Skip to Main Navigation
ບົດອອກຂ່າວ 13 ພ.ຈ. 2019

ສປປ ລາວ ເລີ່ມດໍາເນີນວິທີການປະສານສົມທົບຂອງຫຼາຍຂະແໜງການ ເພື່ອຫຼຸດຜ່ອນການຂາດສານອາຫານຂອງເດັກນ້ອຍ

Image

ນະຄອນຫຼວງວຽງຈັນ, ວັນທີ 13 ພະຈິກ 2019 – ສປປ ລາວ ຈະຈັດຕັ້ງປະຕິບັດວິທີການໃໝ່ທີ່ມີການປະສານສົມທົບ ຂອງຫຼາຍຂະແໜງການ ແລະ ອີງໃສ່ບົດຮຽນຕົວຈິງ ເພື່ອແກ້ໄຂບັນຫາການຂາດສານອາຫານຂອງເດັກນ້ອຍ ໂດຍໄດ້ຮັບການສະໜັບສະໜູນຈາກທະນາຄານໂລກ. ຜູ້ຕາງໜ້າ ຈາກກະຊວງກະສິກຳ ແລະ ປ່າໄມ້, ກະຊວງໂຍທາທິການ ແລະ ຂົນສົ່ງ, ກະຊວງສາທາລະນະສຸກ, ແລະ ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດກອງປະຊຸມເປີດໂຄງການຫຼຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ ແລະ ໂຄງການຂະຫຍາຍນ້ຳປະປາ, ສຸຂາພິບານ ແລະ ອະນາໄມຢ່າງເປັນທາງການ.

ສອງໂຄງການດັ່ງກ່າວຈະດຳເນີນງານສົມທົບກັບບັນດາໂຄງການທີ່ມີຢູ່ແລ້ວໃນຂະແໜງສາທາລະນະສຸກ, ກະສິກຳ ແລະ ການສຶກສາຂອງເດັກກ່ອນ ໄວຮຽນ, ເຊິ່ງລວມກັນປະກອບເປັນການສະໜັບສະໜູນວຽກງານໂພຊະນາການແບບປະສານສົມທົບຂອງຫຼາຍຂະແໜງການ ໂດຍມີເປົ້າໝາຍ         ແນໃສ່ຫຼຸດຜ່ອນອັດຕາການຂາດສານອາຫານຂອງເດັກນ້ອຍ. ບັນດາໂຄງການດັ່ງກ່າວຈະ​ໄດ້​ຮັບ​ການ​ຈັດ​ຕັ້ງ​ປະ​ຕິ​ບັດຢູ່ 4 ແຂວງພາກເໜືອ ທີ່ມີອັດຕາການຂາດສານ ອາຫານ ສູງ ຄື: ແຂວງຊຽງຂວາງ, ຫົວພັນ, ຜົ້ງສາລີ ແລະ ອຸດົມໄຊ.

ພະນະທ່ານ  ປອ. ກິແກ້ວ ຈັນທະບູຣີ, ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ, ໃຈກາງປະສານງານຫຼັກຂອງວິທີການ ປະສານສົມທົບຂອງຫຼາຍຂະແໜງການເພື່ອໂພຊະນາການ ທີ່ທະນາຄານໂລກໃຫ້ການສະໜັບສະໜູນ, ແລະ ທັງເປັນປະທານຮ່ວມ ຂອງກອງປະຊຸມ ໄດ້ກ່າວວ່າ: “ການປັບປຸງໂພຊະນາການຂອງເດັກນ້ອຍແມ່ນກຸນແຈສຳຄັນເພື່ອກ້າວສູ່ເປົ້າໝາຍຂອງພວກເຮົາ ໃນການລົງທຶນໃສ່ການພັດທະນາຄົນ ແລະ ເພີ່ມທະວີຕົ້ນທຶນມະນຸດ ເພື່ອບັນລຸການເຕີບໂຕທາງດ້ານເສດຖະກິດຢ່າງສົມສ່ວນ ແລະ ທົ່ວເຖິງ.”

ວິ​ທີການແບບປະສານສົມທົບໜຶ່ງດຽວຫຼາຍຂະແໜງການ ແມ່ນ​ການ​ເພີ່​ມ​ທະ​ວີ​ການ​ເຮັດ​ວຽກ​ຮ່ວ​ມ​ກັນຂອງຫຼາຍຂະແໜງການ ໃນເວລາດຽວກັນ ເພື່ອແກ້ໄຂສາເຫດໂດຍກົງ ແລະ ສາເຫດທີ່ເປັນພື້ນຖານຂອງການຂາດສານອາຫານຂອງເດັກນ້ອຍ. ຫຼັກຖານຈາກປະສົບປະການຕົວຈິງຂອງສາກົນ ສະແດງໃຫ້ເຫັນວ່າ ວິ​ທີ​ການ​ແບບປະສານສົມທົບຂອງຫຼາຍຂະແໜງການດັ່ງກ່າວ ສາມາດແກ້ໄຂບັນຫາການຂາດສານອາຫານ ແບບຊຳເຮື້ອໄດ້ຢ່າງມີປະສິດທິຜົນ. ແຜນ​ງານນີ້ສຸມໃສ່ໄລຍະ 1.000 ມື້ທຳອິດຂອງຊີວິດ, ເຊິ່ງເປັນໄລຍະທີ່ສຳຄັນທີ່ສຸດ ສຳລັບພັດທະນາການຂອງເດັກ.

ທ່ານ ​ນິ​ໂກ​ລາ ປອນ​ຕາ​ຣາ (Nicola Pontara), ຫົວໜ້າຫ້ອງການທະນາຄານໂລກ ປະຈໍາ ສປປ ລາວ, ໄດ້ກ່າວວ່າ: “ເດັກທີ່ເກີດຢູ່ ສປປ ລາວ ໃນວັນນີ້ ຈະມີຜະລິດຕະພາບພຽງແຕ່ເຄິ່ງໜຶ່ງຂອງລະດັບຜະລິດຕະພາບທີ່ເຂົາເຈົ້າຄວນມີ ຖ້າຫາກໄດ້ຮ່ຳຮຽນສຳເລັດ, ມີສຸຂະພາບສົມບູນ ແລະ ໄດ້ຮັບ ອາຫານທີ່ມີທາດບຳລຸງດີໃນເວລາຍັງນ້ອຍ. ມັນມີຄວາມສຳຄັນທີ່ຕ້ອງເຮັດໃຫ້ພົນລະເມືອງລາວທຸກຄົນສາມາດບັນລຸທ່າແຮງ ບົ່ມຊ້ອນຂອງພວກ ເຂົາຢ່າງເຕັມສ່ວນ ເພື່ອໃຫ້ພວກເຂົາມີຄວາມພ້ອມໃນການປະເຊີນໜ້າກັບສິ່ງທ້າທາຍ ແລະ ການຍາດແຍ່ງເອົາໂອກາດ ໃນອະນາຄົດ” .

ການຂາດສານອາຫານ ເປັນບັນຫາສຳຄັນທີ່ກົດໜ່ວງຖ່ວງດຶງການພັດທະນາຂອງ ສປປ ລາວ. ໃນທົ່ວປະເທດ, ຫຼາຍກວ່າໜຶ່ງສ່ວນສາມ ຂອງຈຳນວນເດັກລຸ່ມ 5 ປີທັງໝົດ ໄດ້ຮັບຜົນກະທົບຈາກການຂາດສານອາຫານ ແລະ ສະເພາະຢູ່ບັນດາແຂວງທີ່ເປັນເປົ້າໝາຍຂອງໂຄງການ, ຕົວເລກດັ່ງກ່າວມີລະດັບສູງເຖິງ 54 ສ່ວນຮ້ອຍ. ການຂາດສານອາຫານຢ່າງຮຸນແຮງ ສາມາດສ້າງຄວາມເສຍຫາຍຕໍ່ການພັດທະນາຂອງສະໝອງ, ຕໍ່ຜົນການຮຽນຢູ່ໂຮງຮຽນ ແລະ ຈະກະທົບຕໍ່ຄວາມສຳເລັດໃນການຊອກຫາວຽກເຮັດງານທຳ, ເຊິ່ງຈະເຮັດໃຫ້ຄອບຄົວບໍ່ສາມາດຫຼຸດ ພົ້ນອອກຈາກຄວາມທຸກຍາກໄດ້.

ໃນປະຈຸບັນ, ທະນາຄານໂລກໃຫ້ການສະໜັບສະໜູນທຶນແກ່ 19 ໂຄງການທີ່ກຳລັງດຳເນີນຢູ່ ສປປ ລາວ.  ການລົງທຶນໃສ່ການພັດທະນາຄົນ ແມ່ນໜຶ່ງໃນ ບັນດາຂົງເຂດສຳຄັນຕົ້ນຕໍ ທີ່ລະບຸໄວ້ໃນກອບການເປັນຄູ່ຮ່ວມມືລະຫວ່າງ ສປປ ລາວ ແລະ ທະນາຄານໂລກ ສຳລັບໄລຍະ 2017-2021.


ເລກທີ ບົດອອກຂ່າວ: LAOPDR_NUTRITION01

ລາຍ​ຊື່

Vannaphone Sitthirath
Communications Consultant
In Vientiane
jfoong@worldbank.org
Api
Api