- add-style
- font-medium
- lp-body-content
ອັດຕາເງິນເຟີ້ທີ່ສູງໃນ ສປປ ລາວ ກໍາລັງເຮັດໃຫ້ມາດຕະຖານຊີວິດການເປັນຢູ່ໄດ້ຮັບຜົນກະທົບ, ເຮັດໃຫ້ຕະຫຼາດແຮງງານການການປັບປ່ຽນ,ແຮງງານຈຳນວນຫຼາຍໄປຊອກຫາວຽກເຮັດງານທຳຢູ່ຕ່າງປະເທດ, ອີງຕາມການສໍາຫລວດຕິດຕາມຄົວເຮືອນຂອງທະນາຄານໂລກຄັ້ງຫຼ້າສຸດ.
ການຕິດຕາມສະຫວັດດີການຄົວເຮືອນແບບໄວ ຮອບທີ 9 ຂອງທະນາຄານໂລກ ປະຈຳລາວ ທີ່ໄດ້ດໍາເນີນໃນທົ່ວປະເທດໃນເດືອນພຶດສະພາ ຫາ ເດືອນມິຖຸນາ 2024 ແລະ ໄດ້ເຜີຍແຜ່ຜົນການສຳຫຼວດໃນມື້ນີ້ທີ່ມະຫາວິທະຍາໄລຈໍາປາສັກ, ໄດ້ສະແດງໃຫ້ເຫັນວ່າ ໃນຂະນະທີ່ການຈ້າງງານຍັງຄຶກຄື້ນໃນເຄິ່ງປີທໍາອິດ, ແຕ່ມີຫນ້ອຍກວ່າ 1% ຂອງຜູ້ຕອບແບບສອບຖາມຍັງຫວ່າງງານ. ຄ່າຈ້າງສະເລ່ຍເພີ່ມຂຶ້ນ 8% ຈາກເດືອນມັງກອນຫາເດືອນພຶດສະພາ, ແຕ່ເຖິງແນວໃດກໍຕາມ ກໍຍັງຖືວ່າຕໍ່າກວ່າອັດຕາເງິນເຟີ້ ເຊິ່ງອັດຕາເງິນເຝີ້ຢູ່ທີ່ 26%. ເປັນຜົນໃຫ້ ມີລາຍງານອັດຕາສ່ວນຂອງຄົວເຮືອນທີ່ໄດ້ຮັບຜົນກະທົບທາງລົບຈາກອັດຕາເງິນເຟີ້ໄດ້ເພີ່ມຂຶ້ນຈາກ 53% ໃນເດືອນມັງກອນ ມາເປັນ 58% ໃນເດືອນມິຖຸນາ. ຈໍານວນຄົວເຮືອນທີ່ມີລາຍໄດ້ດີຂື້້ນທຽບໃສ່ປີຜ່ານມາ ໄດ້ຫຼຸດລົງຈາກ 62% ໃນເດືອນທັນວາ 2023 ເປັນ 56% ໃນເດືອນພຶດສະພາ 2024.
ອັດຕາເງິນເຟີ້ທີ່ຍັງສູງຢູ່ ສົ່ງຜົນໃຫ້ມີແຮງງານເຄື່ອນຍ້າຍໄປເຮັດວຽກຢູ່ຕ່າງປະເທດຫຼາຍຂຶ້ນ. ປັດຈຸບັນຄາດວ່າ ຈຳນວນແຮງງານລາວທີ່ເຮັດວຽກຢູ່ໃນໄທ ແມ່ນສູງກວ່າຕອນກ່ອນ COVID-19. ໃນຈໍານວນແຮງງານລາວທີ່ໄປເຮັດວຽກ ຢູ່ຕ່າງປະເທດນັ້້ນ ເຫດຜົນຫລັກຂອງພວກເຂົາ ແມ່ນ ເພື່ອຊອກຫາ ຄ່າຈ້າງງານທີ່ສູງກວ່າ ແລະ ໂອກາດການຈ້າງງານທີ່ດີກວ່າ ເຊິ່ງແຮງງານທີ່ໃຫ້ເຫດຜົນດັ່ງກ່າວແມ່ນໄດ້ເພີ່ມຂຶ້ນຈາກ 73% ໃນປີ 2023 ມາເປັນ 93% ໃນປີ 2024 ແລະ ສັດສ່ວນດັ່ງກ່າວໄດ້ເພີ່ມຂຶ້ນຈາກ 88% ເປັນ 99% ໃນຄອບຄົວທີ່ມີລາຍໄດ້ຕໍ່າ.
ພາຍໃນປະເທດລາວ, ອັດຕາເງິນເຟີ້ທີ່ສູງ, ການອ່ອນຄ່າຂອງເງິນກີບ, ແລະ ຄ່າຈ້າງງານທີ່ເພີ່ມຂື້ນພຽງເລັກຫນ້ອຍ ຍັງສືບຕໍ່ເປັນປັດໃຈຊຸກຍູ້ໃຫ້ປະຊາຊົນຫັນມາເຮັດອາຊີບທີ່ໃຫ້ຜົນຕອບແທນທີ່ສູງຂຶ້ນ. ແຮງງານຫຼາຍຄົນໄດ້ຫັນປ່ຽນຈາກການເຮັດວຽກໃນຂະແຫນງການບໍລິການໄປເຮັດວຽກ ໃນຂະແຫນງກະສິກຳ ແລະ ການຜະລິດ, ແຮງງານມີການຫັນຈາກການເປັນລູກຈ້າງ ຫຼື ການເຮັດວຽກຄອບຄົວທີ່ບໍ່ໄດ້ຮັບຄ່າຈ້າງ ມາເຮັດອາຊີບອິດສະຫຼະ. ໃນຂະນະດຽວກັນ, ກຳລັງແຮງງານທີ່ເປັນຜູ້ຍີງກໍເພີ່ມຂຶ້ນ. ຄອບຄົວສ່ວນຫຼາຍເພີ່ມທະວີການຜະລິດອາຫານຂອງຕົນເອງເພື່ອຮັບມືກັບລາຄາອາຫານທີ່ເພີ່ມຂຶ້ນ. ນອກນີ້ ຄົວເຮືອນ ມີການເພີ່ມການເອື່ອຍອີງໃສ່ການຊອກຫາອາຫານຈາກແຫຼ່ງທຳມະຊາດ(ລ່າສັດ, ເກັບອາຫານຈາກປ່າ). ຄົວເຮືອນທີ່ຫາລາຍໄດ້ເພີ່ມ ຫຼື ຊອກຫາເງິນກູ້ຈາກສະຖາບັນການເງິນມີຈຳານວນຫຼຸດລົງ. ແລະ ໜ້ອຍກວ່າ 3% ຂອງຄົວເຮືອນລາຍງານວ່າໄດ້ຮັບການຊ່ວຍເຫຼືອຈາກລັດຖະບານໃນການຮັບມື.
ທ່ານ Alex Kremer, ຜູ້ຈັດການທະນາຄານໂລກປະຈຳ ສປປ ລາວ ກ່າວວ່າ “ພວກເຮົາເຫັນຂ່າວດີບາງຢ່າງຈາກການສໍາຫຼວດຄັ້ງນີ້, ເຊັ່ນວ່າ ຄອບຄົວທີ່ຫຼຸດຜ່ອນການບໍລິໂພກອາຫານ ຫຼື ກິນອາຫານທີ່ມີລາຄາຖືກກວ່ານັ້ນ ມີຈໍານວນທີ່ຫຼຸດລົງ, ແຕ່ຈາກຜົນການສຳຫຼວດຍັງມີຄວາມໜ້າເປັນຫ່ວງ ເປັນຕົ້້ນແມ່ນ ປະມານ 63% ຂອງຄົວເຮືອນທີ່ມີລາຍໄດ້ຕໍ່າລາຍງານການຫຼຸດຜ່ອນການບໍລິໂພກອາຫານຂອງເຂົາເຈົ້າ, ແລະ ເກືອບທັງຫມົດຂອງຄອບຄົວທີ່ຖືກສໍາຫຼວດເວົ້າວ່າພວກເຂົາຫຼຸດຜ່ອນການບໍລິໂພກຊີ້ນແລະປາລົງ. ການຫຼຸດລົງຂອງທາດໂປຼຕີນນີ້ແມ່ນມີແນວໂນ້ມທີ່ຈະຂັດຂວາງຄວາມກ້າວຫນ້າທາງດ້ານໂພຊະນາການ ແລະ ການພັດທະນາເດັກໃນທົ່ວປະເທດລາວ.”
ເຖິງແມ່ນວ່າຄວາມໝັ້ນຄົງດ້ານສະບຽງອາຫານຈະໄດ້ຮັບການປັບປຸງໃນຫຼາຍຂົງເຂດທົ່ວປະເທດ, ແຕ່ເກືອບ 1/3 ຂອງຈໍານວນຄົວເຮຶອນຍັງບໍ່ມີອາຫານພຽງພໍ, ແລະ ຄົວເຮືອນມີຄວາມກັງວົນຕໍ່ກັບຄວາມໝັ້ນດ້ານສະບຽງອາຫານຫຼາຍຂື້ນກວ່າປີກ່ອນ. ຜົນກະທົບຂອງອັດຕາເງິນເຟີ້ຕໍ່ການເຂົ້້າຮຽນ ແລະ ສຸຂະພາບແມ່ນສືບຕໍ່ຫຼຸດລົງ ແຕ່ຍັງມີນັຍສຳຄັນຄື: 31% ແລະ 34% ຂອງຄົວເຮືອນລາຍງານການຕັດຮອນການໃຊ້ຈ່າຍໃນການສຶກສາ ແລະ ສາທາລະນະສຸກເນື່ອງຈາກອັດຕາເງິນເຟີ້. ໃນເດືອນມິຖຸນາ 2024, 8% ຂອງເດັກທີ່ຢູ່ໃນຊ່ວງອາຍຸໄວຮຽນ ບໍ່ໄດ້ລົງທະບຽນເຂົ້າຮຽນ, ໃນນັ້ນ ຕົວເລກເພີ່ມຂື້ນ 11% ໃນຈໍານວນເດັກນ້ອຍທີ່ມາຈາກຄົວເຮືອນທີ່ມີລາຍໄດ້ຕໍ່າ. ປະມານ 82% ຂອງຄົວເຮືອນ ໄດ້ຫຼຸດເງິນອອມລົງ, ເຊິ່ງ ການຫລຸດການອອມຂອງຄົວເຮືອນ ມີສັດສ່ວນເພີ່ມຂື້້ນ 12 % ຈາກ ເດືອນມັງກອນ 2024.
ທະນາຄານໂລກ ໄດ້ເລີ່ມການສຳຫຼວດໄວທາງໂທລະສັບ ເພື່ອຕິດຕາມສະຫວັດດີການຂອງຄົວເຮືອນຢູ່ ສປປ ລາວ ໃນໄລຍະການລະບາດຂອງພະຍາດໂຄວິດ-19. ການສຳຫຼວດຄັ້ງທຳອິດໄດ້ດຳເນີນໃນກາງປີ 2020. ຂໍ້ມູນສະແດງໃຫ້ເຫັນຜົນກະທົບທາງເສດຖະກິດກ່ຽວກັບຄວາມເປັນຢູ່ຂອງຄົວເຮືອນ. ການສໍາຫຼວດດັ່ງກ່າວແມ່ນໄດ້ຮັບທຶນຈາກລັດຖະບານອົດສະຕາລີ ແລະສະຫະພາບເອີຣົບໂດຍຜ່ານໂຄງການປະຕິຮູບການຄຸ້ມຄອງການເງິນສາທາລະນະຄັ້ງທີສາມຂອງ ສປປ ລາວ.
Aiden Glendinning
About The World Bank
The World Bank Group has a bold vision: to create a world free of poverty on a livable planet. In more than 100 countries, the World Bank Group provides financing, advice, and innovative solutions that improve lives by creating jobs, strengthening economic growth, and confronting the most urgent global challenges. For more information, please visit www.worldbank.org, www.miga.org, and www.ifc.org.
- add-style