ບົດອອກຂ່າວ

ທະນາຄານໂລກ ຮຽກຮ້ອງໃຫ້ບັນດາປະເທດ ກຳລັງພັດທະນາ ເສີມສ້າງ ຄວາມ ເຂັ້ມແຂງໃຫ້ແກ່ ບັນດາພື້ນຖານເສດຖະກິດພາຍໃນ ເພື່ອຜ່ານຜ່າຄວາມບໍ່ ແນ່ນອນໃນເສດຖະກິດໂລກ

12 ມິ.ຖ. 2012




ນະຄອນວໍຊິງຕັນ, 12 ມິຖຸນາ 2012 – ທະນາຄານໂລກ ໄດ້ກ່າວໄວ້ໃນ ບົດລາຍງານໂອກາດເສດຖະກິດໂລກ (GEP) ສະບັບໃໝ່, ມິຖຸນາ 2012 ວ່າ: ບັນດາປະເທດກຳລັງພັດທະນາ ຄວນກຽມພ້ອມຮັບມືກັບສະພາບສັ່ນໄກວ ຂອງເສດຖະກິດໂລກ ທີ່ແກ່ຍາວດ້ວຍ ການເລັງຈຸດສຸມຄືນ ໃສ່ບັນດາຍຸດທະສາດການພັດທະນາໃນໄລຍະກາງຂອງຕົນ ໃນຂະນະດຽວກັນ ກໍ ໃຫ້ກຽມພ້ອມຮັບມື ກັບ ໄລຍະເວລາທີ່ຈະມີຄວາມຫຍຸ້ງຍາກຂຶ້ນກ່ວາເກົ່າ.

ບັນດາຄວາມເຄັ່ງຕຶງຕ່າງໆ ທີ່ປະກົດຂຶ້ນໃໝ່ຢູ່ບັນດາປະເທດລາຍໄດ້ສູງໃນເອີຣົບ ໄດ້ຫລຸດຜ່ອນໝາກຜົນຕ່າງໆທີ່ຍາດມາໄດ້ໃນ ໄລຍະສີ່ເດືອນທຳອິດຂອງປີນີ້ ເຊິ່ງເປັນໝາກຜົນທີ່ເຮັດໃຫ້ເຫັນໄດ້ ການຟື້ນຕົວຄືນຂອງກິດຈະກຳເສດຖະກິດ ທັງຢູ່ໃນ ບັນດາ ປະເທດກຳລັງພັດທະນາ ແລະ ປະເທດທີ່ພັດທະນາແລ້ວ ກໍຄື ການບັນເທົາບັນຫາການຫຼີກລ້ຽງຄວາມສ່ຽງໃນກຸ່ນນັກລົງທຶນ. ນັບແຕ່ວັນທີ 1 ພຶດສະພາ ເປັນຕົ້ນມາ, ຄວາມກັງວົນຕ່າງໆທີ່ເພີ່ມສູງຂຶ້ນຈາກຕະຫຼາດ ໄດ້ແຜ່ຂະຫຍາຍອອກຢ່າງກ້ວາງຂວາງ. ຕະຫຼາດຮຸ້ນທັງ ຢູ່ໃນປະເທດກຳລັງພັດທະນາ ແລະ ປະເທດທີ່ມີລາຍໄດ້ສູງ ໄດ້ຫລຸດລົງປະມານ 7 ສ່ວນຮ້ອຍ ໂດຍສູນເສຍ ສອງສ່ວນສາມຂອງ ໝາກຜົນທີ່ຍາດມາໄດ້ໃນໄລຍະ ສີ່ເດືອນ ກ່ອນໜ້ານີ້. ລາຄາຂອງຜະລິດຕະພັນອຸດສາຫະກຳສ່ວນໃຫຍ່ ພົບວ່າ: ຫລຸດດລົງ ໂດຍລາຄາຂອງນໍ້າມັນດິບ ແລະ ທອງແດງ ໄດ້ຫລຸດດລົງ 19 ແລະ 14 ສ່ວນຮ້ອຍຕາມລຳດັບ ໃນຂະນະ ທີ່ ສະກຸນເງິນຂອງບັນດາປະເທດກຳລັງພັດທະນາຕ່າງໆ ໄດ້ອ່ອນຄ່າລົງເມື່ອທຽບໃສ່ ສະກຸນເງິນໂດລາສະຫະລັດ ຍ້ອນ ການຫັນການລົງທຶນ ໄປສູ່ ຊັບສິນທີ່ປອດໄພ ເຊັ່ນ: ພັນທະບັດ ລັດຖະບານ ເຢຍລະມັນ ແລະ ພັນທະບັດລັດຖະບານ ອາເມລິກາ.

ມາຮອດປະຈຸບັນນີ້, ເງື່ອນໄຂຕ່າງໆ ໃນບັນດາປະເທດກຳລັງພັດທະນາ ຍັງບໍ່ທັນໄດ້ຕົກຕໍ່າຫຼາຍ ທຽບໃສ່ ລະດັບ ທີ່ເກີດຂຶ້ນໃນ ໄຕມາດທີສີ່ຂອງ ປີ 2011. ຢູ່ນອກພາກພື້ນເອີຣົບ, ອາຊີກາງ, ຕາເວັນອອກກາງ ແລະ ອາຟຣິກາເໜືອ, ອັດຕາຊື້-ຂາຍ ການຄໍ້າ ປະກັນສິນເສື່ອ (Credit Default Swaps) ຂອງປະເທດກໍາລັງພັດທະນາ ເຊິ່ງ ຖືເປັນຕົວຊີ້ວັດຫຼັກ ທີ່ສ່ອງແສງເຖິງ ຄວາມອ່ອນ ໄຫວຂອງຕະຫຼາດ ຍັງຄົງຢູ່ຕໍ່າກ່ວາ ລະດັບສູງສຸດຫຼາຍສົມຄວນ ນັບແຕ່ໄລຍະ ລະດູໃບໄມ້ຫລົ່ນ ປີ 2011.

ທ່ານ ຮານສ໌ ທີມເມີ, ຫົວໜ້າຝ່າຍໂອກາດດ້ານການພັດທະນາຂອງ ທະນາຄານໂລກ ໄດ້ກ່າວວ່າ:“ຕະຫຼາດທຶນໂລກ ແລະ ຄວາມອ່ອນໄຫວຂອງນັກລົງທຶນ ຍັງຄົງຈະສືບຕໍ່ສັ່ນໄກວໃນໄລຍະກາງ - ເຮັດໃຫ້ແວດລ້ອມດ້ານນະໂນບາຍເສດຖະກິດ ມີຄວາມຫຍຸ້ງຍາກ. ໃນແວດລ້ອມດັ່ງກ່າວນີ້, ບັນດາປະເທດກຳລັງພັດທະນາ ຄວນສຸມໃສ່ການປັບປຸງປະຕິຮູບຜະລິດຕະພາບ ແລະ ການລົງທຶນໃສ່ ພື້ນຖານໂຄງລ່າງ ແທນທີ່ຈະຕອບໂຕ້ ກັບການປ່ຽນແປງມື້-ຕໍ່-ມື້ໃນແວດລ້ອມສາກົນ”.

ຄວາມບໍ່ແນ່ນອນທີ່ເພີ່ມຂຶ້ນ ຈະມີຜົນກະທົບເພີ່ມເຕີມ ນອກຈາກບັນດາປະກົດການຕ່າງໆ ທີ່ເກີດຂຶ້ນຢູ່ກ່ອນແລ້ວ ເນື່ອງຈາກ ການຕັດງົບປະມານ, ການຫລຸດຜ່ອນບັນຫາໜີ້ສິນຂອງຂະແໜງທະນາຄານ ໄປຈົນເຖິງຂໍ້ຈຳກັດດ້ານຄວາມສາມາດຂອງປະເທດ ກຳລັງພັດທະນາ. ດ້ວຍເຫດນັ້ນ, ທະນາຄານໂລກ ຈິ່ງຄາດຄະເນວ່າ: ການເຕີບໂຕຂອງປະເທດກຳລັງພັດທະນາ ຈະຊ້າລົງ ໂດຍທຽບຖານທີ່ 5.3 ສ່ວນຮ້ອຍ ໃນປີ 2012 ກ່ອນທີ່ຈະປັບຕົວແຂງຂຶ້ນໃນລະດັບປະມານ 5.9 ສ່ວນຮ້ອຍໃນປີ 2013 ແລະ 6.0 ສ່ວນຮ້ອຍໃນປີ 2014. ຄ້າຍຄືກັນນັ້ນ, ການເຕີບໂຕໃນບັນດາປະເທດທີ່ມີລາຍໄດ້ສູງ ຍັງຈະອ່ອນແອໃນລະດັບ 1.4, 1.9 ແລະ 2.3 ສ່ວນຮ້ອຍ ສຳລັບປີ 2012, 2013 ແລະ 2014 ຕາມລຳດັບ – ໂດຍທີ່ GDP ໃນເຂດເອີໂຣ ຫລຸດລົງ 0.3 ສ່ວນຮ້ອຍ ໃນປີ 2012. ໂດຍລວມແລ້ວ, GDP ທົ່ວໂລກ ຄາດວ່າ ຈະເພີ່ມຂຶ້ນ 2.5,  3.0 ແລະ 3.3  ສ່ວນຮ້ອຍ ສຳລັບ ໄລຍະເວລາດຽວກັນນັ້ນ.

ກໍລະນີ ທີ່ນຳໃຊ້ສົມມຸດຖານພາຍໃຕ້ສະພາບການປະຈຸບັນ ຍັງຄົງໜ້າຈະເປັນກໍລະນີ ທີ່ເປັນໄປໄດ້ຫຼາຍສຸດ. ຢ່າງໃດກໍ່ດີ, ຖ້າ ສະພາບໃນເອີຣົບຫາກ ເຮັ່ງຮ້າຍລົງ ກໍຈະບໍ່ມີພາກພື້ນກຳລັງພັດທະນາໃດໃນໂລກທີ່ຈະບໍ່ຖືກກະທົບ. ເຂດເອີີຣົບກຳລັງພັດທະນາ ແລະ ອາຊີກາງ ຍິ່ງມີຄວາມສ່ຽງສະເພາະຍ້ອນມີສາຍພົວພັນທາງການຄ້າ ແລະ ການເງິນທີ່ໃກ້ຊິດກັບເຂດເອີຣົບທີ່ມີລາຍໄດ້ສູງ ແມ່ນແຕ່ບັນດາປະເທດທີ່ທຸກຍາກທີ່ສຸດໃນໂລກ ກໍຍັງຈະຮູ້ສຶກໄດ້ເຖິງຜົນກະທົບ ໂດຍສະເພາະ ປະເທດທີ່ເອື່ອຍອີງໃສ່ ເງິນໂອນ ກັບຄືນປະເທດ, ການທ່ອງທ່ຽວ ຫຼື ສິນຄ້າ ສົ່ງອອກປະເພດຜະລິດຕະພັນເປັນຕົ້ນຕໍ ຫຼື ປະເທດທີ່ມີໜີ້ສິ້ນໄລຍະສັ້ນໃນລະດັບສູງ.

ແອນດຣູ ເບີນສ໌, ຫົວໜ້າຝ່າຍເສດຖະກິດມະຫາພາກຂອງໂລກ ແລະ ຫົວໜ້າທີມງານຜູ້ຂຽນບົດລາຍງານສະບັບນີ້ ໄດ້ ກ່າວວ່າ:  “ຕາມເຫັນສົມຄວນ, ບັນດາປະເທດກຳລັງພັດທະນາ ຕ້ອງດຳເນີນການເພື່ອຫລຸດຜ່ອນຄວາມບອບບາງດ້ານເສດຖະກິດ ດ້ວຍການ ຫລຸດລະດັບໜີ້ສິນໄລຍະສັ້ນລົງ, ຫລຸດຜ່ອນການຂາດດຸນງົບປະມານ ແລະ ກັບຄືນໄປຫາຈຸດຢືນນະໂຍບາຍເງິນຕາ ທີ່ ເປັນກາງ ຫຼາຍຂຶ້ນກ່ວາເດີມ. ການດຳເນີນການຄືດັ່ງກ່າວນັ້ນ ຈະຊ່ວຍໃຫ້ເຂົາເຈົ້າມີຊ່ອງທາງ ແລະ ຄວາມຄ່ອງໂຕຫຼາຍຂຶ້ນ ໃນການ ຜ່ອນຜັນໃຫ້ນະໂຍບາຍ ຖ້າເງື່ອນໄຂຕ່າງໆຂອງໂລກ ຫາກຫັນທິດໄປສູ່ສະພາບທີ່ເຮັ່ງຮ້າຍຂຶ້ນແບບກະທັນຫັນ”.

ບົດລາຍງານສະບັບສົມບູນ ແລະ ກຸ່ມຂໍ້ມູນຕ່າງໆຂອງບົດລາຍງານ ແມ່ນສາມາດເບິ່ງໄດ້ທີ່ www.worldbank.org/globaloutlook 

ເຫດການສຳຄັນລະດັບພາກພື້ນ
ພາບລວມການເຕີບໂຕສຳລັບແຕ່ລະປະເທດ ສາມາດເບິ່ງໄດ້ໃນບົດລາຍງານສະບັບສົມບູນທີ່:
www.worldbank.org/globaloutlook

ການເຕີບໂຕສຳລັບ ພາກພື້ນອາຊີຕາເວັນອອກ ແລະ ປາຊີຟິກ ແມ່ນຫລຸດລົງໃນລະດັບກາງ ໂດຍການຂະຫຍາຍຕົວຂອງ GDP ມີທ່າອ່ຽງຊ້າລົງເປັນ 8.3 ສ່ວນຮ້ອຍໃນປີ 2011 ຈາກ 9.7 ສ່ວນຮ້ອຍໃນປີ 2010. ປະກົດການຖົດຖອຍຂອງສະພາບຕ່າງໆໃນ ດ້ານການເງິນໂລກທີ່ມີໃນໄລຍະບໍ່ດົນມານີ້ ຄາດວ່າຈະເພີ່ມໃສ່ຜົນກະທົບທີ່ມີຢູ່ກ່ອນແລ້ວ ເຊິ່ງໃນນັ້ນ ລວມທັງການຫລຸດໜ້ອຍ ຖອຍລົງຂອງຄວາມຕ້ອງການໂດຍທຽບຖານຈາກບັນດາປະເທດທີ່ມີລາຍໄດ້ສູງ ແລະ ໄລຍະການເຕີບໂຕທີ່ຖົດຖອຍຢູ່ຈີນ, ເມື່ອ ລວມເຂົ້າກັນແລ້ວໜ້າຈະຈຳກັດ ການເຕີບໂຕຂອງພາກພື້ນໃຫ້ຢູ່ໃນລະດັບປານກາງທີ່ 7.6 ສ່ວນຮ້ອຍສຳລັບປີ 2012; ສຳລັບປີ 2013 ຄາດວ່າການຂະຫຍາຍຕົວຂອງພາກພື້ນຈະຟື້ນຂຶ້ນເປັນ 8.1 ສ່ວນຮ້ອຍຍ້ອນ ການຟື້ນຕົວ ໃນວົງກ້ວາງຂອງ ເສດຖະກິດ ໂລກ ເຊິ່ງຈະຊ່ວຍຍົກລະດັບການສົ່ງອອກ ແລະ ການເຕີບໂຕຂອງພາກພື້ນຂຶ້ນ. ເຖິງຢ່າງໃດກໍຕາມ ການເຕີບໂຕຈະ ປັບຕົວລົງ ເລັກນ້ອຍ ທີ່ 7.9 ສ່ວນຮ້ອຍໃນ ປີ 2014. ສ່ວນ GDP ຂອງຈີນ ຄາດວ່າ ຈະເລັ່ງຈາກ 8.2 ສ່ວນຮ້ອຍໃນປີ 2012 ເປັນ 8.4 ສ່ວນຮ້ອຍ ພາຍໃນປີ 2014.

ເຂດເອີຣົບກຳລັງພັດທະນາ ແລະ ອາຊີກາງ  ມີການເຕີບໂຕທີ່ເຂັ້ມແຂງ (5.6 ສ່ວນຮ້ອຍ) ໃນໄຕມາດທີສີ່ຂອງ ປີ 2011 ເຊິ່ງໄດ້ຮັບການຂັບເຄື່ອນ ໂດຍຄວາມຕ້ອງການພາຍໃນທີ່ ເຂັ້ມແຂງ ແລະ ການເກັບກ່ຽວທີ່ໄດ້ຮັບຜົນດີໃນປະເທດຕ່າງໆເຊັ່ນ: ຣັດເຊຍ, ໂຣມານີ ແລະ ຕັວກກີ ໃນລະດູໃບໄມ້ຫລົ່ນຂອງປີ 2011 ເຖິງແມ່ນວ່າຈະມີສະພາບຖົດຖອຍຂອງເສດຖະກິດ ໃນເຂດ ເອີໂຣ ກໍຕາມ. ຢ່າງໃດກໍດີ,  ເງື່ອນໄຂດ້ານສະພາບດິນຟ້າອາກາດທີ່ຮ້າຍແຮງໃນຕົ້ນປີ 2012, ຄວາມຈຳກັດດ້ານຄວາມສາມາດ ໃນບາງປະເທດ, ການຫລຸດ ຜ່ອນສະພາບໜີ້ສິນ ໂດຍທະນາຄານຕ່າງໆ ຂອງເອີຣົບ, ແລະ ສະພາບສັບສົນທີ່ເກີດຂຶ້ນໃໝ່ຢູ່ ບັນດາປະເທດເອີຣົບ ທີ່ມີລາຍໄດ້ ສູງ ຄາດວ່າຈະເຮັດໃຫ້ການ ເຕີບໂຕຂອງ GDP ໃນພາກພື້ນດັ່ງກ່າວ ຊ້າລົງເປັນ 3.3 ສ່ວນຮ້ອຍໃນປີນີ້ ກ່ອນທີ່ຈະເລີ່ມ ຄ່ອຍໆຟື້ນຕົວ ດ້ວຍການເຕີບໂຕໃນລະດັບ 4.1 ແລະ 4.4 ສ່ວນຮ້ອຍສຳລັບປີ 2013 ແລະ 2014 ຕາມລໍາດັບ.

ການເຕີບໂຕຢູ່ພາກພື້ນ ອາເມລິກາລາຕິນ ແລະ ຄາຣີບຽນ  ໄດ້ຫລຸດລົງທີ່ 4.3 ສ່ວນຮ້ອຍໃນປີ 2011, ຈາກ 6.1 ສ່ວນຮ້ອຍ ໃນປີ 2010 ຍ້ອນສະພາບເສດຖະກິດຖົດຖອຍທີ່ມີໃນຫຼາຍເສດຖະກິດໃຫຍ່ ສຳຄັນຂອງພາກພື້ນດັ່ງກ່າວ. ຢູ່ເບຣຊິນ, GDP ໄດ້ຫລຸດລົງຊັກໃຊ້ ທີ່ 2.7 ສ່ວນຮ້ອຍໃນປີ 2011 (ຈາກ 7.5 ສ່ວນຮ້ອຍໃນປີ 2010) ເນື່ອງຈາກການເຕີບໂຕໃນສ່ວນ ຄວາມ ຕ້ອງການພາຍໃນ, ການເຕີບໂຕຂອງການລົງທຶນ ແລະ ການຊົມໃຊ້ຂອງພາກເອກະຊົນ ໄດ້ຫລຸດລົງ. ພາບລວມເສດຖະກິດ ໃນ ໄລຍະສັ້ນຂອງພາກພື້ນນີ້ ຍັງບໍ່ທັນຈະແຈ້ງຍ້ອນສະພາບແວດລ້ອມໃນຕ່າງປະເທດທີ່ບໍ່ເຂັ້ມແຂງ ແລະ ຂໍ້ຈຳກັດດ້ານຄວາມສາມາດ ໃນບາງເສດຖະກິດ. ດັ່ງນັ້ນ, GDP ລະດັບພາກພື້ນ ຈິ່ງ ຄາດວ່າຈະຫລຸລົງທີ່ 3.5 ສ່ວນຮ້ອຍໃນປີ 2012, ແລ້ວຫັນຂຶ້ນມາ ໜັກແໜ້ນທີ່ 4.1 ສ່ວນຮ້ອຍ ແລະ 4 ສ່ວນຮ້ອຍ ໃນປີ 2013 ແລະ 2014 ຕາມລຳດັບ ໃນຂະນະທີ່ການເຕີບໂຕຢູ່ເບຣຊິນ ຄາດວ່າຄົງຈະຍັງຢູ່ໃນລະດັບຕໍ່າທີ່ 2.9 ສ່ວນຮ້ອຍໃນປີ 2012 ກ່ອນທີ່ປັບຕົວ ຂຶ້ນເປັນ 4.2 ສ່ວນຮ້ອຍໃນປີ 2013 ແລະ 3.9 ສ່ວນຮ້ອຍໃນປີ 2014.

ຄວາມບໍ່ແນ່ນອນ, ການສັ່ນໄກວ ແລະ ການປ່ຽນແປງທາງການເມືອງ ຍັງສືບຕໍ່ກຳນົດຄຸນລັກສະນະເງື່ອນໄຂຕ່າງໆ ໃນ ພາກພື້ນຕາເວັນອອກກາງ ແລະ ອາຟຣິກາເໜືອ. GDP ມວນລວມ ຂະຫຍາຍຕົວ 1 ສ່ວນຮ້ອຍໃນປີ 2011, ຫລຸດຈາກ 3.8 ສ່ວນຮ້ອຍໃນປີ 2010. ການ ເຕີບໂຕຂອງພາກພື້ນ ຄາດວ່າຍັງຈະບໍ່ທັນເຂັ້ມແຂງຄືໜ້າຈະຢູ່ທີ່ 0.6 ສ່ວນຮ້ອຍສຳລັບປີ 2012 ເຊິ່ງສ່ວນໃຫຍ່ແລ້ວແມ່ນສະທ້ອນໃຫ້ ເຫັນຜົນຈາກມາດຕະການຂ້ວມບາດທາງເສດຖະກິດທີ່ມີຕໍ່ການເຕີບໂຕຂອງອີຣານ, ແລະ ການສືບຕໍ່ຫລຸດລົງຂອງ GDP ຢູ່ ຊີເຣຍ ແລະ ເຢເມນ. ເມື່ອບັນດາອົງປະກອບເຫຼົ່ານີ້ ມີຄວາມສຳຄັນຫລຸດໜ້ອຍຖອຍລົງ, ການເຕີບໂຕສຳລັບພາກພື້ນດັ່ງກ່າວ ໜ້າຈະເພີ່ມເປັນ 2.2 ສ່ວນຮ້ອຍໃນປີ 2013 ແລະ 3.4 ສ່ວນຮ້ອຍໃນປີ 2014. ເສດຖະກິດຂອງອີຢິບ ຄາດວ່າ ຈະບືນຕົວອອກຈາກເຂດຕິດລົບມາທີ່ ລະດັບ 1.4 ສ່ວນຮ້ອຍໃນປີ 2012 ແລະເພີ່ມເປັນ 4.6 ສ່ວນຮ້ອຍໃນປີ 2014. ການເຕີບໂຕຢູ່ຈໍແດນ ແລະ ເລບານ໋ອນ ຍັງຄາດວ່າ ຈະມີການປັບຕົວເຂັ້ມແຂງຂຶ້ນ ໃນຂະນະທີ່ ລາຄາ ນໍ້າມັນ ເຊິ່ງຄາດວ່າສະເລ່ຍປະມານ $107/bbl ໃນປີ 2012 ກໍ່ໜ້າຈະເປັນຜົນດີໃຫ້ ແກ່ບັນດາຜູ້ສົ່ງອອກນໍ້າມັນ ໃນພາກພື້ນ ດັ່ງກ່າວ.

ການເຕີບໂຕຢູ່ ອາຊີໃຕ້  ໄດ້ຖົດຖອຍລົງທີ່ 7ກ1 ສ່ວນຮ້ອຍໃນປີ 2011 ຈາກ 8.6 ສ່ວນຮ້ອຍໃນປີ 2010 ເນື່ອງຈາກຜົນກະທົບ ຕ່າງໆ ຈາກວິກິດເຂດເອີໂຣ ໄດ້ເຮັດໃຫ້ການສົ່ງອອກຫລຸດລົງຊັກໃຊ້ ແລະ ປີ້ນກະແສໄຫຼເຂົ້າຂອງລາຍການລົງທຶນ ໃນຕະຫຼາດ ທຶນ. ເວົ້າສະເພາະ, ການເຕີບໂຕຢູ່ອິນເດຍ ຍິ່ງອ່ອນແອຍ້ອນນະໂຍບາຍເງິນຕາ, ການປັບປຸງປະຕິຮູບທີ່ຢຸດສະຫງັກ, ບັນຫາ ການຂາດແຄນໄຟຟ້າ ບວກ ກັບຄວາມກັງວົນດ້ານການເງິນ ແລະເ ງິນເຟີ້ ໄດ້ສົ່ງຜົນຕໍ່ກິດຈະກຳການລົງທຶນ. ຄວາມບໍ່ແນ່ນອນ ທາງນະໂຍບາຍ, ການຂາດດຸນການງົບປະມານ, ບັນຫາເງິນເຟີ້ທີ່ຢັ່ງຮາກເລິກ, ແລະ ຊ່ອງວ່າງທາງດ້ານພື້ນຖານໂຄງລ່າງ ຍັງຄົງຈະສືບຕໍ່ມີຜົນກະທົບໃນທາງລົບຕໍ່ກິດຈະກຳລົງທຶນ ແລະ ຄາດວ່າຈະຈຳກັດການເຕີບໂຕຂອງພາກພື້ນ ໃຫ້ຢູ່ໃນລະດັບ ປານກາງໂດຍທຽບຖານທີ່ 6.4 ສ່ວນຮ້ອຍໃນປີ 2012, 6.5 ສ່ວນຮ້ອຍໃນປີ 2013 ແລະ 6.7 ໃນປີ 2014. ອິນເດຍ ຈະເຫັນການເຕີບໂຕ (ວັດແທກທີ່ຄ່າໃຊ້ຈ່າຍປັດໃຈ) ເພີ່ມຂຶ້ນເປັນ 6.9, 7.2 ແລະ 7.4 ສ່ວນຮ້ອຍໃນ ປີງົບປະມານ 2012-13, 2013-14 ແລະ 2014-15 ຕາມລໍາດັບ.

ການເຕີບໂຕທາງເສດຖະກິດຢູ່ ພາກພື້ນອາຟຣິກາສະຮາຣາຕອນລຸ່ມ  ຍັງຄົງມີຄວາມເຂັ້ມແຂງໃນປີ 2011 ທີ່ 4.7 ສ່ວນຮ້ອຍ. ຖ້າບໍ່ນັບ ລວມເອົາອາຟຣິກາໃຕ້, ການເຕີບໂຕໃນສ່ວນທີ່ເຫຼືອຂອງພາກພື້ນດັ່ງກ່າວ ເຫັນວ່າມີຄວາມເຂັ້ມແຂງຂຶ້ນ ທີ່ 5.6 ສ່ວນຮ້ອຍ ເຮັດໃຫ້ ພາກພື້ນດັ່ງກ່າວ ເປັນໜຶ່ງໃນພາກພື້ນພັດທະນາມີມີການເຕີບໂຕໄວທີ່ສຸດ. ລາຄາຜະລິດຕະພັນທີ່ສູງຂຶ້ນ ແລະ ສະເຖຍລະພາບທາງ ດ້ານເສດຖະກິດມະຫາພາກ ແລະ ການເມືອງທີ່ດີຂຶ້ນໃນຊຸມປີບໍ່ດົນມານີ້ ໄດ້ຊ່ວຍເພີ່ມກະແສໄຫຼເຂົ້າ ຂອງການລົງທຶນພາກເອກະຊົນ ເຂົ້າສູ່ພາກພື້ນດັ່ງກ່າວ ເຊິ່ງກໍ່ມີໂອກາດທີ່ດີໃນໄລຍະກາງ. ເມື່ອຄວາມຕ້ອງການໃນລະດັບໂລກ ມີຄວາມໜັກແໜ້ນ ແລະ ຄວາມຕ້ອງການພາຍໃນມີຄວາມເຂັ້ມແຂງ, ການເຕີບໂຕຂອງພາກພື້ນ ຄາດວ່າຈະເພີ່ມຂຶ້ນເປັນ 5 ສ່ວນຮ້ອຍໃນປີ 2012, 5.3 ສ່ວນຮ້ອຍໃນປີ 2013 ແລະ 5.2 ສ່ວນຮ້ອຍໃນປີ 2014.

ນັກຂ່າວ ກະລຸນາຕິດຕໍ່
ທີ່ ວໍຊິງຕັນ
Merrell Tuck-Primdahl
​ໂທລະ​ສັບ: +1 (202) 473-9516
mtuckprimdahl@worldbank.org
ທີ່ ລອນດອນ
Derek Warren
​ໂທລະ​ສັບ: + 44 (20) 7592-8402
dwarren1@worldbank.org
ສຳລັບ ໂທລະພາບ
Natalia Cieslik
​ໂທລະ​ສັບ: +1 (202) 458-9369
ncieslik@worldbank.org


ເລກທີ ບົດອອກຂ່າວ:
2012/500/DEC

Api
Api

Welcome