ບົດອອກຂ່າວ

ກະຊວງສຶກສາທິການ, ທະນາຄານໂລກ ແລະ ອົງການອາຫານໂລກ ຕົກລົງເຫັນດີກ່ຽວກັບອະນາຄົດຂອງໂຄງການອາຫານໃນ ສປປ ລາວ

9 ມ.ສ. 2010



ນະຄອນຫຼວງວຽງຈັນ, ວັນທີ່ 09 ເມສາ 2010.ກະຊວງສຶກສາທິການ(MOE),
ທະນາຄານໂລກ(WB) ແລະ  ອົງການອາຫານໂລກສະຫະປະຊາຊາດ(WFP)ໄດ້ລົງເຊັນບົດ
ບັນທືກຄວາມເຂົ້າໃຈ(MOU)ສໍາລັບການກະກ່ຽມການຖ່າຍໂອນໂຄງການອາຫານເສີມໃຫ້ແກ່
ລັດຖະບານ. ບັນດາຜູ້ເຂົ້າຮ່ວມລົງລາຍເຊັນຄັ້ງນີ້ມີ ພະນະ ທ່ານ ລີຕູ່ ບົວປາວ, ລັດຖະມົນຕີຊ່ວຍກະຊວງສຶກສາທິການ, ຜູ້ບໍລິຫານທະນາຄານໂລກປະຈໍາລາວ, ທ່ານ ປັດຈາມູທູ ອີລາງໂກວັນ, ແລະ ຜູ້ຕາງໜ້າອົງການອາຫານໂລກປະຈໍາລາວ ທ່ານ ນາງ ກາຣີນ ມາເນນເຕ່.

ໃນບົດບັນທືກຄວາມເຂົ້າໃຈນີ້ໄດ້ກໍານົດລະອຽດກ່ຽວກັບແຜນສໍາລັບຂັ້ນຕອນການຖ່າຍໂອນໂຄງການອາຫານເສີມໃນ ສປປ ລາວ ຈາກການສະໜັບໜູນຂອງອົງການອາຫານໂລກມາເປັນຂອງລັດຖະບານຢ່າງແທ້ຈີງ. ແຜນດັ່ງກ່າວໄດ້ລວມເອົາໝາກຜົນສະເພາະທີ່ຕ້ອງບັນລຸໃນຂອບເວລາທີໄດ້ຕົກລົງ ແລະ ຂອບເຂດພາລະບົດບາດ ແລະ ໜ້າທີ່ຮັບຜິດຊອບ.

ໃນໄລຍະການຂ້າມຜ່ານ, ເດັກນັກຮຽນຫຼາຍກ່ວາ130,000 ຄົນ ທີ່ປັດຈຸບັນໄດ້ຮັບການສະໜັບສະໜູນຈາກໂຄງການອາຫານເສີມຊ່ວຍເຫຼືອໂດຍອົງການອາຫານໂລກຢູ່ໃນ 6 ແຂວງ ຂອງ ສປປ ລາວ (ຜົ້ງສາລີ, ຫຼວງນໍ້າທາ, ອຸດົມໄຊ, ສາລະວັນ, ເຊກອງ ແລະ ອດັຕະປື) ຈະຍັງສືບຕໍ່ໄດ້ຮັບການຊ່ວຍເຫຼືອອາຫານຫວ່າງທີ່ອຸດົມດ້ວຍຄຸນຄ່າໂພຊະນາການທຸກມື້ທີ່ເຂົ້າໂຮງຮຽນ ແລະ ອັດຕາເຂົ້າສານ ແລະ ເກືອເອົາກັບເມືອບ້ານ. ການຊ່ວຍເຫຼືອຈາກຄູ່ຮ່ວມງານເຊັ່ນ ທະນາຄານໂລກ, ອົງການອາຫານໂລກ ແລະ ອື່ນໆ ຈະສືບຕໍ່ໃຫ້ການຊ່ວຍເຫຼືອໂດຍ-À­˜­ໃສ່ການສະໜັບສະໜູນດ້ານເຕັກນິກວິຊາການ ແລະ ການເສີມສ້າງຂີດຄວາມສາມາດ.

ຄວາມຮຽກຮ້ອງຕ້ອງການທາງດ້ານການເງິນສໍາລັບການຖ່າຍໂອນແມ່ນຖõກລວມຢູ່ໃນການສຶກສາເພື່ອທຸກຄົນ(FTI)- ກອງທôນເລັ່ງລັດ, ອໍານວຍຄວາມສະດວກໂດຍທະນາຄານໂລກ, ໃນຄະນະດຽວກັນ, ການປະກອບສ່ວນຈາກອົງການພັດທະນາສາກົນ(AusAid)ຈະຊ່ວຍເປັນຂົວຕໍ່ຊ່ອງ
ຫວ່າງທີ່ມີຄວາມຕ້ອງການເພື່ອອໍານວຍຄວາມສະດວກໃນການວາງແຜນ ແລະ ຈັດກິດຈະກໍາການເສີມສ້າງຂີດຄວາມສາມາດໃນປີ2010.  ທະນາຄານໂລກ,ມີບົດບາດໃນການກວດກາກິດຈະການຂອງFTI ແລະ ຈະໃຫ້ການສະໜັບສະໜູນການຈັດຕັ້ງປະຕິບັດເຊັ່ນດຽວກັນ ນອກຈາກນີ້ ຍັງໃຫ້ການຊ່ວຍເຫຼືອການວິໄຈ, ການປະເມີນຜົນ, ການຄຸ້ມຄອງ ແລະ ໃຫ້ການສະໜັບໜູນການດໍາເນີນງານຕ່າງໆ ແລະ ໃຫ້ການຊ່ວຍເຫຼືອສໍາລັບການລະດົມແຫ່ຼງຊັບພະຍາກອນ, ແລະ ຮັບປະກັນຄວາມໄວ້ວາງໃຈໃນໜ້າທີ່.

“ຕັ້ງແຕ່ປີ 2002 ໂຄງການອາຫານເສີມໄດ້ພິສູດເຖິງຄວາມສໍາຄັນໃນການກະຕຸກຊຸກຍູ້ເດັກນັກຮຽນປະຖົມຢູ່ເຂດຊົນນະບົດຫ່າງໄກໃຫ້ໄປເຂົ້າໂຮງຮຽນເພື່ອໃຫ້ເຂົາເຈົ້າໄດ້ຮັບການສຶກສາ. ຍ້ອນເຫດຜົນດັ່ງກ່າວ, ກະຊວງສຶກສາຕ້ອງມຸú¤ໝັûນເພື່ອຄວາມຮັບປະກັນວ່າຜົນປະໂຫຍດ
ຂອງໂຄງການອາຫານເສີມຈະມີຄວາມຍືນຍົງຕະຫຼອດໄລຍະເວລາອັນຍາວນານທີ່ຈະຈັດຕັ້ງປະຕິບັດໂດຍລັດຖະບານ” ທ່ານ ລີຕູ່ ກ່າວຢູ່ໃນພິທີລົງລາຍເຊັນ.

“ພວກຂ້າພະເຈົ້າສະໜັບສະໜູນຢ່າງສຸດອົກສຸດໃຈທີ່ລັດຖະບານເພີ່ມທະວີຄວາມເປັນເຈົ້າການໂຄງການອາຫານເສີມ ແລະ ໃຫ້ການຊີ້ນໍາ,ນໍາພາໂຄງການນີ້,”ທ່ານ ນາງ ກາຣີນ ມາເນນເຕ ກ່າວຢູ່ໃນພິທີ ແລະ ທ່ານ ນາງ ກາຣີນໄດ້ກ່າວຕື່ມອີກວ່າ: “ພວກຂ້າພະເຈົ້າຍິນດີທີ່ຈະນໍາໃຊ້ຄວາມຮູ້ ແລະ ຄວາມຊໍານິຊໍານານຂອງພວກຂ້າພະເຈົ້າເພື່ອສືບຕໍ່ສະໜັບສະໜູນລັດຖະບານໃນຂະບວນການຖ່າຍໂອນ,”

ຢູ່ໃນກອງປະຊຸ່ມເປິກສາຫາລືຄວາມຍືນຍົງ ແລະ ຄວາມຄື້ບໜ້າຂອງໂຄງການອາຫານເສີມໃນລາວຫວ່າງມບໍ່ດົນມານີ້ຜູ້ເຂົ້າຮ່ວມຈາກຝ່າຍລັດຖະບານທັງໝົດມີຄວາມເຫັນເປັນເອກະພາບກັນວ່າຄວາມເປັນເຈົ້າການ ແລະ ການຊີ້ນໍານໍາພາຈາກລັດຖະບານເປັນປັດໃຈທີ່ລໍ່ແຫ້ຼມຕໍ່ຄວາມ
ຍືນຍົງ ແລະ ຜົນສໍາເລັດຂອງໂຄງການໃນອະນາຄົດ.

ຢູ່ໃນກອງປະຊຸ່ມໄດ້ສະຫຼູບວ່າການຖ່າຍໂອນເງິນທືນ ແລະ ການບໍລິຫານໂຄງການໃຫ້ແກ່ລັດຖະບານແມ່ນຕ້ອງມີການວາງແຜນທີ່ເໝາະສົມຕາມຂອບເວລາທີ່ໄດ້ຕົກລົງ ແລະ ການກະກຽມຈັດຕັ້ງສະຖາບັນຮັບຜິດຊອບໂຄງການຢູ່ຂັ້ນສູນກາງ, ແຂວງ ແລະ ເມືອງ.

ຢູ່ໃນພິທີປິດ ທ່ານ ປັດຈາມູທູ ອີລາງໂກວັນ, ຜູ້ບໍລິຫານທະນາຄານໂລກປະຈໍາລາວ ໄດ້ຊີ້ໃຫ້ເຫັນເຖິງຄວາມສໍາຄັນຂອງການກະກ່ຽມການຖ່າຍໂອນວ່າ ‘’ໂຄງການອາຫານມີຄວາມສໍາຄັນຫຼາຍສໍາລັບການສົ່ງເສີມໃຫ້ເດັກໄປເຂົ້າໂຮງຮຽນ ແລະ ໝາກຜົນຂອງການຮໍ່າຮຽນ ໂດຍສະແມ່ນຄອບຄົວທີ່ທຸກຍາກຂາດເຂິນ ແລະ ມີຄວາມສ່ຽງ, ການຖ່າຍໂອນໂຄງການໃຫ້ແກ່ລັດຖະບານ
ຈະຊ່ວຍເສີມສ້າງຄວາມເປັນເຈົ້າການ ແລະ ຄວາມຮັບຜິດຊອບເພື່ອນໍາພາໄປສູ່ການພັດທະນາທີ່ມີປະສິດທິພາບຍີ່ງໆຂ›ນ

ນັກຂ່າວ ກະລຸນາຕິດຕໍ່
ທີ່ ກະຊວງສຶກສາທິການ
ຢັງເຊ່ຍ
​ໂທລະ​ສັບ: (856 20 4257755)
ທີ່ ອົງການອາຫານໂລກ
ທີເຊຍນ່າ ຊ໋ອກເກດູ່
​ໂທລະ​ສັບ: (856-86) 211720
Tiziana.zoccheddu@wfp.org
ທີ່ ທະນາຄານໂລກ
ວິດຕໍເຣຍ ມິໂນອຽນ
​ໂທລະ​ສັບ: (856-21) 450-010
vminoian@worldbank.org



Api
Api

Welcome