ບົດອອກຂ່າວ

ທະນາຄານໂລກ ສືບຕໍ່ຊ່ວຍເຫຼືອໃຫ້ແກ່ການປັບປຸງ ແລະ ບໍາລຸງຮັກສາຕາໜ່າງເສັ້ນທາງ ຢູ່ ສປປ ລາວ

8 ສ.ຫ. 2012




ພິທີເຊັນສັນຍາທຶນຊ່ວຍເຫຼືອລ້າເພີ່ມເຕີມ ມູນຄ່າ US$ 21 ລ້ານ ສໍາລັບ
ໂຄງການພັດທະນາຂະແໜງຂົວທາງຢູ່ ສປປ ລາວ

ນະຄອນຫຼວງວຽງຈັນ, 8 ສິງຫາ 2012 – ມື້ນີ້, ລັດຖະບານແຫ່ງ ສປປ ລາວ ຕາງໜ້າໂດຍ ທ່ານ ສັນຕິພາບ ພົມວິຫານ, ລັດຖະມົນຕີຊ່ວຍວ່າການກະຊວງການເງິນ ແລະ ທະນາຄານໂລກ ຕາງໜ້າໂດຍ ທ່ານ ນາງ ເກໂກະ ມີວະ, ຜູ້ຕາງໜ້າ ຫ້ອງການ ທະນາຄານໂລກ ປະຈໍາ ສປປ ລາວ ໄດ້ເຊັນສັນຍາທຶນຊ່ວຍເຫຼືອລ້າເພີ່ມເຕີມ ໃນມູນຄ່າ US$21 ລ້ານ ສໍາລັບໂຄງການພັດທະນາຂະແໜງຂົວທາງຢູ່ ສປປ ລາວ. ຈຸດປະສົງຕົ້ນຕໍຂອງໂຄງການດັ່ງກ່າວມີຄື: ເພື່ອປັບປຸງການບໍລິການເສັ້ນທາງຫຼວງແຫ່ງຊາດ 1B ແລະ 6A ຢູ່ແຂວງຜົ່ງສາລີ ແລະ ແຂວງຫົວພັນ ຕາມ ລໍາດັບ, ເພື່ອຊ່ວຍ ໃນວຽກງານບໍາລຸງຮັກສາເສັ້ນທາງສໍາຄັນຕ່າງໆ ໃນຕາໜ່າງເສັ້ນທາງແຂວງ, ແລະ ເພື່ອຊ່ວຍສ້າງກອງທຶນສຸກເສີນ ເພື່ອນໍາໃຊ້ໃນການຮັບມືຢ່າງວ່ອງໄວ ກັບໄພພິບັດທີ່ມີຕໍ່ຂະແໜງຂົວທາງ. ທຶນຊ່ວຍເຫຼືອລ້າດັ່ງກ່າວ ຖືວ່າເປັນການສານຕໍ່ຈາກຜົນຄວາມຄືບໜ້າ ທີ່ຍາດມາໄດ້ຈາກ ການນໍາໃຊ້ທຶນຊ່ວຍເຫຼືອເບື້ອງຕົ້ນໃນມູນຄ່າ US$27.8 ລ້ານ ທີ່ຖືກຮັບຮອງເມື່ອປີ 2010.

ທຶນຊ່ວຍເຫຼືອລ້າດັ່ງກ່າວ ຈະສະໜອງການຊ່ວຍເຫຼືອດ້ານການເງິນ ໂດຍເລັ່ງໄສ່ ປັງປຸງຄວາມສາມາດເພື່ອຕ້ານທານກັບໄພພິບັດທາງທໍາມະຊາດຂອງເສັ້ນທາງ ທີ່ກ່າວມາຂ້າງເທິງນັ້ນເຊັ່ນ: ການເຮັດໃຫ້ຂອບທາງມີຄວາມແຂງແຮງເພື່ອກັນບໍ່ໃຫ້ທາງເຈື່ອນ, ລະບົບລະບາຍນໍ້າ, ໂຄງສ້າງລະບາຍນໍ້າໄຫຼລອດທາງ, ແລະ ການບົວລະບັດຮັກສາຜິວໜ້າທາງ. ທຶນຊ່ວຍເຫຼືອ ດັ່ງກ່າວ ຍັງຈະນໍາໃຊ້ເຂົ້າໃນການ ສ້າງຂົວຂ້າມນໍ້າມ້າ ເພື່ອເຊື່ອມໂຍງ ສອງສ່ວນຂອງເສັ້ນທາງຫຼວງແຫ່ງຊາດ 6A. ວຽກງານດັ່ງກ່າວ ແມ່ນ ໄດ້ຮັບທຶນສົມທົບຈາກ ງົບປະມານແຫ່ງຊາດ ແລະ ກອງທຶນບໍາລຸງຮັກສາເສັ້ນທາງ.

ໃນຂະນະທີ່ທຶນສ່ວນໃຫຍ່ ຈະນໍາໃຊ້ເຂົ້າໃນວຽກກໍ່ສ້າງ, ທຶນຈໍານວນໜຶ່ງກໍຈະນໍາໃຊ້ເຂົ້າໃນ ກິດຈະກໍາ ເສີມສ້າງຄວາມເຂັ້ມແຂງຂອງກົງຈັກຂອງ ຂະແໜງຂົວທາງ ລວມທັງ ການພັດທະນາຄວາມອາດສາມາດຂອງຂະແໜງຂົວທາງໃນການຄຸ້ມຄອງກົນໄກການສະໜອງທຶນທີ່ເປັນ ນາວະກໍາໃໝ່ເຊັ່ນ ການຮ່ວມມືກັນລະຫວ່າງພາກລັດ-ເອກະຊົນໃນການພັດທະນາຂະແໜງຂົວທາງ, ການຂະຫຍາຍຖານການຄຸ້ມຄອງຂະແໜງຂົວທາງໃນແບບເອເລັກໂຕຣນິກ ທີ່ຖືກສ້າງຂຶ້ນພາຍໃຕ້ໂຄງການເບື້ອງຕົ້ນ, ແລະ ການສືບຕໍ່ສ້າງຄວາມເຂັ້ມແຂງໃຫ້ແກ່ແວດລ້ອມການຄວບຄຸມພາຍໃນຂະແໜງຂົວທາງ ໃຫ້ມີປະສິດທິພາບ. ທຶນຊ່ວຍເຫຼືອລ້າດັ່ງກ່າວ ຍັງຈະ ເສີມຂະຫຍາຍບັນດາກິດຈະກໍາທີ່ ສະໜັບສະໜູນ ການຄຸ້ມຄອງດ້ານການເງິນ, ແລະ ການປົກປ້ອງ ດ້ານສິ່ງແວດລ້ອມ ແລະ ສັງຄົມໃນຂັ້ນສູນກາງ ແລະ ຂັ້ນແຂວງ.

ນອກຈາກນັ້ນ, ເນື່ອງຈາກບໍລິມາດການສັນຈອນ ມີການເພີ່ມຂຶ້ນຢ່າງວ່ອງໄວທັງຕາມ ເສັ້ນທາງໃນຕົວເມືອງ ແລະ ທາງຫຼວງແຫ່ງ ຊາດ, ທຶນຊ່ວຍ ເຫຼືອດັ່ງກ່າວ ຈິ່ງຍັງຈະໃຊ້ເຂົ້າໃນການສະໜອງເຄື່ອງມືຮັກສາຄວາມປອດໄພໃນການສັນຈອນ ພ້ອມດ້ວຍການໂຄສະນາປູກຈິດສໍານຶກກ່ຽວກັບຄວາມປອດໄພໃນການສັນຈອນ, ການປ້ອງກັນອຸບັດຕິເຫດ, ການບັງຄັບປະຕິບັດກົດລະບຽບຮັກສາຄວາມປອດໄພໃນການສັນຈອນ, ແລະ ການຮັບປະກັນຄຸນນະພາບຂອງໂຮງຮຽນສອນຂັບຂີ່.

ທຶນຊ່ວຍເຫຼືອລ້າດັ່ງກ່າວ ຍັງຈະເພີ່ມເຂົ້າໃນ ກອງທຶນສຸກເສີນເພື່ອນໍາໃຊ້ໃນການຮັບມືຢ່າງວ່ອງໄວກັບໄພພິບັດທີ່ມີຕໍ່ ຂະແໜງຂົວທາງ, ຍ້ອນວ່າກອງທືນດັ່ງກ່າວໄດ້ຫລຸດລົງ ພາຍຫຼັງທີ່ໄດ້ມີການນຳໃຊ້ປົວແປງເສັ້ນທາງ ທີ່ຖືກເສຍຫາຍຈາກພະຍຸໄຮມາ ແລະ ນົກເຕັນ ເມື່ອປີ 2011.

ໂຄງການພັດທະນາຂະແໜງຂົວທາງຢູ່ ສປປ ລາວ ຖືເປັນສ່ວນສຳຄັນຂອງ ຍຸດທະສາດຮ່ວມພັດທະນາ ສປປ ລາວ (, ທີ່ທາງສະພາບໍລິຫານຂອງ ທະນາຄານໂລກ ໄດ້ຮັບຮອງເອົາເມື່ອເດືອນມີນາ 2012 ທີ່ຜ່ານມາ ໂດຍມີເປົ້າໝາຍແນໃສ່ ປັບປຸງຄວາມອາດສາມາດໃນການເຊື່ອມໂຍງຂອງ ສປປ ລາວ ດ້ວຍແຜນງານປັບປຸງຕາໜ່າງເສັ້ນທາງ ທີ່ມີປະສິດທິຜົນ ໂດຍມີການເພີ່ມການລົງທຶນໃໝ່ໆເຂົ້າໃນພື້ນຖານໂຄງລ່າງໃນຂັ້ນແຂວງ.

ນັກຂ່າວ ກະລຸນາຕິດຕໍ່
ທີ່ ນະຄອນຫຼວງວຽງຈັນ
ສຸຣິດາຮັກ ສາກົນນິຍົມ
​ໂທລະ​ສັບ: (856-21) 450-010
ssakonhninhom@worldbank.org
ທີ່ ວໍຊິງຕັນ
Mohamad Al-Arief
​ໂທລະ​ສັບ: (202) 458-5964
malarief@worldbank.org
ໂທລະພາບ/ວິທະຍຸ ວໍຊິງຕັນ
Natalia Cieslik
​ໂທລະ​ສັບ: (202) 458-9369
ncieslik@worldbank.org



ເລກທີ ບົດອອກຂ່າວ:
2012/0808/LA

Api
Api

Welcome