ບົດອອກຂ່າວ

ສປປ ລາວ ກຳລັງປັບປຸງລະບົບສວຍສາອາກອນຂອງປະເທດ ແຕ່ຍັງຕ້ອງມີ ການປັບປຸງເພີ່ມເຕີມອີກໃນຂົງເຂດທີ່ຈຳເປັນຕໍ່ການສືບຕໍ່ປັບປຸງລະບຽບ ຄຸ້ມຄອງການດຳເນີນທຸລະກິດ.

5 ພ.ຈ. 2010



ນະຄອນຫຼວງວຽງຈັນ, ສປປ ລາວ, 4 ພະຈິກ 2010 – ສປປ ລາວ ໄດ້ປັບປຸງບັນຍາກາດການດໍາເນີນທຸລະກິດ ສໍາລັບຜູ້ປະກອບການພາຍໃນປະເທດ ໃນປີ 2009/2010 ໂດຍການປັບປຸງລະບົບສວຍສາອາກອນສໍາລັບວິສາຫະກິດໃຫ້ທັນສະໃໝຍິ່ງຂຶ້ນ, ອີງຕາມ ບົດລາຍງານ ການດໍາເນີນທຸລະກິດ 2011 ໃນຫົວຂໍ້: ສ້າງຄວາມແຕກຕ່າງໃຫ້ແກ່ຜູ້ປະກອບການ ຫຼື Doing Business 2011: Making a Difference for Entrepreneurs, ເຊິ່ງເປັນບົດລາຍງານປະຈຳປີຊຸດທີ 8  ພິມເຜີຍແພ່ໂດຍອົງການການເງິນສາກົນ (IFC) ແລະ ທະນາຄານໂລກ.  ສປປ ລາວ  ໄດ້ເລີ່ມນຳໃຊ້ອາກອນມູນຄ່າເພີ່ມ (VAT) ປ່ຽນແທນໃຫ້ລະບົບອາກອນໂຕເລກທຸລະກິດທີ່ຫຼ້າສະໄໝ.  VAT ເປັນລະບົບທີ່ມີປະສິດທິພາບ,  ມີຖານກ້ວາງຂວາງ ແລະ ເປັນຜົນເຮັດໃຫ້ອັດຕາອາກອນຫຼຸດລົງກວ່າລະບົບອາກອນໂຕເລກທຸລະກິດ ເຊິ່ງມີການເກັບອາກອນທີ່ຊໍ້າຊ້ອນກັນ. 

ເປັນຄັ້ງທຳອິດໃນແປດປີທີ່ ບັນດາປະເທດໃນພາກພື້ນອາຊີຕາເວັນອອກແລະປາຊີຟິກ ເປັນໜຶ່ງໃນກຸ່ມປະເທດທີ່ມີບັນຍາກາດການປັບປຸງທີ່ຟົດຟື້ນທີ່ສຸດ. ປີກາຍ, ມີ 18 ຈາກ 24 ປະເທດ ໄດ້ປັບປຸງບັນດາລະບຽບການແລະສະຖາບັນຄຸ້ມຄອງທຸລະກິດໃນປະເທດຕົນ - ເຫັນວ່າ: ຫຼາຍກ່ວາພາກພື້ນອື່ນໆໃນໂລກ.

ສປປ ລາວ ຍັງມີໂອກາດຍາດແຍ່ງອັນດັບໃຫ້ທັນກັບບັນດາປະເທດເພື່ອນບ້ານໃນອາຊີ ເຊັ່ນ ໂດຍການຫລຸດຜ່ອນເວລາໃນການຂໍກາປະທັບວິສາຫະກິດ ເຊິ່ງໃນປະຈຸບັນໃຊ້ເວລາເຖິງ 45 ວັນ. ໃນການຈັດອັນດັບລວມໃນດ້ານຄວາມງ່າຍດາຍໃນການດໍາເນີນທຸລະກິດ ສປປ ລາວ ຢູ່ໃນອັນດັບທີ 171 ຈາກທັງໝົດ 183 ເສດຖະກິດ.

ອີງຕາມບົດລາຍງານຂອງປີນີ້, ສິງກະໂປ, ຮົງກົງ (ເຂດປົກຄອງພິເສດຂອງ ສປ ຈີນ), ແລະ ນິວຊີແລນ ຖືວ່າເປັນຜູ້ນຳໂລກໃນດ້ານການອຳນວຍຄວາມສະດວກແກ່ການເຮັດທຸລະກິດສຳລັບບັນດາວິສາຫະກິດພາຍໃນ.  ບັນດາປະເທດເສດຖະກິດໃໝ່ເຊັ່ນ: ອິນໂດເນເຊຍ, ມະເລເຊຍ, ແລະ ຫວຽດນາມ ກໍ່ມີບົດບາດນຳໃນດ້ານການອຳນວຍຄວາມສະດວກໃຫ້ແກ່ການເລີ່ມຕົ້ນທຸລະກິດ, ການອະນຸມັດ, ການຈົດທະບຽນຊັບສິນ ແລະ ການປັບປຸງການແລກປ່ຽນຂໍ້ມູນຂ່າວສານສິນເຊື່ອ. ມະເລເຊຍ ໄດ້ຫຼຸດເວລາແລະຕົ້ນທຶນໃນການໂອນຊັບສິນດ້ວຍການນຳໃຊ້ບໍລິການອ໋ອນລາຍ ຫຼື ບໍລິການຜ່ານອິນເຕີເນັດຫຼາຍຂຶ້ນກ່ວາເດີມ. ຫວຽດນາມ ຕິດໜຶ່ງໃນ 10 ປະເທດທີ່ມີການປັບປຸງຫຼາຍສຸດ ແລະ ຍັບຂຶ້ນ 10 ອັນດັບພາຍໃນການຈັດອັນດັບໂລກໃນດ້ານຄວາມງ່າຍດາຍໃນການເຮັດທຸລະກິດ ໂດຍຂຶ້ນມາຢູ່ອັນດັບທີ 78 ຈາກ 183  ປະເທດ.

ບັນດາເຕັກໂນໂລຊີຂໍ້ມູນຂ່າວສານໃໝ່ໆ ໄດ້ເຮັດໃຫ້ການເລີ່ມຕົ້ນທຸລະກິດ, ການຄ້າລະຫວ່າງປະເທດ, ແລະ ການຈົດທະບຽນຊັບສິນຢູ່ປະເທດບຣູໄນ ດາຣູຊາລຳ, ມະເລເຊຍ, ຟີລິບປິນ, ແລະ ຊາເມົາ ມີຄວາມກະທັດຮັດຂຶ້ນ.

ທ່ານ ຈານາມິຕຣາ ເດວັນ (Janamitra Devan), ຮອງປະທານຂະແໜງການພັດທະນາການເງິນ ແລະ ພາກເອກະຊົນຂອງກຸ່ມທະນາຄານໂລກ ໄດ້ກ່າວວ່າ:  “ຢູ່ທົ່ວໂລກເຫັນວ່າ: ເຕັກໂນໂລຊີໃໝ່ໆ ໄດ້ເສີມສ້າງຄວາມເຂັ້ມແຂງໃຫ້ແກ່ການມີລະບຽບການຄຸ້ມຄອງທີ່ດີ”. ທ່ານຍັງກ່າວຕື່ມອີກວ່າ: “ເຕັກໂນໂລຊີ ເຮັດໃຫ້ການປະຕິບັດຕາມມີຄວາມສະດວກງ່າຍຂຶ້ນ, ມີຄ່າສິ້ນເປື້ອງ ຫຼື ຕົ້ນທຶນຕຳ່ລົງ ແລະ ມີຄວາມໂປ່ງໃສຫຼາຍຂຶ້ນກ່ວາເດີມ.”

ນັບແຕ່ປີ 2005, ປະມານ 85 ເປີເຊັນຂອງລະບອບເສດຖະກິດທົ່ວໂລກ ໄດ້ສ້າງຄວາມສະດວກໃຫ້ແກ່ບັນດາວິສາຫະກິດພາຍໃນໃນດ້ານການປະກອບການ ໂດຍໄດ້ມີການປັບປຸງລະບຽບຄຸ້ມຄອງທຸລະກິດ1,511 ສະບັບ. ຈີນ ຖືເປັນໜຶ່ງໃນ 15 ປະເທດທີ່ມີການປັບປຸງຫຼາຍສຸດ ໂດຍໃນຊຸມປີຜ່ານມາ ໄດ້ມີການປ່ຽນແປງລະບຽບການ 14 ສະບັບທີ່ອຳນວຍຄວາມສະດວກໃຫ້ແກ່ການເຮັດທຸລະກິດ - ທີ່ມີຜົນຕໍ່ເກົ້າຂົງເຂດພາຍໃຕ້ຂອບເຂດຕົວຊີ້ວັດຂອງບົດລາຍງານ ການເຮັດທຸລະກິດ (Doing Business).

ຢູ່ທົ່ວໂລກເຫັນວ່າ: ການເຮັດທຸລະກິດ ຍັງຄົງເປັນເລື່ອງທີ່ສະດວກງ່າຍສຸດໃນກຸ່ມປະເທດລາຍໄດ້ສູງ OECD ແລະ ຫຍຸ້ງຍາກທີ່ສຸດໃນກຸ່ມປະເທດຕອນລຸ່ມຊາຮາຣາ ແລະ ອາຊີໃຕ້. ແຕ່ປະເທດກຳລັງພັດທະນາ ນັບມື້ນັບມີບົດບາດຫຼາຍຂຶ້ນ. ປີກາຍ, 66 ເປີເຊັນຂອງຈຳນວນປະເທດກຳລັງພັດທະນາທັງໝົດ ໄດ້ປັບປຸງລະບຽບຄຸ້ມຄອງທຸລະກິດ; ສົມທຽບໃສ່ຫົກປີກ່ອນ ມີພຽງແຕ່ 34 ເປີເຊັນ.

ນັກຂ່າວ ກະລຸນາຕິດຕໍ່
ທີ່ ນະຄອນຫຼວງວຽງຈັນ
ວົງລັດດາ ໂອມະນີ
​ໂທລະ​ສັບ: +856 21 450017-9
Vomany@ifc.org
ທີ່ ພາກພື້ນອາຊີຕາເວັນອອກແລະປາຊີຟິກ
Hannfried von Hindenburg
​ໂທລະ​ສັບ: +852-2509-8115
hvonhindenburg@ifc.org
Carl Hanlon
​ໂທລະ​ສັບ: +1 (202) 473-8087
chanlon@worldbank.org


Api
Api

Welcome