ບົດອອກຂ່າວ

ງານເຜີຍແຜ່ຂໍ້ມູນຂ່າວສານເພື່ອສົ່ງເສີມການແບ່ງປັນຄວາມຮູ້ ແລະ ການເຂົ້າ ເຖິງແຫຼ່ງຂໍ້ມູນ.

1 ມ.ນ. 2011



ວຽງຈັນ, ທີ່ 1 ມີນາ 2011 – “ຄວາມຮູ້ຄືພະລັງ” - ແມ່ນຫົວຂໍ້ງານເຜີຍແຜ່ຂໍ້ມູນຂ່າວສານປະຈຳປີ ຊຶ່ງຈັດຂຶ້ນຮ່ວມກັນລະຫວ່າງມະຫາວິທະຍາໄລແຫ່ງຊາດ ແລະ ທະນາຄານໂລກ.  ໜຶ່ງໃນເປົ້າໝາຍ ຂອງງານ ແມ່ນເພື່ອຍົກໃຫ້ເຫັນຄວາມສຳຄັນ ຂອງການເຂົ້າເຖິງຂໍ້ມູນ ແລະ ແຫຼ່ງຄວາມຮູ້ທີ່ມີຢູ່ຢ່າງ ຫຼາກຫຼາຍ. ຢູ່ໃນຍຸກທີ່ຂໍ້ມູນຂ່າວສານມີການເປີດກວ້າງ ແລະ ປ່ຽນແປງຢ່່າງໄວວາ, ການກະຈາຍ ຄວາມຮູ້ແມ່ນໄວທີ່ສຸດ, ຮູບແບບຂອງການຮຽນແມ່ນຫຼາກຫຼາຍ, ມີຫົວຄິດປະດິດສ້າງ ແລະ ມີຢູ່ທົ່ວທຸກ ມຸມໂລກ.

ປີນີ້ ງານເຜີຍແຜ່ຂໍ້ມູນຂ່າວສານແມ່ນຍົກເອົາ ການເປີດກວ້າງຂໍ້ມູນ ຊຶ່ງເປັນໜຶ່ງໃນກິດຈະກຳເຜີຍແຜ່ ຂໍ້ມູນ ແລະ ຄວາມຮູ້ຂອງທະນາຄານໂລກ ເຊິ່ງເປັນສິ່ງທີ່ມີຄຸນຄ່າ ຕໍ່ນັກຮຽນ, ນັກສຶກສາ, ນັກຄົ້ນຄວ້າ, ຊ່ຽວຊານດ້ານການພັດທະນາ ແລະ ນັກຂ່າວ. ການເປີດກວ້າງຂໍ້ມູນແມ່ນອະນຸຍາດໃຫ້ທຸກທ່ານ ສາມາດ ເຂົ້າຫາຂໍ້ມູນຂອງທົ່ວທຸກມູມໂລກກຽ່ວກັບປະເທດທີ່ກຳລັງພັດທະນາເຊິ່ງເກັບກຳຢ່າງລະອຽດຊັດເຈນໂດຍບໍ່ໄດ້ເສຍຄ່າໃດໆ. ພຽງແຕ່ເຂົ້າໄປທີ່ເວັບໄຊ https://data.worldbank.org/  ມີຫຼາຍກວ່າ 2000 ຕົວຊີ້ບອກ ຢູ່ໃນຖານຂໍ້ມູນທະນາຄານໂລກ ທີ່ທ່ານ ສາມາດເຂົ້າເບິ່ງໄດ້.

ກິດຈະກຳຂອງງານປີນີ້ ແມ່ນສຸມໃສ່ການກະຈາຍຂໍ້ມູນ ແລະ ຮູບແບບຕ່າງໆ ເພື່ອການສຶກສາ ແລະ ແບ່ງປັນຄວາມຮູ້. “ຍຸກທັນສະໄໝໄດ້ເປີດໂອກາດຢ່າງມະຫຶມາສຳຫຼັບການສຶກສາ. ພວກເຮົາອາໄສຢູ່ ບົນໂລກທີ່ເຕັມໄປດ້ວຍຄວາມຮູ້, ຍິ່ງທ່ານແບ່ງປັນຄວາມຮູ້ຂອງທ່ານຫຼາຍເທົ່າໃດ ພູມປັນຍາຂອງທ່ານ ກໍ່ຈະເພີ່ມຂຶ້ນຫຼາຍເທົ່ານັ້ນ. ພວກເຮົາຫວັງວ່າການນຳສະເໜີຂໍ້ມູນອັນເປີດກວ້າງຂອງ ທະນາຄານໂລກຈະ ຊ່ວຍສ້າງໂອກາດໃນການຮຽນ ແລະ ການສອນສຳຫຼັບນັກສຶກສາລາວ ກໍ່ຄືທົ່ວໂລກ, ແລະ ເປີດໃຫ້ມີ ການສົນທະນາ ແລະ ຖົກຖຽງກ່ຽວກັບບັນຫາການພັດທະນາ” ກ່າວໂດຍ ທ່ານ ນາງ ເຄໂກະ ມິວະ, ຫົວໜ້າທະນາຄານໂລກ ປະຈຳ ສປປ ລາວ. ພາຍໃຕ້ຫົວຂໍ້ “ຄວາມຮູ້ຄືພະລັງ ແລະ ຫ້ອງສະໝຸດ ເປັນຂອງທ່ານ”, ງານອາທິດຫໍສະໝຸດປີນີ້ ອາດເວົ້າໄດ້ວ່າ ເປັນງານທີ່ໃຫຍ່ກວ່າຊຸມປີຜ່ານມາຫຼາຍ, ຊຶ່ງມີ ຫຼາຍພາກສ່ວນເຂົ້າຮ່ວມ ແລະ ມີຫຼາຍກິດຈະກຳຈາກພາກລັດ, ອົງການຈັດຕັ້ງສາກົນ, ວິທະຍາໄລ ເອກະຊົນ ແລະ ກຸ່ມຊາວໜຸ່ມ. ມີຫຼາຍການນໍາສະເໜີເພີ່ມເຜີຍແຜ່ຄວາມຮູ້ ຈາກຫຼາຍໆອົງການຈັດຕັ້ງ ໃນລະຫວ່າງ 3 ວັນ ບວກໃສ່ການວາງສະແດງຂໍ້ມູນ, ການຖາມຕອບ ແລະ ສິ່ງພິມຕ່າງໆ ຕໍ່ສາທາ ລະນະ.    

ເຂົ້າຮ່ວມໃນພິທີເປີດງານໃນຄັ້ງນີ້ໂດຍ ທ່ານສາດສະດາຈານ ດຣ. ສາຍຂອງ ໄຊນະສິນ, ຮອງອະທິການ ບໍດີ, ມະຫາວິທະຍາໄລແຫ່ງຊາດ, ທ່ານ ນາງ ເຄໂກະ ມິວະ, ຫົວໜ້າທະນາຄານໂລກ ປະຈຳ ສປປ ລາວ. ບັນດາຄູອາຈານ, ຜູ້ເຂົ້າຮ່ວມຈາກ 20 ກວ່າອົງການຈັດຕັ້ງ ຊຶ່ງລວມມີ ກະຊວງກົມກອງ, ອົງການ ຈັດຕັ້ງມະຫາຊົນ, ອົງການຈັດຕັ້ງສາກົນ, ວິທະຍາໄລເອກະຊົນ ແລະ ກຸ່ມຊາວໜຸ່ມ. ຊຶ່ງເລີ່ມຕັ້ງແຕ່ ທີ່ 1-3 ມີນາ 2011 ທີ່ຫໍສະໝຸດກາງ, ມະຫາວິທະຍາໄລແຫ່ງຊາດ, ວຽງຈັນ.  ງານເຜີຍແຜ່ຂໍ້ມູນຂ່າວສານ  ແມ່ນເປີດໃຫ້ນັກສຶກສາ, ຄູອາຈານ ແລະ ບຸກຄົນທົ່ວໄປ ເຂົ້າຊົມເພື່ອສົ່ງເສີມການແບ່ງປັນຄວາມຮູ້ ແລະ ການເຂົ້າເຖິງຂໍ້ມູນ, ໂດຍສະເພາະແມ່ນ ສົ່ງເສີມການຄົ້ນຄວ້າ ແລະ ກິດຈະກຳການນັກສຶກສາຕ່າງໆ.

ງານເຜີຍແຜ່ຂໍ້ມູນຂ່າວສານ ແມ່ນສ່ວນໜຶ່ງຂອງການຮ່ວມມື ລະຫວ່າງທະນາຄານໂລກ ແລະ ມະຫາວິ ທະຍາໄລແຫ່ງຊາດ ກ່ຽວກັບການແບ່ງປັນຄວາມຮູ້ ແລະ ກິດຈະກຳໄວໜຸ່ມ, ຊຶ່ງໄດ້ລິເລີ່ມຕັ້ງແຕ່ປີ 2007. ກິດຈະກຳອື່ນໆທີ່ໄດ້ປະຕິບັດຜ່ານມາໃນການຮ່ວມມືນີ້ລວມມີ ການສ້າງມຸມຂໍ້ມູນ ຂ່າວສານ ທີ່ຫໍສະໝຸດກາງ, ບັນດາການສຳມະນາຫົວຂໍ້ການພັດທະນາຕ່າງໆ, ການຢ້ຽມຢາມໂຄງການຂອງ ທະນາຄານໂລກ, ແລະ ໂຄງການລົງຝຶກງານເພື່ອສົ່ງເສີມການແບ່ງປັນຄວາມຮູ້ ແລະ ເພີ່ມການເຂົ້າຮ່ວມ ຂອງອາຈານ ແລະ ນັກສຶກສາຕໍ່ການພັດທະນາ.

ນັກຂ່າວ ກະລຸນາຕິດຕໍ່
ໜ່ວຍງານຂໍ້ມູນຂ່າວສານ
​ໂທລະ​ສັບ: +856 21 450 010



Api
Api

Welcome