ບົດອອກຂ່າວ

ບົດລາຍງານຂອງທະນາຄານໂລກ ໄດ້ກ່າວ ວາ “ການຫັນປ່ຽນການນໍາໃຊ້ພະລັງງານຂອງພາກພື້ນອາຊີຕາເວັນອອກ ແມ່ນສາມາດ ບັນລຸໄດ້ ຊຶ່ງຕ້ອງແລກດ້ວຍລາຄາ”




ສິງກະໂປ, ວັນທີ 19 ເມສາ 2010 - ບົດລາຍງານສະບັບໃໝ່ຂອງທະນາຄານໂລກໄດ້ຄົ້ນພົບວ່າ 6 ປະເທດທີ່ນໍາໃຊ້ພະລັງງານລາຍໃຫຍ່ຂອງຂົງເຂດອາຊີຕາເວັນອອກ ສາມາດເຮັດໃຫ້ອັດຕາການປ່ອຍອາຍ ພິດເຮືອນແກ້ວ ຢູ່ໃນລະດັບຄົງທີ່ໄດ້ ໂດຍບໍ່ກະທົບຕໍ່ການເຕີບໂຕ ພາຍໃນປີ 2025.

ບົດລາຍງານ ທີ່ມີຫົວຂໍ້ “ທິດທາງແຫ່ງການປ່ຽນແປງ: ອະນາຄົດຂອງພະລັງງານ ທີ່ຍືນຍົງຂອງພາກພື້ນ ອາຊີຕາເວັນອອກ” ໄດ້ກ່າວ ວ່າ: ການລົງທຶນຢ່າງຫຼວງຫຼາຍໃນການນໍາໃຊ້ພະລັງງານຢ່າງມີປະສິດທິພາບ ແລະ ການພ້ອມພຽງກັນຫັນມານໍາໃຊ້ແຫຼ່ງພະລັງງານທົດແທນ ຢູ່ ຈີນ, ອິນໂດເນເຊຍ, ມາເລເຊຍ, ຟີລິບປິນ, ໄທ ແລະຫວຽດນາມ ສາມາດຄວບຄຸມບັນຫາການປ່ອຍອາຍພິດ ເຮືອນແກ້ວໃຫ້ຢູ່ໃນລະດັບ ຄົງທີ່ໄດ້ຢ່າງຕໍ່ເນື່ອງ, ເພີ່ມການຄໍ້າປະກັນດ້ານພະລັງງານ ໃນຂະນະທີ່ບັນຫາ ສິ່ງແວດລ້ອມລະດັບ ທ້ອງຖິ່ນກໍຈະໄດ້ຮັບການປັບປຸງທີ່ດີຂື້ນ.

ອີງຕາມບົດລາຍງານສະບັບນີ້, ລວມຍອດຜະລິດຕະພັນພາຍໃນຂອງພາກພື້ນອາຊີຕາເວັນອອກທີ່ໄດ້ເພີ້ມຂື້ນ 10 ເທົ່າ ໃນໄລຍະ ສາມ ທົດສະວັດ ທີ່ຜ່ານມາ ໄດ້ເຮັດໃຫ້ການຊົມໃຊ້ພະລັງງານເພີ້ມຂື້ນເຖິງ 3 ເທົ່າ ຊຶ່ງຄາດວ່າຈະເພີ້ມຂື້ນອີກ 2 ເທົ່າ ໃນອີກສອງທົດສະວັດຂ້າງໜ້ານີ້ ໃນຂະນະທີ່ ຈໍານວນປະຊາກອນ ໃນຕົວເມືອງເພີ້ມຂື້ນເຖິງ 50 ເປີເຊັນ ແລະ ການຫັນເປັນອຸດສາຫະກໍາໃນພາກພື້ນຍັງສືບຕໍ່.
ອີງຕາມ ການສຶກສາຄົ້ນຄ້ວາໃນ 2 ພາບເຫດການໃນພາຍໜ້າທີ່ເປັນໄປໄດ້ຊຶ່ງປະກອບມີ (1) ສືບຕໍ່ດໍາເນີນ ວຽກງານການພັດທະນາ ຕາມນະໂຍບາຍຕ່າງໆຂອງພາກລັດທີ່ມີໃນປະຈຸບັນ ແລະ (2) ຫາທາງເລືອກ ອື່ນທີ່ນຳໃປສູ່ ການນໍາໃຊ້ອາຍກາກບອນທີ່ຕໍ່າ. ບົດລາຍງານໄດ້ກ່າວວ່າ: ພະລັງງານທົດແທນ (ໃນນັ້ນລວມມີ: ພະລັງງານທາງນໍ້າ, ລົມ, ຊີວະພາບ, ຄວາມຮ້ອນຈາກໃຕ້ດິນ) ສາມາດຕອບສະໜອງ ຕໍ່ກັບປະລິມານຄວາມ ຕ້ອງການດ້ານພະລັງງານ ຢ່າງຫຼວງຫຼາຍ ຂອງພາກພື້ນ ພາຍໃນປີ 2030.

ບົດລາຍງານ ຍັງໄດ້ຊຸກຍູ້ສົ່ງເສີມ ລັດຖະບານໃຫ້ຮີບຮ້ອນຫັນປ່ຽນຂະແໜງພະລັງງານ ໃຫ້ມີປະສິດທິພາບ ແລະ ໝູນໃຊ້ພະລັງງານທີ່ບໍ່ເປັນພິດ ແລະ ສະອາດ ກ່ອນທີ່ ຈະຫຼ້າຊ້າ. ບົດລາຍງານຍັງໄດ້ກ່າວວ່າ “ໂອກາດຈະຜ່ານໄປໄວທີ່ສຸດ ຖ້າບໍ່ຟ້າວລົງມືປະຕິບັດ ຊຶ່ງຈະເຮັດໃຫ້ ພາກພື້ນ ຕິດກັກດັບ  ແລະ ຕົກຢູ່ໃນສະພາບທີ່ມີການນໍາໃຊ້ສູງກາກບອນສູງໃນໄລຍະຍາວ.” 

“ຈຳເປັນຕ້ອງມີການປ່ຽນແປງທີ່ເປັນຕົວຢ່າງ ຊຶ່ງນຳໄປສູ່ການພັດທະນາແບບໃໝ່ທີ່ມີການ ປ່ອຍອາຍກາກບອນຕໍ່າ ເພື່ອວິຖີຊີວິດທີ່ຍືນຍົງ,” ທ່ານ ຈິມ ອາດາມສ, ຮອງປະທານ ທະນາຄານໂລກ ປະຈຳພາກພື້ນ ອາຊີຕາເວັນອອກ ແລະ ປາຊີຟິກ ກ່າວໃວ້. “ປະເທດຕ່າງໆຕ້ອງຫັນຂະແໜງພະລັງງານ ຂອງຕົນແຕ່ດຽວນີ້ ໄປສູ່ການນໍາໃຊ້ພະລັງງານທີ່ມີ ປະສິດທິພາບສູງກ່ວາເກົ່າ ແລະ ນໍາໃຊ້ເຕັກໂນໂລ ຊີທີ່ປ່ອຍອາຍກາກບ່ອນ ຕໍ່າຢ່າງກ້ວາງຂວາງ. ໃນຂະນະທີ່ຫຼາຍໆ ປະເທດກໍາລັງ ດໍາເນີນມາດຕະການໄປ ຕາມທິດດັ່ງກ່າວ, ການເລັ່ງລັດ ແລະ ເພີ່ມ ຄວາມພະຍາຍາມ ແມ່ນ ມີຄວາມຈໍາເປັນເພື່ອບັນລຸ ແນວທາງ ແຫ່ງການນໍາ ໃຊ້ພະລັງງານ ຢ່າງຍືນຍົງ.”

ບົດລາຍງານໄດ້ຄາດຄະເນວ່າ ເພື່ອບັນລຸເປົ້າໝາຍ ແນວທາງແຫ່ງການນໍາໃຊ້ພະລັງງານຢ່າງຍືນຍົງນັ້ນ ພາກພື້ນນີ້ຕ້ອງລົງທຶນເພີ້ມອີກ 80 ຕື້ໂດລາສະຫະລັດຕໍ່ປີ - ຊຶ່ງເປັນຕົວເລກທີ່ໃຫຍ່ຫຼວງ ແລະ ສາມາດເປັນ “ອຸປະສັກອັນໜັກໜ່ວງ” ໄດ້.

ໃນການປະເມີນຄວາມຄືບໜ້າການຈັດຕັ້ງປະຕິບັດຢູ່ໃນພາກພື້ນ, ບົດລາຍງານໄດ້ໃຫ້ຂໍ້ສັງເກດວ່າ ຫຼາຍໆ ປະເທດໂດຍສະເພາະ ປະເທດ ຈີນ ໄດ້ອອກມາດຕະການຕ່າງໆເພື່ອຫຼຸດຜ່ອນການປ່ອຍອາຍກາກບອນ. ຈີນ ໄດ້ຫຼຸດຜ່ອນປະລິມານຊົມໃຊ້ພະລັງງານຂອງຕົນລົງ ເຖິງ 70 ເປີເຊັນ ໃນໄລຍະ 25 ປີ ທີ່ຜ່ານມາ ແລະ ຫວຽດນາມ ກໍໄດ້ມີມາດຕະການຕ່າງໆ ແລະມີຄວາມກ້າວໜ້າໃນການຈັດຕັ້ງປະຕິບັດເຊັ່ນດຽວກັນ.
ທ່ານ ຊຽວດົງ ຫວັງ, ນັກຂຽນນຳຂອງບົດລາຍງານນີ້ ແລະ ຊ່ຽວຊານອາວຸໂສດ້ານ ພະລັງງານ ປະຈຳ ທະນາຄານໂລກ  ໄດ້ກ່າວວ່າ: “ອັດຕາການເພີ້ມຂື້ນ ແລະ ລະດັບການຂະຫຍາຍຂອງ ຕົວເມືອງ ສະແດງ ໃຫ້ເຫັນເຖິງ ໂອກາດທີ່ຫາບໍ່ໄດ້ອີກແລ້ວ ເພື່ອກໍ່ສ້າງຕົວເມືອງທີ່ມີການປ່ອຍ ອາຍກາກບອນຢູ່ໃນ ລະດັບຕໍ່າ”. “ວິທີການຕ່າງໆທາງດ້ານນະໂຍບາຍ ແລະ ດ້ານ ເຕັກນິກເພື່ອ ນຳໄປສູ່ ການຫັນປ່ຽນກໍມີ ຢູ່ແລ້ວ-- ແຕ່່ ທີ່ຈຳເປັນແມ່ນການ ຕອບສະໜອງຄວາມ ຕ້ອງການທາງທຶນຮອນ ໂດຍ ເຈດຕະນາລົມ ທາງການເມືອງ  ແລະ ການຮ່ວມມືກັນຢ່າງ ຈິງຈັງ ໃນລະດັບສາກົນ”.
   
ຂໍ້ແນະນໍາຫຼັກ ໃນບົດລາຍງານມີດັ່ງລຸ່ມນີ້:

• ປະຕິຮູບດ້ານນະໂຍບາຍ ແລະ ກົງຈັກລັດຖະບານ ເພື່ອບັນລຸທ່າແຮງອັນໃຫຍ່ຫຼວງ ຂອງ ພາກພື້ນ ໃນການນໍາໃຊ້ພະລັງງານຢ່າງມີປະສິດທິພາບ. ການລວມນະໂຍບາຍ ການປະຕິ ຮູບຂອງ ລາຄາພະລັງງານ, ລະບຽບການຕ່າງໆເຊັ່ນ: ເປົ້າໝາຍຕ່າງໆດ້ານການຊົມໃຊ້ພະລັງງານຢ່າງປະຢັດ ແລະ ສິ່ງຈູງໃຈ ທາງດ້ານການເງິນ ແມ່ນມີຄວາມຈໍາເປັນເພື່ອສົ່ງເສີມການ ຮັກສາພະລັງງານ. ເນື່ອງຈາກວ່າ ເກືອບ ເຄິ່ງ ໜຶ່ງຂອງ ແຫຼ່ງພະລັງງານໃນພາກພື້ນທີ່ຈໍາເປັນຕ້ອງນໍາໃຊ້ (ໂຮງງານໄຟຟ້າ, ຕຶກອາຄານ, ຖະໜົນ ຫົນທາງ) ພາຍໃນປີ 2020 ຍັງບໍ່ໄດ້ເລີ່ມ, ນະໂຍບາຍດັ່ງກ່າວ ຈຶ່ງເປັນທາງ ເລືອກທີ່ຄຸ້ມຄ່າ ແລະ ປະຢັດທີ່ສຸດ.

• ເພີ່ມການນຳໃຊ້ ພະລັງງານທົດແທນ ເພື່ອຕອບສະໜອງ ອັດຕາຄວາມຕ້ອງການດ້ານພະລັງງານ ທີ່ເພີ້ມຂື້ນ ພາຍໃນປີ 2030. ບັນຫານີ້ສາມາດ ບັນລຸໄດ້ໂດຍການປະຕິບັດ ນະໂຍບາຍທີ່ມີສິ່ງຈູງໃຈດ້ານການເງິນ ໃນການ ນໍາໃຊ້ພະລັງງານ ທົດແທນ (ລົມ, ຊີວະພາບ, ພະລັງນໍ້າຂະໜາດນ້ອຍ, ຄວາມຮ້ອນຈາກໃຕ້ດິນ ແລະ ພະລັງ ແສງຕາເວັນ) ຫຼື ການເກັບ ພາສີນໍ້າມັນ ເຊື້ອໄຟ ແລະ ແກ໊ສ ເພື່ອຮັກສາລະດັບການແຂ່ງຂັນໃຫ້ເໝາະສົມ ລະຫວ່າງ ຜູ້ສະໜອງ ພະລັງງານ ທົດແທນ, ນໍ້າມັນເຊື້ອໄຟ ແລະ ແກ໊ສ. ປະເທດ ຈີນ ແມ່ນຜູ້ຜະລິດ ພະລັງງານທົດແທນ ລາຍໃຫຍ່ ທີ່ສຸດໃນ ໂລກແລ້ວ.


• ເລັ່ງການຄົ້ນຄ້ວານະວັດຕະກໍາໃໝ່ໆ ແລະ ເຕັກໂນໂລຊີໃໝ່ ທີ່ສະອາດເປັນ ມິດຕໍ່ສິ່ງ ແວດລ້ອມ. ໃນຂະນະທີ່ເຕັກໂນໂລຊີທີ່ຜ່ານການຮັບຮອງ ສາມາດຫຼຸດລະດັບການ ປ່ອຍອາຍພິດໄດ້ ຈໍານວນ ຫຼາຍ ໃນ ໄລຍະສັ້ນ ຫາ ໄລຍະກາງ, ນະວັດຕະກໍາ ແລະເຕັກໂນໂລຊີໃໝ່ໆ ແມ່ນມີຄວາມສໍາຄັນທີ່ ສຸດເພື່ອຫຼຸດ ລະດັບການປ່ອຍອາຍພິດໃນໄລຍະຍາວ ແລະ ພາຍຫຼັງປີ 2030. ໂດຍເຫັນ ໄດ້ການພັດທະນາ ດ້ານ ເຕັກໂນໂລຊີ ທີ່ຈະກ້າວໄປໃນຕໍ່ໜ້າ, ການເລັ່ງການຄົ້ນຄວ້າ ແລະ ການພັດທະນາຂື້ນແຕ່ດຽວນີ້ແມ່ນ ມີຄວາມຈໍາເປັນ.

• ຮ່ວມມືກັບບັນດາຂະແໜງການເພື່ອການວາງຜັງເມືອງທີ່ເໝາະສົມ. ສາມາດບັນລຸ ການຫຼຸດລະດັບ ຄວາມຕ້ອງການ ຊົມໃຊ້ພະລັງງານ ແລະ ການຫຼຸດລະດັບການປ່ອຍອາຍ ກາກບອນ CO2 ໃຫ້ໄດ້ຫຼາຍໂດຍການຈັດວາງຜັງເມືອງຢ່າງໝາະສົມ ໂດຍອີງໃສ່ຄວາມໜາແໜ້ນຂອງປະຊາກອນ ທີ່ເພີ້ມຂື້ນ, ຕົວເມືອງທີ່ມີພື້ນທີ່ແບບກະທັດຮັດກ່ວາເກົ່າ ແລະ ການອອກແບບ ໃຫ້ມີການ ໃຊ້ສອຍ ຮ່ວມກັນຫຼາຍຂື້ນ ຊຶ່ງສາມາດ ເຮັດໃຫ້ກາຍເປັນຕົວເມືອງຈ້ອມ ແລະ ມີເສັ້ນທາງຜ່ານ ເພື່ອຫຼີກເວັ້ນການເຕີບໂຕແບບ ກະແຈກ ກະຈາຍ.

• ປະເທດທີ່ພັດທະນາແລ້ວຈຳເປັນຕ້ອງສົ່ງຕໍ່ ແລະ ຖ່າຍທອດ ທຶນຮອນ ມະຫາສານ ກໍຄື ເຕັກໂນໂຊີທີ່ໄຊ້ ອາຍກາກບອນຕໍ່າ. ປະເທດກຳລັງພັດທະນາບໍ່ສາມາດ ບັນລຸການຈັດຕັ້ງ ປະຕິບັດໄດ້ ຢ່າງໂດດດ່ຽວ. ປະເທດເຫຼົ່ານີ້ຕ້ອງການ ການສະໜັບສະໜູນຂອງສາກົນ. ຈຳເປັນຕ້ອງມີການຊວ່ຍ ເຫຼືອທຶນຮອນແບບ ຜ່ອນຜັນເພື່ອມາຖົມຂຸມລາຍຈ່າຍທີ່ເພີ່ມຂຶ້ນ ແລະ ຄວາມສ່ຽງທີ່ຕິດພັນກັບການນຳໃຊ້ ພະລັງງານແບບມີປະສິດທິພາບ ແລະ ພະລັງງານທົດແທນຄືນ. ການສົ່ງຕໍ່ຖ່າຍທອດເຕັກໂນໂລຊີ ແລະ ສ້າງຄວາມ ເຂັ້ມແຂງຂອງກົງຈັກລັດຖະບານ ກໍມີຄວາມຈຳເປັນ ເຊັ່ນກັນ.


ສໍາລັບຂໍ້ມູນ ເພີ້ມເຕີມກ່ຽວ ກັບບົດລາຍງານ, ເຂົ້າຊົມໄດ້ ທີ່: www.worldbank.org/eap

---------------------------------------------------------------------------------------------------------

*ຈະມີ ບົດລາຍງານສະບັບອື່ນສຳລັບບັນດາປະເທດທີ່ມີລາຍຮັບຕໍ່າ ຄື: ກໍາປູເຈຍ, ສປປ ລາວ, ມົງໂກນ, ປາປົວນິວກີນີ, ຕີມໍ ເລສເຕ ແລະ ປະເທດໝູ່ເກາະ ປາຊີຟິກ.

ຕິດຕໍ່:
ທີ່ ວາຊິງຕັນ: ເອລີຊາເບັດ ມີລີ +1 (202) 458-4475 emealey@worldbank.org
ທີ່ ວຽງຈັນ: ສຸຮິດາຮັກ ສາກົນນິຍົມ (856-21) 450 010 ssakonhninhom@worldbank.org


Api
Api

Welcome