Skip to Main Navigation
ບົດອອກຂ່າວ 28 ພ.ພ. 2019

ການປະຕິຮູບທາງດ້ານການເຕີບໂຕສີຂຽວ (Green Growth Reforms) ໄດ້ຮັບການຊຸກຍູ້ພາຍໃຕ້ສິນເຊື່ອມູນຄ່າ 40 ລ້ານໂດລາ ຈາກທະນາຄານໂລກ

ວໍຊິງຕັນ, ດີ.ຊີ., ພຶດສະພາ 28, 2019 - ຄະນະກໍາມະການບໍລິຫານງານຂອງທະນາຄານໂລກໄດ້ອະນຸມັດສິນເຊື່ອມູນຄ່າ 40 ລ້ານໂດລາສະຫະລັດ ມື້ນີ້ ເພື່ອສະໜັບສະໜູນຮູບແບບການເຕີບໂຕແບບຍືນຍົງ ຂອງ ສປປ ລາວ. ແຜນງານ ດ້ານນະໂຍບາຍການພັດທະນາການເຕີບໂຕສີຂຽວໃນໄລຍະສອງນີ້ ສົ່ງເສີມການປະຕິຮູບ ເພື່ອເສີມສ້າງຄວາມເຂັ້ມແຂງໃຫ້ແກ່ຄວາມຍືນຍົງທາງດ້ານການເງິນງົບປະມານ ແລະ ການເງິນການທະນາຄານ ແລະ ເສື່ອມສານບັນດາຫລັກການວ່າດ້ວຍການເຕີບໂຕສີຂຽວເຂົ້າໃນການວາງແຜນການພັດທະນາ.

ແຜນງານງານນີ້ ແມ່ນສອດຄ່ອງກັບວິໄສທັດວ່າດ້ວຍການເຕີບໂຕສີຂຽວຂອງລັດຖະບານ ສປປ ລາວ, ຕາມທີ່ໄດ້ກ່າວໄວ້ຢ່າງຊັດເຈນຢູ່ໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ່ 8 ແລະ ຍຸດທະສາດການເຕີບໂຕສີຂຽວແຫ່ງຊາດ 2030 ສະບັບໃໝ່,” ດຣ. ກິແກ້ວ ຈັນທະບູລີ, ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຂອງ ສປປ ລາວ ກ່າວ. “ການຫັນປ່ຽນໄປສູ່ຮູບແບບການພັດທະນາທີ່ມີສີຂຽວຂຶ້ນສາມາດຊ່ວຍໃຫ້ການເຕີບໂຕທາງເສດຖະກິດອັນເຂັ້ມແຂງຂອງ ສປປ ລາວ ມີຄວາມຍືນຍົງ ແລະ ເຮັດໃຫ້ປະເທດມີຄວາມທົນທານຕໍ່ການປ່ຽນແປງທາງດ້ານສະພາບດິນຟ້າອາກາດ.”

ແຜນງານສະໜັບສະໜູນ ການປະຕິຮູບທາງດ້ານນະໂຍບາຍ ເພື່ອເສື່ອມສານ ເອົາຫລັກການວ່າດ້ວຍການເຕີບໂຕສີຂຽວເຂົ້າໄປມີບົດບາດຢູ່ໃນທົ່ວທຸກຂະແໜງເຊັ່ນ: ເຮັດໃຫ້ໂຄງລ່າງພື້ນຖານມີຄວາມທົນທານຕໍ່ຄວາມສ່ຽງທາງດ້ານສະພາບດິນຟ້າອາກາດ, ຄຸ້ມຄອງມົນລະພິດທີ່ເປັນອັນຕະລາຍຕໍ່ສຸຂະພາບ ແລະ ກໍາລັງການຜະລິດຂອງຄົນ, ແລະ ປັບປຸງການຄຸ້ມຄອງແຫລ່ງນໍ້າ, ປ່າໄມ້, ແລະ ເຂດປ່າສະຫງວນ. ຮູບແບບການເຕີບໂຕທີ່ເນັ້ນຄວາມສະອາດ ແລະ ມີການນໍາໃຊ້ຊັບພະຍາກອນຢ່າງມີປະສິດທິຜົນຫລາຍກວ່າເກົ່າ ຈະຊ່ວຍເຫລືອປະຊາຊົນທີ່ທຸກຍາກ, ຜູ້ທີ່ບໍ່ສາມາດປ້ອງກັນຕົວເອງໄດ້ຈາກມົນລະພິດ, ຄວາມສ່ຽງທາງດ້ານສະພາບດິນຟ້າອາກາດ, ແລະ ການຕັດໄມ້ທໍາລາຍປ່າ.

“ການເຕີບໂຕສີຂຽວສາມາດນໍາໂອກາດໃໝ່ໆມາສູ່ປະຊາຊົນລາວ, ໃນຂະນະດຽວກັນກັບການປົກປັກຮັກສາສິ່ງແວດລ້ອມ ແລະ ສຸຂະພາບຂອງຄົນ,” ທ່ານນາງ ແອລ໌ເລັນ ໂກສະຕິນ, ຜູ້ອໍານວຍການທະນາຄານໂລກ ປະຈໍາ ມຽນມ້າ, ກໍາປູເຈຍ ແລະ ສປປ ລາວ ກ່າວ. “ສປປ ລາວ ໄດ້ອະນຸມັດການປະຕິຮູບທີ່ສໍາຄັນຫລາຍໆຢ່າງ, ລວມໄປເຖິງການສ້າງຕັ້ງສວນອຸທິຍານແຫ່ງຊາດແຫ່ງທໍາອິດຂອງປະເທດ, ການອອກກົດໝາຍສະບັບໃໝ່ວ່າດ້ວຍນໍ້າ ເພື່ອປັບປຸງການຄຸ້ມຄອງລຸ່ມແມ່ນໍ້າ, ການສະກັດກັ້ນການຕັດໄມ້ຜິດກົດໝາຍ, ແລະ ການຄຸ້ມຄອງມົນລະພິດ ຊຶ່ງເປັນຕົວທໍາລາຍທຶນຊັບຂອງຄົນ. ພວກເຮົາມີຄວາມຍິນດີທີ່ຈະສະໜັບສະໜູນຄວາມພະຍາຍາມເຫລົ່ານີ້, ໃນຂະນະດຽວກັນກັບການເສີມຂະຫຍາຍຄວາມຍືນຍົງທາງດ້ານງົບປະມານ ແລະ ການເງິນຂອງປະເທດ.”

ແຜນງານດັ່ງກ່າວນີ້ຍັງໄດ້ຊ່ວຍເຫລືອ ສປປ ລາວ ໃນການແກ້ໄຂບັນຫາພາລະທາງດ້ານໜີ້ສິນ ແລະ ການຂາດດຸນທາງດ້ານການເງິນ ໂດຍການສະໜັບສະໜູນກອບວຽກການເງິນໄລຍະກາງ ທີ່ເລັງໃສ່ປັບປຸງການສ້າງລາຍຮັບ, ເສີມສ້າງຄວາມເຂັ້ມແຂງໃຫ້ແກ່ການຄຸ້ມຄອງໜີ້ສິນ ແລະ ການຄຸ້ມຄອງການເງິນຂອງລັດ, ແລະ ເສີມຂະຫຍາຍສະຖຽນລະພາບຂອງຂະແໜງການເງິນ.

ແຜນງານຄັ້ງນີ້, ຊຶ່ງແມ່ນຊຸດທີ່ສອງໃນທັງໝົດສາມຊຸດ, ແມ່ນເສີມສ້າງຈາກບັນດາຮາກຖານທີ່ໄດ້ຮັບການຈັດຕັ້ງໃນ ແຜນງານດ້ານນະໂຍບາຍການພັດທະນາການເຕີບໂຕສີຂຽວ ຄັ້ງທີ່ໜຶ່ງ ທີ່ໄດ້ຖືກອະນຸມັດໃນປີ 2017.


ລາຍ​ຊື່

ໃນ ສປປ ລາວ
Hannah McDonald-Moniz
+856 21 266 278
hmcdonaldmoniz@worldbank.org
ໃນ ວໍຊິງຕັນ
Diana Chung
+1 (202) 473-8357
dchung1@worldbank.org
Api
Api