ບົດອອກຂ່າວ

ສປປ ລາວ ໄດ້ ຮັບທຶນຊ່ວຍເຫຼືອລ້າ ຫຼາຍກ່ວາ 12 ລ້ານ ໂດລາ ຈາກທະນາຄານໂລກ ເພື່ອ ປັບປຸງ ການບໍລິການ ດ້ານສາທາລະນະສຸກ ຢູ່ ສປປ ລາວ

11 ຕ.ລ. 2011




ນະຄອນຫຼວງວຽງຈັນ, ວັນທີ 11 ຕຸລາ 2011, ມື້ນີ້, ລັດຖະບານ ແຫ່ງ ສປປ ລາວ ຕາງໜ້າໂດຍ ທ່ານ ນາງ ວຽງທອງ ສີພັນດອນ, ລັດຖະມົນຕີຊ່ວຍວ່າການກະຊວງການເງິນ ແລະ ທ່ານ ນາງ ເກໂກະ ມີວະ ຜູ້ຕາງໜ້າທະນາຄານໂລກ ປະຈໍາ ສປປ ລາວ ໄດ້ເຊັນສັນຍາ ຊ່ວຍເຫຼືອລ້າ ເພີ່ມເຕີມ. ທຶນຊ່ວຍເຫຼືອລ້າຈໍານວນ 10 ລ້ານ ໂດລາມາຈາກ ສະມາຄົມ ເພື່ອການພັດທະນາສາກົນ ຂອງທະນາຄານໂລກ ໃນຂະນະທີ່ທຶນຊ່ວຍເຫຼືອຈໍານວນ 2,4 ລ້ານ ໂດລາ ເປັນ ການຮ່ວມທຶນກັບ ກອງທຶນຊ່ວຍເຫຼືອລ້າເພື່ອການສົ່ງເສີມນະວະຕະກໍາໃໝ່ໃນຂະແໜງສາທາລະນະສຸກ.

ການກະຕຸກຊຸກຍູ້ທາງດ້ານການເງິນໃນຄັ້ງນີ້ ແມ່ນອີງໃສ່ຜົນສໍາເລັດ ຂອງໂຄງການປັບປຸງການບໍລິການດ້ານ ສາທາລະນະສຸກ, ຊຶ່ງຈະສະໜັບສະໜູນລັດຖະບານ ສປປ ລາວ ໃນການສ້າງຄວາມເຂັ້ມແຂງຂອງ ຂະແໜງການສາທາລະນະສຸກ ເພື່ອໃຫ້ປະຊາຊົນ ສາມາດເຂົ້າເຖິງການບໍລິການດ້ານສາທາລະນະສຸກ ຂັ້ນພື້ນຖານ ທີ່ມີຄຸນນະພາບສູງກ່ວາເກົ່າ. ໂຄງການນີ້ຈະຂະຫຍາຍບັນດາແຜນງານ ແລະ ປັບປຸງ ປະສິດທິພາບຂອງຜົນໄດ້ຮັບ ຈາກການ ສະໜອງການບໍລິການດ້ານສາທາລະນະສຸກ ໃຫ້ແກ່ ປະຊະຊົນ ຜູ້ທຸກຍາກ ໃນເຂດຊົນນະບົດ ໂດຍສະເພາະ ແມ່ຍິງ ແລະ ເດັກນ້ອຍ ໃນຫ້າແຂວງຂອງ ສປປ ລາວ ຄື ອັດຕະປື, ສາລະວັນ, ສະຫວັນນະເຂດ ແລະ ເຊກອງ.

ໂຄງການປັບປຸງການບໍລິການດ້ານສາທາລະນະສຸກໃນເບື້ອງຕົ້ນ  ໄດ້ປະກອບສ່ວນເຮັດໃຫ້ຂະແໜງການ ສາທາລະນະສຸກ ໃນ ສປປ ລາວ ສາມາດ ຍາດໄດ້ຜົນສໍາເລັດອັນໃຫຍ່ຫຼວງມາໄດ້. ຄຸນນະພາບຂອງການສະໜອງ ບໍລິການໄດ້ມີການປັບປຸງໃຫ້ດີຂຶ້ນ ແລະ ຈໍານວນປະຊາຊົນ ຈາກເຂດຫ່າງໄກສອກຫຼີ ທີ່ສາມາດເຂົ້າເຖິງການບໍລິການດ້ານ ສາທາລະນະສຸກ ກໍເພີ່ມຂຶ້ນ ໃນຂະນະທີ່ ອັດຕາການເກີດລູກ ຕາມສຸກສາລາ ກໍເພີ່ມຂຶ້ນ. ນອກຈາກນັ້ນ, ໂຄງການດັ່ງກ່າວ ຍັງໄດ້ສະໜອງການຝຶກອົບຮົມ ໃຫ້ແກ່ ພະນັກງານສາທາລະນະສຸກ ແລະ ທີມງານຄູ້ມຄອງຂັ້ນສູນກາງ, ແຂວງ, ເມືອງ ແລະ ບ້ານ ເປັນ ຈໍານວນ 400 ກ່ວາຄົນ.

ທ່ານ ນາງ ເກໂກະ ມີວະ, ຜູ້ຕາງໜ້າທະນາຄານໂລກ ປະຈໍາ ສປປ ລາວ ກ່າວ ວ່າ: ທຶນຊ່ວຍເຫຼືອລ້າ ເພີ່ມເຕີມຄັ້ງນີ້ ຈະຍົກລະດັບບັນດາແຜນງານ ເພື່ອຫລຸດຜ່ອນ ອຸປະສັກທາງດ້ານ ການເງິນໃນການ ເຂົ້າເຖິງການບໍລິການດ້ານສາທາລະນະສຸກ ແລະ ຈະ ປະກອບສ່ວນຊ່ວຍພັດທະນາ ຊັບພະຍາກອນມະນຸດອີກດ້ວຍ. ໂດຍສະເພາະແລ້ວ, ເດັກນ້ອຍອາຍຸຕໍ່າກ່ວາ 5 ປີ ໃນຫຼາຍເມືອງເປົ້າໝາຍ ຈະໄດ້ຮັບກາລະໂອກາດ ໃນການ ເຂົ້າເຖິງ ການເບິ່ງແຍງສຸກຂະພາບ ໂດຍບໍ່ເສຍຄ່າໃດໆ.

ນອກຈາກການຊ່ວຍເຫຼືອລ້າຈາກ ສະມາຄົມເພື່ອການພັດທະນາສາກົນ ຂອງ ທະນາຄານໂລກ ນີ້ແລ້ວ, ການ ສະໜອງທຶນຮ່ວມຈໍານວນ 2,4 ລ້ານ ໂດລາ ຈາກກອງທຶນຊ່ວຍເຫຼືອລ້າ ເພື່ອການສົ່ງເສີມນະວະຕະກໍາໃໝ່ໆ ໃນຂະແໜງສາທາລະນະສຸກ ຈະນໍາໃຊ້ສະເພາະສໍາລັບກິດຈະກໍາ ການສະໜອງທຶນ ທີ່ອີງໃສ່ຜົນໄດ້ຮັບ ທີ່ມີການກວດສອບ ແລະ ອີງໃສ່ບໍລິມາດຂອງການບໍລິການທີ່ໄດ້ສະໜອງ. ໃນເວລາດຽວກັນນັ້ນ, ການສະໜອງທຶນ ທີ່ອີງໃສ່ຜົນໄດ້ຮັບດັ່ງກ່າວນີ້ ຈະເປັນກົນໄກໜຶ່ງ ສໍາລັບການສະໜອງທຶນ ເພື່ອຂະຫຍາຍຕາໜ່າງການບໍລິການ ດ້ານສາທາລະນະສຸກ.

ການສະໜອງທຶນເພີ່ມເຕີມດັ່ງກ່າວນີ້ ຖືກຮັບຮອງຈາກສະພາບໍລິຫານ ຂອງ ທະນາຄານໂລກ ໃນເດືອນ ມິຖຸນາ 2011. ການຊ່ວຍເຫຼືອລ້າດັ່ງກ່າວ ຈະກວມເອົາຄ່າໃຊ້ຈ່າຍ ສໍາລັບການປະຕິບັດໂຄງການ ໃນໄລຍະ ປີ 2011-2014 ໂດຍ ສຸມໄສ່ການປັບປຸງ ຄຸນນະພາບ ແລະ ຂະຫຍາຍຕາໜ່າງການບໍລິການ ດ້ານ ສາທາລະນະສຸກ ໃຫ້ແມ່ຍິງ ແລະ ເດັກນ້ອຍຜູ້ທຸກຍາກ ໃນເຂດຊົນນະບົດ ຫ່າງໄກສອກຫຼີກ ຂອງ ສປປ ລາວ.

ນັກຂ່າວ ກະລຸນາຕິດຕໍ່
ສຸຣິດາຮັກ ສາກົນນິຍົມ
​ໂທລະ​ສັບ: (856-21) 450-010 (ຕໍ່ 6269)
ssakonhninhom@worldbank.org



Api
Api

Welcome