ອັດຕາເງິນເຟີ້ໃນ ສປປ ລາວ ກໍາລັງເຮັດໃຫ້ມາດຕະຖານການດໍາລົງຊີວິດຂອງປະຊາຊົນໄດ້ຮັບຜົນກະທົບ ແລະ ເຮັດໃຫ້ຕະຫຼາດແຮງງານມີການປັບປ່ຽນ, ໂດຍອີງຕາມຜົນການສໍາຫຼວດຕິດຕາມຄົວເຮືອນຂອງທະນາຄານໂລກຄັ້ງຫຼ້າສຸດ. ເພື່ອຮັບມືກັບລາຄາທີ່ເພີ່ມຂຶ້ນ, ຜູ້ຄົນຫັນມາເຮັດວຽກຫຼາຍຂຶ້ນ, ແຕ່ເນື່ຶອງຈາກຄ່າຈ້າງບໍ່ສອດຄ່ອງກັບອັດຕາເງິນເຟີ້, ແຮງງານຈຶ່ງຫັນມາເຮັດວຽກໃຫ້ກັບຕົວເອງ ແລະ ຍົກຍ້າຍຖິ່ນຖານ ເພື່ອໄປຊອກຫາລາຍໄດ້ມາຊ່ວຍລ້ຽງຄອບຄົວ.
ການສໍາຫຼວດຕິດຕາມຄວາມຢູ່ດີກິນດີຂອງຄົວເຮືອນແບບໄວ ຮອບທີ 10 ຂອງທະນາຄານໂລກ ປະຈຳລາວ ທີ່ໄດ້ດໍາເນີນໃນທົ່ວປະເທດ ໃນເດືອນມັງກອນຫາເດືອນກຸມພາ 2025 ຜົນການສໍາຫຼວດໄດ້ສະແດງໃຫ້ເຫັນ ຕົວເລກການຈ້າງງານໄດ້ເພີ່ມຂຶ້ນຢ່າງຕໍ່ເນື່ອງ, ໂດຍອັດຕາສ່ວນຂອງຜູ້ຕອບແບບສອບຖາມທີ່ລາຍງານການຈ້າງງານໃນເດືອນມັງກອນ 2025 ຢູ່ທີ່ 97.1%, ເພີ່ມຂຶ້ນຈາກ 94.4% ໃນເດືອນມິຖຸນາ 2024 ແລະ 88.2% ໃນເດືອນພຶດສະພາ 2022. ຜູ້ຍິງໄດ້ເຂົ້າສູ່ຕະຫຼາດແຮງງານຫຼາຍຂື້ນ, ເຮັດໃຫ້ຄວາມແຕກໂຕນຂອງການຈ້າງງານລະຫວ່າງຍິງ-ຊາຍ ຫຼຸດລົງຈາກ 8% ໃນເດືອນທັນວາ 2022 ເຫຼືອພຽງ 1.9% ໃນເດືອນມັງກອນ 2025. ໃນຂະນະດຽວກັນ, ອັດຕາເງິນເຟີ້ທີ່ສູງ, ການອ່ອນຄ່າຂອງເງິນ, ແລະ ຄ່າຈ້າງຕົວຈິງທີ່່ຫຼຸດລົງໄດ້ ເປັນປັດໄຈຫຼັກໃຫ້ແຮງງານຫຼາຍຄົນຫັນປ່ຽນຈາກການເຮັດວຽກໃນຂະແໜງການບໍລິການມາສູ່ການເຮັດວຽກກະສິກຳ, ຈາກແຮງງານທີ່ມີຄ່າຈ້າງມາສູ່ການເຮັດວຽກໃຫ້ກັບຕົວເອງ ຫຼື ອອກໄປເຮັດວຽກຢູ່ຕ່າງປະເທດ.
ເນື່ຶອງຈາກນະໂຍບາຍການເງິນທີ່ຮັດກຸມ ແລະ ການຄວບຄຸມອັດຕາແລກປ່ຽນເງິນຕາຕ່າງປະເທດ, ອັດຕາເງິນເຟີ້ໄດ້ຄ່ອຍຫຼຸດລົງ, ຈາກ 26.2% ໃນກາງປີ 2024 ມາເປັນ 11.2% ໃນເດືອນມີນາ 2025. ແຕ່ເຖິງແນວໃດກໍຕາມ ອັດຕາເງິນເຟີ້ຍັງຄົງສູງ, ແລະ ຫຼາຍຄົວເຮືອນແມ່ນຢູ່ໃນສະຖານະທາງການເງິນທີ່ອ່ອນແອ ເນື່ອງຈາກການເພີ່ມຂຶ້ນຂອງລາຄາທີ່ສູງຢ່າງຕໍ່ເນື່ອງມາເປັນເວລາຫຼາຍປີ.
ທ່ານ Alex Kremer, ຫົວໜ້າຫ້ອງການທະນາຄານໂລກປະຈຳ ສປປ ລາວ ໄດ້ກ່າວວ່າ: “ການຫັນປ່ຽນຂອງຕະຫຼາດແຮງງານໃນລາວແມ່ນໄວຢ່າງໜ້າປະຫລາດໃຈ. " ອັດຕາເງິນເຟີ້ທີ່ສູງ ແລະ ການອອ່ນຄ່າຂອງເງິນໃນໄລຍະເວລາສາມປີນີ້ ໄດ້ເຮັດໃຫ້ທາງເລືອກໃນການເຮັດວຽກມີການປັບປ່ຽນ, ມາດຕະຖານການດໍາລົງຊີວິດຂອງຄົວເຮືອນໄດ້ຮັບຜົນກະທົບ, ມີການເຄື່ອນຍ້າຍແຮງງານຫຼາຍຂື້ນ, ແລະ ເຮັດໃຫ້ການພັດທະນາທຶນມະນຸດເສຍຫາຍ. ຜົນການສຳຫຼວດຄັ້ງນີ້ຊີ້ໃຫ້ເຫັນວ່າ, ຄອບຄົວໄດ້ໃຊ້ຊັບສິນຂອງເຂົາເຈົ້າໄປຈົນເກືອບໝົດ ແລະ ໃນທີ່ສຸດອາດຈະບໍ່ສາມາດຮັບມືກັບສະພາບດັ່ງກ່າວນີ້ໄດ້.”
ການເຕີບໂຕຂອງຄ່າຈ້າງຍັງຄົງທີ່, ຢູ່ທີ່ 13% ໃນເດືອນທັນວາ 2024, ໃນຂະນະທີ່ ການຫຼຸດລົງຂອງອັດຕາຄ່າຈ້າງໄດ້ຊະລໍໂຕຄື 11.2% ໃນປີ 2023 ມາເປັນ 3.9% ໃນປີ 2024. ການເພີ່ມຂຶ້ນຂອງກຳໄລຈາກທຸລະກິດຄອບຄົວທີ່ບໍ່ແມ່ນທຸລະກິດກະສິກໍາກໍຊະລໍໂຕລົງເຊັ່ນກັນ, ເຊີ່ງອັດຕາການເພີ່ມຂຶ້ນຂອງກຳໄລນີ້ແມ່ນຕໍ່າກວ່າການເຕີບໂຕຂອງຄ່າຈ້າງ. ກຳໄລສະເລ່ຍຈາກທຸລະກິດເພີ່ມຂຶ້ນ 7.4% ຕໍ່ ປີໃນທ້າຍເດືອນທັນວາ 2024, ເຊິ່ງການເພີ່ມຂື້ນນີ້ແມ່ນຕໍ່າກວ່າ ອັດຕາການເຕີບໂຕຂອງຄ່າຈ້າງປະຈໍາປີ ເຊິ່ງມີອັດຕາຢູ່ທີ່ 13% ແລະ ອັດຕາເງິນເຝີ້ 16.9%. ໃນເຂດຊົນນະບົດ, ຄົວເຮືອນຍັງສືບຕໍ່ຂະຫຍາຍເຮັດການຜະລິດກະສິກໍາ ແລະ ຂາຍຜົນຜະລິດຫຼາຍຂຶ້ນ ເນື່ອງຈາກກຳໄລທີ່ໄດ້ຈາກການເຮັດການຜະລິດກະສິກໍາ ຍັງສູງກວ່າທຸລະກິດປະເພດອື່ນທີ່ບໍ່ແມ່ນທຸລະກິດກະສິກໍາ.
ການເຄື່ອນຍ້າຍຂອງແຮງງານໄປເຮັດວຽກຢູ່ຕ່າງປະເທດຍັງມີຢູ່ ອັນເນື່ອງມາຈາກການດີ້ນຮົນຊອກຫາໂອກາດຂອງການຈ້າງງານທີ່ດີກວ່າ ແລະ ເງິນເດືອນທີ່ສູງກວ່າໃນຕ່າງປະເທດ. ຕາມການລາຍງານໃນເດືອນມັງກອນ 2025 ເຫັນວ່າ ໜຶ່ງສ່ວນສາມຂອງຈຳນວນແຮງງານທີ່ໄປເຮັດວຽກຢູ່ຕ່າງປະເທດໄດ້ເດີນທາງອອກຈາກລາວໃນປີ2024. ເງິນທີ່ໄດ້ຈາກການໄປເຮັດວຽກຢູ່ຕ່າງປະເທດຖືກສົ່ງກັບມາເພື່ອການສະໜັບສະໜູນລາຍໄດ້ຂອງຄອບຄົວ: 8.6% ຂອງຄອບຄົວທີ່ຖືກສຳຫຼວດໄດ້ຮັບເງິນໂອນໃນປີ 2024 ໂດຍສະເລ່ຍແມ່ນ 22.9 ລ້ານກີບຕໍ່ປີ, ຫຼືເທົ່າກັບ 76% ຂອງ ຄ່າຈ້າງຂັ້ນຕໍ່າຕໍ່ປີ.
ເພື່ອຮັບມືກັບລາຄາອາຫານທີ່ສູງ, ຫຼາຍຄອບຄົວໄດ້ນໍາເງິນອອມມາໃຊ້, ຂາຍສັດລ້ຽງ ຫຼືຊັບສິນອື່ນໆ ຫຼື ກູ້ໜີ້ຢືມສິນ. ຮູບແບບການຮັບມືເຫຼົ່ານີ້ກຳລັງເຮັດໃຫ້ສະຖານະພາບດ້ານຊັບສິນຂອງຄອບຄົວຫຼຸຸດລົງ, ຄວາມສາມາດໃນການຟື້ນໂຕ ແລະ ການສ້າງລາຍໄດ້ໃນການອະນາຄົດມີຄວາມອ່ອນແອ. ໜຶ່ງສ່ວນສາມຂອງຄົວເຮືອນໄດ້ ຫຼຸດຄ່າໃຊ້ຈ່າຍໃນດ້ານສຸຂະພາບ ແລະ ການສຶກສາ. ເດັກນ້ອຍຈາກຄອບຄົວທີ່ຍາກຈົນກວ່າມີໂອກາດທີ່ຈະບໍ່ໄດ້ເຂົ້າໂຮງຮຽນຫຼາຍກວ່າ: ສະແດງອອກຄື ໃນເດືອນມັງກອນ 2025, 11.4% ຂອງເດັກນ້ອຍໃນເກນອາຍຸເຂົ້າຮຽນຈາກຄອບຄົວທີ່ມີລາຍໄດ້ຕໍ່າກວ່າ ບໍ່ໄດ້ລົງທະບຽນເຂົ້າຮຽນ, ເຊິ່ງສູງກວ່າ ເດັກນ້ອຍຈາກຄອບຄົວທີ່ມີສະຖານະດີກວ່າ ເຊິ່ງມີໂຕເລກຢູ່ທີ່ 4.5%.