ສ ປປ ລາວ, ການເກີດອຸບັດຕິເຫດຕາມທາງຫຼວງຖືວ່າເປັນສາເຫດອັນດັບໜຶ່ງຂອງການເສຍຊີວິດໃນເດັກນ້ອຍອາຍຸລະຫວ່າງ 5-14ປີ, ອັນດັບສອງຂອງຜູ້ທີ່ມີອາ ຍຸລະຫວ່າງ 15-49 ປີ ແລະ ຍັງເປັນສາເຫດຫຼັກ (ອັນດັບໜຶ່ງ) ຂອງການເສຍອົງຄະ (ຫຼື ພິການ) ຂອງປະຊາກອນທັງໝົດ.

ອີງຕາມຍຸດທະສາດແຫ່ງຊາດດ້ານຄວາມປອດໄພທາງຫຼວງ ໄລຍະປີ 2021-2030, ລັດຖະບານແຫ່ງ ສ.ປ.ປ.ລາວ ໄດ້ໃຫ້ຄຳໝັ້ນສັນຍາໃນການແກ້ໄຂບັນຫາດ້ານຄວາມປອດໄພທາງຫຼວງ ແລະ ມີວິໄສທັດໃນການລຶບລ້າງການເສຍຊີວິດ ແລະ ບາດເຈັບສາຫັດທີ່ເກີດຈາກອຸບັດ ຕິເຫດຕາມທາງຫຼວງ. ເຊິ່ງເປົ້າໝາຍສຳລັບປີ 2030 ແມ່ນໄດ້ກຳນົດໄວ້ໃຫ້ຈຳນວນການເສຍຊີວິດ ແລະ ບາດເຈັບສາຫັດ ຫຼຸດລົງ 50%.

Contacts

Aiden Glendinning

External Affairs Officer
aglendinning@worldbankgroup.org
+856 20 57771301

About The World Bank

The World Bank Group has a bold vision: to create a world free of poverty on a livable planet. In more than 100 countries, the World Bank Group provides financing, advice, and innovative solutions that improve lives by creating jobs, strengthening economic growth, and confronting the most urgent global challenges. For more information, please visit www.worldbank.org, www.miga.org, and www.ifc.org.

col-xs-12
col-sm-12
col-md-1
col-lg-1
col-xs-12
col-sm-12
col-md-3
col-lg-3
  • add-style

OMBC

Online Media Briefing Center (OMBC) news for accredited journalists
Sign In
https://media.worldbank.org/
Register
https://media.worldbank.org/user/register
secondary
white-btn