ບົດອອກຂ່າວ

ການແຂ່ງຂັນ ຂຽນບົດສະເໜີ-ແຜນທຸລະກິດດີເດັ່ນ ປະຈໍາປີ 2012 ສໍາລັບ ໄວໜຸ່ມ

18 ມິ.ຖ. 2012




18 ມິຖຸນາ 2012, ວຽງຈັນ--- ຫ້ອງການ ທະນາຄານໂລກ ປະຈຳນະຄອນຫລວງວຽງຈັນ, ອົງການ AusAid ແລະ ສະມາຄົມນັກທຸລະກິດ ຫນຸ່ມແຫ່ງ ສປປ ລາວ (ສທໜ) ພູມໃຈນຳສະເຫນີ ການແຂ່ງຂັນແຜນທຸລະກິດ ຄັ້ງທີ 2 ພາຍໄຕ້ ‘ໂຄງການ ການແຂ່ງຂັນ ຂຽນບົດສະເຫນີແຜນທຸລະກິດດີເດັ່ນ ປະຈຳປີ 2012 ສຳລັບຊາວຫນຸ່ມ’.

ໄວຫນຸ່ມທີ່ມີຄວາມສາມາດ ໂດຍສະເພາະຍິງໜຸ່ມ ຜູ້ມີຄວາມສົນໃຈທີ່ຈະເລີ່ມຕົ້ນທຸລະກິດ ຫລື ຕ້ອງການທີ່ຈະຂະຫຍາຍທຸລະກິດຂະໜາດນ້ອຍ ສາມາດສົ່ງແຜນທຸລະກິດຂອງທ່ານ ເຂົ້າຮ່ວມແຂ່ງຂັນກັບພວກເຮົາໄດ້ທັນທີ.

ແມ່ນໃຜ ສາມາດເຂົ້າຮ່ວມ?

ໄວຫນຸ່ມ (ບູລິມະສິດແກ່ໄວໜຸ່ມຍິງ) ທີ່ມີອາຍຸ ຕ່ຳກວ່າ 35 ປີ ລົງມາ ຈາກນະຄອນຫລວງວຽງຈັນ, ແຂວງວຽງຈັນ, ແຂວງຫລວງພະບາງ, ແຂວງສະຫວັນນະເຂດ ແລະ ແຂວງຈຳປາສັກ ທີ່ສົນໃຈເລີ່ມຕົ້ນທຸລະກິດ ຫລື ຕ້ອງການຂະຫຍາຍທຸລະກິດໃນປະເພດທຸລະກິດຂະໜາດນ້ອຍ. ທ່ານສາມາດສົ່ງແຜນທຸລະກິດໄດ້ໃນທຸກໆຂະແຫນງການທຸລະກິດ. ທ່ານສາມາດສົ່ງແຜນທຸ ລະກິດໃນຮູບແບບສ່ວນບຸກຄົນ ຫລື ເປັນກຸ່ມກໍ່ໄດ້.

ເກນການຄັດເລືອກມີຫຍັງແນ່?

ແຜນທຸລະກິດທີ່ໃຊ້ໃນການເຂົ້າປະກວດ ຈະມີເກນການຄັດເລືອກຄື:

  • ແຜນທຸລະກິດມີຄວາມສົມບູນ, ໜັກແໜ້ນ, ແລະ ໜ້າສົນໃຈ (ເຫັນວ່າມີຄວາມຕ້ອງການປະເພດທຸລະກິດດັ່ງກ່າວ ໃນຕົວຈິງ ແລະ  ມີແນວໂນ້ມ ໃນການເຕີບໃຫຍ່ຂະຫຍາຍຕົວ).
  • ມີຄວາມຄິດລິເລີ່ມສ້າງສັນ ແລະ ນະວັດຕະກຳ ໃນການສ້າງຜະລິດຕະພັນ (ສິນຄ້າ), ການບໍລິການ ຫລື ຂັ້ນຕອນໃນການຜະລິດໃນຮູບແບບໃຫມ່ໆ.
  • ມີຄວາມຍືນຍົງ, ສາມາດດໍາເນີນໄດ້ໃນໄລຍະຍາວ ແລະ ຊ່ວຍເຫລືອສັງຄົມ.
  • ມີການສະຫນັບສະຫນູນ ຫລື ຊ່ວຍເຫລືອ ແມ່ຍິງ ແລະ ບັນດາຊົນເຜົ່າ.

ລາງວັນມີຫຍັງແນ່?

  • ຜູ້ເຂົ້າຮ່ວມການແຂ່ງຂັນ ທີ່ຖືກຄັດເລືອກ 100 ທ່ານ ໃນຮອບທຳອິດ ຈະໄດ້ຮັບການເຝິກອົບຮົມ ກ່ຽວກັບ ຄວາມຮູ້ເບື້ອງຕົ້ນໃນການດຳເນີນທຸລະກິດ ລວມທັງ ການອົບຮົມໃນການຂຽນແຜນທຸລະກິດ ເພື່ອຊ່ວຍປັບປຸງການຂຽນແຜນທຸລະກິດໃຫ້ສົມບູນ (ເຊິ່ງມີການແບ່ງການແນະນຳລະຫວ່າງ ແຜນສຳລັບທຸລະກິດເລີ່ມຕົ້ນໃຫມ່ ແລະ ແຜນທຸລະກິດທີ່ຕ້ອງການຂະຫຍາຍ) ເປັນໄລຍະ 10 ວັນ. ຜູ້ກ່ຽວຍັງຈະໄດ້ຮັບສິດ ເຂົ້າເປັນສະມາຊິກ ສະມາຄົມນັກທຸລະກິດ ໜຸ່ໜຸ່ມແຫ່ງ ສປປ ລາວ ຟຣີ 1 ປີ.
  • ພາຍຫຼັງການເຝິກອົບຮົມ ແລະ ສົ່ງແຜນທຸລະກິດສະບັບສົມບູນ, ໃນຮອບສຸດທ້າຍນີ້ ປະມານ 30 ແຜນງານຈະຖືກຄັດເລືອກ ໃຫ້ ເຂົ້າຮ່ວມນຳສະເຫນີແຜນທຸລະກິດຂອງຕົນ ໃນງານວາງສະແດງ ຜົນງານການແຂ່ງຂັນແຜນທຸລະກິດ. ຜູ້ເຂົ້າຮ່ວມແຂ່ງຂັນ ທີ່ຖືກຄັດເລືອກໃນຮອບສຸດທ້າຍນີ້ຈະສາມາດ ປຶກສາຫາລື ໜຶ່ງຕໍ່ໜຶ່ງກັບ ທີ່ປຶກສາດ້ານທຸລະກິດຈາກ ສະມາຄົມນັກທຸລະກິດ ຫນຸ່ມແຫ່ງ ສປປ ລາວ ແລະ ການຊ່ວຍເຫລືອໃນການຂໍສິນເຊື່ອ ສໍາລັບທຸລະກິດຂະໜາດນ້ອຍ ຈາກ ທະນາຄານພາຍໃນປະເທດຕ່າງໆ.
  • ພາຍໃນງານວາງສະແດງຜົນງານການແຂ່ງຂັນແຜນທຸລະກິດ, ຄະນະກຳມະການຈະ ສໍາພາດ ໃຫ້ຄະແນນ ແລະ ຄັດເລືອກແຜນທຸລະກິດທີ່ດີເດັ່ນ ຈຳນວນ 10 ແຜນງານ. ຜູ້ຊະນະເລີດ ຈະໄດ້ຮັບເງິນ ເພື່ອລິເລີ່ມທຸລະກິດ ໃນມູນຄ່າເຖິງ US$5,000.


ສູນບໍລິການຂໍ້ມູນເຄື່ອນທີ່, ລາຍລະອຽດວິທີການສະຫມັກ ແລະ ກຳຫນົດປິດຮັບສະຫມັກ

ສູນບໍລິການຂໍ້ມູນເຄື່ອນທີ່ ຈະລົງເຄື່ອນໄຫວໂຄສະນາປະຊາສຳພັນໃນສີ່ແຂວງ ໂດຍຈະ ໃຫ້ຄໍາແນະນຳ ແລະ ຕອບຄຳຖາມຕ່າງໆກ່ຽວກັບ ວິທີການສະຫມັກ.

ຕາຕະລາງເຄື່ອນໄຫວຂອງສູນບໍລິການຂໍ້ມູນແບບເຄື່ອນທີ່ໂຄງການ ການແຂ່ງຂັນ ຂຽນບົດສະເຫນີແຜນທຸລະກິດດີເດັ່ນ ປະຈຳປີ 2012

ແຂວງ ຈຳປາສັກ
16 ກໍລະກົດ 2012

  • 13:00-14:30: ບ້ານ ຮອງຄ້າຍົມ
  • 15:00-17:00: ບ້ານ ໂພນສີໄຄ

17 ກໍລະກົດ 2012

  • 9:00-11:00: ມະຫາວິທະຍາໄລ ຈຳປາສັກ
  • 13:00-15:00: ວິທະຍາໄລ ການຂ່າງ ຈຳປາສັກ
  • 16:00-17:30: ບ້ານ ລັກ 29

ແຂວງ ສະຫວັນນະເຂດ
19 ກໍລະກົດ 2012

  • 10:30-12:00: ວິທະຍາໄລ ການຂ່າງ ສະຫວັນນະເຂດ
  • 1:00-3:00: ວິທະຍາໄລ ສາດສະຫວັນ

20 ກໍລະກົດ 2012

  • 8:00-10:00: ວິທະຍາໄລ ໄຊສົມບັດ
  • 10:30-12:00: ວິທະຍາໄລ ສະຫວັນ ບໍລິຫານທຸລະກິດ
  • 13:30-15:30: ມະຫາວິທະຍາໄລ ສະຫວັນນະເຂດ

ແຂວງ ນະຄອນຫຼວງວຽງຈັນ 
23 ກໍລະກົດ 2012

  • 13:00-15:00: ມະຫາວິຍາໄລແຫ່ງຊາດ

24 ກໍລະກົດ 2012

  • 14:00-16:00: ວິທະຍາໄລ ດົງູຄຳຊ້າງ
  • 17:30-19:00: ວິທະຍາໄລ ຣັຕນະ ບໍລິຫານທຸລະກິດ

25 ກໍລະກົດ 2012

  • 8:00-10:00: ສະມາຄົມ ນັກທຸລະກິດຍິງລາວ
  • 10:30-12:00: ວິທະຍາໄລ ແສງສະຫວັນ
  • 15:30-17:00: ວິທະຍາໄລ ການຂ່າງ ປາກປ່າສັກ
  • 17:30-19:00: ວິທະຍາໄລ ລາວ-ອາເມຣິກາ

26 ກໍລະກົດ 2012

  • 8:00-10:00: ວິທະຍາໄລ ລາວ-ເຢຍລະມັນ
  • 10:30-12:00: ສະມາຄົມ ຫັດທະກຳລາວ
  • 13:00-15:00: ສູນວິຊາຊິບ ມະຫາວິທະຍາໄລແຫ່ງຊາດ

27 ກໍລະກົດ 2012

  • 8:00-10:00: ສະຖາບັນ ການທະນາຄານ
  • 10:30-12pm: ອົງການຕ່າງໆພາຍໃນເຄືອຂ່າຍຂອງຊາວຫນຸ່ມລາວ

27 ກໍລະກົດ 2012

  • 8:00-10:00: ສູນຝຶກອົບຮົມວິຊາຊິບເພື່ອແມ່ຍິງ ຫ້ວຍຫົງ
  • 10:30-12:00: ວິທະຍາໄລ ລາວ-ເກົາຫຼີນ

ທ່ານສາມາດຕິດຕໍ່ຂໍຮັບແບບຟອມສະຫມັກແຂ່ງຂັນໄດ້ ທີ່ ຫ້ອງການທະນາຄານໂລກ ປະຈໍານະຄອນຫລວງວຽງຈັນ (ປະຕູໄຊ, ຖະຫນົນ ເນຣູ, ຕູ້ໄປສະນີ 345), ຫລື ຫ້ອງການ ສະມາຄົມນັກທຸລະກິດຫນຸ່ມ ແຫ່ງ ສປປ ລາວ ໃນເຂດຂອງທ່ານ.

ກະລຸນາສົ່ງບົດສະຫມັກເຂົ້າແຂ່ງຂັນ ກ່ອນ ວັນທີ 13 ສິງຫາ 2012, ເວລາ 17:00 ໂມງ ເຊິ່ງທ່ານສາມາດສົ່ງເປັນເອກະສານ ຫລື ສົ່ງຜ່ານທາງອີເມລໄດ້ທີ່ STEPSapplication@worldbank.org. ສຳລັບຂໍ້ມູນເພີ່ມເຕີມ ໂທ 021-450010, 020-55216962; 020-76651271.

ພວກເຮົາຈະຕິດຕໍ່ກັບຫາຜູ້ທີ່ຖືກຄັດເລືອກເທົ່ານັ້ນ.

ຄວາມເປັນມາ ຂອງໂຄງການ

ໂຄງການ ການແຂ່ງຂັນຂຽນບົດສະເຫນີແຜນທຸລະກິດ ສຳລັບຊາວຫນຸ່ມເປັນສ່ວນຫນຶ່ງ ຂອງໂຄງການສົ່ງເສີມພອນສະຫວັນສ້າງສັນຄວາມສາມາດ ກ້າວສູ່ຄວາມສໍາເລັດດ້ານທຸລະກິດ ຫຼື STEPS ຊຶ່ງໄດ້ມີການເປີດໂຕໃນປີ 2011 ໃນ ສປປ ລາວ ໂດຍການຮ່ວມມືກັບສະມາຄົມນັກທຸລະກິດຫນຸ່ມ ແລະ ໄດ້ຮັບທຶນການຊ່ວຍເຫລືອ ຈາກອົງການ AusAid. ມີຈຸດປະສົງເພື່ອເພີ່ມໂອກາດໃຫ້ຜູ້ປະ ກອບການ ແລະ ໂອກາດໃນການຫາວຽກເຮັດງານທໍາໃຫ້ແກ່ໄວຫນຸ່ມຍິງ.

ປະເທດລາວເປັນຫນຶ່ງໃນແປດປະເທດ ທີ່ໄດ້ເຂົ້າຮ່ວມໃນໂຄງການສະຫນັບສະຫນູນໄວຫນຸ່ມຍິງ ຂອງ ທະນາຄານໂລກ (Adolescent Girls Initiative) ເຊິ່ງເປັນແຜນງານລະດັບໂລກ ທີ່ແນໃສ່ເພີ່ມໂອກາດທາງດ້ານເສດຖະກິດ ໃຫ້ກັບໄວຫນຸ່ມຍິງ. ໂດຍອີງຕາມຜົນສຳເລັດທີ່ໄດ້ຮັບຈາກການແຂ່ງຂັນໃນຄັ້ງທຳອິດທີ່ຜ່ານມາ, ໂຄງການ STEPS ໄດ້ຮັບ ທຶນຊ່ວຍເຫລືອລ້າເພີ່ມເຕີມ ເພື່ອຈັດການແຂ່ງຂັນຄັ້ງທີສອງ ປະຈຳປີ 2012. 

ທ່ານມີທຸລະກິດຂະໜາດນ້ອຍ ຫຼືກາງ ແລະກໍາລັງຫາຊ່ອງທາງທີ່ຈະຂະຫຍາຍບໍ?

ຖ້າທ່ານສົນໃຈ ຕິດຕໍ່ ແລະ ກວດເບິ່ງໂຄງການ ການແຂງຂັນ ທີ່ມີຊື່ວ່າ ຄວາມທ້າທາຍຂອງຜູ້ປະກອບການຍິງ ໃນພາກພື້ນລຸ້ມແມ່ນ້ຳຂອງ (MWEC) ທີ່ໄດ້ຮັບການອຸປະຖຳໂດຍ ກອງທືນຊ່ວຍເຫຼືອລ້າສາກົນ InfoDev, ແລະ ບໍລິຫານໂດຍບໍລິສັດທີ່ປືກສາ EMC, ເຊີ່ງໄດ້ຮັບການສະໜັບສະໜູນຈາກ ຫ້ອງການສົ່ງເສີມທຸລະກິດຂະໝາດນ້ອຍ ແລະກາງ (SMEPDO).

ຂໍ້ມູນເພີ່ມເຕີມ ແລະໃບສະໝັກ ແມ່ນກວດເບິ່ງໄດ້ທີ່ www.mweclaos.org , ຫຼື www.facebook.com/MWECLaos ຫຼື ຕິດຕໍ່ +856-21-219 875

STEPS ແລະ MWEC ເປັນສອງໂຄງການທີ່ກ່ຽວພັນກັນໃນ ສປປ ລາວ ເພື່ອສົ່ງເສີມແລະຂະຫຍາຍບົດບາດຂອງຜູ້ປະກອບການຍິງ

ນັກຂ່າວ ກະລຸນາຕິດຕໍ່
ທີ່ ວຽງຈັນ
ສຸຣິດາຮັກ ສາກົນນິຍົມ
​ໂທລະ​ສັບ: +856 21 450010 ext 6269
ssakonhninhom@worldbank.org



ເລກທີ ບົດອອກຂ່າວ:
Laos/120618

Api
Api

Welcome