ບົດອອກຂ່າວ

ບົດລາຍງານການດຳເນີນທຸລະກິດ ນຳສະເໜີການປັບປຸງດ້ານລະບຽບການ ໃນ 3 ຂົງເຂດ ທີ່ຊ່ວຍປັບປຸງສະພາບແວດລ້ອມໃນການດຳເນີນທຸລະກິດຢູ່ ສປປ ລາວ

23 ຕ.ລ. 2012




ວໍຊິງຕັນ ດີຊີ, 23 ຕຸລາ 2012 — ບົດລາຍງານສະບັບໃໝ່ຈາກອົງການການເງິນສາກົນ (IFC)ແລະ ທະນາຄານໂລກ ໄດ້ຄົ້ນພົບວ່າ: ສປປ ລາວ ປະສົບຜົນສໍາເລັດໃນການປັບປຸງສະພາບ ແວດລ້ອມການດຳເນີນທຸລະກິດ ດ້ວຍການເຮັດໃຫ້ຜູ້ປະກອບການມີຄວາມສະດວກຂຶ້ນໃນ ການເລີ່ມຕົ້ນທຸລະກິດ, ການຊໍາລະອາກອນ ແລະ ການຄ້າຂ້າມແດນ. ດ້ວຍຄວາມສໍາເລັດໃນ ການປັບປຸງລະບຽບການໃນສາມຂົງເຂດ, ສປປ ລາວ ພ້ອມດ້ວຍປະເທດມົງໂກນ ໄດ້ກາຍ ເປັນປະເທດທີ່ມີຜົນງານດີທີ່ສຸດໃນພາກພື້ນອາຊີຕາເວັນອອກ-ປາຊີຟິກ ໃນປີນີ້.

ບົດລາຍງານການດຳເນີນທຸລະກິດ 2013: ລະບຽບການທີ່ສະຫຼາດສ່ອງໃສກວ່າເກົ່າ ສໍາລັບ ວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ ທີ່ເຜີຍແຜ່ໃນມື້ນີ້ ໄດ້ຄົ້ນພົບວ່າ: ສປປ ລາວ ໄດ້ເຮັດໃຫ້ການຊໍາລະອາກອນ ມີຄ່າໃຊ້ຈ່າຍຖືກລົງສໍາລັບບໍລິສັດ ໂດຍການຫຼຸດຜ່ອນອັດຕາ ອາກອນລາຍໄດ້ວິສາຫະກິດລົງ. ນອກຈາກນັ້ນ,  ສປປ ລາວ ຍັງໄດ້ເຮັດໃຫ້ຂະບວນການເລີ່ມ ຕົ້ນທຸລະກິດມີຄວາມສະດວກຂຶ້ນກ່ວາເດີມ ໂດຍການເຮັດໃຫ້ຜູ້ປະກອບການສາມາດຂໍຈົດ ທະບຽນອາກອນໄດ້ໃນເວລາສ້າງຕັ້ງວິສາຫະກິດ.

ທ່ານ ອາມີລີອອດສ໌ ແຊັດຊີນີໂຄລູ - Aimilios Chatzinikolaou, ຜູ້ຕາງໜ້າອົງການການເງິນ ສາກົນປະຈໍາ ສປປ ລາວ, ໜຶ່ງໃນສະຖາບັນສາມະຊິກຂອງກຸ່ມທະນາຄານໂລກ ທີ່ມີພາລະ ບົດບາດສຸມໃສ່ການພັດທະນາພາກເອກະຊົນ  ໄດ້ກ່າວວ່າ “ນັບແຕ່ປີ 2006 ເປັນຕົົ້ນມາ, ບົດລາຍງານການດຳເນີນທຸລະກິດ ໄດ້ບັນທຶກເອົາການປັບປຸງດ້ານລະບຽບການທີ່ເປັນທາງ ບວກ ທັງໝົດສິບຂົງເຂດ ເຊິ່ງຊ່ວຍອຳນວຍຄວາມສະດວກໃຫ້ແກ່ຜູ້ປະກອບການໃນການ ດຳເນີນທຸລະກິດ ຢູ່ ສປປ ລາວ”. ພ້ອມນັ້ນ, ທ່ານຍັງໄດ້ກ່າວຕື່ມອີກວ່າ: “ອົງການການເງິນ ສາກົນ IFC ມີປະຫວັດການຮ່ວມມື ກັບ ລັດຖະບານແຫ່ງ ສປປ ລາວ ມາເປັນເວລາດົນນານ. ພວກເຮົາໄດ້ຊ່ວຍປັບປຸງດ້ານລະບຽບກົດໝາຍໃນການຄຸ້ມຄອງທຸລະກິດ ເຊັ່ນ: ກົດໝາຍວ່າ ດ້ວຍການສົ່ງເສີມການລົງທຶນ ເຊິ່ງສ້າງຄວາມສະດວກໃຫ້ແກ່ການສ້າງຕັ້ງທຸລະກິດ ແລະ ກົດໝາຍວ່າດ້ວຍສ່ວຍສາອາກອນ ເຊິ່ງເຮັດໃຫ້ການຊຳລະອາກອນຂອງທຸລະກິດໄວຂຶ້ນ ແລະ ມີຄ່າໃຊ້ຈ່າຍໜ້ອຍລົງ, ໂດຍຈະປະກອບສ່ວນຕໍ່ການເຕີບໂຕທາງເສດຖະກິດແບບ ຮອບດ້ານໂດຍລວມຂອງປະເທດໄດ້.”

ບົດລາຍງານສະບັບນີ້ ຍັງໄດ້ໃຫ້ຂໍ້ສັງເກດວ່າ: ສປປ ລາວ ໄດ້ຫຼຸດເວລາທີ່ໃຊ້ໃນການສົ່ງອອກ ແລະ ນໍາເຂົ້າສິນຄ້າ ດ້ວຍການຈັດຕັ້ງປະຕິບັດລະບົບການແລກປ່ຽນຂໍ້ມູນຂ່າວສານ ເອເລັກໂຕຣນິກທີ່ດ່ານຂົວມິດຕະພາບ-ທ່ານາແລ້ງ.

ທ່ານນາງ ເກໂກະ ມີວະ ຜູ້ຕາງໜ້າທະນາຄານໂລກປະຈຳ ສປປ ລາວ ໄດ້ກ່າວວ່າ “ທະນາຄານ ໂລກໄດ້ເຮັດວຽກຮ່ວມກັບລັດຖະບານແຫ່ງ ສປປ ລາວ ມາໄດ້ຫຼາຍກວ່າ 4 ປີ ເພື່ອສະໜັບ ສະໜູນການປັບປຸງດ້ານການຄ້າ ຜ່ານໂຄງການຫັນພາສີໃຫ້ເປັນຄວາມທັນສະໄໝ ແລະ ໂຄງການພັດທະນາການຄ້າ. ພວກຂ້າພະເຈົ້າ ຮູ້ສຶກດີໃຈ ທີ່ເຫັນຄວາມພະຍາຍາມຂອງ ລັດຖະບານໃນການຫັນລະບົບພາສີໃຫ້ມີຄວາມທັນສະໄໜ ຜ່ານການນຳໃຊ້ລະບົບການ ແລກປ່ຽນຂໍ້ມູນຂ່າວສານເອເລັກໂຕຣນິກ ASYCUDA ໄດ້ເລີ່ມເຮັດໃຫ້ການຄ້າຂ້າມແດນໄວ ຂຶ້ນ ແລະ ງ່າຍຂຶ້ນ ແກ່ພາກເອກະຊົນ. ສປປ ລາວ ສາມາດເຮັດໄດ້ອີກຫຼາຍຢ່າງເພື່ອປັບປຸງ ບັນຍາກາດໃນການລົງທຶນ ແຕ່ເປັນທີ່ແນ່ນອນວ່າ ການປັບປຸງກຳລັງດຳເນີນໄປໃນທິດທາງທີ່ ຖືກຕ້ອງ ແລະ ພວກຂ້າພະເຈົ້າຫວັງໄວ້ວ່າ ຈະໄດ້ໃຫ້ການສະໜັບສະໜູນແກ່ລັດຖະບານ ຕໍ່ກັບຄວາມພະຍາຍາມໃນການປັບປຸງທີ່ສຳຄັນນີ້.”

ບົດລາຍງານດັ່ງກ່າວນີ້  ເຊິ່ງກວມເອົາໄລຍະແຕ່ເດືອນມິຖຸນາ 2011 ເຖິງ ມິຖຸນາ 2012 ແລະ ໄດ້ນໍາໃຊ້ຂໍ້ມູນສໍາລັບຕົວຊີ້ວັດຕ່າງໆທີ່ວັດແທກລະບຽບການເຊິ່ງສົ່ງຜົນກະທົບຕໍ່ 10 ຂົງເຂດ ຮອບວຽນຊີວິດຂອງບັນດາທຸລະກິດພາຍໃນຕ່າງໆ ນັ້ນໄດ້ຄົ້ນພົບວ່າ: 11 ຈາກ 24 ເສດຖະກິດ ຢູ່ພາກພື້ນອາຊີຕາເວັນອອກ-ປາຊີຟິກ ໄດ້ປັບປຸງລະບຽບຄຸ້ມຄອງທຸລະກິດຂອງປະເທດຕົນ ໃນປີກາຍ

ນັບແຕ່ປີ 2005 ເປັນຕົ້ນມາ, ມີເສດຖະກິດ 23 ແຫ່ງໃນພາກພື້ນອາຊີຕາເວັນອອກ-ປາຊີຟິກ ໄດ້ເຮັດໃຫ້ສະພາບແວດລ້ອມດ້ານລະບຽບການຄຸ້ມຄອງຂອງເຂົາເຈົ້າມີລັກສະນະເປັນມິດກັບພາກທຸລະກິດຫຼາຍຂຶ້ນ. ໃນໄລຍະດັ່ງກ່າວ, ຈີນ ສາມາດຍາດໄດ້ຄວາມຄືບໜ້າຫຼາຍສຸດໃນ ການປັບປຸງສະພາບແວດລ້ອມການຄຸ້ມຄອງທຸລະກິດສຳລັບຜູ້ປະກອບການພາຍໃນ.

ສິງປະໂປ ເປັນອັນດັບໜຶ່ງໃນການຈັດອັນດັບໂລກໃນຄວາມສະດວກໃນການດຳເນີນທຸລະກິດ ຕິດຕໍ່ກັນເຈັດປີຊ້ອນ ໃນຂະນະທີ່ເຂດປົກຄອງພິເສດຮົງກົງຂອງ ສປ ຈີນ ຢູ່ໃນອັນດັບສອງ. ລວມເອົາສອງເສດຖະກິດດັ່ງກ່າວ ເຂົ້າໃນລາຍຊື່ສິບອັນດັບເສດຖະກິດທີ່ມີລະບຽບການ ຄຸ້ມຄອງທີ່ເປັນມິດກັບພາກທຸລະກິດຫຼາຍສຸດ ໂດຍຈັດຕາມລໍາດັບລວມມີດັ່ງນີ້: ນິວຊີແລນ, ສະຫະລັດອາເມລິກາ, ເດັນມາກ, ນ໋ອກແວ, ສະຫະຣາດຊະອານາຈັກອັງກິດ, ສາທາລະນະລັດ ເກົາຫຼີ, ຈໍເຈຍ ແລະ ອົດສະຕາລີ.

ກ່ຽວກັບຊຸດບົດລາຍງານການດຳເນີນທຸລະກິດ
ບົດລາຍງານການດຳເນີນທຸລະກິດ ໄດ້ວິເຄາະລະບຽບການຕ່າງໆທີ່ນໍາໃຊ້ກັບທຸລະກິດຕ່າງໆ ຂອງເສດຖະກິດໃດໜຶ່ງໃນໄລຍະວົງຈອນຊີວິດຂອງທຸລະກິດ ເຊິ່ງລວມທັງໄລຍະການເລີ່ມຕົ້ນ ທຸລະກິດ ແລະ ການດຳເນີນທຸລະກິດ, ການຄ້າຂ້າມແດນ, ການຊໍາລະອາກອນ ແລະ ການ ປົກປ້ອງນັກລົງທຶນ. ການຈັດອັນດັບລວມຂອງຄວາມສະດວກໃນການດຳເນີນທຸລະກິດ ແມ່ນຈັດບົ້ນພື້ນຖານຂອງ 10 ຕົວຊີ້ວັດ ແລະ ກວມເອົາທັງໝົດ 185 ເສດຖະກິດ. ບົດລາຍ ງານການດຳເນີນທຸລະກິດ ບໍ່ໄດ້ວັດແທກເອົາທຸກດ້ານຂອງສະພາບແວດລ້ອມການດຳເນີນ ທຸລະກິດທີ່ສໍາຄັນຕໍ່ບໍລິສັດ ແລະ ນັກລົງທຶນ. ຕົວຢ່າງ: ບົດລາຍງານດັ່ງກ່າວ ບໍ່ໄດ້ວັດແທກ ຄຸນນະພາບຂອງການຄຸ້ມຄອງການເງິນ, ດ້ານອື່ນໆຂອງສະເຖຍລະພາບທາງເສດຖະກິດ ມະຫາພາກ, ລະດັບສີມືແຮງງານຂອງກໍາລັງແຮງງານ ຫຼື ຄວາມຕ້ານທານຂອງລະບົບ ການເງິນ. ບັນດາສິ່ງຄົ້ນພົບຈາກບົດລາຍງານດັ່ງກ່າວ ໄດ້ກະຕຸກຊຸກຍູ້ການສົນທະນາ ແລກປ່ຽນທາງນະໂຍບາຍໃນທົ່ວໂລກ ແລະ ໄດ້ເຮັດໃຫ້ມີການຄົ້ນຄ້ວາວິໄຈເພີ່ມຂຶ້ນກ່ຽວກັບ ວິທີທີ່ລະບຽບການຄຸ້ມຄອງໃນຂັ້ນບໍລິສັດວ່າມີການພົວພັນກັບຜົນໄດ້ຮັບທາງເສດຖະກິດຂອງ ປະເທດຕ່າງໆຄືແນວໃດ.

ນັກຂ່າວ ກະລຸນາຕິດຕໍ່
IFC ວຽງຈັນ
ມາຣຽນ ກາເດີເບີກ
​ໂທລະ​ສັບ: +856 20 77 185 814
mgadeberg@ifc.org
IFC ອາຊີຕາເວັນອອກ-ປາຊີຟິກ
Hannfried von Hindenburg
​ໂທລະ​ສັບ: +852 2509-8115
hvonhindenburg@ifc.org
ທະນາຄານໂລກ ວໍຊິງຕັນ
Muhamad Al Arief
​ໂທລະ​ສັບ: +1 (202) 458-5964
malarief@worldbank.org


ເລກທີ ບົດອອກຂ່າວ:
DB2013/LA

Api
Api

Welcome