Skip to Main Navigation
publication8 ມ.ກ. 2024

ຜົນກະທົບຈາກ COVID-19 ຕໍ່ຂະແໜງການທ່ອງທ່ຽວຂອງ ສປປ ລາວ

The World Bank

ວັງວຽງເປັນສະຖານທີ່ທ່ອງທ່ຽວຍອດນິຍົມຂອງນັກທ່ອງທ່ຽວທີ່ມັກຮັກທຳມະຊາດ

ທະນາຄານໂລກ / ສຸກສະຫວ ນ ສົມບູນຂ ນ

ລັດຖະບານແຫ່ງ ສປປ ລາວ ຈະເປີດປີທ່ອງທ່ຽວລາວ ປີ 2024 ເພື່ອ ສ້າງຄວາມສົນໃຈໃຫ້ນັກທ່ອງທ່ຽວ ເຂົ້າມາທ່ອງທ່ຽວໃນປະເທດ ຢ່າງໜ້ອຍ 4,6 ລ້ານຄົນ. ການເປີດປີທ່ອງທ່ຽວນີ້​ ເປັນ​ໂອກາດສຳຄັນ​ຕໍ່​ເສດຖະກິດລາວ ເພາະວ່າຂະແໝງການທ່ອງທ່ຽວ​ກວມ​ເອົາ​ປະມານ 5% ຂອງ​ລວມຍອດ​ຜະລິດ​ຕະ​ພັນ​ພາຍ​ໃນ​ປະ​ເທດ (GDP). ​ໃນຄະນະດຽວກັນ, ທະນາຄານ​ໂລກ​ຄາດ​ຄະ​ເນໄວ້​ວ່າ ​ການທ່ອງທ່ຽວ​ລາວສາມາດ​ເຕີບ​ໂຕ​ ປະມານ 10% ຂອງ GDP ຖ້າມີການ​ລົງທຶນ ​ແລະ​ ການ​ປະຕິ​ຮູບ ທີ່​ຖືກຕ້ອງ.

ໂຄວິດ-19 ໄດ້ສ້າງຜົນກະທົບ ຕໍ່ອຸດສາຫະກຳການທ່ອງທ່ຽວທົ່ວໂລກ. ສິ່ງທ້າທາຍອັນສໍາຄັນ ທີ່ຂະແຫນງການທ່ອງທ່ຽວລາວ ກຳລັງປະເຊີນ ແມ່ນຂາດຂໍ້ມູນດ້ານການຕະຫຼາດ ເຊິ່ງກ່ຽວຂ້ອງກັບ ການປ່ຽນແປງຂອງຕະຫຼາດການທ່ອງທ່ຽວໂລກ. ຂໍ້ມູນດ້ານການຕະຫຼາດທ່ອງທ່ຽວ ເປັນບ່ອນອີງຈໍາເປັນ ແລະ ສໍາຄັນ ຕໍ່ ລັດຖະບານລາວໃນການ ປັບປຸງຍຸດທະສາດ ການຕະຫຼາດ, ຜະລິດຕະພັນ ແລະ ມາດຕະຖານການບໍລິການ ທ່ອງທ່ຽວ ທີ່ສາມາດ ຕອບສະໜອງຄວາມຕ້ອງການຂອງນັກທ່ອງທ່ຽວ ຈາກຕະຫຼາດການທ່ອງທ່ຽວທີ່ແຕກຕ່າງກັນ.

ຂໍ້ມູນທີ່ດີ ແລະ ມີຄຸນນະພາບ ສາມາດຊ່ວຍ ປັບປຸງການຕະຫຼາດທ່ອງທ່ຽວໃຫ້ດີຂຶ້ນ ໂດຍເຮັດໃຫ້ ທ່າແຮງບົ່ມຊ້ອນຂອງປະເທດລາວ ເປັນຈຸດໝາຍປາຍທາງຂອງນັກທ່ອງທ່ຽວຈໍານວນຫຼາຍຈາກທົ່ວໂລກ

ບົດ​ລາຍ​ງານ​ລ້າສຸດຂອງ​ທະນາຄານ​ໂລກ ມີຂໍ້ມູນ​ດ້ານ​ການ​ຕະຫຼາດ​ທ່ອງທ່ຽວ. ໃນນີ້ ໄດ້ກໍານົດ ສາມຂົງເຂດຈຸດສຸມ ສໍາລັບການທ່ອງທ່ຽວລາວພາຍຫລັງ COVID-19 ເຊັ່ນ: ການຕິດຕາມ ຕະຫຼາດການທ່ອງທ່ຽວ, ການພັດທະນາທັກສະ ແລະ ຕະຫຼາດການທ່ອງທ່ຽວເປົ້າຫມາຍ, ແລະ ການສົ່ງເສີມ ການທ່ອງທ່ຽວ. ບົດ​ລາຍ​ງານຍັງໄດ້ແນະນໍາການດໍາເນີນວຽກທ່ອງທ່ຽວບູລິມະສິດຄື:

  • ດໍາເນີນການສໍາຫຼວດເປັນປົກກະຕິ ເພື່ອເກັບກໍາຂໍ້ມູນສະຖິຕິກ່ຽວກັບຄວາມຕ້ອງການທ່ອງທ່ຽວ, ການສະຫນອງການບໍລິການທ່ອງທ່ຽວ ແລະ ຜົນກະທົບຕໍ່ສັງຄົມ ແລະ ສິ່ງແວດລ້ອມຈາກ ການທ່ອງທ່ຽວ.
  • ຂະບວນການເກັບກຳຂໍ້ມູນແບບທັນສະໄໝ.
  • ພັດທະນາ ແລະ ຈັດຕັ້ງປະຕິບັດ ຫຼັກສູດຝຶກອົບຮົມການຕ້ອນຮັບນັກທ່ອງທ່ຽວ ໂດຍທົ່ວໄປ ໃຫ້ແທດເໝາະກັບ ຄວາມຕາມຕ້ອງການ ແລະ ສ້າງຂີດຄວາມສາມາດດ້ານບຸກຄະລາກອນ ຂອງຂະແໜງການທ່ອງທ່ຽວ.
  • ປັບປຸງຄວາມສາມາດ ຂອງອຸດສາຫະກໍາການທ່ອງທ່ຽວ ດ້ານການຕ້ອນຮັບນັກທ່ອງທ່ຽວ ດ້ວຍການສື່ສານກັບລູກຄ້າ.
  • ເລີ່ມຕົ້ນໃໝ່ ແລະ ຂະຫຍາຍແຜນງານ ຝຶກອົບຮົມດ້ານຕະຫຼາດການທ່ອງທ່ຽວຈາກປະເທດຈີນ ເພື່ອຮັບປະກັນການດໍາເນີນທຸລະກິດການທ່ອງທ່ຽວ ທີ່ຕອບສະໜອງຕາມຄວາມຕ້ອງການ ຂອງຕະຫຼາດທ່ອງທ່ຽວຈາກປະເທດຈີນ ທີ່ກໍາລັງຂະຫຍາຍຕົວ.
  • ໂຄສະນາການຕະຫຼາດທ່ອງທ່ຽວ ໂດຍສຸມໃສ່ຫົກຕະຫຼາດບູລິມະສິດ.
  • ສຸມໃສ່ການທ່ອງທ່ຽວ ແບບ ອະນຸລັກທຳມະຊາດ.
  • ເພີ່ມການນໍາໃຊ້ ສື່ທາງສັງຄົມ ແລະ ອິນເຕີເນັດ ເພື່ອການໂຄສະນາຕະຫຼາດການທ່ອງທ່ຽວ.

ຂໍ້ມູນທີ່ດີ ແລະ ມີຄຸນນະພາບ ສາມາດຊ່ວຍ ປັບປຸງການຕະຫຼາດທ່ອງທ່ຽວໃຫ້ດີຂຶ້ນ ໂດຍເຮັດໃຫ້ ທ່າແຮງບົ່ມຊ້ອນຂອງປະເທດລາວ ເປັນຈຸດໝາຍປາຍທາງຂອງນັກທ່ອງທ່ຽວຈໍານວນຫຼາຍຈາກທົ່ວໂລກ. ການຄຸ້ມຄອງການທ່ອງທ່ຽວທີ່ດີ, ຈະເຮັດປະເທດລາວ ສ້າງລາຍຮັບໃຫ້ແກ່ປະຊາຊົນບັນດາເຜົ່າ ແບບກະຈາຍທົ່ວປະເທດ ໂດຍບໍ່ມີຜົນກະທົບອັນສໍາຄັນ ຕໍ່ສັງຄົມ ແລະ ສິ່ງແວດລ້ອມ ແຕ່ມີຜົນປະໂຫຍດຈາກການທ່ອງທ່ຽວແບບຍືນນານ.