Skip to Main Navigation
ບົດອອກຂ່າວ 24 ມ.ສ. 2019

ທະນາຄານໂລກ ຄາດຄະເນວ່າການຂະຫຍາຍຕົວ ຂອງເສດຖະກິດພາກພື້ນອາຊີຕາເວັນອອກ ແລະ ປາຊີຟິກ ຈະຍັງສືບຕໍ່ ຂະຫຍາຍຕົວໃນລະດັບປານກາງ ອັນເນື່ອງມາຈາກບັນດາແຮງກົດ ດັນຈາກເສດຖະກິດໂລກ ຍັງຄົງສືບຕໍ່ຕ້ານຢັນ

ບາງກອກ,​ 24 ເມສາ 2019 - ບົດລາຍງານເສດຖະກິດຂອງທະນາຄານໂລກ   ຄາດຄະເນວ່າການຂະຫຍາຍຕົວຂອງເສດຖະກິດ ໃນພາກພື້ນອາຊີຕາເວັນອອກ ແລະ ປາຊີຟິກ (EAP) ຈະຫຼຸດລົງ ມາຢູ່ລະດັບ 6,0 ສ່ວນຮ້ອຍໃນປີ 2019 ແລະ 2020, ຫຼຸດລົງຈາກ 6,3 ສ່ວນຮ້ອຍໃນປີ 2018, ເຊິ່ງສ່ອງແສງໃຫ້ເຫັນ ເຖິງແຮງກົດດັນໃນລະດັບສາກົນ ແລະ ການສືບຕໍ່ຂະຫຍາຍຕົວຊ້າລົງ ຂອງເສດ ຖະກິດຈີນ ເຊິ່ງໄປຕາມທິດທາງນະໂຍບາຍຂອງລັດຖະບານຈີນ. ເຖິງຢ່າງໃດກໍຕາມ, ເສດຖະກິດຂອງພາກພື້ນກໍສາມາດຕ້ານ ທານກັບການຜັນຜວນຂອງຕະຫຼາດການເງິນໃນ 2018 ໄດ້ຂ້ອນຂ້າງດີ ເຊິ່ງສ່ວນໃຫຍ່ແມ່ນຍ້ອນມີຂອບນະໂຍບາຍທີ່ມີປະສິດທິຜົນ ແລະ ມີພື້ນຖານທີ່ເຂັ້ມແຂງ ລວມທັງມີເສດຖະກິດທີ່ມີຄວາມຫຼາກຫຼາຍ, ມີອັດຕາແລກປ່ຽນທີ່ຍືດຍຸ່ນ ແລະ ມີນະ ໂຍບາຍຮອງຮັບທີ່ໜັກແໜ້ນ.

ອີງຕາມບົດລາຍງານເສດຖະກິດພາກພື້ນອາຊີຕາເວັນອອກແລະປາຊີຟິກ  ໃນຫົວຂໍ້ ການຄຸ້ມຄອງແຮງກົດດັນ ສະບັບເດືອນ ເມສາ 2019 ຂອງທະນາຄານໂລກ ທີ່ເຜີຍແຜ່ໃນມື້ນີ້ ມີເນື້ອໃນສໍາຄັນບາງຕອນກ່່າວວ່າ: ເຖິງແມ່ນວ່າຄວາມບໍ່ແນ່ນອນຂອງນະໂຍບາຍ ການຄ້າ ໄດ້ຫຼຸດລົງໃນວາດໃດວາດໜຶ່ງ ແຕ່ການຂະຫຍາຍຕົວຂອງການຄ້າທົ່ວໂລກ ຍັງຄົງຈະສືບຕໍ່ຂະຫຍາຍຕົວຢູ່ໃນລະດັບ ປານກາງ. ບົດລາຍງານດັ່ງກ່າວ ຍັງໃຫ້ຂໍ້ມູນເພີ່ມເຕີມວ່າ: ຄວາມຕ້ອງການພາຍໃນ ຍັງສືບຕໍ່ມີຄວາມເຂັ້ມແຂງໃນເກືອບໝົດ ທຸກເສດຖະກິດພາຍໃນພາກພື້ນ ເຊິ່ງເປັນສ່ວນໜຶ່ງທີ່ຊ່ວຍຫຼຸດຜົນກະທົບຂອງການສົ່ງອອກທີ່ຂະຫຍາຍຕົວຊ້າລົງ.

ທ່ານ ນາງ ວິກຕໍເລຍ ຄວາຄວາ, ຮອງປະທານ ທະນາຄານໂລກ ປະຈໍາພາກພື້ນອາຊີຕາເວັນອອກແລະປາຊີຟິກ ກ່າວວ່າ: “ການ ຂະຫຍາຍຕົວທີ່ມີຄວາມທົນທານຂອງພາກພື້ນນີ້ ໜ້າຈະຊ່ວຍຫຼຸດຜ່ອນຄວາມທຸກຍາກໄດ້ອີກຕື່ມ ເຖິງວ່າປະຈຸບັນແມ່ນຢູ່ໃນລະ ດັບຕໍ່າທີ່ສຸດແລ້ວໃນປະຫວັດສາດ. ທີ່ຈິງແລ້ວ, ພາຍໃນປີ 2021 ພວກເຮົາຄາດກະວ່າ: ຄວາມທຸກຍາກໃນຂັ້ນຮ້າຍແຮງ ຈະຫຼຸດລົງ ຕໍ່າກ່ວາ 3 ສ່ວນຮ້ອຍ”. ພ້ອມນັ້ນ ທ່ານຍັງມີຄໍາເຫັນຕື່ມອີກວ່າ: ເຖິງຢ່າງໃດກໍຕາມ ໃນຂະນະດຽວກັນ ປະຊາຊົນເຄິ່ງຕື້ທີ່ອາໄສພາຍໃນ ພາກພື້ນ ຍັງຂາດຄວາມໝັ້ນຄົງທາງດ້ານເສດຖະກິດ ເຊິ່ງສ່ຽງທີ່ເຮັດໃຫ້ເຂົາເຈົ້າກັບຄືນໄປສູ່ສະພາບຄວາມທຸກຍາກ - ນີ້ຖືເປັນສິ່ງ ເຕືອນສະຕິສໍາຄັນໃຫ້ເຮົາຮູ້ໄດ້ເຖິງຂະໜາດຂອງບັນດາສິ່ງທ້າທາຍ ທີ່ຜະເຊີນໜ້າຜູ້ສ້າງນະໂຍບາຍຂອງຫຼາຍປະເທດ”.

ການສືບຕໍ່ຂະຫຍາຍຕົວຊ້າລົງຂອງເສດຖະກິດຈີນຕາມທິດທາງນະໂຍບາຍຂອງລັດຖະບານຈີນ ຈະເປັນຜົນນໍາໄປສູ່ການຂະ ຫຍາຍຕົວໃນລະດັບ 6,2 ສ່ວນຮ້ອຍໃນປີ 2019 ແລະ 2020 ຫຼຸດລົງຈາກ 6,6 ສ່ວນຮ້ອຍໃນປີ 2018. ຄາດຄະເນວ່າ: ການຂະ ຫຍາຍຕົວຂອງເສດຖະກິດອິນໂດເນເຊຍ ແລະ ມາເລເຊຍ ຈະສືບຕໍ່ບໍ່ມີການປ່ຽນແປງໃນປີ 2019 ສ່ວນການຂະຫຍາຍຕົວຂອງ ເສດຖະກິດໄທ ແລະ ຫວຽດນາມ ຄາດວ່າ: ຈະຕໍ່າກ່ວາເກົ່າໜ້ອຍໜຶ່ງໃນປີ 2019. ກໍລະນີປະເທດຟິລິບປິນ, ຄາດຄະເນວ່າ: ຄວາມລ່າຊ້າໃນການຮັບຮອງງົບປະມານຂອງລັດຖະບານສໍາລັບປີ 2019 ຈະສ່ົງຜົນກະທົບຕໍ່ການຂະຫຍາຍຕົວຂອງ GDP ໃນປີ 2019 ແຕ່ຄາດວ່າ: ການຂະຫຍາຍຕົວໜ້າຈະດີຂຶ້ນໃນປີ 2020.

ທ່າອ່ຽງການຂະຫຍາຍຕົວຂອງບັນດາປະເທດທີ່ມີເສດຖະກິດອ່າວນ້ອຍໃນພາກພື້ນ EAP ຍັງສືບຕໍ່ໄປໃນທາງທີ່ດີ. ຄາດການວ່າ ໂຄງການພື້ນຖານໂຄງລ່າງຂະໜາດໃຫຍ່ ຈະຊ່ວຍເລັ່ງການຂະຫຍາຍຕົວຂອງເສດຖະກິດຢູ່ ສປປ ລາວ ແລະ ມົງໂກລີ. ສ່ວນກໍາ ປູເຈຍ: ຄາດຄະເນວ່າ: ການຂະຫຍາຍຕົວຂອງເສດຖະກິດ ຍັງຈະສືບຕໍ່ມີລັກສະນະເຂັ້ມແຂງ ເຖິງແມ່ນວ່າຈະມີຈັງຫວະອ່ອນ ຕົວລົງກ່ວາປີ 2018 ໂດຍເຫດຜົນຫຼັກໆແມ່ນຍ້ອນຄວາມຕ້ອງການພາຍນອກທີ່ອ່ອນຕົວລົງຫຼາຍກ່ວາລະດັບທີ່ຄາດຄະເນໄວ້. ກໍລະນີຂອງມຽນມາ ຄາດການວ່າ: ນະໂຍບາຍການເງິນແບບຂະຫຍາຍ ຈະຊ່ວຍຍູ້ດັນການຂະຫຍາຍຕົວຂອງເສດຖະກິດ ໃນໄລ ຍະສັ້ນ ໃນຂະນະດຽວກັນ ການປະຕິຮູບທາງໂຄງສ້າງທີ່ໄດ້ຈັດຕັ້ງປະຕິບັດໃນຫວ່າງບໍ່ດົນມານີ້ ໜ້າຈະສະໜັບສະໜູນການຂະ ຫຍາຍຕົວໃນໄລຍະກາງ. ສໍາລັບເສດຖະກິດຂອງປາປົວນິວກີນີ ໃນປີ 2019 ຄາດວ່າ: ຈະປັບຕົວດີຂຶ້ນ ຍ້ອນເສດຖະກິດໄດ້ຟື້ນຕົວ ຈາກຫາຍະນະແຜ່ນດິນໄຫວ ໃນປີ 2018. ສ່ວນການຂະຫຍາຍຕົວຂອງເສດຖະກິດປະເທດຟີຈິ ຄາດວ່າ: ຈະສືບຕໍ່ເພີ່ມພູນຂຶ້ນ ເຖິງແມ່ນວ່າຈະຢູ່ໃນຈັງຫວະທີ່ຖືກຖ່ວງດຶງກ່ວາເກົ່າກໍຕາມ ເນື່ອງຈາກໃກ້ຈະສໍາເລັດການກໍ່ສ້າງຟື້ນຟູຄືນໃໝ່ ພາຍຫຼັງເກີດໄພພິ ພັດພະຍຸລົມໝຸນເຂດຮ້ອນ.

ທ່ານ ແອນດຣິວ ເມຊັນ, ຮັກສາການຫົວໜ້ານັກເສດຖະສາດຂອງທະນາຄານໂລກ ປະຈໍາພາກພື້ນອາຊີຕາເວັນອອກ ແລະ ປາຊີຟິກ ໄດ້ກ່າວວ່າ “ເຖິງແມ່ນວ່າການຄາດຄະເນການຂະຫຍາຍຕົວຂອງເສດຖະກິດສໍາລັບພາກພື້ນ EAP ຍັງມີລັກສະນະໄປໃນ ທາງບວກເປັນສ່ວນໃຫຍ່ ແຕ່ເປັນສິ່ງສໍາຄັນທີ່ຕ້ອງຮັບຮູ້ວ່າ: ພາກພື້ນດັ່ງກ່າວ ຍັງຈະສືບຕໍ່ຜະເຊີນບັນດາແຮງກົດດັນ (ທີ່ເລີ່ມຕົ້ນ ໃນປີ 2018) ເຊິ່ງຈະເພີ່ມສູງຂຶ້ນ ໂດຍອາດຈະຍັງສ້າງຜົນກະທົບທາງລົບໄດ້. ພ້ອມນັ້ນ, ຍັງມີຄວາມບໍ່ແນ່ນອນຕໍ່ເນື່ອງ ທີ່ເກີດຈາກ ຫຼາຍປັດໄຈ ເຊິ່ງລວມທັງ ການສືບຕໍ່ຂະຫຍາຍຕົວຊ້າລົງຂອງບັນດາເສດຖະກິດພັດທະນາແລ້ວ, ຄວາມເປັນໄປໄດ້ຂອງການ ຂະຫຍາຍຕົວຊ້າລົງ ໄວກ່ວາ ທີ່ຄາດກະໄວ້ ຂອງເສດຖະກິດຈີນ ແລະ ບັນຫາຄວາມເຄັ່ງຕຶງທາງການຄ້າທີ່ຍັງແກ້ບໍ່ຕົກ”. ທ່ານ ຍັງ ກ່າວຕື່ມອີກວ່າ: “ຈະຕ້ອງໄດ້ຄຸ້ມຄອງແຮງກົດດັນທີ່ຕໍ່ເນື່ອງເຫຼົ່ານີ້ຢ່າງຕັ້ງໜ້າ.”

ເພື່ອຮັບມືກັບຄວາມສ່ຽງຕໍ່ເນື່ອງເຫຼົ່ານີ້ ບົດລາຍງານດັ່ງກ່າວ ໄດ້ສະເຫນີລາຍລະອຽດກ່ຽວກັບມາດຕະການຕອບໂຕ້ໃນໄລຍະສັ້ນ ແລະ ໄລຍະ ກາງ. ໃນໄລຍະສັ້ນ, ບົດລາຍງານໄດ້ຮຽກຮ້ອງໃຫ້ສ້າງຄວາມເຂັ້ມແຂງດ້ານມາດຕະການຮອງຮັບ ລວມທັງ ການເພີ່ມຄັງແຮສໍາຮອງເງິນ ຕາຕ່າງປະເທດ ທີ່ຖືກດຶງໄປນໍາໃຊ້ຄຸ້ມຄອງການສັ່ນໄກວຂອງອັດຕາແລກປ່ຽນໃນປີ 2018. ພ້ອມນັ້ນ, ຍັງອາດຕ້ອງໄດ້ດັດປັບ ນະໂຍບາຍເງິນຕາ ໃຫ້ມີລັກສະນະເປັນກາງຫຼາຍຂຶ້ນ ຍ້ອນວ່າຄວາມສ່ຽງຂອງການໄຫຼອອກຂອງທຶນໄດ້ຫຼຸດລົງ. ບົດລາຍງານ ຍັງ ໄດ້ເນັ້ນໜັກຄວາມສໍາຄັນຂອງການສືບຕໍ່ປະຕິຮູບທາງດ້ານໂຄງສ້າງໃນໄລຍະກາງ - ເພື່ອເພີ່ມຜະລິດຕະພາບ, ຍູ້ດັນຄວາມສາ ມາດໃນການແຂ່ງຂັນທາງການຄ້າ, ສ້າງໂອກາດທີ່ດີກ່ວາເກົ່າໃຫ້ພາກເອກະຊົນ ແລະ ສ້າງຄວາມເຂັ້ມແຂງໃຫ້ທຶນມະນຸດຂອງ ບັນດາປະເທດຕ່າງໆໃນພາກພື້ນ.

ບົດລາຍງານສະບັບນີ້ ຍັງໃຫ້ເຫດຜົນວ່າ: ບາງຄວາມສ່ຽງທີ່ຍັງຢູ່ໃນລະດັບສູງ ເນັ້ນໜັກໃຫ້ເຫັນເຖິງຄວາມຈໍາເປັນທີ່ຕ້ອງ ສືບຕໍ່ການລົງທຶນໃສ່ບັນດາແຜນງານຊ່ວຍເຫຼືອທາງສັງຄົມ ແລະ ແຜນງານປະກັນສັງຄົມ ເພື່ອປົກປ້ອງກຸ່ມຄົນທີ່ສ່ຽງສຸດ. ໃນປະຈຸບັນ, ບັນດາປະເທດ EAP ທີ່ກໍາລັງພັດທະນາ ມີອັດຕາປົກຄຸມດ້ານການຊ່ວຍເຫຼືອທາງສັງຄົມທີ່ຕໍ່າສຸດ ສໍາລັບກຸ່ມມປະຊາກອນ ຊາວສ່ວນຮ້ອຍທີ່ທຸກຍາກສຸດ ຖ້າທຽບໃສ່ພາກພື້ນອື່ນທີ່ກໍາລັງພັດທະນາ.

ບົດລາຍງານດັ່ງກ່າວ ຍັງໄດ້ເນັ້ນໜັກຄວາມສໍາຄັນ ຕໍ່ ບັນດາປະເທດທີ່ເປັນເກາະໃນເຂດມະຫາສະໝຸດປາຊີຟິກ ຕ້ອງຮັບປະກັນ ຄວາມຍືນຍົງຂອງໜີ້ສິນ ດ້ວຍການປັບປຸງການຄຸ້ມຄອງໜີ້ສິນ, ຄຸນນະພາບຂອງການໃຊ້ຈ່າຍງົບປະມານ ແລະ ການສ້າງຄວາມ ຍືດຍຸ່ນທາງງົບປະມານ. ເຖິງແມ່ນວ່າ ໜີ້ສາທາລະນະຂອງເຂົາເຈົ້າ ຈະຢູ່ໃນລະດັບຂ້ອນຂ້າງຕໍ່າກໍຕາມ ແຕ່ປັດໄຈທາງດ້ານໂຄງ ສ້າງ ເຊິ່ງລວມທັງ ທ່າອ່ຽງການຂະຫຍາຍຕົວທາງດ້ານເສດຖະກິດໃນໄລຍະຍາວທີ່ຢູ່ໃນລະດັບບໍ່ສູງ, ລະດັບຄວາມບອບບາງສູງ ຕໍ່ໄພພິບັດທໍາມະຊາດ ແລະ ຕົ້ນທຶນສູງຂອງການສະໜອງບໍລິການພາກລັດ ແລະ ພື້ນຖານໂຄງລ່າງ ໄດ້ເຮັດໃຫ້ບັນດາປະເທດ ທີ່ເປັນເກາະພາຍໃນເຂດມະຫາສະໝຸດປາຊີຟິກ ເກີດຄວາມສ່ຽງສູງຂອງການມີສະພາບຫຍຸ້ງຍາກດ້ານໜີ້ສາທາລະນະ.


ລາຍ​ຊື່

ຢູ່ ວໍຊິງຕັນ
Marcela Sanchez-Bender
+1 (202) 473-5863
msanchezbender@worldbank.org
ຢູ່ ບາງກອກ
Kanitha Kongrukgreatiyos
+662-686-8385
kanitha@worldbank.org
Api
Api