Skip to Main Navigation
ບົດອອກຂ່າວ 23 ກ.ລ. 2018

ຜູ້ຕາງໜ້າທະນາຄານໂລກ ປະຈໍາ ສປປ ລາວ ຜູ້ໃໝ່ ເລີ່ມປະຕິບັດໜ້າທີ່ໆໄດ້ຮັບມອບໝາຍ ຢູ່ນະຄອນຫຼວງວຽງຈັນ

Image

ຢູ່ທີ່ນະຄອນຫຼວງວຽງຈັນ, ວັນທີ 23 ກໍລະກົດ 2018ທ່ານ ນິໂກລາ ປອນຕາຣາ (Nicola Pontara), ຫົວ​ໜ້າຫ້ອງການທະນາຄານໂລກ ປະຈໍາ ສປປ ລາວ ຜູ້ໃໝ່, ໄດ້ຍື່ນສານແຕ່ງຕັ້ງຂອງຕົນ ຕໍ່ພະນະທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີ ກະຊວງການຕ່າງປະເທດ. ທ່ານ ປອຕາຣາ ມີພາລະກິດໃນການສືບຕໍ່ເສີມຂະຫຍາຍການຮ່ວມ​ມືທີ່ແໜ້ນແຟ້ນ ກ່ຽວກັບການພັດທະນາແບບຍືນຍົງ ແລະ ທົ່ວເຖິງ ລະຫວ່າງ ທະນາຄານໂລກ ແລະ ສປປ ລາວ.

ທ່ານ ປອນຕາຣາ ໄດ້ກ່າວວ່າ: “ຂ້າພະເຈົ້າຮູ້ສຶກປິຕິຍິນດີ ທີ່ໄດ້ມີໂອກາດມາສືບຕໍ່ປະຕິບັດວຽກງານທີ່ມີຄວາມສໍາຄັນຢ່າງຍິ່ງຂອງພວກຂ້າພະເຈົ້າຢູ່ ສປປ ລາວ ເນື່ອງຈາກພວກຂ້າພະເຈົ້າມີຄວາມພະຍາຍາມຢ່າງມຸ້ງໝັ້ນ ເພື່ອສະໜັບສະໜູນ ສປປ ລາວ ໃນການຫລຸດຜ່ອນຄວາມທຸກຍາກ  ແລະ ເພີ່ມທະວີການແບ່ງປັນຄວາມອຸດົມຮັ່ງມີຢ່າງທົ່ວເຖິງ ໂດຍຜ່ານການເຕີບໂຕແບບສີຂຽວ ແລະ ມີປະສິດທິພາບ”. ເພິ່ນໄດ້ກ່າວຕື່ມອີກວ່າ: “ສປປລາວ ໄດ້ບັນລຸຄວາມກ້າວໜ້າທີ່ໃຫຍ່ຫຼວງໃນທົດສະວັດທີ່ຜ່ານມາ, ແລະ ໃນ​ອະ​ນາ​ຄົດ ເປັນ​ເລື່ອງ​ສຳ​ຄັນ​ຫລາຍ​ທີ່ພົນລະເມືອງທຸກຄົນຈະ​ສືບ​ຕໍ່ໄດ້ຮັບຜົນປະໂຫຍດຈາກການພັດທະນາ ຄຽງ​ຄູ່ກັບການປົກປັກຮັກສາສິ່ງແວດລ້ອມ.”

ທ່ານ ປອນຕາຣາ ເປັນຄົນສັນຊາດອີຕາລີ, ຊຶ່ງກ່ອນໜ້ານີ້ ເພິ່ນໄດ້ປະຕິບັດໜ້າ ທີ່ເປັນຫົວ​ໜ້າຫ້ອງ​ການທະນາຄານໂລກ ປະຈໍາປະເທດ ໂບລີວີ ເປັນໄລຍະສາມປີ. ເພິ່ນໄດ້ເຂົ້າຮ່ວມເຮັດວຽກນໍາທະນາຄານໂລກໃນປີ 2000 ໂດຍເລີ່ມຕົ້ນຈາກການເປັນຊ່ຽວຊານໜຸ່ມ ແລະ ຫຼັງຈາກນັ້ນ    ເພິ່​ນໄດ້ດໍາລົງຕໍາແໜ່ງຕ່າງໆ ເຊັ່ນ: ນັກເສດຖະສາດ, ຫົວໜ້າຂະແໜງການ ແລະ ຫົວໜ້າແຜນງານ ດ້ານການຫລຸດຜ່ອນຄວາມທຸກຍາກ, ການປ້ອງກັນສັງຄົມ ແລະ ແຮງງານ. ເພິ່ນມີປະສົບການໃນວຽກງານຢູ່ພາກພື້ນອາເມລິກາລາຕີນ ແລະ ຄາຣີບບຽນ, ອາຟຣີກາ ລວມທັງ ຕາເວັນອອກກາງ.

ທ່ານ ປອນຕາຣາ ໄດ້ຮັບໃບປະກາສະນິຍະບັດ ປະລິນຍາເອກ ດ້ານເສດຖະສາດ ຈາກມະຫາວິທະຍາໄລ ລອນດອນ. ທ່ານ ປອນຕາຣາ ມາຮັບໜ້າທີ່ແທນ ທ່ານ ຊ໋ອງ-ຄຣິ​ສໂຕບ ກາເຣ (Jean-Christophe Carret) ທີ່ໄດ້ບໍລິຫານແຜນງານຢູ່ ສປປ ລາວ ແຕ່ເດືອນກໍລະກົດ 2017 ເຖິງ ເດືອນ ມີນາ 2018 ແລະ ໄດ້ຖືກຍົກຍ້າຍໄປເປັນຜູ້ອໍານວຍການຂອງປະເທດສາທາລະນະລັດປະຊາທິປະໄຕຄອງໂກ ໃນເດືອນເມສາ, 2018.

ໃນປະຈຸບັນ, ທະນາຄານໂລກໃຫ້ການສະໜັບສະໜູນແກ່ 17 ໂຄງການທີ່ກໍາລັງດໍາເນີນຢູ່ ສປປ ລາວ, ຊຶ່ງມີມູນຄ່າທຶນທັງໝົດຫຼາຍກວ່າ  450 ລ້ານໂດລາສະຫະລັດ. ຂອບການຮ່ວມມືກັບ ສປປ ລາວໃນ​ປະຈຸ​ບັນ ປະກອບມີແຜນງານ ແລະ ໂຄງການຕ່າງໆທີ່ສະໜັບສະໜູນການເຕີບໂຕ ຢ່າງ​ທົ່ວ​ເຖິງ, ການພັດທະນາບຸ​ກ​ຄະ​ລາ​ກອນ, ການປົກປັກຮັກສາສິ່ງແວດລ້ອມ ແລະ ການສ້າງຄວາມເຂັ້ມແຂງ​ກົງ​ຈັກ​ຂອງ​ລັດ. ຫວ່າງມໍ່ໆມານີ້, ສປປ ລາວ ໄດ້ຕົກລົງເຫັນດີກ່ຽວກັບການ​ຈັດ​ຕັ້ງ​ປະ​ຕິ​ບັດສອງໂຄງການ ຄື: ໂຄງການຜະ​ລິດ​ກະ​ສິ​ກຳ​ເປັນ​ສິນ​ຄ້າ, ແລະ ໂຄງ​ການບໍາລຸງຮັກສາທາງແຫ່ງຊາດ ເລກ 13. ນອກຈາກນັ້ນ, ທະນາຄານໂລກຍັງໃຫ້ການສະໜັບສະໜູນ ທາງດ້ານ ຄວາມຮູ້ ແລະ ການວິ​ເຄາະ ຢູ່ ສປປ ລາວ ເພື່ອສະໜອງຂໍ້ມູນຂ່າວສານແກ່​ການ​ສ້າງນະໂຍບາຍ​ເພື່ອການພັດທະນາ, ລວມທັງການສ້າງ ບົດລາຍ ງານສະພາບເສດຖະກິດ ຂອງ ສປປ ລາວ ປະຈໍາແຕ່ລະປີ.  


ລາຍ​ຊື່

ສປປ ລາວ
Hannah McDonald-Moniz
+856 21 266 278
hmcdonaldmoniz@worldbank.org
ວໍຊິງຕັນ ດີຊີ
Marcela Sanchez-Bender
+1 202 473-5863
msanchezbender@worldbank.org
Api
Api