Skip to Main Navigation
ບົດອອກຂ່າວ 30 ມ.ນ. 2020

ການສະໜັບສະໜູນຈາກທະນາຄານໂລກ ຊ່ວຍເສີມສ້າງຄວາມເຂັ້ມແຂງທາງດ້ານ ຕາໜ່າງຄວາມປອດໄພທາງການເງິນ ແລະ ລະບົບການຈົດທະບຽນພົນລະເມືອງ ຂອງ ສປປ ລາວ

ວໍຊິງຕັນ, 30 ມີນາ 2020 ມື້ນີ້ ສະພາບໍລິຫານຂອງທະນາຄານໂລກ ໄດ້ອະນຸມັດການສະໜອງທຶນ ມູນຄ່າ 60 ລ້ານໂດລາສະຫະລັດ ໃຫ້ແກ່ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ເຊິ່ງໃນນີ້ ຈຳນວນ 35 ລ້ານໂດລາສະຫະລັດ ຈະຊ່ວຍໃຫ້ ສປປ. ລາວ ເສີມສ້າງຄວາມເຂັ້ມແຂງທາງດ້ານ ຕາໜ່າງຄວາມປອດໄພທາງການເງິນຂອງປະເທດ, ແລະ ຈຳນວນ 25 ລ້ານໂດລາສະຫະລັດ ຈະສະໜັບສະໜູນການຍົກລະດັບ ລະບົບການຈົດທະບຽນພົນລະເມືອງແຫ່ງຊາດ.

ໂຄງການເສີມສ້າງຄວາມເຂັ້ມແຂງຕາໜ່າງຄວາມປອດໄພຂອງຂະແໜງການເງິນ ມູນຄ່າ 35 ລ້ານໂດລາສະຫະລັດ ຈະພັດທະນາຂີດຄວາມສາມາດຂອງ ສຳນັກງານປົກປ້ອງເງິນຝາກ, ເຊິ່ງເປັນນິຕິບຸກຄົນ-ການຈັດຕັ້ງຂອງລັດ, ເພື່ອຈັດຕັ້ງປະຕິບັດພາລະບົດບາດໃນການປົກປ້ອງເງິນຝາກ ພ້ອມທັງສົ່ງຜົນປະໂຫຍດໃຫ້ແກ່ຄົວເຮືອນ ແລະ ວິສາຫະກິດຂະໜາດນ້ອຍ ແລະ ກາງ ທີ່ມີເງິນຝາກຢູ່ໃນລະບົບທະນາຄານ ໂດຍການປົກປ້ອງພວກເຂົາ ໃນກໍລະນີທີ່ທະນາຄານເກີດມີບັນຫາການລົ້ມລະລາຍ.

ທ່ານ ນາງ ມາຣຽມ ເຊີຣ໌​ແມນ, ຜູ້ອຳນວຍການທະນາຄານໂລກ ປະຈຳມຽນມາ, ກຳປູເຈຍ ແລະ ສປປ ລາວ ໄດ້ກ່າວວ່າ: “ລະບົບການປົກປ້ອງເງິນຝາກທີ່ມີຄວາມເຂັ້ມແຂງ ຈະເຮັດໃຫ້ລະບົບທະນາຄານມີຄວາມທົນທານຫຼາຍຂຶ້ນ ຕໍ່ກັບຜົນກະທົບ ທີ່ຈະເກີດຂຶ້ນໄດ້. ນີ້ສາມາດອຳນວຍຄວາມສະດວກໃນການລະດົມການຝາກເງິນພາຍໃນປະເທດ, ເຊິ່ງສາມາດນຳໄປໃຊ້ໃຫ້ເກີດ ດອກອອກຜົນ ແລະ ກະຕຸ້ນກິດຈະກຳທາງເສດຖະກິດ ແລະ ການສ້າງວຽກເຮັດງານທຳ.

ໂຄງການວຽກງານການຈົດທະບຽນ ແລະ ສະຖິຕິພົນລະເມືອງ (CRVS) ມູນຄ່າ 25 ລ້ານໂດລາສະຫະລັດ ຈະສະໜັບສະໜູນການສ້າງຕັ້ງລະບົບການຈົດທະບຽນພົນລະເມືອງແຫ່ງຊາດອັນຮອບດ້ານ ເຊິ່ງສາມາດຮອງຮັບການບັນທຶກເຫດ ການສໍາຄັນໃນຊີວິດ. CRVS ຈະສະໜອງຂໍ້ມູນສໍາຄັນ ເຊິ່ງສາມາດໃຊ້ເປັນຂໍ້ມູນລາຍງານເຂົ້າໃນການຮ່າງແຜນ ແລະ ການຈັດຕັ້ງປະຕິບັດນະໂຍບາຍຕ່າງໆຂອງພາກລັດ ແລະ ຊ່ວຍເຂົ້າໃນການຕິດຕາມກວດກາ ແລະ ປະເມີນຜົນ ການຈັດຕັ້ງປະຕິບັດ ແຜນພັດທະນາແຫ່ງຊາດ ແລະ ແຜນພັດທະນາຂັ້ນແຂວງ.

ທ່ານ ນິໂຄລາ ປອນຕາຣາ, ຫົວໜ້າຫ້ອງການທະນາຄານໂລກ ປະຈໍາ ສປປ ລາວ, ໄດ້ກ່າວວ່າ: “ອັດຕາປົກຄຸມຂອງການຈົດທະບຽນພົນລະເມືອງທີ່ຕ່ຳ ແມ່ນກໍ່ໃຫ້ເກີດຄວາມສ່ຽງຕໍ່ຄຸນນະພາບຂອງການວາງແຜນ ແລະ ການຕິດຕາມກວດກາ ບັນດາແຜນງານ ໃນຂັ້ນສູນກາງ ແລະ ຂັ້ນທ້ອງຖິ່ນ.ການເກັບກຳ ແລະ ວິເຄາະເຫດການສຳຄັນໃນຊີວິດ ຢ່າງເປັນລະບົບ ຈະສະໜອງຂໍ້ມູນທີ່ອີງໃສ່ຫຼັກຖານ ໃຫ້ແກ່ຜູ້ກຳນົດນະໂຍບາຍ ເພື່ອແນໃສ່ກຸ່ມເປົ້າໝາຍສະເພາະ ຂອງປະຊາກອນ, ລວມທັງຜູ້ທຸກຍາກ, ພ້ອມກັບນະໂຍບາຍ ແລະ ການບໍລິການ ທີ່ດັດປັບມາສະເພາະເພື່ອໃຫ້ແທດເໝາະ.

ໂຄງການດັ່ງກ່າວນີ້ ຈະຊ່ວຍໃຫ້ມີຄວາມສະດວກວ່ອງໄວຂຶ້ນ ໃນການຈັດຕັ້ງປະຕິບັດ ແຜນຍຸດທະສາດ CRVS ປີ 2016–2025 ຂອງລັດຖະບານ ສປປ. ລາວ, ກົດໝາຍວ່າດ້ວຍທະບຽນຄອບຄົວ ປີ 2018, ແລະ ປະຕິບັດຕາມພັນທະຕໍ່ກັບ ຂອບການປະຕິບັດ ງານປະຈຳພາກພື້ນອາຊີປາຊີຟິກ ວ່າດ້ວຍວຽກງານ CRVS ປີ 2015–2024.

ການສະໜອງທຶນດັ່ງກ່າວ ແມ່ນມາຈາກ ສະມາຄົມການພັດທະນາສາກົນ (IDA) ຂອງທະນາຄານໂລກ. IDA ຂອງທະນາຄານໂລກ ໄດ້ຮັບການສ້າງຕັ້ງຂຶ້ນໃນປີ 1960 ເພື່ອຊ່ວຍເຫຼືອບັນດາປະເທດທີ່ທຸກຍາກທີ່ສຸດໃນໂລກ ໂດຍການສະໜອງທຶນຊ່ວຍເຫຼືອລ້າ ແລະ ທຶນກູ້ຢືມໃນອັດຕາດອກເບ້ຍຕໍ່າ-ບໍ່​ມີດອກເບ້ຍ ໃຫ້ແກ່ບັນດາໂຄງການ ແລະ ແຜນງານ ທີ່ສົ່ງເສີມການເຕີບໂຕຂອງເສດຖະກິດ, ຫຼຸດຜ່ອນຄວາມທຸກຍາກ, ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນຜູ້ທຸກຍາກ.


ເລກທີ ບົດອອກຂ່າວ: 2020/153/EAP

ລາຍ​ຊື່

ຢຸ່ ສປປ ລາວ
ທ່ານ ນາງ ວັນນາພອນ ສິລິດທິລາດ
+856 20 5555 9290
vsitthirath@worldbank.org
ຢູ່ ກຸງ ວໍຊິງຕັນ
Nick Keyes
+1 (202) 473-9135
nkeyes@worldbankgroup.org
Api
Api