ບົດອອກຂ່າວ

ສປປ ລາວ: ບົດລາຍງານການປະເມີນຜົນບັນຍາກາດດ້ານການລົງທຶນ 2011 ນະໂຍບາຍ ເພື່ອສົ່ງເສີມການຂະຫຍາຍຕົວຂອງ ຂະແໜງການທີ່ບໍ່ແມ່ນ ຊັບພະຍາກອນທໍາມະຊາດ

14 ພ.ຈ. 2011




ວຽງຈັນ, ສປປ ລາວ, ວັນທີ 14 ພະຈິກ 2011- ໃນທົດສະວັດ ທີ່ຜ່ານມາ ເສດຖະກິດຂອງ ສປປ ລາວ ໄດ້ຮັບການຂະຫຍາຍຕົວຢ່າງໄວວາ. ນັບແຕ່ ປີ 1990 ເປັນຕົ້ນມາ, ສປປ ລາວ ມີລາຍຮັບຕໍ່ປະຊາກອນສະເລ່ຍ ເພີ່ມຂຶ້ນ ທົບເຄິ່ງຊຶ່ງໄດ້ເຮັດໃຫ້ ສປປ ລາວ ຫລຸດພົ້ນອອກຈາກເປັນປະເທດ ທີ່ມີລາຍຮັບຕໍ່າ ມາເປັນປະເທດທີ່ມີລາຍຮັບລະດັບປານກາງຕໍ່າ. ໂດຍສືບເນື່ອງມາຈາກ ການຈັດຕັ້ງປະຕິບັດ ກົນໄກເສດຖະກິດໃໝ່ ແລະ ການປະຕິຮູບຢ່າງຮອບດ້ານ ໃນປີ 1986, ເສດຖະກິດໄດ້ຂະຫຍາຍຕົວໂດຍສະເລ່ຍ 6.5% ຕໍ່ປີ ນັບແຕ່ ປີ 1990 ຫາ ປີ 2009. ມາຮອດປີ 2010, ລາຍຮັບຕໍ່ປະຊາກອນໄດ້ເພີ່ມຂຶ້ນຮອດ 1,010 ໂດລາສະຫະລັດ ໃນຂະນະທີ່ ອັດຕາຄວາມທຸກຍາກ ຂອງປະຊາຊົນຢູ່ ສປປ ລາວ ກໍໄດ້ຫລຸດລົງຫລາຍສົມຄວນ ຈາກ 46% ໃນປີ 1992-1993 ມາເປັນ 28% ໃນປີ 2007-2008.

ທ່ານ ນາງ ເຈນນາວີຟ ບອຍໂຣ, ນັກເສດຖະສາດອາວຸໂສ ປະຈໍາຫ້ອງການທະນາຄານໂລກ ຢູ່ ສປປ ລາວ ກ່າວວ່າ “ການພັດທະນາເສດຖະກິດໃນໄລຍະຜ່ານມາສ່ວນໃຫຍ່ແມ່ນໄດ້ອີງໃສ່ ຂະແໜງການຊັບພະຍາກອນທໍາມະຊາດ ຍ້ອນວ່າ ສປປ ລາວ ມີຄວາມອຸດົມຮັ່ງມີໄປດ້ວຍ ແຮ່ທາດ, ຊັບພະຍາກອນນໍ້າເພື່ອພັດທະນາພະລັງງານໄຟຟ້າ ແລະ ປ່າໄມ້. ເຖິງຢ່າງໃດກໍຕາມ, ເພື່ອໃຫ້ ສປປ ລາວ ສາມາດຮັກສາລະດັບການຂະຫຍາຍຕົວຂອງເສດຖະກິດ, ມັນມີຄວາມຈໍາເປັນຕ້ອງສ້າງຄວາມດຸ່ນດຽງໃນການພັດທະນາລະຫວ່າງຂະແໜງຊັບພະຍາກອນ ແລະ ຂະແໜງການທີ່ບໍ່ແມ່ນຊັບພະຍາກອນ.” ທ່ານ ນາງ ບອຍໂຣໄດ້ກ່າວຕຶ່ມວ່າ “ບົດລາຍງານການປະເມີນຜົນບັນຍາກາດດ້ານການລົງທຶນຄັ້ງທີສອງທີ່ເຜີຍແຜ່ນີ້ ຈະນໍາສະເໜີວິທີທາງໃນການປັບປຸງ ບັນຍາກາດດ້ານການລົງທຶນ ເພື່ອຊຸກຍູ້ການພັດທະນາເສດຖະກິດຢ່າງຮອບດ້ານ ແລະ ຍືນຍົງ.” 

ທະນາຄານໂລກ ໄດ້ຮ່ວມມືເຮັດວຽກຢ່າງໃກ້ຊິດກັບ ອົງການຂອງລັດຖະບານ ແລະ ບັນດາຄູ່ຮ່ວມພັດທະນາຕ່າງໆ ໃນການເຮັດ ບົດລາຍງານການປະເມີນຜົນບັນຍາກາດດ້ານການລົງທຶນຄັ້ງທີສອງໃນ ສປປ ລາວ ຄັ້ງນີ້. ບົດລາຍງານດັ່ງກ່າວ ໄດ້ສັງລວມ ເອົາຜົນການສໍາຫຼວດແຫ່ງຊາດ ແລະ ການສໍາພາດຢ່າງກ້ວາງຂວາງ ກັບບັນດາເຈົ້າໜ້າທີ່ ຂັ້ນຜູ້ວາງນະໂນບາຍ ແລະ ຂັ້ນຜູ້ປະຕິບັດ. ບົດລາຍງານນີ້ ນໍາສະເໜີວິທີທາງໃນການແກ້ໄຂສິ່ງທ້າທາຍສໍາຄັນຕ່າງໆ ແລະ ວິທີທາງໃນການປັບປຸງບັນຍາກາດດ້ານການລົງທຶນ ຢູ່ ສປປ ລາວ.

ອີງຕາມບົດລາຍງານດັ່ງກ່າວ, ຂະແໜງການ ທີ່ບໍ່ແມ່ນຊັບພະຍາກອນ ເປັນພາກສ່ວນປະກອບໜຶ່ງທີ່ມີທ່າແຮງຕໍ່ການຂະຫຍາຍຕົວແບບຍືນຍົງຫຼາຍກ່ວາ ໂດຍສະເພາະແມ່ນການສ້າງ ວຽກເຮັດງານທໍາ ໃນໄລຍະຍາວໂດຍສົມທຽບກັບຂະແໜງການຊັບພະບາກອນ. ຖ້າມີການຄຸ້ມຄອງເປັນຢ່າງດີ, ຄາດວ່າ   ຂະແໜງການ ທີ່ບໍ່ແມ່ນຊັບພະຍາກອນຈະກວມເອົາເຄິ່ງໜຶ່ງຂອງການຂະຫຍາຍຕົວຂອງເສດຖະກິດຕົວຈິງ ແລະ ຈະກວມເອົາ 75% ຂອງ ລວມຍອດຜະລິດຕະພັນພາຍໃນ ໃນໄລຍະກາງ.

ການປະເມີນຜົນບັນຍາກາດດ້ານການລົງທຶນນີ້ຍັງໄດ້ນໍາສະເໜີ ກໍລະນີຕົວຢ່າງຈາກສາກົນ ເພື່ອເປັນແບບຢ່າງ ແລະ ທິດທາງໃນການປັບປຸງບັນຍາກາດດ້ານການລົງທຶນສໍາລັບ ສປປ ລາວ. ການສົມທຽບ ສປປ ລາວ ກັບ ປະເທດອື່ນໆໃນລະດັບພາກພື້ນ ແລະ ສາກົນຈະເປັນການກໍານົດກອບເພື່ອຊ່ວຍໃຫ້ຜູ້ອ່ານບົດລາຍງານນີ້ ສາມາດເຂົ້າໃຈວ່າ ສປປ ລາວ ພວມປະສົບກັບສິ່ງທ້າທາຍ ແລະ ມີຄວາມຄືບໜ້າແນວໃດກ່ຽວກັບບັນຍາກາດດ້ານການລົງທຶນໃນປະເທດ. ການສົມທຽບດັ່ງກ່າວໄດ້ສະແດງໃຫ້ເຫັນວ່າ ໃນຂະນະທີ່ຄ່າແຮງງານໃນ ສປປ ລາວ ຕໍ່າກວ່າ ຄ່າແຮງງານຂອງປະເທດເພື່ອບ້ານ ຫຼື ປະເທດຕ່າງໆທີ່ໄດ້ນໍາມາເປັນຕົວສົມທຽບ ແຕ່ສະມັດຕະພາບຂອງແຮງງານລາວກໍ່ຍັງຕໍ່າຄືກັນ ຊຶ່ງພາໃຫ້ ສປປ ລາວປະສົບກັບຄວາມທ້າທາຍກ່ຽວກັບຄວາມສາມາດໃນການແຂ່ງຂັນ.

ໂດຍອີງຕາມຄວາມເຫັນຂອງນັກທຸລະກິດ, ບົດລາຍງານການປະເມີນຜົນບັນຍາກາດດ້ານການລົງທຶນໄດ້ສະຫລຸບວ່າ  ການຂາດສີມືແຮງງານ, ການເຂົ້າເຖິງ ແຫຼ່ງທຶນ ທີ່ບໍ່ທັນທົ່ວເຖິງ ແລະ ລະບອບພາສີອາກອນ ແມ່ນເປັນອຸປະສັກຕົ້ນຕໍທີ່ສົ່ງຜົນກະທົບຕໍ່ຂະແໜງການທີ່ບໍ່ແມ່ນຊັບພະຍາກອນ. ຕາມທີ່ໄດ້ ອະທິບາຍໃນເນື້ອໃນຂອງບົດລາຍງານນີ້, ທຸລະກິດ ຂະໜາດນ້ອຍ, ກາງ, ຫຼື ໃຫຍ່ ແມ່ນມີອຸປະສັກແຕກຕ່າງກັນໄປ ພ້ອມດຽວກັນແຕ່ລະແຂວງ ຫຼື ເຂດ ກໍແມ່ນມີອຸປະສັກຂອງບັນຍາກາາດດ້ານການລົງທຶນທີ່ບໍ່ຄືກັນ.

ໃນຂະນະທີ່ໄດ້ມີການປັບປຸງຢ່າງຫຼວງຫຼາຍໃນໄລຍະ 5 ປີ ທີ່ຜ່ານມາ ໃນຂົງເຂດວຽກງານເຊັ່ນ ການເຂົ້າເຖິງໄຟຟ້າ ແລະ ການພັດທະນາໂຄງລ່າງພື້ນຖານ ຊຶ່ງໄດ້ເປັນປັດໃຈຕົນຕໍທີ່ຊຸກຍູ້ການຂະຫຍາຍຕົວຂອງເສດຖະກິດ, ແຕ່ ກໍຍັງມີສິ່ງທ້າທາຍຫຼາຍອັນທີ່ຕິດພັນກັບບັນຍາກາດດ້ານການລົງທຶນທີ່ຕ້ອງໄດ້ຮັບການປັບປຸງ. ໃນຂະນະທີ່ເສດຖະກິດ ຂອງ ສປປ ລາວ ພວມສືບຕໍ່ ພັດທະນາ, ສິ່ງທ້າທາຍຂັ້ນຕໍ່ໄປກໍຈະແມ່ນການແກ້ໄຂບັນຫາສີມືແຮງງານ, ການເຂົ້າເຖິງແຫຼ່ງທຶນ ແລະ ການຈັດຕັ້ງປະຕິບັດລະບອບພາສີອາກອນທີ່ຊ່ວຍໜູນການຂະຫຍາຍຕົວ ໂດຍສະເພາະສໍາລັບ ທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງ. ຜົນການສໍາຫຼວດ ແລະ ການສໍາພາດຢ່າງກ້ວາງຂວາງນີ້ ໄດ້ສະແດງໃຫ້ເຫັນວ່າ ຄວາມເອົາໃຈໄສ່ຢ່າງຈິງຈັງໃນການຈັດຕັ້ງປະຕິບັດບັນດານິຕິກໍາທີ່ໄດ້ຮັບການປັບປຸງຜ່ານມາ ໃຫ້ມີປະສິດທິຜົນ ແມ່ນຄວາມຈໍາເປັນ ສໍາລັບການສ້າງຄວາມອາດສາມາດໃນການແຂ່ງຂັນຂອງເສດຖະກິດແຫ່ງຊາດ. ການປະເມີນຜົນບັນຍາ ກາດດ້ານການລົງທຶນ ໄດ້ສະຫລຸບລວມ ຂໍ້ສະເໜີກ່ຽວກັບວິທີການແກ້ໄຂ ບັນດາອຸປະສັກຕໍ່ການລົງທຶນ ຊຶ່ງກວມເອົາການປັບປຸງລະບອບອາກອນ, ການພັດທະນາສີມືແຮງງານ ແລະ ການປັບປຸງການເຂົ້າເຖິງແຫຼ່ງທຶນ ເພື່ອສະໜັບສະໜູນ ທຸລະກິດ ຂະໜາດນ້ອຍ ແລະ ຂະໜາດກາງ.

ນັກຂ່າວ ກະລຸນາຕິດຕໍ່
ທີ່ ວຽງຈັນ
ເຈນນາວີຟ ບອຍໂຣ
​ໂທລະ​ສັບ: +856 21 450 010
gboyreau@worldbank.org
ສຸຣິດາຮັກ ສາກົນນິຍົມ
​ໂທລະ​ສັບ: +856 21 450 010
ssakonhninhom@worldbank.org
ທີ່ ວໍ​ຊິງ​ຕັນ ​ດີ​ຊີ
ໂມຮາເມັດ ແອວ ອາຣິຟ
​ໂທລະ​ສັບ: +1 (202) 458-5964
malarief@worldbank.org



Api
Api

Welcome