ບົດອອກຂ່າວ

ນັກສຶກສາ ໄດ້ຮັບປະໂຫຍດຈາກການສົ່ງເສີມການອ່ານ ແລະ ການແລກປ່ຽນຂໍ້ມູນຂ່າວສານ

5 ກ.ພ. 2010



ວຽງຈັນ, ກຸມພາ 5, 2010 – ມະຫາວິທະຍາໄລແຫ່ງຊາດ (ມຊ) ແລະ ທະນາຄານໂລກ ໄດ້ຮ່ວມກັນຈັດງານສັບປະດາຫໍສະໜຸດ ຄັ້ງທີ 3 ປະຈຳສົກປີ 2009-2010. ງານດັ່າງກ່າວໄດ້ ຈັດຂຶ້ນຢູ່ທີ່ ຫໍສະໜຸດກາງ ມຊ ແຕ່ວັນທີ 2-4 ແລະມີຈຸດປະສົງ ເປີດກວ້າງສູ່ໜູ່ນັກສຶກສາ, ຄູອາຈານ ແລະ ປວງຊົນທົ່ວໄປ ເພື່ອສົ່ງເສີມການແລກປ່ຽນຄວາມຮູ້ ແລະ ຂໍ້ມູນຂ່າວສານ—ພິເສດແມ່ນ ເນັ້ນໄສ່ການສົ່ງເສີມຄວາມຮັກໃນການອ່ານ. ເປັນກຽດເຂົ້າຮ່ວມໃນພິທີເປີດຄັ້ງນີ້ມີ ທ່ານ ຮສ.ດຣ. ສາຍຂອງ ສາຍນະສິນ, ຮອງອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ, ທ່ານ ພັດຈະມູຕູ ອີລັງໂກວານ, ຜູ້ອຳນວຍການທະນາຄານໂລກ ປະຈຳ ສປປ ລາວ, ຄູອາຈານ, ແລະ ອົງການທີ່ກ່ຽວຂອ້ງ ຈາກ 14 ພາກສວ່ນ ໃນນັ້ນມີ ອົງການສາກົນທີ່ບໍ່ສັງກັດກັບລັດຖະບານ, ຄະນະວິຊາຕ່າງໆຈາກ ມະຫາວິທະຍາໄລແຫ່ງ ຊາດ, ວິທະຍາໄລເອກະຊົນ, ອົງການຈັດຕັງຊາວໜຸ່ມ ແລະ ອົງການຈັດຕັ້ງມະຫາຊົນຕ່າງງ.

ຫົວຂໍ້ຂອງງານມີຊື່ວ່າ: “ຈົ່ງສົ່ງເສີມຄວາມຮູ້ຂອງທ່ານໃຫ້ເບັ່ງບານ”.  ງານສັບປະດາ ຫໍສະໜຸດ ໃນປີນີ້ ແມ່ນເປັນການສືບຕໍ່ຜັນຂະຫຍາຍຈາກປີທີ່ຜ່ານມາ—ເຊິ່ງມີຜູ້ເຂົ້າຮວ່ມຈາກຫຼາຍ ພາກສວ່ນ ແລະ ກໍມີກິດຈະກຳການແລກປ່ຽນຂໍ້ມູນຂ່າວສານ ທີ່ຫຼາຍຂຶ້ນ ຈາກອົງການສາກົນ, ວິທະຍາໄລເອກະຊົນ ແລະ ອົງການຈັດຕັ້ງຊາວໜຸ່ມຕ່າງໆ—ນັບວ່າເປັນຄັ້ງທຳອິດ ທີ່ມີການເຂົ້າຮ່ວມ ທີ່ກວ້າງຂວາງເຊັ່ນນີ້. ອົງການຈັດຕັ້ງ ທີ່ເຂົ້າຮ່ວມໄດ້ວາງສະແດງຂໍ້ມູນ ແລະ ຈັດກິດຈະກຳທີ່ສ້າງສັນ. ພ້ອມດຽວກັນນັ້ນ, ອົງການຈັດຕັ້ງເຫຼົ່ານີ້ກໍມີການນຳສະເໜີຫຼາກຫຼາຍຫົວຂໍ້ ໃນການສົ່ງເສີມການແລກປ່ຽນຄວາມຮູ້ ຕະຫຼອດໄລຍະ 3 ວັນຂອງການຈັດງານ. ຫົວຂໍ້ຂອງການນຳສະເໜີ ແມ່ນປະກອບດ້ວຍ: ປະຫວັດສາດ ລາວ, ວັດທະນະທຳລາວ ແລະ ວັນນະຄະດີລາວ (ມຊ); ກິດຈະກຳການສົ່ງເສີມ ການອ່ານ (ອົງການຣູມທູຣີດ); ການເປີດກວ້າງການເຂົ້າເຖິງຂໍ້ມູນ ແລະ ການສື່ສານ (ໂຄງການສົ່ງເສີມການເຂົ້າຫາຂໍ້ມູນ ແລະ ການສື່ສານ); ວຽກງານໂດຍລວມຂອງທະນາຄານພັດທະນາອາຊີໃນລາວ ແລະ ທຶນການສຶກສາ ເອດີບີ-ຍີ່ປຸ່ນ (ທະນາຄານພັດທະນາອາຊີ); ແລະ ການນຳສະເໜີໂດຍລວມກ່ຽວກັບທະນາຄານໂລກ ແລະ ຄວາມຄືບໜ້າຂອງສະພາບເສດຖະກິດ ( ທະນາຄານໄລກ).  ຍິ່ງໄປກວ່ານັ້ນ, ນັກສຶກສາ ທີ່ມີສ່ວນຮ່ວມໃນກິດຈະກຳການຮ່ວມມືລະຫວ່າງ ທະນາຄານໂລກ ແລະ ມະຫາວິທະຍາໄລແຫ່ງຊາດ ກໍໄດ້ ນຳສະເໜີປະສົບການຂອງພວກເຂົາເຈົ້າ.

ກິດຈະກຳໃນປີນີ້ ແມ່ນເນັ້ນໃສ່ ວິທີການເຂົ້າເຖິງການຮຽນຮູ້ ແລະ ການແລກປ່ຽນຂໍ້ມູນຂ່າວສານ ຕ່າງໆ ເຊິ່ງການຮຽນຮູ້ດັ່ງກ່າວ ບໍ່ແມ່ນການຮຽນຮູ້ພຽງທາງດຽວ (ຮຽນຈາກປຶ້ມ), ແຕ່ເປັນການຮຽນຮູ້ແບບຫຼາຍທາງ ທີ່ຄົນເຮົາສາມາດຮຽນຮູ້ນຳກັນໄດ້. ທ່ານ ພັດຈະມູຕູ ອີລັງໂກວານ, ຜູ້ອຳນວຍການທະນາຄານໂລກ ປະຈຳ ສປປ ລາວ  ໄດ້ກ່າວວ່າ: “ບໍ່ວ່າຈະເປັນນັກສຶກສາ, ນັກວິເຄາະ, ຫຼື ຫົວໜ້າ, ການອ່ານ ແລະ ຂໍ້ມູນຂ່າວສານ ເປັນກຸນແຈນຳໄປສູ່ການຮຽນຮູ້ ແລະ ຄວາມກ້າວໜ້າ. ສະນັ້ນ, ຂ້າພະເຈົ້າ ຈຶ່ງຢາກຊຸກຍູ້ ໃຫ້ໜົດທຸກຄົນ ຈົ່ງນຳໃຊ້ປະໂຫຍດ ຈາກຂໍ້ມູນ ແລະ ຜູ້ທີ່ສະໜອງຂໍ້ມູນ ທີ່ມີໃນງານສັບປະດາຫໍສະໜຸດ ໃນຄັ້ງນີ້. ຄວາມຮູ້ບໍ່ໄດ້ຢຸດຢູ່ທີ່ປຶ້ມ ແຕ່ທ່ານຈົ່ງ ຕັ້ງຄຳຖາມ ຫຼາຍໆ ເພາະວ່າ ບໍ່ແມ່ນພຽງແຕ່ທ່ານເທົ່ານັ້ນ ທີ່ຈະໄດ້ຮັບປະໂຫຍດ, ແຕ່ວ່າ ຜູ້ອື່ນໆ ກໍຈະສາມາດ ຮຽນຮູ້ຕໍ່ຈາກທ່ານໄດ້ເຊັ່ນດຽວກັນ”.

ງານສັບປະດາຫໍສະໜຸດ ແມ່ນເປັນສ່ວນໜຶ່ງ ໃນການຮ່ວມມື ກ່ຽວກັບການແລກປ່ຽນຄວາມຮູ້ ແລະ ກິດຈະກຳຂອງ ໄວໜຸ່ມ ລະຫວ່າງ ທະນາຄານໂລກ ແລະ ມະຫາວິທະຍາໄລແຫ່ງຊາດລາວ ທີ່ໄດ້ຮວ່ມມື ກັນມາຕັ້ງແຕ່ ປີ 2007. ກິດຈະກຳອື່ນໆ ພາຍໃຕ້ການຮວ່ມມືດັ່ງກ່າວນີ້ ກວມເອົາ ການສ້າງຕັ້ງສູນຂໍ້ມູນຂ່າວສານ ທີ່ຫໍສະໜຸດ ກາງ ມຊ, ການສຳມຳນາແລກປ່ຽນຄວາມຮູ້ ກ່ຽວກັບປະເດັນ ການພັດທະນາ, ການລົງພື້ນທີ່ ໃນໂຄງການຂອງທະນາຄານໂລກໂດຍນັກສຶກສາ, ແລະ ໂຄງການການຝຶກງານ—ທັງໜົດນັ້ນ ແມ່ນເລັ່ງໃສ່ ການສ້າງ ຄວາມເຂັ້ມແຂງ ແລະ ຄວາມອາດສາມາດໃນການແລກປ່ຽນຄວາມຮູ້ ແລະ ສົ່ງເສີມການມີສ່ວນຮ່ວມຂອງ ນັກສຶກສາ ແລະ ຄູອາຈານ ໃນວຽກງານການພັດທະນາປະເທດຊາດ.

ນັກຂ່າວ ກະລຸນາຕິດຕໍ່
ສຸຣິດາຮັກ ສາກົນນິຍົມ
​ໂທລະ​ສັບ: +856 21 450 010
ssakonhninhom@worldbank.org


Api
Api

Welcome