Skip to Main Navigation
ບົດອອກຂ່າວ 15 ມິ.ຖ. 2018

ການຮັກສາສະຖຽນລະພາບ: ບົດລາຍງານສະພາບເສດຖະກິດໃນ ສປປ ລາວ

ວຽງຈັນ, ວັນທີ 15 ມິຖຸນາ 2018 - ອັດຕາການເຕີບໂຕຂອງເສດຖະກິດໃນ ສປປ ລາວ ໃນປີ 2018 ຄາດວ່າຈະຢູ່ໃນລະດັບ 6,7% ເຊິ່ງເຫັນວ່າຍັງຂະຫຍາຍຕົວສູງທຽບກັບປະເທດອື່ນໆໃນພາກພື້ນ, ແຕ່ກໍ່ຂະຫຍາຍຕົວໃນຈັ່ງຫວະຊ້າລົງເມື່ອທຽບກັບອັດຕາການເຕີບໂຕໃນໄລຍະຜ່ານມາ. ອີງຕາມ ບົດລາຍງານ​ສະ​ພາບເສດຖະກິດສໍາລັບ ສປປ ລາວ ຂອງທະນາຄານໂລກ ທີ່ໄດ້ເຜີຍແຜ່ໃນມືນີ້ເຫັນວ່າ ຂະແໜງ ການທີ່ນໍາໃຊ້ແຮງງານຫຼາຍເປັນຕົ້ນ ຂະແໜງການຜະລິດ ແລະ ຂະແໜງທ່ອງທ່ຽວ ຄາດວ່າໄດ້​ຄ່ອຍໆ​ປັບ​ປຸງ​ຂຶ້ນ ແລະ ຄາດ​ວ່າ ຈະສ້າງວຽກເຮັດງານທໍາ ພ້ອມທັງປະກອບສ່ວນເຂົ້າໃນການຫຼຸດຜ່ອນຄວາມທຸກຍາກ.

ໃນຂະແໜງພະລັງງານ ແລະ ການຜະລິດເຫັນວ່າຈະສືບຕໍ່ມີການສົ່ງອອກຢ່າງເຂັ້ມແຂງ ໃນຂະນະທີ່ຂະແໜງການທ່ອງທ່ຽວຄາດວ່າຈະຟື້ນຕົວຈາກ​ປີ​ກາຍ. ວຽກງານການຄຸ້ມຄອງເສດຖະກິດມະຫາພາກກໍ່ມີການປັບປຸງໃຫ້ດີຂຶ້ນ ໂດຍເຫັນ​ວ່າ ໃນ​ເບື້ອງ​ງົບ​ປະ​ມານ ໄດ້ມີ​ຄວາມ​ພະ​ຍາ​ຍາມ​ໃນ​ການ​ເກັບລາຍຮັບ​ດີ​ຂຶ້ນ, ຄວບ​ຄຸມລາຍຈ່າຍ ແລະ ແກ້ໄຂໜີ້ທີ່ຍັງຄົງຄ້າງ ພ້ອມ​ດຽວ​ກັບ​ກໍ່ປ່ອຍໃຫ້​ອັດ​ຕາ​ແລກ​ປ່​ຽນ​ເຫນັງ​ຕີງ​ໄດ້​ຫລາຍ​ຂຶ້ນ​ໃນ​ກອບ. ສ່ວນອັດຕາເງິນເຟີ້ເຫັນວ່າຍັງຢູ່ໃນລະດັບຕໍ່າ ປະມານ 2%, ແຕ່ກໍ່ເລີ່ມສູງຂຶ້ນເນື່ອງຈາກການຟື້ນຕົວຂອງລາຄານໍ້າມັນ.

ໃນໄລຍະກາງ, ສະພາບເສດຖະກິດເຫັນວ່າຈະຍັງຢູ່ໃນລະດັບດີຢູ່ ຖ້າຫາກວ່າມີຄວາມຄືບໜ້າທາງດ້ານຄຸ້ມຄອງງົບປະມານເພື່ອ​ຫລຸດ​ຜ່ອນ​ການ​ຂາດ​ດຸນ ແລະ ການ​ຄຸ້ມ​ຄອງໜີ້ສິນທີ່ປັບ​ປຸງຂຶ້ນກວ່າເກົ່າ ໄປພ້ອມໆກັບການປະຕິຮູບແວດລ້ອມທາງດ້ານທຸລະກິດ ແລະ ການມີມາດຕະການເພີ່ມຄວາມຄວາມສາມາດດ້ານ​ການ​ເງິນ ຂອງຂະແໜງພະລັງງານໃຫ້ມີຄວາມເຂັ້ມແຂງຂຶ້ນກວ່າເກົ່າ. ພ້ອມນັ້ນ, ການສົ່ງເສີມພາກເອກະຊົນໃຫ້ມີຄວາມຟົດຟື້ນ ແລະ ການລົງທຶນໃສ່ການພັດທະນາຊັບພະຍາກອນມະນຸດນັ້ນ ຈະຊ່ວຍເຮັດໃຫ້ການເຕີບໂຕມີຄວາມຍືນຍົງໃນອະນາຄົດ. ທ່ານ ນ.ວຽງສະໄໝ ສຣິດທິຣາດ, ຮັກສາການ ຫົວໜ້າຫ້ອງການທະນາຄານໂລກ ປະຈໍາ ສປປ ລາວ ໄດ້ກ່າວວ່າ: “ສປປ ລາວ ໄດ້ມີການເຕີບໂຕທີ່ເຂັ້ມແຂງມາຕະຫຼອດໄລຍະສິບປີທີ່ຜ່ານມາ ເຊິ່ງສາມາດປະກອບສ່ວນເຂົ້າໃນການປັບປຸງຊີວິດການເປັນຢູ່ ແລະ ການບໍລິການຕ່າງໆ ໃຫ້ແກ່ປະຊາຊົນລາວ. ພ້ອມນັ້ນ, ການປັບປຸງແວດລ້ອມທຸລະກິດ ກໍ່ຈະສາມາດຊ່ວຍເຮັດໃຫ້ເສດຖະກິດຂອງ ສປປ ລາວ ຂະຫຍາຍຕົວໄດ້ ໂດຍບໍ່ເອື່ອຍອີງໃສ່ຂະແໜງຊັບພະຍາກອນທໍາມະຊາດຫລາຍ​ເກີນ​ໄປ, ເຊິ່ງຈະສົ່ງຜົນເຮັດໃຫ້ມີການສ້າງວຽກເຮັດງານທໍາຫຼາຍຂຶ້ນກວ່າເກົ່າ. ໂອກາດໃນການຂະຫຍາຍຕົວຂອງຂະແໜງກະສິກໍາ, ການປຸງແຕ່ງຜົນຜະລິດກະສິກໍາ, ການທ່ອງທ່ຽວ, ການຄ້າ ແລະ ການຜະລິດ ຈະເປັນທ່າແຮງໃນການຫຼຸດຜ່ອນຄວາມທຸກຍາກລົງໄດ້ຕື່ມອີກ”.

ຢ່າງໃດກໍ່ຕາມ, ຄວາມ​ສ່ຽງ​ຍັງ​ຄົງສູງ​ຢູ່ ລວມ​ທັງໃນທ້າຍປີ 2017, ເຫັນວ່າຍັງມີຄວາມສ່ຽງທາງດ້ານໜີ້ສິນພາກລັດທີ່ຢູ່ໃນລະດັບສູງຫຼາຍ ເຊິ່ງກວມປະມານ 61% ຂອງ GDP ແລະ ອັດ​ຕາ​ສ່ວນ​ການ​ກູ້​ຢືມທີ່​ມີ​ເງື່ອນ​ໄຂ​ຜ່ອນ​ຜັນ​ຫນ້ອຍ ກໍ​ເພີ່ມ​ຂຶ້ນ. ບາງ​ພາກ​ສ່ວນ​ຂອງຂະແໜງ ການເງິນເຫັນວ່າຍັງມີ​ຄວາມ​ອ່ອນ​ແອ ແລະ ຕ້ອງໄດ້ມີການສະ​ສົມຄັງສໍາຮອງເງິນຕາຕ່າງປະເທດໃຫ້ຫຼາຍຂຶ້ນກວ່າເກົ່າ. ໃນການຫຼຸດຜ່ອນຄວາມສ່ຽງເຫຼົ່ານີ້ ແມ່ນຈະຕ້ອງໄດ້ມີຄວາມເດັດຂາດໃນການປະຕິບັດບາດກ້າວທີ່ຕິດພັນກັບວິໄນທາງດ້ານເງິນ ເປັນຕົ້ນແມ່ນຄວນມີການພິຈາລະນາຄືນໃໝ່ກ່ຽວກັບການລົງທຶນຂອງລັດຂະໜາດໃຫຍ່ ແລະ ເພີ່ມປະສິດທິຜົນທາງດ້ານລາຍຈ່າຍ.

ບົດລາຍງານສະບັບນີ້ ໄດ້ລວມເອົາການວິເຄາະຫົວຂໍ້ກ່ຽວກັບ ຕ່ອງໂສ້ມູນຄ່າເພີ່ມຂອງການຜະລິດເຂົ້າໃນ ສປປ ລາວ. ເນື່ອງຈາກວ່າເຂົ້າຍັງເປັນພືດເສດຖະກິດຕົ້ນຕໍ ແລະ ຍັງເປັນແຫຼ່ງອາຫານທີ່ສໍາຄັນສໍາລັບ ສປປ ລາວ, ຜົນການວິເຄາະໄດ້ໃຫ້ຮູ້ວ່າ ຊາວນາມີກໍາໄລຈາກການຜະລິດເຂົ້າຕໍ່າຫຼາຍໂດຍ​ທຽບ​ຖານ, ແຕ່ເວລາດຽວກັນ ຜູ້ບໍລິໂພກໃນລາວພັດໄດ້ຊື້ເຂົ້າໃນລາຄາສູງກວ່າໝູ່ຢູ່ໃນພາກພື້ນ. ຕົ້ນທຶນການຜະລິດທີ່ສູງຫຼາຍ ແລະ ຕ່ອງ​ໂສ້​ການ​ຈຳ​ຫນ່າຍ​ເຖິງ​ລູກ​ຄ້າ ຍັງຂາດປະສິດທິຜົນນັ້ນ ໄດ້ປະກອບສ່ວນເຮັດໃຫ້ເກີດມີຄວາມບໍ່ດຸ່ນດ່ຽງໃນຕ່ອງ​ໂສ້ການ​ຜະ​ລິດ​ແລະຈຳ​ຫນ່າຍ​ເຂົ້າ, ແຕ່ໃນການແກ້ໄຂບັນຫານີ້ ຕ້ອງໄດ້ເພີ່ມທະວີການຮ່ວມມືກັນລະຫວ່າງຊາວນາ ແລະ ໂຮງສີໃຫ້ຫຼາຍຂຶ້ນກວ່າເກົ່າ ພ້ອມທັງປັບປຸງລະບຽບການທາງດ້ານທຸລະກິດ, ໄປຄຽງຄູ່ກັນກັບການປັບປຸງການບໍລິການເພື່ອເພີ່ມທະວີການຜະລິດເຂົ້າເພື່ອເປັນສິນຄ້າ ແລະ ປັບປຸງການເຂົ້າເຖິງແຫຼ່ງທຶນ. ການປະຕິບັດຄືດັ່ງກ່າວ ຈະຊ່ວຍຫຼຸດຜ່ອນຕົ້ນທຶນການຜະລິດ ແລະ ເພີ່ມຄຸນນະພາບເຂົ້າໃຫ້ສູງຂຶ້ນໄດ້ ພ້ອມທັງແກ້ໄຂສິ່ງທ້າທາຍຕ່າງໆຂອງຂະແໜງການນີ້ໄດ້.

ບົດລາຍງານດ້ານເສດຖະກິດສໍາລັບ ສປປ ລາວ ແມ່ນເຜີຍ​ແຜ່ສອງຄັ້ງຕໍ່ປີ ໂດຍ ຫ້ອງການທະນາຄານໂລກ ປະຈໍາ ສປປ ລາວ.


ລາຍ​ຊື່

ສປປ ລາວ
Hannah McDonald-Moniz
+856 21 266 278
hmcdonaldmoniz@worldbank.org
ວໍຊິງຕັນ
Dini Djalal
+1 202 468-4442
ddjalal@worldbank.org
Api
Api