ວຽງຈັນ, ກຸມພາ 8, 2010— ມື້ນີ້, ລັດຖະບານແຫ່ງ ສປປ ລາວ ຕາງໜ້າໂດຍ ທ່ານ ນາງ ວຽງທອງ ສີພັນດອນ, ລັດຖະມົນຕີຊ່ວຍວ່າການກະຊວງການເງິນ ແລະ ທະນາຄານໂລກ ຕາງໜ້າໂດຍ ທ່ານ ນາງ ອາແນັດ ດິກຊັນ ຜູ້ອຳນວຍການປະຈຳພາກພື້ນອາຊີຕາເວັນອອກ, ໄດ້ເຊັນສັນຍາຊ່ວຍເຫຼືອລ້າ 4 ສະບັບໃນມູນຄ່າ 46.5 ລ້ານໂດລ່າສະຫາລັດອາເມລິກາຈາກ ສະມາຄົມພັດທະນາສາກົນ (IDA). ທຶນດັ່ງກ່າວຈະສົ່ງເສີມຄວາມເຂັ້ມແຂງໃນຂະແໜງການສຶກສາ, ສະພາບແວດລ້ອມ, ຜະລັງງານ ແລະ ບໍ່ແຮ່.
ທະນາຄານໂລກຈະຊ່ວຍລັດຖະບານແຫ່ງ ສປປ ລາວ ໃນ 4 ໂຄງການດັ່ງນີ້:
• ໂຄງການພັດທະນາການສຶກສາ ໄລຍະ 2 ທີ່ໄດ້ຮັບທຶນເພີ່ມຕື່ມເປັນຈຳນວນ 15.5 ລ້ານໂດລ່າສະຫາລັດອາເມລິກາ ມີເປົ້າໝາຍສະໜັບສະໜູນເຮັດໃຫ້ອັດຕາການເຂົ້າຮຽນ ແລະ ການຮຽນຈົບຊັ້ນປະຖົມໃນ 19 ຕົວເມືອງທີ່ທຸກຍາກທີ່ສຸດເພີ່ມຂຶ້ນ, ຄຽງຄຸ່ກັບການປັບປຸງຄວາມອາດສາມາດໃນການພັດທະນານະໂຍບາຍການຄຸ້ມຄອງການສຶກສາຂັ້ນປະຖົມໃຫ້ດີຂຶ້ນ ແລະ ມີຄຸນນະພາບກ່ວາເກົ່າ.ໂຄງການດັ່ງກ່າວຍັງຊ່ວຍພັດທະນາຍຸດທະສາດທີ່ໄດ້ວາງໄວ້ໃນຂອບພັດທະນາຂະແໜງການສຶກສາ, ຊຶ່ງໄດ້ຖືກຮັບຮອງໂດຍ ລັດຖະບານແຫ່ງ ສປປ ລາວ ແລະ ຄູ່ຮ່ວມພັດທະນາໃນມໍ່ໆນີ້.
• ໂຄງການພັດທະນາໄຟຟ້າຊົນນະບົດໄລຍະ 2 ເປັນຈຳນວນເງິນ 20 ລ້ານໂດລ່າສະຫາລັດອາເມລິກາ ແນໄສ່ຂະຫຍາຍຕາໜ່າງໄຟຟ້າ ໃນລະບບ ແລະ ນອກລະບົບ ໃຫ້ແກ່ປະຊາຊົນ 37,700 ຄອບຄົວໃນເຂດຊົນນະບົດ ແລະ ປັບປຸງຄວາມເຂັ້ມແຂງດ້ານການເງິນຂອງລັດວິສາຫະກິດໄຟຟ້າລາວ (Electricite du Laos). ໂຄງການດັ່ງກ່າວຈະປະກອບສ່ວນຊ່ວຍລັດຖະບານໃນການບັນລຸເປົ້າໝາຍຂະຫຍາຍໄຟຟ້າໃຫ້ກວມ 90% ຂອງຄອບຄົວທົ່ວປະເທດພາຍໃນປີ 2020.
• ການຊ່ວຍເຫຼືອດ້ານວິຊາການ ສຳລັບການສ້າງຄວາມອາດສາມາດ ໃນຂະແໜງຜະລັງງານໄຟຟ້າ ແລະ ບໍ່ແຮ່ ເປັນຈຳນວນ 8 ລ້ານໂດລ່າສະຫາລັດອາເມລິກາ. ສວ່ນການຊ່ວຍເຫຼືອປະກອບທຶນເພີ່ມໃຫ້ແກ່ໂຄງການສິ່ງແວດລ້ອມ ແລະ ສັງຄົມ ເປັນຈຳນວນເງິນ 3 ລ້ານ ໂດລ່າສະຫາລັດອາເມລິກາ ແນ່ໄສ່ສ້າງຄວາມເຂັ້ມແຂງໃຫ້ແກ່ສະຖາບັນການຈັດຕັ້ງຂອງລັດຖະບານ ກໍ່ຄືຊັບພະຍາກອນມະນຸດ. ທັງນີ້ກໍ່ເພື່ອສ້າງຄວາມອາດສາມາດໃນການຄຸ໊ມຄອງ ເພື່ອ ໃຫ້ໄດ້ຮັບຜົນປະໂຫຍດຈາກຜະລັງງານໄຟຟ້າ ແລະ ຊັບພະຍາກອນບໍ່ແຮ່ຢ່າງມີປະສິດທິຜົນ ແລະ ແບບຍືນຍົງ. ທັງ 2 ໂຄງການດັ່ງກ່າວນັ້ນຈະຊ່ວຍ ກະຊວງຜະລັງງານ ແລະ ບໍ່ແຮ່, ອົງການຊັບພະຍາກອນນ້ຳ ແລະ ສິ່ງແວດລ້ອມ, ກອງທຶນປ້ອງກັນສິ່ງແວດລ້ອມ ແລະ ມະຫາວິທະຍາໄລແຫ່ງຊາດລາວ ໃຫ້ສຳເລັດຕາມເປົ້າໝາຍທີ່ວາງໄວ້.
ທ່ານ ປັດຈາມູຕູ ອີລັງໂກວານ, ຜູ້ຕາງໜ້າທະນາ ຄານໂລກ ປະຈໍາ ສປປ ລາວ ໄດ້ກ່າວວ່າ: "ທັງ 4 ໂຄງການດັ່ງກ່າວຈະຊ່ວຍ ສປປ ລາວ ໃຫ້ເຕີບໂຕແບບຍືນຍົງ ແລະ ສືບຕໍ່ຫຼຸດຜ່ອນຄວາມທຸກຍາກ ຄຽງຄູ່ກັບການຊຸກຍູ້ຄວາມໂປ່ງໄສ ແລະ ຄວາມຮັບຜິດຊອບພາຍໃນປະເທດ ໃຫ້ເຂັ້ມແຂງຂື້ນເລື້ອຍໆ.”
ປະຈຸບັນ, ທະນາຄານໂລກມີການຊ່ວຍເຫຼືອ ໃນ 18 ໂຄງການ ເປັນມູນຄ່າ ປະມານ 250 ລ້ານໂດລ່າສະຫາລັດອາເມລິກາ ທີ່ ແນ່ໄສ່ ສະໜັບສະໜູນລັດຖະບານໃຫ້ບັນລຸເປົ້າໝາຍທີ່ວາງໄວ້ໃນແຜນພັດທະນາເສດຖະກິດສັງຄົມທີ່ 7.