ບົດອອກຂ່າວ

ການສ້າງຄວາມເຂັ້ມແຂງ ໃຫ້ແກ່ວຽກງານປັບປຸງຊີວິດການເປັນຢູ່ໃນເຂດຊົນນະບົດ ໂດຍຜ່ານ ການແລກປ່ຽນຄວາມຮູ້ ຊຶ່ງກັນ ແລະ ກັນ ຂອງບັນດາປະເດທໃນພາກພື້ນ.

2 ກ.ພ. 2012




ກອງ​ປະຊຸມ ກ່ຽວກັບການພັດທະນາ ແລະ ວຽກ​ງານປັບປຸງຊີວິດການເປັນຢູ່ ໂດຍມອບໃຫ້ຊຸມຊົນເປັນເຈົ້າການ​ເອງ.

ວຽງ​ຈັນ, ສປປ ລາວ, ວັນ​ທີ 3 ກຸມພາ 2012 - ລັດຖະບານແຫ່ງ ສປປ ລາວ ຮ່ວມ​ກັບ ທະນາຄານ​ໂລກ ​ໄດ້​ຈັດ​ກອງ​ປະຊຸມລະດັບພາກ​ພື້ນ ​ໃນຫົວຂໍ້ກ່ຽວກັບ ​ການ​ພັດທະນາ​ທີ່​ຂັບ​ເຄື່ອນ​ໂດຍຊຸມຊົນ​ເອງ ແລະ ການປັບປຸງຊີວິດການເປັນຢູ່ ຂອງປະຊາຊົນຢູ່ເຂດ ຊົນນະບົດ. ຜ່ານ​ການ​ດຳ​ເນີນກອງ​ປະຊຸມ​ເປັນ​ເວລາ ສອງ​ວັນມານີ້, ຜູ້​ເຂົ້າຮ່ວມ ​ໄດ້ສົນທະນາ ​ແລກປ່ຽນ ປະສົບ​ການ ​ກ່ຽວກັບການ​ປັບປຸງ ​ໂອກາດ​ໃນ​ການ​ພັດທະນາເສດຖະກິດ ຢູ່ເຂດ​ຊົນນະບົດ, ​​ການ​ຂະຫຍາຍ​ຕາໜ່າງເສັ້ນທາງ ​ແລະ ​ການ​ປັບປຸງ​ສະພາບ​ຊີວິດ​ການ​ເປັນ​ຢູ່​ ກໍຄື ການ​ສ້າງ​ຄວາມ​ເຂັ້ມ​ແຂງການເປັນເຈົ້າການ ​ຂອງ ຜູ້​ທຸກ​ຍາກຢູ່​ເຂດ​ຊົນນະບົດ.

ການພັດທະນາທີ່​ຂັບ​ເຄື່ອນໂດຍຊຸມຊົນ ຫຼື Community Driven Development (CDD) ​ແມ່ນ​ວິທີ​ ທີ່ມອບສິດ​ກົງໃຫ້ແກ່ພໍ່​ແມ່​ປະຊາຊົນ​ຢູ່​ຂັ້ນ​ທ້ອງຖິ່ນ ​ໃນ​ການວາງ​ແຜນ, ການ​ຕັດສິນບັນຫາ​ຕ່າງໆ​ໃນ​ການ​ພັດທະນາ ​ແລະ​ ການບໍລິຫານ-ຄຸ້ມ​ຄອງ ຊັບພະຍາກອນຕ່າງໆ ທີ່​ນຳ​ໃຊ້ເຂົ້າໃນການພັດທະນາທ້ອງຖິ່ນຂອງ​ເຂົາ​ເຈົ້າ. ​ສໍາລັບ​ແຜນ​ງານປັບປຸງຊີວິດ​ການ​ເປັນ​ຢູ່ນັ້ນ, ການຈັດ​ຕັ້ງ​ທາງ​ດ້ານ​ສັງຄົມ​ຕ່າງໆ​​ໄດ້​ຖືກສ້າງ​ຂຶ້ນ​ ຈາກຂະ​ບວນການ​ພັດທະນາ​ທີ່​ຂັບ​ເຄື່ອນ​ໂດຍ​ຊຸມ​ຊົນນັ້ນ  ຈະ​ກາຍ​ເປັນ​ກຸ່ມ​ຜະລິດ​ຕ່າງໆ, ​ ​ຈາກ​ນັ້ນຈະ​ເຮັດ​ໃຫ້ສະຖາບັນ ​ໃນ​ການ​ແກ້​ໄຂ​ຄວາມທຸກຍາກມີຄວາມເຂັ້ມແຂງ  ​ແລະ ຈະ ສາມາດຜັກດັນ ​ໃຫ້ມີການປັບປຸງດ້ານການບໍລິການ, ການຄຸ້ມ​ຄອງ​ດ້ານເງິນມີ​ຄວາມ​ເຂັ້ມ​ແຂງ, ແລະ ສາມາດສ້າງ ວຽກເຮັດງານທໍາ ທີ່​ຫລາຍ​ຂຶ້ນກ່ວາເກົ່າ. ຢູ່​ໃນ​ປີ 2010 ທີ່​ຜ່ານ​ມາ​ນີ້, ​ທະນາຄານ​ໂລກ ​ໄດ້​ໃຫ້ການ​ຊ່ວຍ​ເຫລືອບັນດາ​ໂຄງການພັດທະນາ​ຕ່າງໆ  ໃນທົ່ວໂລກ ​ເປັນ​ມູນ​ຄ່າລວມປະມານ 7.6 ຕື້​ ໂດລາ​ສະຫະລັດ, ​​ໃນ​ນັ້ນ ສຳລັບ​ໂຄງການ​ພັດທະນາ​ທີ່​ຂັບ​ເຄື່ອນ​ໂດຍ​ຊຸມ​ຊົນ​ເອງ ກວມເອົາ​ເຖິງ 5.1 ຕື້.​

ເຖິງວ່າ ຫຼາຍປະເທດໃນພາກພື້ນໄດ້ມີການ ຂະຫຍາຍໂຕດ້ານເສດຖະກິດ ຢ່າງວ່ອງ​ໄວ ໃນ​ ທົດ​ສະ​ວັດ ທີ່​ຜ່ານ​ມາ, ສິ່ງທ້າທາຍດ້ານສັງຄົມ ແລະ ດ້ານເສດຖະກິດ ກໍໄດ້ນັບມື້ເພີ່ມຂຶ້ນ ເຊັ່ນ ຄວາມບໍ່ສະເໝີພາບໃນການພັດທະນາຢູ່ເຂດຊົນນະບົດ ກັບ ຕົວເມືອງ ​ແລະ​ ບັນຫາການ​ວ່າງ​ງານ​ຂອງ​ຊາວ​ໜຸ່ມ. ​ການພັດທະນາທີ່ຂັບເຄື່ອນໂດຍຊຸມຊົນ ແລະ ​ວຽກງານປັບປຸງ ຊີວິດ​ການ​ເປັນ​ຢູ່ຕ່າງໆແມ່ນ ນັບມື້ເປັນທີ່ຍອມຮັບ ວ່າເປັນວິທີ​ການ ທີ່​ສໍາຄັນ​ ແລະ​ ມີ​ປະສິດທິ​ຜົນ ​ໃນ​ການ​ແກ້​ໄຂ​ຄວາມທຸກຍາກ.

ເປົ້າ​ໝາຍ​ຂອງ​ກອງ​ປະຊຸມຄັ້ງນີ້ແມ່ນ​ເພື່ອ​ແລກປ່ຽນ ຜົນ​ສໍາ​ເລັດ ​ແລະ ສິ່ງ​ທ້າ​ທາຍ ຈາກ​ປະສົບ​ການ​ທີ່​ຜ່ານ​ມາ ​ກໍຄື ການສົນທະນາ ​ແຜນການ​ຮ່ວມ​ມື ​ລະດັບ​ພາກ​ພື້ນ ໃນຂົງເຂດ​ວຽກ​ງານ​ ການພັດທະນາທີ່ຂັບເຄື່ອນໂດຍຊຸມຊົນ  ແລະ​ ການ​ປັບປຸງ​ຊີ​ວິດ​ການ​ເປັນ​ຢູ່ ຂອງ​ປະຊາຊົນ ຢູ່​ເຂດ​ຊົນນະ​ບົດ ໃນຕໍ່ໜ້າ. ​ກອງປະຊຸມຄັ້ງນີ້ແມ່ນມີການເຂົ້າຮ່ວມຫຼາຍກ່ວາ 40 ທ່ານ ຈາກ ລັດຖະບານ​ຂອງ 11     ປະ​ເທດ ​ໃນ​ພາກ​ພຶ້ນຄື: ບັງ​ກະລາ​ແດ​ສ, ອິນ​ເດຍ, ສຣີລັງກາ, ກໍາປູ​ເຈຍ, ລາວ, ຫວຽດນາມ, ອິນ​ໂດ​ເນ​ເຊຍ, ຟີ​ລິ​ບປີນ, ຕີ​ມໍ​ເລ​ສ​ເຕ, ຈີນ ​ແລະ ມົງ​ໂກ​ລີ.

ວາລະ​ກອງ​ປະຊຸມ ປະກອບ​ດ້ວຍ ການນໍາສະເໜີໂດຍຜູ້ຕາງໜ້າຈາກແຕ່ລະປະເທດທີ່ເຂົ້າຮ່ວມ, ກ່ຽວກັບ  ​ແຜນງານ ຕ່າງໆທີ່ສະໜັບສະໜູນ ການປັບປຸງຊີວິດ​ການ​ເປັນ​ຢູ່​ຂອງປະຊາຊົນເຂດຊົນ​ນະ​ບົດ ໃຫ້ມີຄວາມເຂັ້ມແຂງ, ​ແລະ ການສົນທະນາ ກ່ຽວ​ກັບ ວິທີການໃໝ່ໆໃນການພັດທະນາແຜນງານດັ່ງກ່າວ.  ​ໂດຍສະເພາະແລ້ວ ວິທີການຝໝ່ໆ ຂອງ ບັນດາປະເທດ ພາກພື້ນອາຊີຕາເວັນອອກສຽງໃຕ້ ທີ່ມີຄວາມກ້າວໜ້າຫລາຍ ​ໃນ​ການຈັດ​ຕັ້ງ​ປະຕິບັດແຜນ​ງານ​ການ​ພັດທະນາທີ່ຂັຍເຄື່ອນໂດຍຊຸມ​ຊົນເອງ ​ແລະ ການປັບປຸງ​ຊີວິດ​ການ​ເປັນ​ຢູ່ຂອງ​ປະຊາຊົນຢູ່ເຂດ​ຊົນນະ​ບົດ.

ກອງ​ປະຊຸມ​ຄັ້ງ​ນີ້ ​​ເປັນ​ສ່ວນ​ໜຶ່ງ​ຂອງ​ແຜນ​ງານ​ແລກປ່ຽນຄວາມຮູ້ ແລະ ປະສົບການ ທີ່​ເອີ້ນ​ວ່າ  “ຮຽນ​ຈາກ​ຕົວ​ແບບ ​ໂຄງການພັດທະນາທີ່ຂັບເຄື່ອນໂດຍຊຸມຊົນ​​ເພື່ອ​ໃຫ້ໄດ້ຮັບໝາກຜົນໃນ​​ການ​ພັດທະນາ ດ້ານ​ເສດຖະກິດ​ ແລະ ດ້ານສັງຄົມ​ ທີ່​ດີ​ກ່ວາເກົ່າ”, ໂດຍການສະໜັບສະໜູນ​ຂອງກອງ​ທຶນ ​ແລກປ່ຽນ​ປະສົບ​ການ ​ລະຫວ່າງປະເທດໃນເຂດອາຊີໃ້ຕ້ (South-South Experience Exchange Trust Funds /SEETF). ​ແຜນ​ງານ​ນີ້ ​ໄດ້​ຍົກ​ສູງ​ ການ​ຮຽນ​ຮູ້​ຮ່ວມ​ກັນ ລະ​ຫ່ວາງ ບັນດາ​ປະ​ເທດ ​ດັ່ງກ່າວນັ້ນ ນັບແຕ່ຕົ້ນປີ 2011 ເປັນຕົ້ນມາ, ລວມທັງ​ການ​ໄປຢ້ຽມຢາມ ​ປະ​ເທດ​ອິນ​ເດຍ ເພື່ອ​ແລກປ່ຽນ​ຄວາມ​ຮູ້ ໂດຍມີ​ຄະນະ​ຜູ້​ແທນ ຈາກ ສປປ ລາວ ​ແລະ ຫວຽດນາມ ​ໃນ​ເດືອນ​ສິງຫາ 2011.

ກອງ​ປະຊຸມ​ລະດັບ​ພາກ​ພື້ນ​ຄັ້ງ​ນີ້ ຈະ​​ເປັນ​ງານຄັ້ງສຸດທ້າຍທີ່ນອນໃນ​ແຜນ​ງານດັ່ງກ່າວ, ຊຶ່ງຄາດ​ວ່າຈະ ຜັກດັນ ການ​ແລກປ່ຽນ​ຄວາມ​ຮູ້ ປະສົບ​ການ ກ່ຽວກັບ​ການ​ສະໜັບສະໜູນ ຊຸມຊົນເຂດຊົນນະບົດໃຫ້ມີປະສິດທິພາບກວ່າເກົ່າ ແລະ  ​​ມິດຕະພາບ ​ໃນ​ພາກ​ພື້ນໃຫ້ນັບມື້ມີຄວາມແໜ້ນແຟ້ນ, ​ໂດຍ​ການ​ ເຊີນຊວນ​ປະ​ເທດ​ໄກ້​ຄຽງ ທີ່ມີ​ຄວາມ​ ປາຖະໜາ ຢາກປັບປຸງ ​ CDD ແລະ ແຜນງານລິເລີ່ມໃນການພັດທະນາຊີວິດການເປັນຢູ່ ໃນປະເທດຕົນ.

ນັກຂ່າວ ກະລຸນາຕິດຕໍ່
ທີ່ ວຽງຈັນ
ສຸຣິດາຮັກ ສາກົນນິຍົມ
​ໂທລະ​ສັບ: +856 21 450 010
ssakonhninhom@worldbank.org


Api
Api

Welcome