Skip to Main Navigation
ບົດອອກຂ່າວ 4 ມ.ສ. 2019

ທະນາຄານໂລກສະໜັບສະໜູນການເງີນເພີ່ມໃຫ້ ສປປ ລາວ ເພື່ອການຟື້ນຟູຈາກໄພພິບັດ

ນະ​ຄອນຫຼວງວຽງ​ຈັນ, ວັນ​ທີ 4 ເມ​ສາ, 2019 – ສະພາບໍລິຫານຂອງທະນາຄານໂລກ ໄດ້ອະນຸມັດເງີນຈຳນວນ 50 ລ້ານ   ໂດ​ລາ​ສະຫະ​ລັດ ຈາກກອງທືນພິເສດ ເພື່ອການຊ່ວຍເຫຼືອເຫດການທີ່ເປັນວິກິດການເພີ່ມໃສ່ສອງໂຄງການ ທີ່ກຳລັງໃຫ້ການຊ່ວຍເຫຼືອ ສປປ ລາວ ໃນການພັດທະນາພື້ນຖານໂຄງລ່າງໃຫ້ມີຄວາມຄົງທົນ ແລະ ສາມາດຮັບມື ກັບການປ່ຽນແປງຂອງສະພາບດິນຟ້າອາກາດໃນເຂດທີ່ຖືກກະທົບຈາກໄພນ້ຳຖ້ວມ.  

ທ່ານ ປອ. ບຸນຈັນ ສິນທະວົງ, ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ກ່າວວ່າ: “ທຸກ​ພາກ​ຂອງ​ປະ​ເທດ​ຂອງ​ພວກ​ຂ້າ​ພະ​ເຈົ້າໄດ້​ຮັບ​ຜົນ​ກະ​ທົບ​ຢ່າງ​ໜັກ​ໜ່ວງ​ຈາກ​ໄພ​ນ້ຳ​ຖ້ວມ​ໃນ​ປີ​ກາຍນີ້ ເຊິ່ງ​ໄດ້ເຮັດໃຫ້ມີ​ການ​ສູນເສຍ​ຊີວິດ, ຊັບສິນ, ມີ​ຜົນ​ກະ​ທົບ​ຕໍ່​ການ​ດຳ​ລົງ​ຊີ​ວິດ ແລະ ສ້າງຄວາມ​ເສຍ​ຫາຍ​ຢ່າງ​ຫລວງ​ຫລາຍ​ຕໍ່​ພື້ນ​ຖານ​ໂຄງ​ລ່າງ​ຂອງ​ລັດ,” ທ່ານ ປອ. ບຸນຈັນ ສິນທະວົງ, ຍັງໄດ້ກ່າວຕື່ມວ່າ: “​ການ​ຟຶ້ນ​ຟູ​ຄວາມ​ເສຍ​ຫາຍ​ຈາກ​ໄພ​ພິ​ບັດ ແລະ ການກໍ່​ສ້າງ​ຄືນ​ໃໝ່​ແມ່ນຕ້ອງການທືນ ຫລາຍກວ່າ 520 ລ້ານ​ ໂດ​ລາ​ສະຫະ​ລັດ. ການ​ສະ​ໜັບ​ສະ​ໜູນ​ດ້ານ​ການ​ເງິນ​ເພີ່ມ​ຈາກ​ທະ​ນາ​ຄານ​ໂລກນີ້​ຈະ​ຊ່ວຍ​ພວກ​ຂ້າ​ພະ​ເຈົ້າ​ ໃນການຟື້ນຟູບັນ​ດາເສັ້ນ​ທາງທີ່ຖືກເປ່ເພ, ແລະ ການປັບປຸງຕາ​ຝັ່ງ​ຕາມລຳແມ່ນ້ຳ ເພີ່ອປ້ອງກັນນ້ຳຖ້ວມ ໃຫ້​ມີ​ຄວາມ​ທົນ​ທານກວ່າ​ເກົ່າ.

​ຝົນ​ຕົກ​ໜັກ​ແບບ​ຜິດ​ປົກ​ກະ​ຕິ ໃນລະດູຝົນປີ 2018 ໄດ້ສ້າງຄວາມເສຍຫາຍ ແລະ ສົ່ງ​ຜົ​ນ​ກະ​ທົບ​ຕໍ່​ປະ​ຊາ​ຊົນ​ຫລາຍກວ່າ 616,000 ຄົນ ແລະ ມີ​ຜູ້​ເສຍ​ຊີ​ວິ​ດ 56 ຄົນ. ພາ​ຍຸ​ເຂດ​ຮ້ອນ​ໃນ​ເດືອນ​ກໍ​ລະ​ກົດ ທີ່​ມີ​ຊື່​ວ່າ ພາ​ຍຸ​ເຊິນ​ຕິນ ແລະ ພະ​ຍຸເບ​ບິນ​ກາ ໃນ​ເດືອນສິງ​ຫາ​ໄດ້​ພາ​ໃຫ້​ເກີດ​ນ້ຳ​ຖ້ວມໃນຫຼາຍພື້ນທີ່ໃນ​ທົ່ວ​ປະ​ເທດ.  ພາກ​ໃຕ້​ຂອງ ສ​ປ​ປ ລາວ ຍັງໄດ້​ຮັບ​ຜົນ​ກະ​ທົບ​ຕື່ມ​ອີກ​ຍ້ອນ​ເຂື່ອນ​ໄຟ​ຟ້າເຊ​ປຽນ-ເຊ​ນ້ຳ​ນ້ອຍເພ​ພັງ ໃນ​ເດືອນກໍ​ລະ​ກົດ.  ການ​ປະ​ເມີນ​ຜົນ​ຄວາມ​ຕ້ອງ​ການ​ຫລັງ​ໄພ​ພິ​ບັດ​ທີ່​ນຳ​ພາໂດຍ​ລັດ​ຖະ​ບານ​ໄດ້​ປະ​ເມີນ​ມູນ​ຄ່າ​ຂອງຄວາມ​ເສຍ​ຫາຍ ຄວາມ​ສູນ​ເສຍທາງດ້ານເສດຖະກິດ, ຄວາມຕ້ອງການໃນການ​ຟື້ນ​ຟູ​ຄືນ​ໃໝ່ ແລະ ຜົນ​ກະ​ທົບລວມ​ຕໍ່​ເສດ​ຖະ​ກິດ​ຂອງ ສ​ປ​ປ ລາວ.  ຄວາມ​ຕ້ອງ​ການ​ລວມ​ທັງ​ໝົດ​ເພື່ອ​ການ​ຟື້ນ​ຟູ​ຄືນ​ຈາກ​ໄພ​ພິ​ບັດໄດ້​ຖືກ​ປະ​ເມີນ​ເປັນ​ມູນ​ຄ່າປະມານ 520.4 ລ້ານ​ ໂດ​ລາ​ສະຫະ​ລັດ.

ທ່ານ ນິໂກລາ ພອນທາຣາ, ຫົວໜ້າຫ້ອງ​ການທະນາຄານໂລກປະຈຳ ສປປ ລາວ ໄດ້ກ່າວວ່າ: “ກອງ​ທຶນ​ຕອບ​ໂຕ້​ວິ​ກິດ​ການ​ຂອງ IDA ແມ່ນ​ກອງທຶນພິເສດອັນໜຶ່ງສ້າງຂື້ນມາເພືຶ່ອຊ່ວຍເຫຼືອ ​ບັນ​ດາ​ປະ​ເທດ​ທີ່​ຖືກ​ເຄາະ​ຮ້າຍ​ຈາກ​ໄພ​ພິ​ບັດ​ຢ່າງ​ຮ້າຍ​ແຮງ,” ທ່ານຍັງກ່າວຕື່ມວ່າ: “ມູນຄ່າຄວາມ​ເສຍ​ຫາຍ ແລະ ຄວາມ​ສູນ​ເສຍ​ທາງດ້ານເສດຖະກິດ ເນື່ອງຈາກ​ໄພ​ນ້ຳ​ຖ້ວມ​ປີ​ກາຍນີ້ແມ່ນ​ສູງຫລາຍ​ທີ່​ສຸດ​ທຽບ​ໃສ່ມູນຄ່າ​ເສຍຫາຍໃນປີຜ່ານ​ມາ ລວມ​ທັງພາ​ຍຸ​ໄຮ​ມາ ແລະ ພາຍຸນົກ​ເຕັນ ໃນ​ປີ 2011, ແລະ ພາຍຸໄຊ​ໂຄ​ລນເກດ​ສະ​ນາ ໃນ​ປີ 2009. ການ​ສະ​ໜັບ​ສະ​ໜູນ​ດ້ານ​ການ​ເງິນ​ເພີ່ມ​ເຕີມນີ້​ຈະ​ສາມາດຊ່ວຍ​ຟື້ນຟູໃຫ້​ພື້ນ​ຖານ​ໂຄງ​ລ່າງ​ທີ່ຖືກເສຍຫາຍ ແລະ ໃຫ້ມີ​ຄວາມ​ທົນ​ທານ​ຫລາຍ​ຂຶ້ນ​ຕໍ່​ໄພ​ພິ​ບັດ​ໃນ​ອະ​ນາ​ຄົດ.”

ໂຄງ​ການ​ຂະ​ແໜງ​ຂົວ-ທາງ II ຂອງ​ລາວ ຈະ​ໄດ້​ຮັບທຶນ​ເພີ່ມ​ເຕີມ 25 ລ້ານ​ໂດ​ລາ​ສະຫະ​ລັດ ເພື່ອ​ໃຊ້​ເຂົ້າ​ໃນ​ການ​ສ້ອມ​ແປງ​ບັນ​ດາ​ເສັ້ນ​ທາງ​ທີ່​ເປ່​ເພ ເຊິ່ງ​ຈັດ​ຕັ້ງ​ປະ​ຕິ​ບັດ​ໂດຍ​ກົມ​ຂົວ​ທາງ.  ບັນ​ດາ​ຊ່ວງທາງທີສຳ​ຄັນ​ຂອງ​ເສັ້ນ​ທາງ​ຫລວງ​ແຫ່ງ​ຊາດເລກ​ທີ 13 ໃຕ້ ຈະ​ໄດ້​ຖືກ​ຟື້ນ​ຟູ​ຄືນ​ໃໝ່ ເພື່ອໃຫ້ມີ​ຄວາມ​ທົນ​ທານ​ຕໍ່​ສະ​ພາບ​ດິນ​ຟ້າ​ອາ​ກາດ ແລະ ຮັບການການ​ບຳ​ລຸງ​ຮັກ​ສາ​ທີ່​ມີ​ປະ​ສິດ​ທິ​ພາບ​ຫລາຍກວ່າ​ເກົ່າ​ໂດຍການນໍາ​ໃຊ້​ສັນ​ຍາມອບ​ເໝົາ ແລະ ການຊຳລະແມ່ນອີ່ງໃສ່ຄຸນນະພາບຂອງເສັ້ນທາງ ແລະ ຄວາມສາມາດໃນການບໍລິການນຳໃຊ້ຂອງມັນ ​ ການ​ປັບ​ປຸງ​ເສັ້ນ​ທາງ​ຈະ​ແນ​ໃສ່​ການຫລຸດ​ຜ່ອນ​ຜົນ​ກະ​ທົບທີ່​ເພີ່ມ​ຂຶ້ນ​ຈາກ​ການ​ປ່ຽນ​ແປງ​ດິນ​ຟ້າ​ອາ​ກາດ​ໂດຍ​ ເອົາໃຈໃສ່ເປັນພິເສດໃນ​ການ​ອອກ​ແບບ​ເສັ້ນ​ທາງ, ເປັນ​ຕົ້ນ​ແມ່ນ​ການ​ປັບ​ປຸງ​ ແລະ ຍົກລະດັບຊ່ວງທາງ​ໃນ​ເຂດ​ທີ່​ມີ​ຄວາມ​ສ່ຽງ​ຕໍ່​ນ້ຳ​ຖ້ວມ, ປັບປຸງລະ​ບົບ​ລະ​ບາຍ​ນ້ຳ​ຝົນ ແລະ ການ​ປູກ​ພືດ​ພັນ​ເພື່ອ​ປ້ອງ​ກັນການ​ເຊາະ​ເຈື່ອນ​, ​ການ​ປັບ​ປຸງທໍ່​ລະ​ບາຍ​ນ້ຳຂ້າມທາງ ແລະ ໜ້າ​ທາງ​ຈຸດ​ເຂົ້າ​ຂົວ.

ໂຄງ​ການ​ຄຸ້ມ​ຄອງ​ໄພ​ພິ​ບັດ​ເອ​ເຊຍ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ຂອງ ສ​ປ​ປ ລາວ ຈະ​ໄດ້​ຮັບ​ທຶນ​​ເພີ່ມ​ເຕີມ 25 ລ້ານໂດ​ລາ​ສະຫະ​ລັດ ເພື່ອ​ສະ​ໜັບ​ສະ​ໜູນ​ການ​ຟື້ນ​ຟູ​ຕາຝັ່ງ​ກັນ​ເຈື່ອນ​ທີ່ຈັດ​ຕັ້ງ​ປະ​ຕິ​ບັດ​ໂດຍ​ກົມ​ຂົນ​ສົ່ງ​ທາງ​ນ້ຳ. ພື້ນ​ຖານ​ໂຄງ​ລ່າງ​ບຸ​ລິ​ມະ​ສິດຂອງ​ທາງ​ນ້ຳ​ຈະ​ຖືກ​ຍົກ​ລະ​ດັບ​ໃຫ້​ໄດ້ມາດ​ຕະຖານທາງ​ເຕັກ​ນິກ​ທີ່​ດີ​ເພື່ອ​ປ້ອງ​ກັນ​ນ້ຳ​ຖ້ວມ.  ທຶນ​ເພີ່ມ​ເຕີມນິີ້ຍັງຈະ​ໄດ້ມີການ​​ນໍາ​ໃຊ້ເພື່ອ​ປັບ​ປຸງ​ການ​ຄຸ້ມ​ຄອງ​ຄວາມ​ສ່ຽງ​ໄພ​ນ້ຳ​ຖ້ວມ​ໃນ​ຕົວ​ເມືອງ​ແບບ​ປະ​ສົມ​ປະ​ສານ, ​ປັບ​ປຸງ​ສະພາບ​ແວດ​ລ້ອມ​ໃນ​ຕົວ​ເມືອງ​ໃຫ້​ປອດ​ໄພ ແລະ ສວຍ​ງາມ​ໂດຍ​​ມີການ​ປ້ອງ​ກັນ​ນ້ຳ​ຖ້ວມ ແລະ ການ​ວາງ​ແຜນ​ຕົວ​ເມືອງ​ທີ່​ມີ​ຄວາມທົນ​ທານ. ທາງ​ໂຄງ​ການ​ຍັງຈະ​ໄດ້​ມີການສຶກ​ສາເພີ່ມເຕີມ​ກ່ຽວ​ກັບ​ການ​ມີ​ສ່ວນ​ຮ່ວມ​ຂອງ​ພາກສ່ວນເອ​ກະ​ຊົນ​ໃນ​ການ​ສະ​ໜັບ​ສະ​ໜູນ​ດ້ານ​ການ​ເງິນ​ສຳ​ລັບ​ການ​ພັດ​ທະ​ນາ​ພື້ນ​ຖານ​ໂຄງ​ລ່າງ​ທີ່​ມີ​ຄວາມ​ທົນ​ທານ​ຕໍ່​ກັບ​ສະ​ພາບ​ດິນ​ຟ້າ​ອາ​ກາດ.

ຫລັງ​ຈາກ​ໄພ​ນ້ຳ​ຖ້ວມ​ໃນ​ປີ 2018 ທະ​ນາ​ຄານ​ໂລກ​ໄດ້​ດັດແກ້ງົບປະມານ​ໂຄງ​ການ​ຂະ​ແໜງ​ຂົວ​-​ທາງ II  ເພື່ອ​ໃຫ້ສາມາດນຳໃຊ້ເງິນຈຳນວນໜຶ່ງເພື່ອມາເຮັດວຽກ​ສ້ອມ​ແປງ​ສຸກ​ເສີນ​ໃນ​ບັນ​ດາ​ຊ່ວງທາງ​ທີ່​ເປ່​ເພ.  ທະ​ນາ​ຄານ​ໂລກ​ຍັງ​ໄດ້​ສະ​ໜັບ​ສະ​ໜູນ​ ສ​ປ​ປ ລາວ ໃນ​ການ​ເຂົ້າ​ຮ່ວມກອງ​ທຶນ​ປະ​ກັນ​ໄພ​ຄວາມ​ສ່ຽງ​ຈາກ​ໄພ​ພິ​ບັດເອ​ເຊຍ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ແລະ ກຳ​ລັງ​ຊ່ວຍ​ເຫລືອ​ກະ​ຊວງ​ພະ​ລັງ​ງານ ແລະ ບໍ່​ແຮ່ ເພື່ອ​ຊຸກ​ຍຸ້​ບັນ​ດາ​ຄູ່​ຮ່ວມ​ງານ​ໃຫ້​ທົບ​ທວນ​ຄືນ ​​ແລະ​ກວດ​ກາຄວາມ​ປອດ​ໄພ​ຂອງ​ເຂື່ອນ​ໄຟ​ຟ້າ​ໃນ​ລະ​ດັບ​ທົ່ວ​ປະ​ເທດ.


ລາຍ​ຊື່

ໃນ ສປປ ລາວ
Hannah McDonald-Moniz
+856 21 266 278
hmcdonaldmoniz@worldbank.org
ໃນ ວໍຊິງຕັນ
Marcela Sanchez-Bender
+1 202 473-5863
msanchezbender@worldbank.org
Api
Api