ບົດອອກຂ່າວ

ທະນາຄານໂລກ ຄາດຄະເນ ການຂະຫຍາຍຕົວໃນທົ່ວໂລກ ຈະມີຄວາມລ່າຊ້າລົງ, ຊຶ່ງຈະສົ່ງຜົນກະທົບຕໍ່ບັນດາປະເທດກຳລັງພັດທະນາ

18 ມ.ກ. 2012




ປັກກິງ, ວັນທີ 18 ມັງກອນ, 2012 - ບົດລາຍງານຂອງທະນາຄານໂລກ ກ່ຽວກັບ ແນວໂນ້ມເສດຖະກິດໂລກ ປີ 2012 ໄດ້ລະບຸວ່າ: ບັນດາປະເທດກຳລັງພັດທະນາ ຄວນຈະກຽມພ້ອມຮັບມືກັບຄວາມສ່ຽງຕ່າງໆ ອັນ ເນື່ອງມາຈາກ ບັນຫາໜີ້ສິນຂອງຂົງເຂດເອີໂຣ ແລະ ການຂະຫຍາຍຕົວທີ່ອ່ອນແຮງລົງຢູ່ໃນຫຼາຍໆປະເທດເສດຖະກິດໃໝ່ ທີ່ກໍາລັງຂະຫຍາຍຕົວ ໂດຍ ສົ່ງຜົນກະທົບຕໍ່ແນວໂນ້ມການຂະຫຍາຍຕົວຂອງເສດຖະກິດໂລກໃນຕໍ່ໜ້າ.

ທະນາຄານໂລກໄດ້ຄາດຄະເນລະດັບການຂະຫຍາຍໂຕ ສຳລັບປີ 2012 ເປັນ 5.4% ສຳລັບປະເທດກຳລັງພັດທະນາ ແລະ 1.4% ສຳລັບ ປະເທດທີ່ມີລາຍຮັບສູງ (-0.3% ສຳລັບເຂດ ເອີໂຣ), ຊຶ່ງ ເປັນອັດຕາທີ່ຫລຸດລົງຈາກການຄາດຄະເນໃນເດືອນມິຖຸນາຜ່ານມານັ້ນ, ຈາກ 6.2% ແລະ 2.7% ຕາມລຳດັບ (1.9% ສຳລັບເຂດເອີໂຣ). ປັດຈຸບັນນີ້, ແນວໂນ້ມ ການຂະຫຍາຍຕົວຂອງໂລກ ແມ່ນຄາດຄະເນ ຢູ່ໃນລະດັບທີ່ 2.5% ແລະ 3.1%1 ສຳລັບປີ 2012 ແລະ 2013 ຕາມລຳດັບ.

ການຂະຫຍາຍຕົວທີ່ລ່າຊ້າລົງສັງເກດເຫັນໄດ້ຈາກລາຄາສິນຄ້າ ແລະ ກຳລັງການຄ້າໂລກ ທີ່ອ່ອນແຮງລົງ. ການສົ່ງອອກສິນຄ້າທົ່ວໂລກ ແລະ ການບໍລິການ ໄດ້ຂະຫຍາຍຕົວໃນອັaດຕາ ປະມານ 6.6% ໃນປີ 2011 (ຫລຸດລົງຈາກ 12.4% ໃນປີ 2010) ແລະ ຄາດວ່າຈະເພີ້ມຂຶ້ນພຽງແຕ່ 4.7% ໃນປີ 2012. ພ້ອມກັນນັ້ນ, ລາຄາຕະຫຼາດໂລກ ຂອງພະລັງງານ, ແຮ່ທາດ ແລະ ໂລຫະ, ແລະ ຜະລິດຕະພັນການກະເສດ ແມ່ນຫລຸດລົງ 10%, 25% ແລະ 19% ຕາມລໍາດັບ ພາຍຫຼັງທີ່ລາຄາໄດ້ເພີ່ມຂຶ້ນສູງສຸດໃນຕົ້ນປີ 2011. ລາຄາສິນຄ້າທີ່ຫລຸດລົງ ໄດ້ປະກອບສ່ວນເຂົາໃສ່ການບັນເທົາອັດຕາເງິນເຟີ້ຢູ່ໃນຫຼາຍໆປະເທດກຳລັງພັດທະນາ. ເຖິງວ່າ ລາຄາອາຫານໄດ້ຫລຸດລົງ ໃນໄລຍະຫຼາຍເດືອນທີ່ຜ່ານມານີ້, ຊຶ່ງ ຫລຸດລົງ 14% ຈາກອັດຕາທີ່ຂຶ້ນສູງສຸດໃນເດືອນກຸມພາ 2011, ຄວາມໝັ້ນຄົງດ້ານສະບຽງອາຫານສຳລັບຜູ້ທຸກຍາກ, ລວມທັງຜູ້ທີ່ຢູ່ໃນທະວີບ ອາຟຣິກກາ, ກໍຍັງເປັນບັນຫາ ໃຈກາງຢູ່.

ທ່ານ ຈັສຕິນ ຢີຟູ ລິນ, ຫົວໜ້ານັກເສດຖະສາດ ແລະ ຮອງປະທານອາວຸໂສ ໜ່ວຍງານພັດທະນາເສດຖະກິດຂອງ ທະນາຄານໂລກ ໄດ້ກ່າວວ່າ: “ໃນຂະນະທີ່ຍັງມີເວລາຢູ່, ປະເທດກຳລັງພັດທະນາຈໍາເປັນຕ້ອງ ປະເມີນຜົນຄວາມສ່ຽງຕ່າງໆຂອງປະເທດຕົນເອງ ແລະ ກະກຽມ ຮັບມືກັບຜົນກະທົບຕ່າງໆໃນຕໍ່ໜ້າ.”

ປະເທດກຳລັງພັດທະນາແມ່ນມີ ໂອກາດໜ້ອຍລົງ ໃນການວາງມາດຕະການແກ້ໄຂບັນຫາທາງດ້ານການເງິນ ແລະ ລາຍຮັບ ເມື່ອທຽບໃສ່ ປີ 2008/2009. ດັ່ງນັ້ນ ຈຶ່ງສົ່ງຜົນໃຫ້ປະເທດດັ່ງກ່າວ ມີຄວາມອາດສາມາດໃນການຕອບສະໜອງ ທີ່ຈໍາກັດ ໃນກໍລະນີທີ່ ການເງິນສາກົນ ມີບັນຫາຕິດຂັດ ແລະ ສະພາບການໂລກມີຄວາມວຸ້ນວາຍຢ່າງຮຸນແຮງ.
ເພື່ອກະກຽມຮັບມືກັບຄວາມເປັນໄປໄດ້ດັ່ງກ່າວ, ທ່ານ ຮານສ໌ ທິມເມີ ຜູ້ອໍານວຍການຝ່າຍ ໜ່ວຍງານ ແນວໂນ້ມການພັດທະນາ ຂອງທະນາຄານໂລກ ກ່າວວ່າ: “ບັນດາປະເທດກຳລັງພັດທະນາຄວນຈະ ຮອງຮັບດ້ານການເງິນສໍາລັບ ງົບປະມານຂາດດຸນ ໄວ້ລ່ວງໜ້າ, ຈັດບຸລິມະສິດການໃຊ້ຈ່າຍເຂົ້າໃນຕາໜ່າງປະກັນສັງຄົມ ແລະ ພື້ນຖານໂຄງຮ່າງ ແລະ ທົດຊອບຄວາມອາດສາມາດໃນການຮອງຮັບ ຂອງບັນດາທະນາຄານພາຍໃນປະເທດ.”

ໃນຂະນະທີ່ ແນວໂນ້ມການຂະຫຍາຍຕົວຂອງປະເທດທີ່ມີ ລາຍຮັບຕ່ຳ ແລະ ລາຍຮັບປານກາງ ສ່ວນຫຼາຍຍັງຢູ່ໃນລະດັບທີ່ໜ້າພໍໃຈຢູ່, ຜົນກະທົບຈາກການຂະຫຍາຍຕົວທີ່ບໍ່ແນ່ນອນ ຂອງບັນດາປະເທດທີ່ມີລາຍຮັບສູງ ແມ່ນກຳລັງຮູ້ສຶກໄດ້ທົ່ວໂລກ. ບັນດາປະເທດກຳລັງພັດທະນາມີ ອັດຕາໜີ້ສິນທີ່ເພີ່ມຂຶ້ນ ສະເລ່ຍແລ້ວ 45 ຈຸດພື້ນຖານ ແລະ ການໄຫຼວຽນທຶນລວມ ສູ່ປະເທດກຳລັງພັດທະນາໄດ້ຫລຸດລົງມາເປັນ 170 ພັນລ້ານໂດລາສະຫະລັດ ໃນ ໄລຍະ 6 ເດືອນ ສຸດທ້າຍ ຂອງ ປີ 2011, ເມື່ອທຽບກັບ 309 ພັນລ້ານໂດລາສະຫະລັດ ທີ່ໄດ້ຮັບໃນ ໄລຍະດຽວກັນຂອງ ປີ 2010.

ທ່ານ ແອນດຣູ ເບີນສ໌, ຫົວໜ້າ ຝ່າຍເສດຖະກິດມະຫາພາກຂອງໂລກ ແລະ ຜູ້ຂຽນນໍາ ບົດລາຍງານກ່ຽວກັບ ແນວໂນ້ມເສດຖະກິດໂລກ ປີ 2012 ໄດ້ ກ່າວວ່າ: “ວິກິດການທີ່ຮ້າຍແຮງຂຶ້ນ ຈະສົ່ງຜົນກະທົບຕໍ່ທຸກໆພາກສ່ວນ.ອັດຕາການຂະຫຍາຍຕົວ ຂອງປະເທດທີ່ພັດທະນາແລ້ວ ແລະ ກຳລັງພັດທະນາ ສາມາດຫລຸດລົງ ເຖິງ ຫຼື ຫຼາຍກວ່າອັດຕາຂອງ ປີ 2008/09 ທີ່ຜ່ານມາ. ດັ່ງນັ້ນ, ການວາງແຜນສຳຮອງຈຶ່ງມີຄວາມສໍາຄັນເປັນຢ່າງຍິ່ງ.”

ໃນຂະນະທີ່ ພາກພື້ນ ອາຊີຕາເວັນອອກ ແລະ ປາຊີຟິກ ໄດ້ຟື້ນໂຕຢ່າງວ່ອງໄວຈາກໄພພິບັດ ໂຕໂຮກຸ ທີ່ປະເທດຍີ່ປຸ່ນ ໃນເດືອນ ມີນາ 2011, ເຫດການນໍ້າຖ້ວມທີ່ປະເທດໄທ ແລະ ເຫດການຄວາມຫຍຸ້ງຍາກ ທີ່ ເອີຣົບ ໄດ້ເລີ້ມສົ່ງຜົນກະທົບຕໍ່ການຂະຫຍາຍຕົວຂອງພາກພື້ນ. ພາຍຫຼັງທີ່ມີອັດຕາການຂະຫຍາຍຕົວ ໃນອັດຕາ 9,7% ໃນປີ 2010 ແລະ GDP ພາກພື້ນໄດ້ຂະຫຍາຍໃນອັດຕາ 8.2% ໃນປິ 2011, ຄາດວ່າ ໃນປີ 2012 ຫາ 2013 ອັດຕາການຂະຫຍາຍຕົວຈະ ຈະຫລຸດລົງມາຢູ່ທີ່ 7.8%. ຢູ່ປະເທດຈີນ, ຊຶ່ງກວມເອົາ 80% ຂອງ GDP ໃນພາກພື້ນ, ໄດ້ມີອັດຕາການຂະຫຍາຍຕົວທີ່ຫລຸດລົງ ຈາກ 10.4% ໃນປີ 2010 ເປັນ 9.1% ໃນປີ 2011, ແລະ ຄາດວ່າ ອັດຕາດັ່ງກາວຈະຫລຸດລົງ ມາຢູ່ທີ່ 8.4% ໃນປີ 2012 ເນື່ອງຈາກ ເຈົ້າໜ້າທີ່ໄດ້ທ່ວງດຶງໍ ການຂະຫຍາຍຕົວທີ່ຮຽກວ່າ “ໄວເກີນໄປ” ໂດຍສະເພາະແມ່ນຢູ່ໃນຂະແໜງການເສດຖະກິດຈໍານວນໜຶ່ງ.

GDP ຂອງພາກພື້ນ ເອີຣົບ ແລະ ອາຊີກາງ ໄດ້ເພີ້ມຂຶ້ນພໍປະມານແຕ່ ປີ 2010 ຫາ ປີ 2011 ໃນອັດຕາ 53%, ເຖິງວ່າຈະມີບັນຫາຄວາມສັບສົນທາງດ້ານການເງິນໂລກຕັ້ງແຕ່ ເດືອນ ສິງຫາ 2011 ແລະ ກໍາລັງຄວາມຕ້ອງການທີ່ຫລຸດລົງໂດຍສະເພາະໃນເຂດ ເອີໂຣ. ເຖິງຢ່າງໃດກໍ່ຕາມ, ການຂະຫຍາຍຕົວທີ່ລ່າຊ້າຊຶ່ງຄາດຄະເນສໍາລັບບັນດາປະເທດ ເອີຣົບທີ່ມີລາຍຮັບສູງ, ຄວາມກົດດັນຈາກບັນຫາໄພເງິນເຟີ້ຢູ່ໃນພາກພື້ນທີ່ຍັງມີຢູ່ ແລະ ການໄຫຼວຽນຂອງທຶນທີ່ຫລຸດລົງ ເນື່ອງຈາກ ວິກິດການ ໃນຂົງເຂດເອີຣົບ ສາມາດເຮັດໃຫ້ອັດຕາການຂະຫຍາຍຕົວ ຫລຸດລົງມາຢູ່ທີ່ 3,2% ໃນປີ 2012 ກ່ອນທີ່ຈະເພີ້ມຂຶ້ນມາເປັນ 4.3% ໃນປີ 2013. ການຄ້າ ແລະ ສາຍພົວພັນທາງການເງິນທີ່ແໜ້ນແຟ້ນ ກັບບັນດາປະເທດ ເອີຣົບ ທີ່ມີລາຍຮັບສູງ ຈະເຮັດໃຫ້ ຜົນໄດ້ຮັບລວມ ຂອງ ປະເທດດັ່ງກ່າວ ຂຶ້ນກັບ ການພັດທະນາຢູ່ໃນຂົງເຂດເອີຣົບ.

ອັດຕາການຂະຫຍາຍຕົວ ຂອງ ພາກພື້ນ ອາເມລິກາລາຕິນ ແລະ ແຄຣິບບຽນ ແມ່ນ 4.2% ໃນປີ 2011, ແຕ່ໃນປີ 2012 ຄາດວ່າອັດຕາດັ່ງກ່າວຈະຫລຸດເຖິງ 3.6% ກ່ອນທີ່ຈະເພີ້ມຂຶ້ນເປັນ 4.2% ໃນປີ 2013. ການຂະຫຍາຍຕົວຂອງໂລກທີ່ລ່າຊ້າລົງ, ຄວາມບໍ່ແນ່ນອນຕ່າງໆ ທີ່ເກີດຈາກວິກິດການໜີ້ສິນຂອງກຸ່ມປະເທດເອີຣົບ, ການຂະຫຍາຍຕົວທີ່ລ່າຊ້າລົງ ຢູ່ ປະເທດຈີນ, ແລະ ນະໂຍບາຍ ທີ່ທ່ວງດຶງ ຄວາມຕ້ອງການພາຍໃນ ແມ່ນສົ່ງຜົນຕໍ່ແນວໂນ້ມການຂະຫຍາຍຕົວ. ການຂະຫຍາຍຕົວເສດຖະກິດ ຢູ່ປະເທດ ເບັນຊິກ ໄດ້ຢຸດສະງັກໃນໄຕມາດທີ 3 ແລະ ຄາດວ່າອັດຕາການຂະຫຍາຍຕົວຈະຢູ່ທີ່ 3.4% ໃນປີ 2012, ເພີ່ມຂຶ້ນຈາກປີ 2011 ແຕ່ໂດຍລວມແລ້ວຍັງຕໍ່າກວ່າອັດຕາຂອງ ປີ 2010 ຊຶ່ງຢູ່ທີ່ 7.5%. ມີຫຼາຍປະເທດຢູ່ໃນພາກພື້ນທີ່ອາດຈະໄດ້ຮັບຜົນກະທົບຢ່າງໜັກ, ຖ້າຫາກວ່າ ລາຄາສິນຄ້າໃນທົ່ວໂລກຍັງຄົງສືບຕໍ່ຫລຸດລົງແບບຕໍ່ເນື່ອງ.

ການປ່ຽນແປງ ດ້ານການເມືອງຢູ່ໃນພາກພື້ນ ຕາເວັນອອກກາງ ແລະ ອາຟຣິກາເໜືອ ໄດ້ສົ່ງຜົນກະທົບຕໍ່ເສດຖະກິດ ຢ່າງຫຼວງຫຼາຍ ໃນບາງປະເທດພາຍໃນພາກພື້ນນີ້, ໃນຂະນະທີ່ການເຊື່ອມໂຊມລົງຂອງສະພາບແວດລ້ອມພາຍນອກແມ່ນໄດ້ເລີ່ມມີຜົນກະທົບ ຕໍ່ການຄ້າ, ລາຄາສິນຄ້າ, ການທ່ອງທ່ຽວ ແລະ ລາຍຮັບອື່ນໆ. ເສດຖະກິດຂອງບັນດາປະເທດຜູ້ສົ່ງອອກນໍ້າມັນທັງລາຍໃຫຍ່ ແລະ ລາຍນ້ອຍ ແມ່ນໄດ້ຮັບຜົນປະໂຫຍດຢ່າງມະຫາສານ ຈາກ ລາຄານໍ້າມັນທີ່ເພີ່ມຂຶ້ນ ແຕ່ປະເທດດັ່ງກ່າວກໍ່ຍັງມີຄວາມສ່ຽງຕໍ່ຜົນກະທົບ ຈາກລາຄານໍ້າມັນ ທີ່ ຫລຸດລົງແບບກະທັນຫັນ. GDP ຂອງບັນດາປະເທດທີ່ກໍາລັງພັດທະນາໃນພາກພື້ນນີ້ ແມ່ນຂະຫຍາຍຕົວໄດ້ 1.7% ໃນປີ 2011 ແລະ ຄາດວ່າຈະຍັງຢູ່ໃນລະດັບຕໍ່າ ໃນປີ 2012 (2,3%) ກໍຄື ເພີ່ມຂຶ້ນ ໃນອັດຕາທີ່ຄາດໄວ້ ໃນປີ 2013 ໃນອັດຕາ 3.2%.

GDP ຂອງ ພາກພື້ນ ອາຊີໃຕ້ ກໍຂະຫຍາຍຕົວຊ້າ ໃນອັດຕາປະມານ 6.6% ໃນປີ 2011, ຈາກ 9.1% ໃນປີ 2010 ຊຶ່ງ ຍັງສະທ້ອນການຊະລໍໂຕໃນເຄິ່ງທີ່ 2 ຂອງປີ 2011 ຢູປະເທດອິນເດຍ ແລະ ຜົນກະທົບພາຍນອກຕ່າງໆ. ການສົ່ງອອກ ກໍໄດ້ຮັບຜົນກະທົບທາງລົບ ຈາກຄວາມຕ້ອງການພາຍໃນ ທີ່ ຫລຸດລົງ ແລະ ການເຄື່ອນເໜັງຂອງເງິນເຂົ້າຄືນສູ່ປະເທດກໍ່ມີພຽງແຕ່ພໍປະມານ. ຄວາມຕ້ອງການພາຍໃນກໍ່ຫລຸດລົງເນື່ອງຈາກ ທຶນກູ້ຢືມເພີ້ມຂຶ້ນ, ລາຄາວັດຖຸດິບສູງ, ຄວາມກັງວົນຕໍ່ກັບພາວະຖົດຖອຍຂອງເສດຖະກິດໂລກ ແລະ ການປະຕິຮູບຕ່າງໆ ທີ່ ລ້າຊ້າ. GDP ຂອງພາກພື້ນແມ່ນຈະຫລຸດລົງອີກເປັນ 5.8% ໃນປີ 2012 ກ່ອນທີ່ຈະຟື້ນຂຶ້ນມາອີກຄັ້ງໃນປີ 2013 ຢູ່ທີ່ 7.1%. ອັດຕາເງິນເຟີ້ສູງ ແລະ ການຂາດດຸນການເງິນຍັງຄົງຈະເປັນບັນຫາ ໃນຕໍ່ໜ້າ.

ການຂະຫຍາຍຕົວຂອງ ພາກພື້ນ ລຸ່ມ - ອາຟຣິກກາຊາຮາຣາ ຍັງເຂັ້ມແຂງ ໃນປີ 2011 ຢູ່ທີ່ 4.9%. ຍົກເວັ້ນ ອາຟຣິກກາໃຕ້, ຊຶ່ງກວມເອົາ 1 ສ່ວນ 3 ຂອງ GDP ໃນພາກພື້ນ, ການຂະຫຍາຍຕົວຂອງພາກພື້ນ ຍິ່ງສູງ ກວ່າ ຢູ່ທີ່ 5.9% ໃນປີ 2011, ເຮັດໃຫ້ກາຍເປັນພາກພື້ນໜຶ່ງຂະຫຍາຍຕົວໄວທີ່ສຸດ ໃນ ພາກພື້ນກໍາລັງພັດທະນາ. ການລົງທຶນທີ່ເພີ້ມຂຶ້ນ, ການໃຊ້ຈ່າຍຂອງຜູ້ບໍລິໂພກທີ່ສູງຂຶ້ນ ແລະ ຂະບວນການສົ່ງອອກແຮ່ທາດທີ່ຫຼາຍຂຶ້ນໃນຫຼາຍປະເທດ ອາດຈະເປັນອົງປະກອບກະຕຸ້ນການຂະຫຍາຍຕົວຂອງພາກພື້ນ ລຸ່ມ - ອາຟຣິກກາຊາຮາຣາ ໃຫ້ໄວ້ ເປັນອັດຕາເຖິງ 5.3% ແລະ 5.6% ໃນປີ 2012 ແລະ 2013 ຕາມລໍາດັບ. ແຕ່ເຖິງຢ່າງໃດກໍ່ຕາມ, ການສົ່ງອອກສິນຄ້າ, ລາຄາເຄື່ອງໃຊ້ສອຍຕ່າງໆ, ການລົງທຶນໂດຍກົງຂອງຕ່າງໆປະເທດ ແລະ ການເຄື່ອນໄຫວຂອງເງິນເຂົ້າຄືນສູ່ປະເທດ ທັງໝົດ ນັ້ນ ກໍ່ຍັງສາມາດໄດ້ຮັບຜົນກະທົບ ຈາກ ພາວະທົດຖອຍ ຂອງ ເສດຖະກິດຢູ່ຂົວເຂດ ເອີໂຣ.

1 ຖ້ານຳໃຊ້ກຳລັງການຊື້ ເປັນນ້ຳໜັກໃນການຄິດໄລ່, ອັດຕາການຂະຫຍາຍຕົວຂອງໂລກອາດຈະຢູ່ທີ່ 3.4% ແລະ 4.0% ສຳລັບປີ 2012 ແລະ 2013 ຕາມລຳດັບ.

ນັກຂ່າວ ກະລຸນາຕິດຕໍ່
ທີ່ ວໍຊິງຕັນ
ທ່ານ ເມີເຣລ ທັກ ພຣີມດັລ
​ໂທລະ​ສັບ: +1 (202) 473-9516, +1 (202) 476-9897
mtuckprimdahl@worldbank.org
ອິນທິຣາ ຈັນ
​ໂທລະ​ສັບ: +1 (202) 458-0434
ichand@worldbank.org
ທີ່ ປັກກິ່ງ
ທ່ານ ລີລີ
​ໂທລະ​ສັບ: +86 (10) 5861 7850
lli2@worldbank.org

ເລກທີ ບົດອອກຂ່າວ:
2012/236/DEC

Api
Api

Welcome