col-xs-12
col-sm-12
col-md-1
col-lg-1
col-xs-12
col-sm-12
col-md-8
col-lg-8
col-xs-12
col-sm-12
col-md-3
col-lg-3
col-xs-12
col-sm-12
col-md-1
col-lg-1
col-xs-12
col-sm-12
col-md-7
col-lg-7
  • add-style
  • font-medium
  • lp-body-content
Second Lao PDR Human Capital Summit Logo in Lao and English. Tagline is "Nutrition - the Foundation of Human Capital"

ນ ກອງປະຊຸມ ສຸດຍອດຊັບສິນດ້ານມະນຸດ ຄັ້ງທີ II ມື້ນີ້, ລັດຖະບານ ແຫ່ງ ສປປ ລາວ ໄດ້ຢັ້ງຢືນຄືນເຖິງ​ຄໍາ​ໝັ້ນ​ສັນຍາ ໃນ​ການ​ແກ້​ໄຂ​ບັນຫາການ​ຂາດ​ສານ​ອາຫານ ແລະ ​ຄວາມສຳຄັນຂອງວຽກງານ​ໂພຊະນາ​ການ ຕໍ່ການພັດທະນາຊັບສິນດ້ານມະນຸດອີກເຊັ່ນດຽວກັນ.

ກອງປະຊຸມດັ່ງກ່າວ ໄດ້ຈັດຂຶ້ນພາຍໃຕ້ຫົວຂໍ້ “ຮີບຮ້ອນປັບປຸງວຽກງານໂພຊະນາການ ເພື່ອພັດທະນາຊັບສິນດ້ານມະນຸດ” ແລະ ໄດ້ຮັບກຽດເປັນປະທານໂດຍ ພະນະທ່ານ ສອນໄຊ ສີພັນດອນ, ນາຍົກລັດທະມົນຕີ ແຫ່ງ ສປປ ລາວ, ແລະ ເຂົ້າຮ່ວມງານໂດຍບັນດາ ການ​ນຳ ​ແລະ ວິຊາການ ​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ ​ຍຸດ​ທະ​ສາດໃນການ​ປັບປຸງ​ໂພ​ຊະ​ນາ​ການ ​ແລະ ການ​ລົງທຶນ​ໃນ​ອະນາຄົດ​ຂອງ​ປະ​ເທດ.

ພະນະທ່ານ ສອນໄຊ ສີພັນດອນ, ໄດ້ກ່າວເຖິງຄວາມສໍາຄັນຂອງໂພຊະນາການ ເພື່ອສ້າງເສດຖະກິດທີ່ເຂັ້ມແຂງ ແລະ ທົນທານ, ພ້ອມຍັງສະ​ແດງ​ໃຫ້​ເຫັນ​ເຖິງ​ຄຳ​ໝັ້ນ​ສັນຍາ​ຂອງ​ ລັດຖະບານ ເເຫ່ງ ສປປ ລາວ ​ໃນ​ການ​ປັບປຸງ​ວຽກງານໂພ​ຊະ​ນາ​ການ, ພັດທະນາຊັບສິນດ້ານມະນຸດ ເເລະ ຮັບປະກັນ​ການ​ເຕີບ​ໂຕ​ດ້ານ​ເສດຖະກິດ ​ແລະ ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງຂອງປະເທດ. ທ່ານໄດ້​ກ່າວວ່າ: “ລັດຖະບານ ສປປ ລາວ ມີຄວາມໝາຍໝັ້ນຢ່າງເຕັມທີ່ ຕໍ່ການຈັດຕັ້ງປະຕິບັດນະໂຍບາຍດຳເນີນງານແບບຮອບດ້ານ ເພື່ອຮັບມືກັບສະພາບການຂາດໂພຊະນາການ ແລະ ໂດຍການມີສ່ວນຮ່ວມຂອງຫຼາຍຂະແໜງການ ແຕ່ສູນກາງຮອດທ້ອງຖິ່ນ, ພາກສ່ວນສັງຄົມ ແລະ ຄູ່ຮ່ວມພັດທະນາ.”

ຂໍ້ມູນລ່າສຸດສະແດງໃຫ້ເຫັນວ່າ ເກືອບ 33% ຂອງເດັກນ້ອຍອາຍຸຕ່ຳກວ່າ 5 ປີ ແມ່ນຂາດສານອາຫານແບບເຕັ້ຍ - ໃນຂະນະດຽວກັນ, ເກືອບ 11% ແມ່ນຂາດສານອາຫານແບບກະທັນ, ເຊິ່ງບັນຫາເຫຼົ່ານີ້ສາມາດນໍາໄປສູ່ພະຍາດຊໍາເຮື້ອ, ສົ່ງຜົນກະທົບຕໍ່ການສຶກສາຂອງເດັກ ແລະ ລາຍໄດ້ຂອງຄອບຄົວ. ໃນປັດຈຸບັນ, ຄາດວ່າເດັກນ້ອຍທີ່ເກີດໃນ ສປປ ລາວ ໃນມື້ນີ້ ຈະມີແຮງປະກອບສ່ວນເຂົ້າໃນການພັດທະນາປະເທດ ພຽງ 46% ເທົ່າຂອງເດັກທີ່ໄດ້ຮັບການສຶກສາ ແລະ ມີສຸຂະພາບທີ່ແຂງແຮງ. ດັ່ງນັ້ນ, ໂພຊະນາການທີ່ພຽງພໍ, ໂດຍສະເພາະໃນຊ່ວງຕົ້ນໆຂອງຊີວິດ, ແມ່ນມີຄວາມສຳຄັນທີ່ສຸດ ສຳລັບການພັດທະນາມັນສະໝອງຂອງເດັກ.

ທ່ານ ນາງ ປອ ເພຍ ເຣເບນໂລ ບຣິໂຕ, ຜູ້ຕາງໜ້າ ອົງການຢູນິເຊັບ ປະຈຳ ສປປ ລາວ, ກໍ່ໄດ້ກ່າວເຖິງຄວາມສຳຄັນຂອງການລົງທຶນດ້ານໂພຊະນາການ ຕໍ່ການພັດທະນາປະເທດຊາດ. ທ່ານໄດ້ກ່າວວ່າ: “ຄວາມໝັ້ນຄົງທາງດ້ານເສດຖະກິດ ແລະ ການພັດທະນາຂອງ ສປປ ລາວ ໃນອະນາຄົດ ແມ່ນຂຶ້ນຢູ່ກັບສິ່ງທີ່ພວກເຮົາປະຕິບັດໃນມື້ນີ້. ໃນຊ່ວງເວລາອັນທ້າທາຍນີ້, ມັນເປັນສິ່ງສໍາຄັນທີ່ສຸດ ທີ່ພວກເຮົາຕ້ອງຮັບປະກັນວ່າ ທຸກໆເງິນໂດລາ ຫຼື ທຸກໆກີບ ແມ່ນໄດ້ຖືກນຳໃຊ້ຢ່າງເໝາະສົມ ໃນວຽກງານດ້ານໂພຊະນາການ. ການ​ລົງ​ທຶນ​ດ້ານ​ໂພ​ຊະ​ນາ​ການ​ເດັກ​ ກໍ່ຄື ການ​ລົງ​ທຶນ​ໃນ​ອະ​ນາ​ຄົດ​ຂອງ​ປະ​ເທດ ແລະ ພວກເຮົາຈໍາເປັນຕ້ອງສຸມໃສ່ການປະຕິບັດທີ່ມີປະສິຕິຜົນສູງທີ່ສຸດ, ໃຫ້ສາມາດເຂົ້າເຖິງເດັກທຸກໆຄົນໃນທົ່ວປະເທດ."

ທ່ານ ອານເບີໂຕ້ ໂລດີເກ້, ອຳນວຍການພັດທະນາຊັບຊິນດ້ານມະນຸດ ຂອງຫ້ອງການທະນາຄານໂລກ, ກ່າວວ່າ: "ເພື່ອປັບປຸງໂພຊະນາການຂອງແມ່ຍິງ ແລະ ເດັກ, ມັນຈຳເປັນຕ້ອງມີການລົງທຶນໃນຫຼາຍໆຂະແໜງການ ພ້ອມທັງການບໍລິການດ້ານໂພຊະນາການທີ່ສຳຄັນ ໃຫ້ແກ່ຄອບຄົວທີ່ທົ່ວເຖິງ ແລະ ລະບົບການຕິດຕາມວຽກງານໂພຊະນາການທີ່ເຂັ້ມແຂງ ເພື່ອປະເມີນຜົນສໍາເລັດຢ່າງຊັດເຈນ".

ກອງ​ປະຊຸມໃນຄັ້ງນີ້ ​ໄດ້​ສິ້ນ​ສຸດ​ລົງ​ດ້ວຍການຢັ້ງຢືນເຖິງຄຳ​ໝັ້ນ​ສັນຍາ​ຂອງ ​ລັດຖະບານ ແຫ່ງ ສປປ ລາວ ​ໃນການຈັດວາງເອົາ​ວຽກງານໂພຊະນາ​ການ ​ເປັນວຽກງານບູລິມະສິດໃນ ແຜນການ​ພັດທະນາ​ເສດຖະກິດ-ສັງຄົມ​ແຫ່ງ​ຊາດ ​ຄັ້ງ​ທີ X ທີ່​ຈະ​ມາ​ເຖິງນີ້. ນອກນັ້ນ, ລັດ​ຖະ​ບານ ແຫ່ງ ສປປ ລາວ ຍັງໄດ້​ໃຫ້​ຄຳ​ໝັ້ນ​ສັນ​ຍາ ໃນການ​ຜັນ​ຂະ​ຫຍາຍ​ແຜນ​ການ​ດຳ​ເນີນ​ງານ ເຊິ່ງຈະນຳພາ​ໂດຍ ​ສຳ​ນັກ​ງານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ແຫ່ງ ສປປ ລາວ, ສ້າງ​ຕັ້ງ​ໜ່ວຍ ​​ເພື່ອຕິດຕາມ​ການ​ປະ​ຕິ​ບັດວຽກງານ ແລະ ຈັດ​ຕັ້ງ​ປະ​ຕິ​ບັດ​ລະ​ບົບ​ຕິດ​ຕາມ​ງົບ​ປະ​ມານສຳລັບວຽກງານ​ໂພ​ຊະ​ນາ​ການ ​ເພື່ອ​ຮັບ​ປະ​ກັນ​ການ​ລົງ​ທຶນ ແລະ ນຳ​ໃຊ້​ແຫຼ່ງທຶນ​ຢ່າງ​ມີ​ປະ​ສິດ​ທິ​ຜົນ.

ກອງປະຊຸມສຸດຍອດດັ່ງກ່າວ ແມ່ນຈັດຂຶ້ນຜ່ານການສະໜັບສະໜູນຈາກ ທະນາຄານໂລກ ແລະ ອົງການຢູນີເຊັບ, ໂດຍໄດ້ສຸມໃສ່ການລົງທຶນໃນການພັດທະນາຄວາມຮູ້, ທັກສະ ແລະ ປັບປຸງສຸຂະພາບຂອງເດັກ. ກອງປະຊຸມ ສຸດຍອດຊັບສິນດ້ານມະນຸດ ຄັ້ງທີ I ແມ່ນໄດ້ຈັດຂຶ້ນໃນ ເດືອນພຶດສະພາ 2023, ໂດຍມີຫົວຂໍ້ຫຼັກແມ່ນ ການສຶກສາ.

Contacts

Aiden Glendinning

aglendinning@worldbankgroup.org
+857 21 266278
Vientiane

About The World Bank

The World Bank Group has a bold vision: to create a world free of poverty on a livable planet. In more than 100 countries, the World Bank Group provides financing, advice, and innovative solutions that improve lives by creating jobs, strengthening economic growth, and confronting the most urgent global challenges. For more information, please visit www.worldbank.org, www.miga.org, and www.ifc.org.

col-xs-12
col-sm-12
col-md-1
col-lg-1
col-xs-12
col-sm-12
col-md-3
col-lg-3
  • add-style

ຂໍ້ມູນທີ່ກ່ຽວຂ້ອງ

lp-heading-bottom-medium

OMBC

Online Media Briefing Center (OMBC) news for accredited journalists
Sign In
https://media.worldbank.org/
Register
https://media.worldbank.org/user/register
secondary
white-btn