ບົດອອກຂ່າວ

ລັດຖະບານລາວ ຮ່ວມກັບ ທະນາຄານພັດທະນາອາຊີ ແລະ ທະນາຄານໂລກ ທົບທວນຄືນການຈັດຕັ້ງປະຕິບັດໂຄງການ

5 ພ.ພ. 2010



ວຽງຈັນ, ວັນທີ 5 ພຶດສະພາ 2010- ລັດຖະບານໄດ້ທົບທວນຄືນບັນດາໂຄງການທີ່ໄດ້ຮັບການສະໜັບສະໜູນຈາກ ທະນາຄານພັດທະນາອາຊີ (ADB) ແລະ ທະນາຄານໂລກ. ໝາກຜົນທີ່ໄດ້ຮັບຈາກ ກອງປະຊຸມຮ່ວມການທົບທົວນຄືນ ການຈັດຕັ້ງ ປະຕິບັດໂຄງການດັ່ງກ່າວແມ່ນສຳຄັນຕໍ່ການສົ່ງເສີມຄວາມອາດສາມາດ ຂອງຄູ່ຮ່ວມພັດທະນາ ໂດຍສ້າງ ຄວາມເຂັ້ມແຂງ ດ້ານການຈັດຕັ້ງປະຕິບັດໂຄງການໃຫ້ມີປະສິທິຜົນ ເຊິ່ງຈະປະກົດຢູ່ໝາກຜົນທີ່ໄດ້ຮັບໃນຕົວຈິງ ເຊັ່ນ: ຜົນການດຳເນີນງານທາງເສດຖະກິດທີ່ຍືນຍົງ, ວຽກງານ ດ້ານການຫຼຸດຜ່ອນຄວາມທຸກຍາກທີ່ດີກວ່າເກົ່າ, ການ ຂະຫຍາຍຕົວ ຂອງພື້ນຖານໂຄງລ່າງ, ການປັບປຸງ ຂອງ ພື້ນຖານໂຄງລ່າງ ແລະ ການບໍລິການທີ່ກວ້າງຂວາງກ່ວາເກົ່າ, ຄົນລາວທຸກຄົນສາມາດເຂົ້າເຖິງສິ່ງອຳນວຍຄວາມສະດວກຕ່າງໆຢ່າງທົ່ວເຖິງ ເຊັ່ນ ໂຮງຮຽນ ແລະ ໄດ້ຮັບການປິ່ນປົວ ໃນເວລາເຈັບເປັນ, ແລະ ຄວາມພະຍາຍາມໃນວຽກງານອັນໃໝ່ ກໍຄືດ້ານການປົກປັກຮັກສາສິ່ງແວດລ້ອມ. ປະຈຸບັນ, ທັງ ສອງ ສະຖາບັນ ການເງິນສາກົນດັ່ງກ່າວແມ່ນໃຫ້ທຶນການຊ່ວຍເຫຼືອເຂົ້າໃນໂຄງການ້ເປັນມູນຄ່າລວມ 635 ລ້ານໂດລາ ສະຫະລັດອາເມລິກາ ຊຶ່ງປະກອບດ້ວຍ ທຶນຊ່ວຍເຫຼືອລ້າ ແລະ ທຶນກູ້ຢືມ.

ຜູ້ເຂົ້າຮ່ວມກອງປະຊຸມໄດ້ຮ່ວມກັນທົບທວນຄືນ ການຈັດຕັ້ງປະຕິບັດ ແຜນປະຕິບັດງານທີ່ໄດ້ ຕົກລັງໃນການ ປະຊຸມຮ່ວມ ທົບທວນຄືນການຈັດຕັ້ງປະຕິບັດໂຄງການໃນປີ 2009 ຊຶງໄດ້ພົບເຫັນວ່າມີທັງຄວາມຄືບໜ້າ ແລະ ຂໍ້ຫຍຸ້ງຍາກ. ຜູ້ເຂົ້າຮ່ວມ ກອງປະຊຸມດັ່ງກ່າວຍັງໄດ້ຮັບການມອບໝາຍ ເພື່ອປັບປຸງຂັ້ນຕອງ ການດຳເນີນການ ໃນການຊ່ວຍ ເຫຼືອທາງ ການສຳລັບປະເທດ. ຫົວຂໍ້ການສົນທະນາໃນກອງປະຊຸມດັ່ງກ່າວລວມມີ: ຫຼຸດຜ່ອນໄລຍະເວລາ ຂອງການເລີ່ມຈັດຕັັ້ງ ປະຕິບັດ ໂຄງການທີ່ຫຼ້າຊ້າໂດຍປັບປຸງຂັ້ນຕອງການກະກຽມໃຫ້ມີການພຽບພ້ອມກ່ອນໂຄງການໄດ້ຮັບການອະນຸມັດ; ປັບປຸງການໄຫຼຂອງເງິນທຶນໃຫ້ແກ່ຜູ້ຈັດຕັ້ງປະຕິບັດໂຄງການ; ສືບຕໍ່ປະຕິບັດແກ້ໄຂຂອດການຈັດຊື້ ແລະ ການຄຸ້ມຄອງ ການເງິນ ເພື່ອຮັບປະກັນຄວາມໂປ່ງໄສ ແລະ ຄວາມເປັນເຈົ້າການໃນທຸກໆລາຍການສະເພາະຂອງໂຄງການ; ແລະ ປັບປຸງໂດຍ ລວມ ປະສິດທິຜົນຂອງການຊ່ວຍເຫຼືອພາຍໃນ ສປປ ລາວ.

ໝາກຜົນຂອງກອງປະຊຸມຮ່ວມທົນທວນຄືນການຈັດຕັ້ງປະຕິບັດໂຄງການໃນປີນີ້ ຈະປະກອບສ່ວນເຂົ້າໃນການກະກຽມ ແຜ່ນຍຸດທະສາດການຮ່ວມມືສຳລັບປະເທດໄລຍະຕໍ່ໄປ ຂອງ ADB ແລະ ທະນາຄານໂລກ ພ້ອມທັງແຜນ ການປະຕິບັດງານ ສຳລັບປະເທດຂອງ ADB ປີ 2010.ກອງປະຊຸມ ຮ່ວມທົບທວນຄືນ ການຈັດຕັ້ງປະຕິບັດ ໂຄງການ ແມ່ນໄດ້ຮັບກຽດເປັນປະທານຮ່ວມ ໂດຍ ທ່ານ ສົມຈິດ ອິນທະມິດ, ຫົວໜ້າກົມ ຮ່ວມມືສາກົນ, ກະຊວງແຜນການ ແລະ ການລົງທຶນ; ທ່ານ ລຸກ ເລີຄຣູດ, ຊ່ຽວຊານປະຕິບັດງານຜູ້ອາວຸໂສ, ທະນາຄານໂລກ; ແລະ ທ່ານ ບາເຣັນ ເຟລິກ, ຜູ້ປະຈຳການ, ADB ປະຈຳ ສປປ ລາວ.

ນັກຂ່າວ ກະລຸນາຕິດຕໍ່
ທີ່ ວຽງຈັນ
ສຸຣິດາຮັກ ສາກົນນິຍົມ
​ໂທລະ​ສັບ: (856-21) 450-010
ssakonhninhom@worldbank.org
ສຸພາວັນ ພົມມະນີ
​ໂທລະ​ສັບ: (856-21) 250-444 ຕໍ່ 107
sphonmany@adb.org


Api
Api

Welcome