Skip to Main Navigation
ວີດີໂອ9 ມ.ສ. 2013

ລະບົບສາທາລະນະສຸກ ກໍ່ໃຫ້ເກີດອະນາຄົດອັນສົດໃສ: ຂໍເຊີນພົບກັບມາຍາ

ຂໍເຊີນພົບກັບມາຍາ, ເດັກນ້ອຍຜູ້ທີ່ເກີດອອກມາແຂງແຮງດີ ຍ້ອນລະບົບສາທາລະນະສຸກອັນເຂັ້ມແຂງ. ການເສີມສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບສາທາລະນະສຸກນີ້ ແມ່ນເປັນໃຈກາງຍຸດທະສາດອັນສຳຄັນຂອງທະນາຄານໂລກ ໃນການຊ່ວຍເຫຼືອວຽກງານດ້ານສາທາລະນະສຸກ, ໂພຊະນາການ ແລະ ປະຊາກອນ. ພວກເຮົາບໍ່ໄດ້ເນັ້ນໜັກພຽງແຕ່ພະຍາດໃດໜຶ່ງ ຫຼື ບັນຫາໃດໜຶ່ງເທົ່ານັ້ນ, ແຕ່ພວກເຮົາເບິ່ງວຽກງານສາທາລະນະສຸກໂດຍລວມທັງໝົດ - ວ່າແມ່ນຫຍັງທີ່ເປັນອຸປະສັກຂວາງກັ້ນ ເຮັດໃຫ້ຄົນມີສຸຂະພາບບໍ່ແຂງແຮງ? ພວກເຮົາຈະປ່ຽນແປງສິ່ງເຫຼົ່ານີ້ໄດ້ແນວໃດ? ແລະ ມັນມີຜົນກະທົບແນວໃດຕໍ່ວຽກງານການພັດທະນາ? ທ່ານສາມາດເບິ່ງວີດີໂອນີ້ເພື່ອຮຽນຮູ້ເພີ່ມເຕີມໄດ້.