ບົດອອກຂ່າວ

ນັກສຶກສາມີຄວາມເຂົ້າໃຈດີຂຶ້ນກ່ຽວກັບ ການປ່ຽນແປງດິນຟ້າອາກາດ

17 ມ.ນ. 2010



ວຽງຈັນ, 16 ມິນາ, 2010—  ມະຫາວິທະຍາໄລແຫ່ງຊາດ (ມຊ) ແລະ ທະນາຄານໂລກ ໄດ້ຮວ່ມກັນຈັດການສຳມະນາພາຍໄຕ້ຫົວຂໍ້ “ການປ່ຽນແປງດິນຟ້າອາກາດ” ໃຫ້ແກ່ນັກສຶກສາ ແລະ ຄູອາຈານຫຼາຍກວ່າ 300 ຄົນຈາກ ວິທະຍາໄລ/ມະຫາວິທະຍາໄລ ພາກລັດ ແລະ ພາກເອກະຊົນ. ການສຳມະນາດັ່ງກ່າວ ໄດ້ຈັດຂຶ້ນທີ່ສູນຮວ່ມມືສາກົນ ແລະ ການຝຶກອົບຮົມ. ການສຳມະນາມີຈຸດປະສົງ ສົ່ງເສີມຄວາມເຂົ້າໃຈ ຂອງ ນັກສຶກສາ ແລະ ຄູອາຈານ ກ່ຽວກັບບັນຫາການປ່ຽນແປງດິນຟ້າອາກາດໃນທັດສະນະຕ່າງໆ ຈາກ ພາກສວ່ນ ລັດຖະບານ, ຂະແໜງການສຶກສາ ແລະ ອົງການຈັດຕັ້ງສາກົນ.

ຫົວຂໍ້ນຳສະເໜີລວມມີ: (i) ຂໍ້ມູນຄວາມເປັນມາ ຂອງການປ່ຽນແປງດິນຟ້າອາກາດ, ພາລະບົດບາດ, ວຽກງານ, ຄວາມຄືບໜ້າ ແລະ ສິ່ງທ້າທາຍສຳລັບ ລັດຖະບານຕໍ່ ກັບວຽກງານ ການປ່ຽນແປງດິນຟ້າອາກາດ ໂດຍການສະເໜີຂອງ ອົງການ ຊັບພະຍາກອນນ້ຳ ແລະ ສິ່ງແວດລ້ອມ; (ii) ວິໄສທັດ ແລະ ພາລະບົດບາດ  ຂອງ ຂະແໜງການສຶກສາ ໃນວຽກງານການປ່ຽນແປງ ດິນຟ້າອາກາດ ແລະ ການພັດທະນາຊັບພະຍາກອນມະນຸດ ແລະ ຫຼັກສູດການສອນໂດຍການສະເໜີຂອງ ຄະນະ ວິທະຍາສາດ ສິ່ງແວດລ້ອມຈາກ ມຊ; (iii) ວິທີການປັບຕົວທາງດ້ານລະບົບນິເວດວິທະຍາໂດຍການສະເໜີຂອງ ອົງການ Wildlife Conservation Society (WCS); ແລະ (iv) ການຊືຂາຍກາກບອນໃນຕະຫຼາດໂລກ: ສະຖານະພາບ, ແນວທາງໃນປະຈຸບັນ ແລະ ອະນາຄົດ ຂອງ ສປປ ລາວ ໂດຍການສະເໜີຂອງທະນາຄານໂລກ.

ທ່ານພັດຈະມູຕຸ ອີລັງໂກວານ, ຜູ້ອຳນວຍການທະນາຄານໂລກປະຈຳ ສປປ ລາວ  ໄດ້ກ່າວວ່າ: “ການປ່ຽນແປງດິນຟ້າອາກາດມີຜົນກະທົບຫຼາກຫຼາຍຕໍ່ປະເທດ ແລະ ປະຊາຊົນ. ການແກ້ໄຂສິ່ງທ້າທາຍອັນໃຫຍ່ຫຼວງດັ່ງກ່າວຮຽກຮ້ອງ ໃຫ້ມີວິທີການແບບລວມໝູ່ ແລະ ຂັ້ນຕອນທຳອິດ ແມ່ນ ການປູກຈິດສຳນຶກ ກ່ຽວກັບບັນຫາດັ່ງກ່າວ”. ທ່ານຍັງໄດ້ກ່າວຕື່ມອີກວ່າ: “ພວກເຮົາໄດ້ຈັດສຳມະນາ ໃນຄັ້ງນີ້ກໍເພື່ອໃຫ້ທຸກທ່ານຮັບຮູ້ ແລະ ເຂົ້າໃຈບັນຫາຢ່າງເລິກເຊິ່ງ ແລະ ພ້ອມກັນນີ້ກໍສະເໜີໃຫ້ບັນດາທ່ານພິຈະລະນາ ແລະ ແລກ ປ່ຽນ ຄວາມຮູ້ທີ່ໄດ້ໃນມື້ນີ້ກັບເພື່ອນມິດສະຫາຍດ້ວຍກັນ”.

ການສຳມະນາຄັ້ງນື້ແມ່ນເປັນສວ່ນໜຶ່ງຂອງການຮວ່ມມືກ່ຽວກັບ ການແລກປ່ຽນຄວາມຮູ້ ແລະ ກິດຈະກຳໃວໜຸ່ມ ລະຫວ່າງມະຫາວິທະຍາໄລແຫ່ງຊາດ ແລະ ທະນາຄານໂລກຊຶ່ງໄດ້ດຳເນີນແຕ່ປີ 2007. ກິດຈະກຳອື່ນໆ ພາຍໄຕ້ ການຮວ່ມມື ນີ້ລວມມີ ການສະໜັບສະໜູນຫໍສະໝຸດກາງຂອງ ມຊ, ໂຄງການຝຶກງານ ແລະ ການສຳມະນາແລກປ່ຽນຄວາມຮູ້ອື່ນໆ ກ່ຽວກັບປະເດັນການພັດທະນາ. ກິດຈະກຳທີ່ຈະສືບຕໍ່ ຈາກການສຳມະນາຄັ້ງນີ້ແມ່ນ ຈະຈັດການແຂ່ງຂັນຮູບແຕ້ມໂດຍ ມີການພັນລະນາ ໃນຫົວຂໍ້ “ການປ່ຽນແປງດິນຟ້າອາກາດ” ສຳລັບນັກຮຽນນັກສຶກາໃນຂັ້ນປະຖົມ, ມັດທະຍົມຕົ້ນ ແລະ ປາຍ ແລະ ວິທະຍາໄລ/ມະຫາວິທະຍາໄລ ເພື່ອແນໄສ່ເນັ້ນ ການສື່ສານໃຫ້ມວນຊົນ ກ່ຽວກັບບັນຫາ ການປ່ຽນແປງ ດິນຟ້າອາກາດ ແລະ ສິ່ງທ້າທາຍທີ່ນັບມື້ນັບເພີ່ມຂຶ້ນ.

ນັກຂ່າວ ກະລຸນາຕິດຕໍ່
ສຸຣິດາຮັກ ສາກົນນິຍົມ
ssakonhninhom@worldbank.org



Api
Api

Welcome