Skip to Main Navigation
ບົດອອກຂ່າວ 9 ພ.ພ. 2019

ສອງໂຄງການໃນຂະແໜງປົກປ້ອງທາງສັງຄົມ ແລະ ໃນຂະແຫນງນ້ຳ, ສຸຂະພິບານ ແລະ ອະນາໄມເພື່ອປັບປຸງໂພຊະນາການໃນສປປລາວ

ວຽງຈັນ, 9 ພຶດສະພາ 2019 - ໂຄງການໃຫມ່ທັງສອງ, ລວມມູນຄ່າທັງຫມົດ 52 ລ້ານໂດລາສະຫະລັດ, ຈະພ້ອມກັນແກ້ໄຂບັນຫາ ການຂາດສານອາຫານຊໍາເຮື້ອທີ່ມີອັດຕາທີ່ສູງຢູ່ເຂດພາກເຫນືອຂອງສປປລາວ. ໂຄງການຫຼຸດຜ່ອນຄວາມທຸກຍາກ ແລະ ການຂາດສານອາຫານໃນຊົນນະບົດ ຂອງຂະແໜງປົກປ້ອງສັງຄົມ ຈະວາງຮາກຖານຂອງລະບົບການປົກປ້ອງທາງສັງຄົມແຫ່ງຊາດ ແລະ ສະຫນັບສະຫນູນການໂອນເງິນແບບມີເງື່ອນໄຂໃຫ້ຄົວເຮືອນເປົ້າໝາຍ ເພື່ອປັບປຸງໂພຊະນາການໃຫ້ດີຂຶ້ນ. ໂຄງການຂະຫຍາຍນ້ຳປ​ະ​ປາ, ສຸຂາພິບານ ແລະ ອະນາໄມ ຈະຂະຫຍາຍການເຂົ້າເຖິງ ນ້ຳ, ສຸຂາພິບານ ແລະ ອະນາໄມ ທີ່​ດີ​ຂຶ້ນ.

ໂຄງການຂອງຂະແໜງປົກປ້ອງທັງສັງຄົມມູນຄ່າ 27 ລ້ານໂດລາ ສະຫະລັດ ແລະໂຄງການຂອງຂະແໜງນ້ຳ ແລະ ສຸ​ຂາ​ພິ​ບານ ມູນຄ່າ 25 ລ້ານໂດລາສະຫະລັດ ໄດ້ຮັບການລົງນາມໃນມື້ນີ້ໂດຍ ທ່ານຮອງລັດຖະມົນຕີກະຊວງການເງິນ, ທ່ານ ນາງ ທິບພະກອນ ຈັນທະວົງສາ   ແລະ ຫົວໜ້າທະນາຄານໂລກປະຈຳ ສປປ ລາວ ທ່ານ ນິໂກລ້າ ໂປນຕາລາ. ທັງສອງໂຄງການຈະໄດ້ຮັບການຈັດຕັ້ງປະຕິບັດຢູ່ ແຂວງຊຽງຂວາງ, ຫົວພັນ, ຜົ້ງສາລີ ແລະ ອຸດົມໄຊ, ເຊິ່ງໄດ້ຮັບຜົນກະທົບ ພາວະການຂາດສານອາຫານຊໍາເຮື້ອ (ເຕັ້ຍ) ໃນລະດັບສູງ ເຊິ່ງສູງກວ່າ 40 ສ່ວນຮ້ອຍ. ການຂາດສານອາຫານຊໍາເຮື້ອໃນໄວເດັກສົ່ງຜົນໃຫ້ສຸຂະພາບຂອງເດັກອ່ອນແອ, ເຮັດໃຫ້ເດັກນ້ອຍພັດທະນາຊ້າ, ຜົນການການຮຽນຕ່ຳ ແລະ ໃນທີ່ສຸດກໍ່ເຮັດໃຫ້ໂອກາດໃນການຖືກຈ້າງງານລົດລົງ, ສະນັ້ນ, ຈຶ່ງເຮັດໃຫ້ຊຸມຊົນບໍ່ສາມາດຫຼຸດພົ້ນອອກຈາກຄວາມທຸກຍາກ. ອັດຕາການຂາດສານອາຫານຂອງແມ່ ແລະ ເດັກໃນປະຈຸບັນ ເທົ່າກັບການສູນເສຍຕົ້ນທຶນມະນຸດໃນປະເທດລາວ ຄິດເປັນມູນຄ່າປະມານ 2.4% ຂອງລວມຍອດຜະລິດຕະພັນພາຍໃນໃນແຕ່ລະປີ.

ທ່ານ ນິໂກລ້າ ໂປນຕາລາ ຫົວໜ້າທະນາຄານໂລກປະຈຳ ສປປລາວ ກ່າວວ່າ “ເດັກນ້ອຍທີ່ເກີດໃນປະເທດລາວໃນມື້ນີ້ຈະມີປະສິດທິຜົນພຽງແຕ່ 45% ຖ້າທຽບໃສ່ປະສິດທິຜົນອັນເຕັມສ່ວນໃນກໍລະນີທີ່ລາວໄດ້ຮັບ ການສຶກສາ ແລະ ບໍລິການສຸຂະພາບຢ່າງເຕັມທີ່. ການລົງທຶນເຂົ້າໃນການປັບປຸງໂພຊະນາການຫມາຍເຖິງການສ້າງທຶນມະນຸດຂອງປະເທດ, ເຊິ່ງຈະຊ່ວຍໃຫ້ການເຕີບໂຕທາງດ້ານເສດຖະກິດຂອງ ສປປ ລາວ ໃນອະນາຄົດເປັນການເຕີບໂຕຢ່າງທົ່ວເຖິງຫຼາຍຍິ່ງຂຶ້ນ. ພວກເຮົາມີຄວາມຍິນດີທີ່ຈະສະຫນັບສະຫນູນສອງໂຄງການດັ່ງກ່າວໃນຂະແຫນງທີ່ມີຄວາມສໍາຄັນຕໍ່ການຫຼຸດຜ່ອນການຂາດໂພຊະນາການໃນເດັກ. ການຂາດສານອາຫານຊໍາເຮື້ອ ແມ່ນປະກົດການ ຫຼາຍມິຕິ ແລະມັນສໍາຄັນຫຼາຍທີ່ຕ້ອງແກ້ໄຂບັນຫາໃນມິຕິຂອງຄວາມຕ້ອງການ ແລະ ໃນມິຕິຂອງການສະຫນອງໄປພ້ອມໆກັນເພື່ອຊ່ວຍໃຫ້ລູກຫຼານຄົນລາວໃນຮຸ້ນຕໍ່ໄປເຕີບໃຫຍ່ຢ່າງເຂັ້ມແຂງ ແລະ ມີສຸຂະພາບທີ່ດີຍິ່ງໆຂຶ້ນ.”

ໂຄງການຂອງຂະແໜງປົກປ້ອງທາງສັງຄົມເປັນໂຄງການໃຫມ່ເຊິ່ງຈະເນັ້ນໃສ່ຄົວເຮືອນທີ່ທຸກຍາກ ແລະ ສະໜອງຕາໜ່າງຄວາມປອດໄພທັງສັງຄົມ ຜ່ານແຜນງານການໂອນເງິນແບບມີເງື່ອນໄຂ. ບັນດາເງື່ອນໄຂຕ່າງໆສໍາລັບການໂອນເງິນດັ່ງກ່າວ ແມ່ນຂຶ້ນກັບການຫັນປ່ຽນພຶດຕິກຳຂອງກຸ່ມຄົວເຮືອນເປົ້າໝາຍກ່ຽວກັບ ການປັບປຸງສຸຂະພາບ, ໂພຊະນາການ, ແລະ ສຸຂະອະນາໄມທີ່ດີຂຶ້ນ ແລະ ຈະສົ່ງເສີມຊ່ວຍເຫຼືອເດັກນ້ອຍໃຫ້ມີສຸຂະພາບທີ່ດີ ໂດຍສະເພາະໃນໄລຍະ 1000 ມື້ທໍາອິດຂອງຊີວິດ. ໂຄງການຂອງຂະແໜງນ້ຳ ແລະ ສຸ​ຂາ​ພິ​ບານຈະຂະຫຍາຍການສະຫນອງບໍລິການນ້ຳ ແລະ ສຸຂາພິບານ ຢູ່ໃນບັນດາບ້ານເປົ້າໝາຍດຽວກັນກັບໂຄງການຂອງຂະແໜງປົກປ້ອງສັງຄົມ ເພື່ອແກ້ໄຂບັນຫາພະຍາດທີ່ຕິດຕໍ່ທາງນໍ້າທີ່ເພີ່ມຄວາມສ່ຽງທີ່ຈະພາໃຫ້ເດັກນ້ອຍກາຍເປັນເດັກຂາດສານອາຫານ. ໂຄງການດັ່ງກ່າວຍັງຈະສ້າງຄວາມເຂັ້ມແຂງໃຫ້ແກ່ອໍານາດການປົກຄອງທ້ອງຖິ່ນ ໃນການຕິດຕາມ, ປະເມີນຜົນ ແລະ ສະຫນັບສະຫນູນດ້ານວິຊາການໃຫ້ແກ່ຊຸມຊົນເພື່ອເປັນ​ເຈົ້າ​ການໃນການຄຸ້ມຄອງການສະໜອງນ້ຳ​ ແລະ ຮັກ​ສາ​ສຸ​ຂ​ະ​ອະ​ນາ​ໄມ ໃນ​ຊຸມ​ຊົນ​ຂອງ​ເຂົາ​ເຈົ້າ.

ທ່ານຮອງລັດຖະມົນຕີກະຊວງການເງິນ, ທ່ານ ນາງ ທິບພະກອນ ຈັນທະວົງສາ  ກ່າວວ່າ: “ລັດຖະບານແຫ່ງ ສປປ ລາວ ຍາມໃດກໍ່ເຫັນຄຸນຄ່າສໍາຄັນຂອງການສະໜັບສະໜູນຈາກທະນາຄານໂລກເປັນຢ່າງສູງ, ໂດຍສະເພາະການຊຸກຍູ້ໃນຂົງເຂດການພັດທະນາຊົນນະບົດ ແລະ ຊັບພະຍາກອນມະນຸດ, ເຊິ່ງຈະຊ່ວຍສົ່ງຜົນໃຫ້ການປັບປຸງສະພາບການດໍາລົງຊີວິດຂອງປະຊາຊົນລາວໄດ້ດີຂຶ້ນ, ການລຸດຜ່ອນຄວາມທຸກຍາກ ດ້ວຍການຂະຫຍາຍການເຂົ້າເຖິງນໍ້າສະອາດ, ສຸຂາພິບານ ແລະ ສຸ​ຂ​ະ​ອະ​ນາ​ໄມ ລວມທັງການສ້າງຕາຫນ່າງປົກປ້ອງສັງຄົມ ຜ່ານວຽກງານໂພຊະນາການທາງອ້ອມ ສໍາລັບຄົວເຮືອນທຸກຍາກ ແລະ ດ້ອຍໂອກາດ ກໍຍິ່ງຈະດີຂຶ້ນເທື່ອກ້າວ.”

ໂຄງການທັງສອງດັ່ງກ່າວ ພ້ອມກັບໂຄງການອື່ນໆທີ່ກຳລັງຈັດຕັ້ງປະຕິບັດ ແລະ ໂຄງການຕ່າງໆທີ່ຈະໄດ້ຮັບການສະຫນັບສະຫນູນຈາກທະນາຄານໂລກ ທີ່ຕິດພັນ ກັບການປັບປຸງຄຸນນະພາບດ້ານສາທາລະນະສຸກ, ການສຶກສາ ແລະ ການຜະລິດອາຫານທີ່ຫຼາກຫຼາຍ, ເຊິ່ງຈະພ້ອມກັນເຮັດວຽກກັັບກຸ່ມຄົວເຮືອນເປົ້າໝາຍອັນດຽວກັນໃນ 4 ແຂວງພາກເຫນືອ ເປັນສ່ວນຫນຶ່ງ ຂອງແຜນງານໂພຊະນາການໜຶ່ງດຽວຫຼາຍຂະແໜງການຂອງທະນາຄານໂລກ.


ລາຍ​ຊື່

ສປປລາວ
Hannah McDonald-Moniz
+856 21 266 278
hmcdonaldmoniz@worldbank.org
Api
Api