ບົດອອກຂ່າວ

ກຸ່ມທະນາຄານໂລກໃຫ້ການສະໜັບສະໜູນແກ່ຮູບແບບການຮ່ວມມື
ລະຫວ່າງພາກລັດ ແລະ ພາກທຸລະກິດ ໃນການຈັດຕັ້ງ ປະຕິບັດ ໂຄງການປັບປຸງເສັ້ນທາງສາຍຫລັກ ຢູ່ ສປປ ລາວ

4 ກ.ພ. 2014


ນະ​ຄອນ​ຫລວງວຽງຈັນ, ສປປ ລາວ, ວັນທີ 4 ກຸມພາ 2014—ກຸ່ມທະນາຄານໂລກ ຮ່ວມ​ກັບ ກະຊວງໂຍທາທິການ ແລະ ຂົນສົ່ງ ພົບ​ປະກັບບັນ​ດາ​ຫົວ​ຫ​ນ່ວຍ​​ລົງ​ທຶນ​ຈາກທັງພາກລັດ ແລະ ພາກ​ທຸ​ລະ​ກິດ ເພື່ອຮ່ວມຄົ້ນ​ຄວ້າ​ຮູບ​ແບບການ​ຮ່ວມ​ມືກັນ ແນ​ໃສ່​ປັບ​ປຸງສະ​ພາບເສັ້ນທາງຫລວງ​ແຫ່ງ​ຊາດ ເລກທີ 13, ຊຶ່ງເປັນເສັ້ນທາງສອງເລນ, ໃຫ້​ມີ​ຂີດຄວາມ​ສາ​ມາດ​ຮອງ​ຮັບ​ປະ​ລິ​ມານ​ການສັນ​ຈອນ​​ທີ່​ເພີ້ມຂຶ້ນ ຢູ່ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແຕ່​ເຫ​ນືອ​ຕະ​ຫລອດ​ໃຕ້. ໂຄງການດັ່ງກ່າວ ແມ່ນເລັງໃສ່ສົ່ງ​ເສີມການຄ້າ​ຂາຍ ແລະ ​ການທ່ອງທ່ຽວທີ່ນັບມື້ນັບຂະ​ຫ​ຍາຍ​ຕົວ ແລະ ທັງເປັນການປັບປຸງ ຊີວິດການເປັນຢູ່ ຂອງປະຊາຊົນຢູ່​ສອງ​ຂ້າງ​ທາງ ຍ້ອນ​ມີ​ການ​ຄົມ​ມະ​ນາ​ຄົມ​ທີ່​ສະ​ດວກ​ຫ​ຍິ່ງ​ຂຶ້ນ.

ພ້ອມດຽວກັນກັບທາງທະນາຄານໂລກ ແລະ ອົງການເງິນສາກົນ, ໜ່ວຍງານທີ່ໃຫ້ຄຳປືກສາດ້ານພື້ນຖານໂຄງລ່າງລະຫວ່າງ ພາກລັດ ແລະ ພາກທຸລະກິດ (PPIAF),ເຊິ່ງເປັນໜ່ວຍງານສະໜອງ ແຫຼ່ງທືນທີ່ຊ່ວຍເຫຼືອດ້ານເຕັກນິກວິຊາການໃຫ້ກັບປະເທດ ທີ່ກຳລັງພັດທະນາ. ໄດ້ລິເລີ່ມສະໜັບສະໜູນລັດຖະບານໃນການກຳນົດໂຄງການປັບປຸງເສັ້ນທາງ
ທີ່ເປັນບູລິມະສິດ

ໂດຍການສະໜັບສະໜູນຈາກອົງການການເງິນສາກົນ (IFC) ແລະ ທະນາຄານໂລກ (World Bank), ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຈັດກອງປະຊຸມປຶກສາຫາລືໃນມື້ນີ້ຂຶ້ນ ເພື່ອສ້າງ​ຄວາມ​ເຂົ້າ​ໃຈໃຫ້ແກ່ບັນ​ດານັກລົງທຶນ ກ່ຽວກັບການລົງທຶນ ໃນຂະແໜງຂົວທາງພາຍ​ໃຕ້​ຮູບ​ແບບການ​ຮ່ວມ​ມື​ລະ​ຫວ່າງ​ພາກ​ລັດ ແລະ ພາກ​ທຸ​ລະ​ກິດ, ນອກນັ້ນ ຍັງ​ໄດ້​ຮຽນ​ຮູ້​ບັນ​ຫາ ອື່ນໆ ທີ່​ກ່ຽວ​ຂ້ອງ​ກັບ​ການ​ຄຸ້ມ​ຄອງ​ທາງ. ກອງ​ປະ​ຊຸມ ຍັງໄດ້​ຄົ້ນ​ຄວ້າ​ບາງ​ບົດ​ຮຽນທີ່​ເຄີຍປະ​ສົບ​ຜົນ​ສຳ​ເລັດ​ຜ່ານ​ມາໃນ​ການ​ຄຸ້ມ​ຄອງ ໂຄງ​ການ​ຮ່ວມ​ມື​ລະ​ຫວ່າງ​ພາກ​ລັດ ແລະ ພາກ​ທຸ​ລະ​ກິດ ໃນ​ຂະ​ແຫນງ​ຂົວ​ທາງ. ກອງປະຊຸມໃນມື້ນີ້ ແມ່ນເປັນຄັ້ງທໍາອິດ ໃນ​ຈຳ​ນວນອີກ​ຫລາຍ​ຄັ້ງ ທີ່​ຈະ​ໄດ້​ຈັດ​ຂຶ້ນຮ່ວມກັບພາກລັດຖະບານ ໃນ​ໄລ​ຍະ 12 ເດືອນຕໍ່ໜ້າ ຢູ່ນະ​ຄອນ​ຫລວງວຽງຈັນ ແລະ ໃນພາກພື້ນອາຊີຕາເວັນອອກ ແລະ ປາຊີຟິກ.

ພະນະທ່ານ ສົມມາດ ພົນເສນາ, ລັດຖະມົນຕີວ່າ​ການກະຊວງໂຍທາທິການ ແລະ ຂົນສົ່ງ ກ່າວວ່າ: “ລັດຖະບານ ແຫ່ງ ສ​ປ​ປ ລາວ ເຫັນໄດ້ເຖິງຄວາມຈໍາເປັນຂອງການຂະຫຍາຍ ແລະ ປົວແປງຕາໜ່າງເສັ້ນທາງແຫ່ງຊາດ ເພື່ອແກ້ໄຂບັນຫາການ ຈໍລະຈອນ ທີ່ນັບມື້ນັບເພີ້ມຂຶ້ນຢ່າງໄວລາ, ທັງເພື່ອເປັນການເພີ້ມຄວາມປອດໄພ ແລະ ຫຼຸດຜ່ອນຄວາມແອອັດເທິງຖະໜົນ. ໂຄງການນີ້ ຈະຊ່ວຍຮັບປະກັນການກໍ່ສ້າງ ແລະ ການດູແລຮັກ​ສາສະພາບຖະໜົນ ໃຫ້ມີຄຸນນະພາບ ພ້ອມທັງຮັບປະກັນໃຫ້ ປະຊາຊົນສາມາດຊົມໃຊ້ເສັ້ນ​ທາງໄດ້”. ທ່ານ​ຍັງ​ກ່າວ​ອີກວ່າ “ສະນັ້ນ ການປັບ​ປຸງປົວແປງເສັ້ນທາງເລກທີ 13 ໂດຍການນໍາໃຊ້ ວິທີການ​ຮ່ວມ​ມື​ລະ​ຫວ່າງ​ພາກ​ລັດ ແລະ ພາກ​ທຸ​ລະ​ກິດ ຈຶ່ງເປັນສິ່ງທີ່ພວກຂ້າ​ພະ​ເຈົ້າຄາດຫວັງວ່າ ຈະເປັນມາດຖານສໍາລັບ ການຈັດຕັ້ງປະຕິບັດໂຄງການຕ່າງໆໃນອະນາຄົດ ຢູ່ໃນຂະແໜງຂົນສົ່ງຂອງ ສ​ປ​ປ ລາວ.”

ລັດຖະບານ ແຫ່ງ ສ​ປ​ປ ລາວ ມີແຜນທີ່ຈະເປີດການປະມູນການກໍ່ສ້າງຖະໜົນດັ່ງກ່າວໃນເດືອນ ມີນາ 2015. ເຖິງ​ປີ 2040, ຄາດ​ວ່າ ​ປະ​ລິ​ມານ​ການ​ສັນ​ຈອນ​ຢູ່​ເສັ້ນ​ທາງ​ເລກ​ທີ 13 ຈະ​ເພີ້ມສູງຂຶ້ນກວ່າສອງ​ເທົ່າ​ທຽບ​ກັບ​ຄວາມ​ສາ​ມາດ​ປະ​ຈຸ​ບັນ. ການປັບ​ປຸງກໍ່ສ້າງ, ທີ່ຄາດວ່າຈະສໍາເລັດໃນປີ 2017 ນີ້, ແມ່ນເລັງໃສ່ເພີ້ມທະວີຂີດຄວາມສາມາດຮອງ​ຮັບການຊົມໃຊ້, ຫລຸດ​ຜ່ອນ​ຄວາມ​ແອ​ອັດ ແລະ ເພີ້ມ​ຄວາມ​ຄ່ອງ​ຕົວໃຫ້​ແກ່​ການ​ສັນ​ຈອນ​ຂອງ​ບັນ​ດາ​ພາ​ຫະ​ນະ​ທີ່​ເຄື່ອນ​ໄຫວ​ທຸ​ລະ​ກິດ ແລະ ພາ​ຫະ​ນະ​ທົ່ວ​ໄປຕ່າງໆ. 

ພາຍຫຼັງກອງປະຊຸມຄັ້ງນີ້, IFC ຈະສືບຕໍ່ຈັດຝຶກອົບຮົມໃຫ້ແກ່ພະນັກງານຈຳ​ນວນ 30 ທ່ານ ຈາກບັນ​ດາກະຊວງ ແລະ ຈາກຂະແໜງຂົວທາງ ເພື່ອ​ສ້າງ​ຄວາມ​ຮັບ​ຮູ້ເຖິງ ຄວາມໝາຍຄວາມສໍາຄັນ ຂອງການຮ່ວມ​ມື​ລະ​ຫວ່າງ​ພາກ​ລັດ ແລະ ພາກ​ທຸ​ລະ​ກິດ ນັບແຕ່ຂະບວນການວາງແຜນ ຈົນເຖິງການຄຸ້ມຄອງການປະມູນ ແລະ ການ​ຈັດ​ຕັ້ງ​ປະ​ຕິ​ບັດສັນ​ຍາສໍາປະທານ.

ໃນໄລຍະການດຳເນີນໂຄງການ, ໜ່ວຍງານທີ່ໃຫ້ຄຳປືກສາດ້ານພື້ນຖານໂຄງຮ່າງລະຫວ່າງພາກລັດ ແລະ ພາກທຸລະກິດ ພ້ອມກັບສະມາຄົມເພື່ອການພັດທະນາສາກົນຂອງທະນາຄານໂລກຈະສືບຕໍ່ໃຫ້ການຊ່ວຍເຫຼືອໃນການພັດທະນາທາງດ້ານນິຕິກຳລະບຽບການສຳລັບໂຄງການທາງຫຼວງການລົງທຶນຮ່ວມລະຫວ່າງພາກລັດ-ພາກທຸລະກິດ ແລະ ສ້າງຂີດຄວາມອາດສາມາດ ຂອງກະຊວງໂຍທາທິການ ແລະ ຂົນສົ່ງ ເພື່ອການສົ່ງເສີມການປະຕິບັດໂຄງການ ໃນລັກສະນະດຽວກັນນີ້ໃນອານາຄົດ.

ທ່ານ ເອັດກາ ຊາຣາເວຍ, ຫົວໜ້າຫ​ນ່ວຍ​ງານ​ວິ​ຊາ​ການດ້​ານການຮ່ວມ​ມື​ລະ​ຫວ່າງ​ພາກ​ລັດ ແລະ ພາກ​ທຸ​ລະ​ກິດ ຂອງ IFC ປະ​ຈຳພາກພື້ນອາຊີຕາເວັນອອກ ແລະ ປາຊີຟິກ, ກ່າວວ່າ: “ພວກເຮົາຈະໃຫ້ການສະໜັບສະໜູນແກ່ກະຊວງ ເພື່ອສ້າງ ຄວາມຮູ້ ແລະ ຄວາມເຂົ້າໃຈກ່ຽວກັບການຮ່ວມ​ມື​ລະ​ຫວ່າງ​ພາກ​ລັດ ແລະ ພາກ​ທຸ​ລະ​ກິດ ແລະ ຈະສືບ​ຕໍ່ເຮັດວຽກຮ່ວມກັບ ລັດຖະບານໃນການເພີ້ມທະວີການລົງທຶນຈາກ​ຕ່າງ​ປະ​ເທດ ເຂົ້າໃນ ສປປ ລາວ,”

ທ່ານ ນາງ ເຄໂກະ ມີວາ, ຫົວໜ້າທະນາຄານໂລກປະຈໍາ ສປປ ລາວ ກ່າວວ່າ: “ກຸ່ມທະນາຄານໂລກ – ລວມ​ມີ ອົງການ IFC ແລະ ທະນາຄານໂລກ – ນຳ​ເອົາ​ຄວາມ​ຊ່ຽວຊານສະເພາະດ້ານ ເພື່ອຊ່ວຍ​ເຫລືອ ລັດຖະບານ ແຫ່ງ ສ​ປ​ປ ລາວ ໃນການອອກແບບ ແລະ ຈັດຕັ້ງປະຕິບັດ ໂຄງ​ການຮ່ວມ​ມື​ລະ​ຫວ່າງ​ພາກ​ລັດ ແລະ ພາກ​ທຸ​ລະ​ກິດ ໃຫ້ສໍາເລັດຜົນ ແນ​ໃສ່ຂະຫຍາຍ ແລະ ບຳ​ລຸງ​ຮັກ​ສາເສັ້ນທາງເລກທີ 13, ຊຶ່ງເປັນເສັ້ນທາງຫຼວງທີ່ຖືວ່າເປັນກະດູກສັນຫຼັງຂອງຊາດ.” ທ່ານ​ກ່າວຕໍ່​ອີກວ່າ “ພວກຂ້າ​ພະ​ເຈົ້າ ຫວັງວ່າໂຄງການນີ້ຈະເປັນໂຄງການຕົວແບບໃຫ້ແກ່ການ ຮ່ວມ​ມື​ລະ​ຫວ່າງ​ພາກ​ລັດ ແລະ ພາກ​ທຸ​ລະ​ກິດ ຢູ່ໃນ ສປປ ລາວ ໃນອະນາຄົດ.”

ຂໍ້ມູນກ່ຽວກັບກຸ່ມທະນາຄານໂລກ

ກຸ່ມທະນາຄານໂລກ ແມ່ນໜຶ່ງໃນແຫຼ່ງທຶນ ແລະ ແຫຼ່ງຄວາມຮູ້ສໍາລັບປະເທດກໍາລັງພັດທະນາທີ່ໃຫຍ່ທີ່ສຸດໃນໂລກ, ຊຶ່ງປະກອບມີ 5 ສະຖາບັນທີ່ມີການພົວພັນກັນຢ່າງໃກ້ຊິດຄື: ທະນາຄານສາກົນເພື່ອການສ້າງສາ ແລະ ພັດທະນາ (the International Bank for Reconstruction and Development (IBRD)) ແລະ ສະ​ມາ​ຄົມ​ເພື່ອການພັດທະນາສາກົນ (Association (IDA)), ຊຶ່ງທັງສອງສະຖາບັນໄດ້ລວມເຂົ້າເປັນທະນາຄານໂລກ; ອົງການການເງິນສາກົນ (IFC); ອົງການຄ້ຳປະກັນການລົງທຶນຫຼາຍຝ່າຍ (the Multilateral Investment Guarantee Agency (MIGA)); ແລະ ສູນແກ້ໄຂຂໍ້ຂັດແຍ່ງທາງດ້ານການລົງທຶນສາກົນ (the International Centre for Settlement of Investment Disputes (ICSID)). ແຕ່ລະສະຖາບັນດັ່ງກ່າວ ແມ່ນມີບົດບາດຂອງໃຜລາວໃນພາລະກິດການຕ້ານໄພທຸກຍາກ ແລະ ປັບປຸງເງື່ອນໄຂການດໍາລົງຊີວິດໃຫ້ແກ່ປະຊາຊົນທີ່ຢູ່ໃນບັນ​ດາປະເທດກໍາລັງພັດທະນາ. ສໍາລັບຂໍ້ມູນເພີ່ມເຕີມສາ​ມາດ​ເຂົ້າ​ເບິ່ງ ທີ່ www.ifc.org, www.worldbank.org, ແລະ www.miga.org.

ນັກຂ່າວ ກະລຸນາຕິດຕໍ່
Tiffany Noeske
​ໂທລະ​ສັບ: +856 21 266 300
Tnoeske@ifc.org
Meriem Gray
​ໂທລະ​ສັບ: +856 21 266 200
Mgray@worldbank.org

ຊັບພະຍາກອນ 


Api
Api

Welcome