ຂ່າວສານ

ບົດອອກຂ່າວ

ບົດລາຍງານການພັດທະນາໂລກ 2013 ກ່າວວ່າ: ວຽກເຮັດງານທໍາ ເປັນພື້ນຖານຂອງການພັດທະນາ

2 ຕຸລາ 2012

ວໍາຊິງຕັນ, 1 ຕຸລາ 2012 --  ບົດລາຍງານສະບັບ ໃໝ່ຂອງທະນາຄານ ໂລກ ກ່າວວ່າ: ຢູ່ບັນດາປະເທດກໍາລັງພັດທະນາ, ວຽກເຮັດງານທໍາ ຖືເປັນພື້ນຖານຂອງ ການພັດທະນາ ແລະ ມີຜົນຕອບແທນທີ່ ຫຼາຍເກີນກວ່າ ລາຍຮັບ. ວຽກເຮັດງານທໍາເປັນຂອດສໍາຄັນໃນການ ຫຼຸດຜ່ອນຄວາມທຸກ ຍາກ, ເຮັດໃຫ້ ນະຄອນຕ່າງໆດໍາເນີນງານໄດ້ ແລະ ສະໜອງທາງເລືອກໃຫ້ແກ່ໄວໜຸ່ມເພື່ອໃຫ້ ຫ່າງໄກຄວາມຮຸນແຮງ.

ບົດ​ລາຍ​ງານ​ການ​ພັດທະນາ​ໂລກ 2013: ວຽກ​ເຮັດ​ງານ​ທໍາ ​ເນັ້ນໜັກ​ບົດບາດ​ການ​ເຕີບ​ໂຕ​ເຊິ່ງນໍາ​ໂດຍພາກ​ເອກະ​ຊົນ​ທີ່​ເຂັ້ມ​ແຂງ​​ໃນ​ການ​ສ້າງ​ວຽກ​ເຮັດ​ງານ​ທໍາ​ ແລະ​ ວາງ​ໂຄງ​ຮ່າງ​ ເພື່ອໃຫ້ ວຽກ​ເຮັດ​ງານ​ທໍາປະກອບສ່ວນ​ຫຼາຍທີ່ສຸດ​ ເຂົ້າໃນການ​ພັດທະນາ, ສາມາດ​ກະ​ຕຸ້ນ​ຮອບ​ວຽນທີ່​ເປັນ​ແບບຢ່າງ​ທີ່ຖືກຕ້ອງ. ບົດ​ລາຍ​ງານ​ສະບັບ​ດັ່ງກ່າວ ໄດ້ພົບ​ວ່າ: ລະດັບຄວາ​ມທຸກ​ຍາກຫຼຸດລົງ ​ເມື່ອ​ປະຊາຊົນ ຫຼື ຜູ້​ຄົນ ​ພະຍາຍາມ​ຊອກ​ຫາວິທີ​ທາງ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ​ລໍາບາກ ​ແລະ ​ເມື່ອ​ວຽກ​ເຮັດ​ງານ​ທໍາ ສ້າງ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ແມ່ຍິງ​ໃນ​ການ​ລົງທຶນ​ຫຼາຍຂຶ້ນກ່ວາ​ເກົ່າ​ໃສ່​ລູກ​ຂອງ​ເຂົາ​ເຈົ້າ. ປະສິດທິພາບ ​ເພີ່ມ​ຂຶ້ນ ​ເມື່ອ​ຜູ້​ອອກ​ແຮງ​ງານ​​ເກັ່ງ​ຂຶ້ນກ່ວາ​ເກົ່າ​ໃນ​ການ​ເຮັດວຽກ​ທີ່​ເຂົາ​ເຈົ້າ​ເຮັດ​ຢູ່, ​ເມື່ອ​ວຽກ​ເຮັດ​ງານ​ທໍາ​ທີ່​ມີ​ຜົນປະ​ໂຫຍ​ດ ປະກົດມີຫຼາຍຂຶ້ນກ່ວາ​ເດີມ ​ແລະ ​ເມື່ອ​ວຽກ​ເຮັດ​ງານ​ທໍາ​ທີ່​ມີ​ຜົນ​ປະ​ໂຫຍ​ດໜ້ອຍ ຄ່ອຍໆ​ຈາງ​ຫາຍ​ໄປ. ສັງຄົມຈະ​ເລີ​ນ ງອກ​ງາມ ​ເມື່ອວຽກ​ເຮັດ​ງານ​ທໍາ ​ເສີມ​ສ້າງ​ຄວາມ​ຫຼາກຫຼາຍ ​ແລະ ​ສະໜອງ​ທາງ​ເລືອກ​ຕ່າງໆ​ຕໍ່​ຂໍ້​ຂັດ​ແຍ່ງ.

ປະທານ​ກຸ່ມທະນາຄານ​ໂລກ, ​ທ່ານ ຈິ​ມ ຍ໋ອງ ຄິມ - Jim Yong Kim  ກ່າວ​ວ່າ ວຽກ​ເຮັດ​ງານ​ທໍາທີ່ດີ ສາມາດ​ປ່ຽນ​ຊີວິດ​ຂອງບຸກຄົນ​ໃດ​ໜຶ່ງ​ໄດ້ ​ແລະ ວຽກ​ເຮັດ​ງານ​ທໍາ​ທີ່​ຖືກຕ້ອງ ສາມາດ​ຫັນປ່ຽນ​ທົ່ວ​ສັງຄົມ​ໄດ້. ລັດຖະບານ​ປະ​ເທດຕ່າງໆ ຕ້ອງ​ຫັນ​ເອົາ​ວຽກ​​ເຮັດ​ງານ​ທໍາເປັນ​ຈຸດ​ໃຈກາງ​ ​ເພື່ອສົ່ງເສີມ​ຄວາມ​ວັດທະນາ​ຖາວອນ ​ແລະ ​ແກ້​ໄຂ​ຄວາ​ມທຸກ​ຍາກ,”  ທ່ານ​ຍັງ​ໄດ້​ກ່າວ​ຕື່ມ​ອີກ​ວ່າ: "​ເປັນ​ເລື່ອງສໍາຄັນ​ຍິ່ງທີ່​ລັດຖະບານ​ປະ​ເທດ​ຕ່າງໆ ຕ້ອງ​ເຮັດ​ວຽກ​ຮ່ວມ​ມື​ເປັນ​ຢ່າງ​ດີ​ກັບ​ພາກ​ເອກະ​ຊົນ ​ເຊິ່ງ​ເປັນ​ພາກ​ທີ່​ກວມ​ເອົາ 90 ສ່​ວນຮ້ອຍ ​ຂອງ​ການ​ສ້າງວຽກ​ເຮັດ​ງານ​ທໍາ​ທັງ​ໝົດ. ດ້ວຍ​ເຫດ​ນັ້ນ, ພວກ​ເຮົາ​ ຈໍາ​ເປັນ​ຕ້ອງ​ຊອກ​ຫາບັນດາ​ວິທີ​ທາງ​ທີ່​ດີ​ສຸດ​ເພື່ອ​ຊ່ວຍ ບໍລິສັດ ​ແລະ ​ຟາ​ມຜະລິດ​ກະສິກໍາ​ຂະໜາດ​ນ້ອຍ​ໃຫ້​ເຕີບ​ໃຫຍ່. ວຽກ​ເຮັດ​ງານ​ທໍາ ​ຄືຄວາມ​ຫວັງ. ວຽກ​ເຮັດ​ງານ​ທໍາ ຄື​ສັນຕິພາບ. ວຽກ​ເຮັດ​ງານ​ທໍາ ສາມາດ​ເຮັດ​ໃຫ້​ປະ​ເທດ​ທີ່​ຂາດ​ສະ​ເຖຍລະ​ພາບ ກາຍ​ເປັນ​ປະ​ເທດ​ທີ່​ມີ​ສະ​ເຖຍລະ​ພາບ." 

ກຸ່ມ​ຜູ້​ຂຽນ​ບົດ​ລາຍ​ງານ​ສະບັບ​ນີ້ ​ເນັ້ນ​ໜັກວ່າ ວິທີ​ທີ່ວຽກ​ເຮັດ​ງານ​ທໍາ​ ຈະສົ່ງ​ຜົນ​ຕອບ​ແທນ​ສູງ​ສຸດ​ດ້ານ​ການ​ພັດທະນາ ຄື​ວຽກ​ເຮັດ​ງານ​ທໍາ​ທີ່​​ເພີ່ມ​ລາຍ​ໄດ້, ​ເຮັດ​ໃຫ້​ນະຄອນ​ຕ່າງໆ​ດຳ​ເນີນ​ງານ​ໄດ້​ດີ​ຂຶ້ນກ່ວາ​ເດີມ, ​ເຊື່ອມ​ໂຍງ​ເສ​ດຖະກິດ​ໃສ່​ຕະຫຼາດ​ໂລກ, ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ ​ແລະ ​​ເພີ່ມ​ຄວາມ​ເປັນ​ເຈົ້າການ​ຂອງ​ຄົນ​ໃນ​ສັງຄົມ.

ໂກ​ຊິກ ບາ​ຊູ -Kaushik Basu, ຫົວໜ້າ​ນັກ​ເສດຖະສາດ​ ແລະ​ ຮອງ​ປະທານ​ອາວຸ​ໂສ​ຂອງ​ທະນາຄານ​ໂລກ  ກ່າ​ວວ່າ: ວຽກ​ເຮັດ​ງານ​ທໍາ ​ເປັນ​ການ​ປະກັນ​ທີ່​ດີ​ສຸດຕໍ່​ຄວາມທຸກ​ຍາກ​ ແລະ​ ຄວາມ​ບໍ່​ສາມາດ​ປົກ​ປ້ອງ​ຕົນ​​ເອງ​ໄດ້,” ທ່ານ​ຍັງ​ໄດ້​ກ່າວ​ຕື່ມ​ອີກ​ວ່າ: ລັດຖະບານ​ປະ​ເທດ​ຕ່າງໆ ມີ​ບົດບາດ​​ໃນການສ້າງຄວາມເອື້ອ​ອໍານວຍ​ທີ່​ສໍາຄັນ​ຍິ່ງ ໂດຍການ​ສ້າງ​ສະພາບແວດ​ລ້ອມກາ​ນ​ເຮັດ​ທຸລະ​ກິດ​ທີ່​ປັບປຸງ​ຄວາມ​ຕ້ອງການ​ແຮງ​ງານ.” 

ວິ​ກິດ​ເສດຖະກິດ​ໂລກ ​ແລະ ​ເຫດການ​ອື່ນໆ​ທີ່​ເກີດຂຶ້ນ​ໃນຫວ່າງ​ບໍ່​ດົນ​ມາ​ນີ້ ​ໄດ້​ຍົກ​ບັນຫາ​ການ​ຈ້າງ​ງານ​ຂຶ້ນ​ເປັນ​ບັນຫາ​ໃຈກາງ​ຂອງ​ການ​ສົນທະນາ​ຄົ້ນຄ້ວາ​​ເລື່ອງ​ການ​ພັດ​ທະນາ. ກຸ່ມນັກ​ຂຽນ​ບົດ​ລາຍ​ງານ WDR ​ໄດ້​ສຶກສາ​ເບິ່ງ​ຂໍ້​ມູນ​ຈາກການ​ສໍາ​ຫຼວດຕ່າງໆ​ ແລະ​ການ​ສໍາ​ຫຼວດປະຊາກອນ​ຫຼາຍກ່ວາ 800 ການ​ສໍາ​ຫຼວດ ​ເຊິ່ງນໍາມາຍັງຜົນຂອງການສຶກສາຄົ້ນຄ້ວາ ທີ່ໄດ້ມີການຄາດຄະເນ​ວ່າ: ມີ​ຄົນຫຼາຍກ່ວາ 3 ຕື້ ຄົນ ໃນທົ່ວ​ໂລກ ທີ່​ກໍາລັງ​ເຮັດ​ວຽກ ​ແຕ່​ເກືອບ​ເຄິ່ງໜຶ່ງ​ຂອງ​ວຽກ​ເຫຼົ່ານັ້ນ ​ແມ່ນ​ວຽກງານ​ຜະລິດ​ກະສິກໍາ, ວິ​ສາ​ຫະກິດ​ຄົວ​ເຮືອນ ຫຼື ​ເປັນ​ວຽກ​ໃນ​ຂະ​ແໜງ​ເສດຖະກິດ​ນອກ​ລະບົບ ຫຼື ວຽກຕາມ​ລະດູການ​ທີ່​ອອກ​ແຮງ​ງານ​ເປັນ​ມື້  ​ໃນ​ຂະນະ​ ຄວາມຮັບປະກັນທາງດ້ານສັງຄົມ ມີ​ພໍປະມານ ຫຼື ບາງ​ຄັ້ງກໍບໍ່​ມີ​ເລີຍ ​ແລະ ລາຍ​ໄດ້​ກໍພົບ​ເຫັນຢ່າງເປັນປະຈໍາວ່າ: ມີ​ບໍ່​ພຽງພໍ.

ທ່ານ ມາ​ຕິນ ຣາມາ - Martin Rama, ອໍາ​ນວຍ​ການ WDR ກ່າວ​ວ່າ: ສິ່ງ​ທ້າ​ທາຍຂອງ​ໄວ​ໜຸ່ມພຽງ​ຢ່າງ​ດຽວ ກໍ່​ເປັນ​ບັນຫາ​​ໃຫຍ່​ຫຼວງ​ແລ້ວ. ຍັງໄດ້​ມີການຄົ້ນພົບ​ອີກວ່າ ໄວ​ໜຸ່ມ​ຫຼາຍກ່ວາ 620 ລ້ານ​ຄົນ ບໍ່​ໄດ້​ເຮັດ​ວຽກ ຫຼື ບໍ່​ໄດ້​ຮຽນ​ໜັງສື. ພຽງ​ເພື່ອ​ຮັກສາ​ອັດຕາ​ການ​ຈ້າງ​ງານ​ໃຫ້​ຢູ່​ຄົງ​ທີ່, ຕົວ​ເລກ​ຂອງຈໍານວນວຽກ​ເຮັດ​ງານ​ທໍາ​ໃນ​ທົ່ວ​ໂລກ ຈະ​ຕ້ອງ​ເພີ່ມ​ຂຶ້ນປະມານ 600 ລ້ານ​ວຽກ​ໃນ​ໄລຍະ 15 ປີ.

​ແຕ່​ຢູ່ໃນຫຼາຍປະ​ເທດທີ່​ກໍາລັງ​ພັດທະນາ ​ເຊິ່ງ​ເປັນ​ບ່ອນ​ທີ່​ການ​ຜະລິດ​ກະສິກໍາ ​ແລະ ​ການ​ປະກອບ​ອາຊີບ​ດ້ວຍ​ຕົວ​ເອງ ພົບ​ເຫັນ​ຢູ່​ຢ່າງ​ກ້ວາງ​ຂວາງ ​ແລະ ຄວາມຮັບປະກັນທາງດ້ານສັງຄົມທີ່ດີ​ສຸດ ​ກໍມີ​ແຕ່​ພໍປະມານ, ນັ້ນອາດ​ຈະ​ມີອັດຕາ​ການບໍ່​ມີ​ວຽກ​ເຮັດ​ງານ​ທໍາ​ໃນ​ລະດັບ​ຕໍ່າ. ຢູ່​ໃນ​ບັນດາ​ປະ​ເທດ​ເຫຼົ່ານັ້ນ, ປະຊາຊົນທີ່​ທຸກຍາກ​ສ່ວນ​ໃຫຍ່ ຕ້ອງ​ເຮັດ​ວຽກ​ເປັນ​ເວລາ​ຫຼາຍຊົ່ວ​​ໂມງ ​ແຕ່​ກໍຍັງ​ບໍ່​ກຸ້ມ​ກິນ. ​ການລະ​ເມີດ​ບັນດາ​ສິດທິ​ພື້ນຖານ​ຕ່າງໆ ກໍບໍ່ແມ່ນ​ບັນຫາ​ທີ່​ແປກ​ໃໝ່ເລີຍ. ດ້ວຍ​ເຫດ​ນັ້ນ, ຄຸນ​ະພາບ​ຂອງ​ວຽກ​ເຮັດ​ງານ​ທໍາ (ບໍ່​ແມ່ນ​ແຕ່​ຈໍານວນ​ວຽກ​ເຮັດ​ງານ​ທໍາ​ເທົ່າ​ນັ້ນ) ກໍເປັນທີ່​ສໍາຄັນຢ່າງ​ຍິ່ງ.

ບົດ​ລາຍ​ງານສະບັບ​ນີ້ ສະ​ເໜີ​ວິທີການ​ດຳ​ເນີນ​ງານ ​ແບບ​ສາມ​ໄລຍະ ​ເພື່ອ​ຊ່ວຍ​ລັດຖະບານ​
ປະ​ເທດ​ຕ່າງໆ​​ ໃຫ້​ສາມາດ​ຕອບ​ສະໜອງ​ໄດ້​ຕາມ​ບັນດາ​ຈຸດປະສົງ​​ເຫຼົ່ານີ້:

  • ໜຶ່ງ, ຖື​ເປັນ​ພື້ນຖານ​ທີ່​ໜັກ​ແໜ້ນ - ​ເຊິ່ງລວມ​ເອົາ​ທັງ​​ຄວາມສະ​ເຖຍລະ​ພາບ​ ທາງ​ເສດຖະກິດ​ມະຫາ​ພາກ, ສະພາບ​ແວດ​ລ້ອມ​ການ​ເຮັດ​ທຸລະ​ກິດ​ທີ່​ເອື້​ອອໍານວຍ, ບຸກຄະລາກອນ ​ແລະ ການ​ປົກຄອງ​ລັດ​ດ້ວຍ​ກົດໝາຍ ຕ້ອງ​ຖືກ​ກໍານົດ​​ເຂົ້າ​ໄວ້​ໃນ​ລະບົບ.
  • ສອງ, ນະ​ໂຍບາຍ​ແຮງ​ງານ ບໍ່​ຄວນ​ກາຍ​ເປັນ​ອຸປະສັກ​ກີດຂວາງ​ການ​ສ້າງ​ວຽກ​ເຮັດ​ງານ​ທໍາ, ​ນະ​ໂຍບາຍ​ເຫຼົ່ານັ້ນ ຍັງ​ຄວນ​ສະໜອງ​ການ​ເຂົ້າ​ເຖິງ​ກະບອກ​ສຽງ​ ແລະ​ ການ​ປົກ​ປ້ອງ​ສັງຄົມ​ໃຫ້​ແກ່​ຜູ້​ດ້ອຍ​ໂອກາດ ຫຼື ຜູ້​ທີ່​ບໍ່​ສາມາດ​ປົກ​ປ້ອງ​ຕົນ​ເອງ​ໄດ້​ຫຼາຍສຸຸດນໍາ​ອີກ.
  • ສາມ, ລັດຖະບານ​ປະ​ເທດ​ຕ່າງໆ ຄວນ​ລະບຸ​ວ່າ ວຽກ​ເຮັດ​ງານ​ທໍາ​ໃດ​ທີ່​ຈະ​ປະກອບສ່ວນ​ຫຼາຍທີ່ສຸດ​ ເຂົ້າໃນການ​ພັດທະນາ​ຕາມ​ສະພາບ​ເງື່ອນ​ໄຂ​ພາຍ​ໃນ​ຂອງ​ແຕ່ລະ​ປະ​ເທດ ​ແລະ ທັບ​ມ້າງ ຫຼື ສ້າງ​ສົມ​ດຸນ​ຕໍ່​ບັນດາ​ອຸປະສັກ​ກີດຂວາງ​ພາກ​ເອກະ​ຊົນ​ ໃນ​ການ​ສ້າງ​ວຽກ​ເຮັດ​ງານ​ທໍາ​ເຫຼົ່ານັ້ນ.

ການ​ສ້າງຄວາມ​ເຂົ້າ​ໃຈ​ກ່ຽວ​ກັບ​ສິ່ງ​ທ້າ​ທາຍ​ສະ​ເພາະ ຂອງ​ວຽກ​ເຮັດ​ງານ​ທໍາ​ໃນ​ພາກ​ພື້ນ ຫຼື  ປະ​ເທດ​ ​ແມ່ນ​ສິ່ງ​ຈຳ​ເປັນ. ຄວາມ​ແຕກ​ຕ່າງ​ໃນ​ດ້ານ​ໂຄງ​ສ້າງ​ຂອງ​ການ​ຈ້າງ​ງານ​ລະຫວ່າງ​ພາກ​ພື້ນ, ລະຫວ່າງ​ບົດບາດ​ຍິງ-ຊາຍ ​ແລະ ລະຫວ່າງ​ກຸ່ມ​ອາຍຸ​ ​ເຫັນ​ວ່າ: ​ເປັນ​ສິ່ງ​ທີ່ໜ້າ​ສົນ​ໃຈ. ຕົວຢ່າງ: ຜູ້​ອອກ​ແຮງ​ງານ 6 ໃນ 7 ຄົນ​ໃນ​ເອີຣົບຕາ​ເວັນ​ອອກ​ ແລະ​ ອາຊີ​ກາງ ​ເປັນ​ຜູ້​ອອກ​ແຮງ​ງານ​ທີ່​​ໄດ້​ຮັບ​ເງິນ​ເດືອນ, ​ແຕ່ຜູ້​ອອກ​ແຮງ​ງານ 4 ໃນ 5 ຄົນ​ໃນ​ບັນດາ​ປະ​ເທດ​ອາ​ຟຣິກາຕອນ​ລຸ່ມທະ​ເລ​ຊາຍ​ຊາ​ຫາ​ຣາ ​ເປັນ​ຜູ້​ຜະລິດ​ກະສິກໍາ​ທີ່​ປະ ກອບ​ອາຊີບ​ດ້ວຍ​ຕົນ​ເອງ. ຢູ່​ປະ​ເທດ​ລາຍ​ໄດ້​ຕໍ່າ ຫຼື ລາຍ​ໄດ້​ປານ​ກາງ​ໃນ​ລະດັບ​ຕໍ່າ ພົບ​ວ່າ​: ມີ​ແມ່ຍິງ​ຫຼາຍກ່ວາ​ຜູ້​ຊາຍ ທີ່​ເຮັດວຽກ​ໂດຍ​ບໍ່​ໄດ້​ຮັບ​ຄ່າ​ແຮງ​ງານ ຫຼື ​ເງິນ​ເດືອນ. ​ໃນ​ຂະນະ​ດຽວ​ກັນ, ມີ​ຄວາມ​ເປັນ​ໄປ​ໄດ້​ສູງ​ທີ່​ແມ່ຍິງ​ໃນບັນດາ​ປະ​ເທດ​ທີ່​ມີ​ລາຍ​ໄດ້ປານ​ກາງ ຈະ​ເປັນ​ຜູ້​ອອກ​ແຮງ​ງານ​ທີ່​ໄດ້​ຮັບ​ເງິນ​ເດືອນ ​ເຖິງ​ພົບ​ເລື້ອຍໆ​ວ່າ: ​ເຂົາ​ເຈົ້າ ມີ​ລາຍ​ໄດ້​ຕໍ່າ​ກ່ວາ​ຜູ້​ຊາຍກໍ່ຕາມ.

ບູລິ​ມະ​ສິດທາ​ງນະ​ໂຍບາຍ​ ໃນ​ບັນດາ​ສັງຄົມ​ຜະລິດ​ກະສິກໍາ ​ແລະ ປະ​ເທດ​ທີ່​ກໍາລັງ​ຫັນ​ເປັນ​ຕົວ​ເມືອງ ເຫັນວ່​າ ມີຄວາມແຕກ​ຕ່າງ​ກັນ. ກ່ອນອື່ນໝົດ, ການ​ເຮັດ​ໃຫ້ການ​ຜະລິດ​ກະສິກໍາ​​ຂອງຜູ້​ຜະລິດ​ຂະໜາດ​ນ້ອຍ​ ມີ​ຜະລິດ​ຕະພາບ​ສູງ​ຂຶ້ນກ່ວາ​ເດີມ ຖື​ເປັນ​ຂໍ​ກະ​ແຈ​ອັນສໍາຄັນ ​ໃນ​ຂະນະ​ທີ່​ການວາງ​ແຜນ​ທີ່​ດີ​ຂຶ້ນກ່ວາ​ເດີມ​ດ້ານ​ພື້ນຖານ​ໂຄງ​ລ່າງ, ການ​ເຊື່ອມ​ຕໍ່, ການຈັດ​ສັນ​ທີ່ຢູ່​ອາ​ໃສ ​ແລະ ຜັງ​​ເມືອງ ​ແມ່ນ​ເລື່ອງ​ສໍາຄັນ​ອັນ​ດັບ​ສອງ. ພູມ​ສາດ​ປະຊາກອນ ກໍສໍາຄັນ​ເຊັ່ນ​ກັນ. ຢູ່​ບັນດາປະ​ເທດ​ອາ​ຟຣິກາ​ຕອນ​ລຸ່ມ​ທະ​ເລ​ຊາຍ​ຊາ​ຫາຣາ ພົບ​ວ່າ: ມີ​ໄວ​ໜຸ່ມ 10 ລ້ານ​ຄົນ ​ເຂົ້າຮ່ວມ​ກໍາລັງ​ແຮງ​ງານ​ໃນ​ທຸກ​ປີ ​ແຕ່ຢູ່​ອີກຫຼາຍປະ​ເທດ​ທີ່ມີລາຍ​ໄດ້​ປານ​ກາງ ສໍາພັດ​ພົບ​ວ່າ: ປະຊາກອນ ກໍາລັງ​ສູງ​ອາຍຸຂຶ້ນ ​ແລະ ກໍາລັງ​ແຮງ​ງານ​ຂອງ​ບາງ​ປະ​ເທດ ກໍກໍາລັງ​ຫົດ​ຕົວ​ລົງ. ສີມື​ແຮງ​ງານ​ ແລະ ການ​ຍົກ​ເລີກ​ສິດທິ​ພິ​ເສດ​ໃນ​ການ​ເຂົ້າ​ເຖິງ​ຕະຫຼາດ​ແຮງ​ງານ​ ແລະ ​ວຽກ​ເຮັດ​ງານ​ທໍາ ກໍເປັນ​ສິ່ງ​ຈຳ​ເປັນ​ເພື່ອ​ແກ້​ໄຂ​ບັນຫາ​ການ​ຫວ່າງ​ງານ​ຂອງ​ໄວ​ໜຸ່ມ. ​ແຕ່​​ຂະນະ​ດຽວ​ກັນໃນ​ບັນດາ​ສັງຄົມ​ທີ່​ມີ​ປະຊາກອນ​ກໍາລັງ​ສູງ​ອາຍຸ ກໍຈຳ​ເປັນ​ຕ້ອງ​ມີ​ຊີວິດ​ເຮັດ​ວຽກ​ທີ່​ຍາວ​ນານ​ຂຶ້ນກ່ວາ​ເກົ່າ ​ແລະ ມີ​ການ​ປົກ​ປ້ອງ​ສັງຄົມ​ທີ່​ທຸກ​ຄົນ​ສາມາດ​ຈ່າຍ​ໄດ້.

ການ​ເນັ້ນ​ໃສ່ບັນດາ​ຄຸນ​ລັກສະນະ​ສໍາຄັນ​ຂອງກຸ່ມ​ປ​ະ​ເທດ​ຕ່າງໆ ສາມາດ​ຊ່ວຍ​ໃນການກໍານົດ​ໄດ້​ຢ່າງ​ຈະ​ແຈ້ງ​ຂຶ້ນ ​ວ່າປະ​ເພດ​ວຽກ​ເຮັດ​ງານ​ທໍາ​ໃດ ຈະ​ປະກອບສ່ວນ​​ໃຫຍ່​ຫຼວງສຸດ​ ເຂົ້າໃນການ​ພັດທະນາ​​ ອີງຕາມ​ແຕ່​ລະ​ກໍລະນີ. ຈຸດ​ສຸມ​ດັ່ງກ່າວ​ນີ້ ​ເຮັດ​ໃຫ້​ສາມາດ​ດຳ​ເນີນ​ການ​ວິ​ເຄາະ​ໃດ​ໜຶ່ງ ຕໍ່ຜົນໄດ້ຜົນເສີຍ ລະຫວ່າງ​ມາດຕະຖານ​ການ​ດໍາລົງ​ຊີວິດ, ຜະລິດ​ຕະພາບ ​ແລະ​ ຄວາມ​ສາ​ມະ​ຄີ​ທາງ​ສັງຄົມ​ໃນ​ສະພາບ​ເງື່ອນ​ໄຂ​ໃດ​ໜຶ່ງ. ຈຸດ​ສຸມດັ່ງກ່າວ ຍັງ​ສະໜອງຂໍ້​ມູນ​ກ່ຽວ​ກັບ​ອຸປະ​ສັກ​ກີດຂວາງ​ ຕໍ່​ການ​ສ້າງ​ວຽກ​ເຮັດ​ງານ​ທໍາ ​ແລະ ທ້າຍ​ທີ່​ສຸດ​ກໍຄື​ບັນດາ​ບູລິ​ມະ​ສິດ​ສຳລັບ​ຜູ້​ສ້າງ​ນະ​ໂຍບາຍ ​ເມື່ອ​ເຂົາ​ເຈົ້າລະບຸ​ຂໍ້​ຈໍາກັດ​ທີ່​ສໍາຄັນ​ສຸດ​ ຕໍ່​ການ​ສ້າງ​ວຽກ​ເຮັດ​ງານ​ທໍາ ​ແລະ ວິທີ​ໃນ​ການ​ຜ່ານ​ພ່າຂໍ້​ຈໍາກັດ​ເຫຼົ່ານັ້ນ.​

ຜູ້​ສ້າງ​ນະ​ໂຍບາຍ ຄວນ​ແກ້​ໄຂ​ສິ່ງ​ທ້າ​ທາຍ​ເຫຼົ່ານັ້ນດ້ວຍ​ການ​ຕອບ​ຄໍາ​ຖາມ​ເຫຼົ່າ​ນີ້: ປະ​ເທດ ຄວນ​ສ້າງ​ຍຸດ​ທະ​ສາດ​ການ​ພັດທະນາ​ ທີ່ເນັ້ນໜັກໃສ່ ການ​ເຕີບ​ໂຕ​ທາງ​ເສດຖະກິດ​ບໍ່? ຫຼື ຄວນ​ສ້າງຍຸດ​ທະ​ສາດ​ດັ່ງກ່າວ ​ເນັ້ນ​ໜັກໃສ່​ວຽກ​ເຮັດ​ງານ​ທໍາ? ສາມາດເສີມ​ຂະຫຍາຍ​ຄວາມ​ເປັນ​ຜູ້​ປະກອບ​ການ​ໄດ້​ບໍ ​ໂດຍ​ສະ​ເພາະ​ໃນ​ກຸ່ມ​ວິ​ສາ​ຫະກິດ​ຈຸ​ລະ​ພາກ​ຕາມ​ບັນດາ​ປະ​ເທດ​ກໍາລັງ​ພັດທະນາ? ຫຼື ຜູ້​ປະກອບ​ການຄວນ​ເກີ​ດຂຶ້ນ​ເອງ? ການ​ລົງທຶນ​ເພີ່ມສູງ​ຂຶ້ນ ໃສ່​ການ​ສຶກສາ​ ແລະ​ ການ​ຝຶກ​ອົບຮົມ ຖື​ເປັນ​ເງື່ອນ​ໄຂ​ເບື້ອງ​ຕົ້ນ ຂອງ​ຄວາມ​ສາມາດ​ໃນ​ການ​ມີ​ວຽກ​ເຮັດ​ງານ​ທໍາ​ບໍ? ຫຼື ສາມາດ​ສ້າງ​ສີມື​ແຮງ​ງານ​ຂຶ້ນ​ໄດ້​ໂດຍຜ່ານການມີ​ວຽກ​ເຮັດ​ງານ​ທໍາ? ທ່າມກາງ​ວິ​ກິດ​ການ​ ແລະ ​ການ​ຫັນປ່ຽນ​ທາງ​ໂຄງ​ສ້າງ, ຄວນ​ໃຫ້ການ​ປົກ​ປ້ອງ​ວຽກ​ເຮັດ​ງານ​ທໍາ​ນໍາ​ບໍ ບໍ່​ແມ່ນ​ແຕ່​ປົກ​ປ້ອງ​ຜູ້​ອອກ​ແຮງ​ງານ?

ເປົ້າໝາຍຂອງ ວຽກ​ເຮັດ​ງານ​ທໍາ​ໃນ​ລະດັບ​ປະ​ເທດ ຖືກ​ເຊື່ອມ​ໂຍງ​ໂດຍ​ການ​ເຄື່ອນ​ຍ້າຍ​ແຮງ​ງານ​ຂອງ​ຜູ້​ຄົນ ​ແລະ ການ​ເຄື່ອນ​ຍ້າຍ​ຂອງ​ວຽກ​ເຮັດ​ງານ​ທໍາ. ສະນັ້ນ, ນະ​ໂຍບາຍວ່າ​ດ້ວຍ​ວຽກ​ເຮັດ​ງານ​ທໍາ​ໃນ​ປະ​ເທດ​ໃດ​ໜຶ່ງ ສາມາດ​ທີ່​ຈະ​ມີ​ຜົນ​ທັງ​ບວກ​ ແລະ ​ລົບຕໍ່​ປະ​ເທດ​ອື່ນໆ. ບົດ​ລາຍ​ງານ​ສະບັບ​ນີ້ ​ໄດ້​ສຶກສາ​ເບິ່ງ​ວ່າ: ບັນດາ​ກົນ​ໄກ​ປະສານ​ງານ​ໃນ​ລະດັບ​ສາກົນເຊັ່ນ: ສັນຍາ​ແບບສອງ​ຝ່າຍ ວ່າ​ດ້ວຍ​ການ​ເຄື່ອນ​ຍ້າຍ​ແຮງ​ງານ​ສາມາດ​​ເສີມ​ຂະຫຍາ​ຍຜົນ​ທາງ​ບວກ ​ແລະ ບັນ​ເທົາ​ຜົນ​ທາງ​ລົບ​ໄດ້​ຫຼືບໍ່.

ທ່ານ ຣາມາ ກ່າວ​ອີກ​ວ່າ: ”​ເພື່ອ​ເອົາ​ວຽກ​ເຮັດ​ງານ​ທໍາ​ເປັນ​ບັນຫາສູນ​ກາງ, ພວກ​ເຮົາ ຍັງ​ຈໍາ​ເປັນຕ້ອງ​ມີ​ຂໍ້ມູນທີ່​ໜ້າ​ເຊື່ອ​ຖື​ໄດ້​ໃນ​ລະດັບ​ປະ​ເທດ ​ໂດຍ​ເປັນ​ຂໍ້ມູນ​ທີ່​ແບ່ງ​ປະ​ເພດ ​ແລະ ກວມ​ເອົາ​ວຽກ​ເຮັດ​ງານ​ທໍາ​ ໃນ​ຂອບ​ເຂດ​ກ້ວາງ​ຂວາງ​ກ່ວາ​ວຽກ​ເຮັດ​ງານ​ທໍາ​ໃນ​ຕົວ​ເມືອງ ຫຼື ​ຂະ​ແໜງ​ເສດຖະກິດ​ໃນ​ລະບົບ.”

ກຸ່ມທະນາຄານ​ໂລກ ​ເສີມ​ຂະຫຍາຍ​ການ​ເຕີບ​ໂຕ​ຂອງ​ວຽກ​ເຮັດງານ​ທໍາ​ຜ່ານ​ສອງ​ຊ່ອງ​ທາງ​ການ​ຊ່ວຍ​ເຫຼືອຫຼັກ ທີ່​ສະໜອງ​ໃຫ້​ແກ່​ໂລກ​ກໍາລັງ​ພັດທະນາ​ -- ​ຜ່ານທະນາຄານ​ເພື່ອການກໍ່ສ້າງ​ ແລະ ​ພັດທະນາ​ສາກົນ (IBRD) ​ແລະ ສະມາຄົມ​ເພື່ອການພັດທະນາ​ສາກົນ (IDA) -- ກໍຄື​ຜ່ານ​ອົງການການເງິນສາກົນ (IFC) ​ແລະ ອົງການ​ຄໍ້າປະກັນ​ການ​ລົງທຶນ​ຫຼາຍຝ່າຍ (MIGA). ການ​ຊ່ວຍ​ເຫຼືອ ທີ່​ສະໜອງ​ໃຫ້​ໃນ​ຮູບແບບການໃຫ້​ຄໍາ​ປຶກສາ​ດ້ານ​ນະ​ໂຍບາຍ, ການ​ຊ່ວຍ​ເຫຼືອ​ໃຫ້​ແກ່​ການ​ພັດທະນາ​ພາກ​ເອກະ​ຊົນ ບວກ​ກັບ​ການ​ສະໜອງ​ເງິນ​ກູ້​ຢືມ ​ແລະ ​ແຜນ​ງານ​ຕ່າງໆ​ເພື່ອ​ພັດທະນາ​ການ​ຫັນ​ເປັນ​ຕົວ​ເມືອງ, ພື້ນຖານ​ໂຄງ​ລ່າງ ​ແລະ​ ການ​ພັດທະນາ​ຊັບພະຍາກອນ​ມະນຸດ (​ໃນ​ນັ້ນລວມທັງ​ການ​ປົກ​ປ້ອງທາງ​ສັງຄົມ).  

ນັກຂ່າວ ກະລຸນາຕິດຕໍ່
  • ສຳລັບ ໂທລະພາບ/ວິທະຍຸ
  • Natalia Cieslik
  • ​ໂທລະ​ສັບ: (202) 458-9369
ເລກທີ ບົດອອກຂ່າວ:
2013/080/DEC