col-xs-12
col-sm-12
col-md-1
col-lg-1
col-xs-12
col-sm-12
col-md-8
col-lg-8
col-xs-12
col-sm-12
col-md-3
col-lg-3
col-xs-12
col-sm-12
col-md-1
col-lg-1
col-xs-12
col-sm-12
col-md-7
col-lg-7
  • add-style
  • font-medium
  • lp-body-content

ສປປ ລາວ: ການຟື້ນຕົວຂອງເສດຖະກິດ ປະເຊີນກັບອຸປະສັກດ້ານໜີ້ສິນ ແລະລາຄາທີ່ເພີ່ມສູງຂຶ້ນ

ໃນຂະນະທີ່ບັນດາຂະແໜງການເສດຖະກິດ ໃນ ສປປ ລາວ ກໍາລັງເລີ່ມຟື້ນຕົວຈາກການຂະຫຍາຍໂຕທີ່ຊ້າຍ້ອນການລະບາດຂອງພະຍາດ COVID-19, ສປປ ລາວ ໄດ້ປະເຊີນກັບບັນຫາຄວາມບໍ່ສົມດຸນທາງດ້ານເສດຖະກິດມະຫາພາກທີ່ແກ່ຍາວມາດົນກ່ອນການລະບາດ, ອີງຕາມຂໍ້ມູນຫລ້າສຸດຈາກບົດລາຍງານຂອງທະນາຄານໂລກກ່ຽວກັບເສດຖະກິດຂອງ ສປປ ລາວ.

ການເພີ່ມສູງຂຶ້ນ ຂອງລະດັບໜີ້ສິນສາທາລະນະ ແລະລາຄາສິນຄ້າໃນຕະຫລາດໂລກ ກໍ່ໃຫ້ເກີດຄວາມສ່ຽງ ຕໍ່ ສະເຖຍລະພາບດ້ານເສດຖະກິດມະຫາພາກ ແລະກະທົບຕໍ່ມາດຕະຖານການດຳລົງຊີວິດຂອງປະຊາຊົນ, ອີງຕາມຂໍ້ມູນ ຈາກບົດລາຍງານ ເສດຖະກິດ ຂອງ ສປປ ລາວ - ການຟື້ນຟູສະຖຽນລະພາບຂອງເສດຖະກິດມະຫາພາກ ເພື່ອສະໜັບສະໜູນການຟື້ນຕົວ (Lao PDR Economic Monitor — Restoring Macroeconomic Stability to Support Recovery).

ເສດຖະກິດ ຂອງ ສປປ ລາວ ຄາດວ່າຈະເຕີບໂຕ ໃນອັດຕາ 3.8 ເປີເຊັນ ໃນປີ 2022, ເພີ່ມຂຶ້ນ ຈາກ 2.5 ເປີເຊັນ ໃນປີ 2021 ບົນພື້ນຖານຄາດວ່າ ການເຈລະຈາໜີ້ສິນຈະມີຄວາມຄືບໜ້າທີ່ດີ ແລະ ຈະບໍ່ມີການລອກດາວ ຫລືນໍາໃຊ້ມາດຕະການປ້ອງກັນແລະຄວບຄຸມຢ່າງເຄັ່ງຄັດຮອບໃໝ່ ເພື່ອສະກັດກັ້ນການແຜ່ລະບາດ ຂອງ COVID-19. ປັດຈຸບັນ ສປປ ລາວ ມີການເກີນດຸນດ້ານການຄ້າ ແລະສືບຕໍ່ດຶງດູດການລົງທຶນຈາກຕ່າງປະເທດ. ຂະແໜງພະລັງງານ ແລະບໍ່ແຮ່ ມີທ່າແຮງໃນການຂະຫຍາຍຕົວ, ໃນຂະນະທີ່ການສົ່ງອອກສິນຄ້າກະສິກໍາ ແລະຜະລິດຕະພັນປຸງແຕ່ງ ແມ່ນໄດ້ຮັບແຮງໜູນຈາກຄວາມຕ້ອງການສິນຄ້າຈາກຕ່າງປະເທດ ແລະລາຄາສິນຄ້າທີ່ສູງຂຶ້ນ. ຂະແໜງບໍລິການຄາດວ່າຈະມີການຟື້ນຕົວເທື່ອລະກ້າວ.

ເຖິງແນວໃດກໍ່ຕາມ, ອັດຕາເງິນເຟີ້ເພີ່ມສູງຂຶ້ນເຖິງ 9.9 ເປີເຊັນ ໃນເດືອນ ເມສາ 2022, ຈາກ 2 ເປີເຊັນໃນປີກາຍ, ພ້ອມດຽວກັນນີ້ ການແຜ່ລະບາດຂອງພະຍາດ COVID-19 ກໍ່ໄດ້ເຮັດໃຫ້ຫລາຍທຸລະກິດປິດກິດຈະການລົງ ແລະ ເຮັດໃຫ້ສູນເສຍວຽກເຮັດງານທຳ ແລະ ສ້າງຜົນກະທົບຕໍ່ລາຍຮັບຂອງຄົວເຮືອນ.​ ການເພີ່ມຂຶ້ນຂອງລາຄາສິນຄ້າ ໃນຂະນະທີ່ລາຍຮັບພາກຄົວເຮືອນຫລຸດລົງ ໄດ້ເຮັດໃຫ້ຫລາຍຄອບຄົວທີ່ມີລາຍຮັບຕໍ່າປະເຊີນກັບຄວາມສ່ຽງທີ່ຈະກາຍເປັນຄອບຄົວທຸກຍາກ, ໂດຍສະເພາະຜູ້ຢູ່ໃນຕົວເມືອງ.

“ບັນຫາຕ່າງໆ ທີ່ເກີດຍ້ອນການປິດປະເທດທີ່ຕໍ່ເນື່ອງກັນເປັນເວລາ 2 ປີ ແລະມາດຕະການຈໍາກັດຕ່າງໆ ເພື່ອສະກັດກັ້ນພະຍາດລະບາດ COVID-19 ແມ່ນ ເພີ້ມທະວີຄວາມຮຸນແຮງຂຶ້ນຍ້ອນຜົນກະທົບຈາກການເພີ້ມຂຶ້ນຂອງລາຄາສິນຄ້າ, ໂດຍສະເພາະ ນໍ້າມັນ ແລະອາຫານ, ສ່ວນໜຶ່ງ ແມ່ນຍ້ອນ ສົງຄາມ ໃນປະເທດ ອູແກຼນ ແລະການອ່ອນຄ່າຂອງເງິນກີບຢ່າງໄວວາ,” ຄໍາກ່າວ ຂອງ ທ່ານ ອາເລັກ ເຄຼເມີ, ຜູ້ຕາງຫນ້າຫ້ອງການທະນາຄານໂລກ ປະຈໍາ ສປປ ລາວ. “ສະພາບການໃນ ສປປ ລາວ ຍິ່ງທ້າທາຍເປັນພິເສດ ເນື່ອງຈາກບັນຫາຫນີ້ສິນສາທາລະນະແລະການເກັບລາຍຮັບທີ່ຍັງບໍ່ໄດ້ດີ. ດັ່ງນັ້ນບູລິມະສິດແມ່ນຄວນເລັ່ງໃສ່ການເກັບລາຍຮັບ ໂດຍການທົບທວນຄືນນະໂຍບາຍການຍົກເວັ້ນພາສີອາກອນໃນໂຄງການລົງທຶນ.”

ລະດັບຂອງໜີ້ສິນສາທາລະນະ ເພີ້ມຂຶ້ນສູງສົມຄວນນັບແຕ່ ປີ 2019, ຊຶ່ງຄາດວ່າຢູ່ໃນລະດັບ 88 ເປີເຊັນ ຂອງ GDP ໃນປີ 2021, ຊຶ່ງໃນນັ້ນ ຂະແໜງພະລັງງານແມ່ນປະກອບສ່ວນສູງກວ່າ 30 ສ່ວນຮ້ອຍຂອງຍອດໜີ້ສິນສະສົມທັງໝົດ. ຄັງສໍາຮອງເງິນຕາຕ່າງປະເທດຍັງຕໍ່າ.

ເພື່ອຟື້ນຟູສະຖຽນລະພາບຂອງເສດຖະກິດມະຫາພາກ ບົດລາຍງານໄດ້ມີຂໍ້ແນະນໍາດ້ານນະໂຍບາຍໂດຍສະເພາະ ການເພີ້ມການເກັບລາຍຮັບ ແລະເພີ່ມປະສິດທິຜົນດ້ານລາຍຈ່າຍ. ນອກຈາກນັ້ນ ວຽກງານການສ້າງຄວາມເຂັ້ມແຂງໃນການຄຸ້ມຄອງໜີ້ສິນ ແລະປັບປຸງຄວາມໂປ່ງໃສ, ການປັບປູງສະເຖຍລະພາບຂອງຂະແໜງການເງິນໂດຍນຳໃຊ້ເຄື່ອງມືດ້ານນິຕິກໍາແລະກົດລະບຽບ ແລະ ນຳໃຊ້ນະໂຍບາຍຊ່ວຍເງິນອູດໜູນຢ່າງມີຈຸດສຸມແກ່ກຸ່ມຄົນທີ່ທຸກຍາກ.

ບົດລາຍງານສະບັບນີ້ ຍັງໄດ້ວິເຄາະກ່ຽວກັບການຫັນປ່ຽນຂອງ ສປປ ລາວ ຈາກການເປັນປະເທດທີ່ບໍ່ມີທາງອອກສູ່ທະເລ ມາເປັນປະເທດທີ່ເຊື່ອມຕໍ່ ໂດຍການພັດທະນາພື້ນຖານໂຄງລ່າງ ແລະສະເໜີການປະຕິຮູບຫຼາຍດ້ານເພື່ອຫຼຸດຜ່ອນຄວາມສ່ຽງ ແລະສ້າງຜົນປະໂຫຍດສູງສຸດ ຈາກການລົງທຶນຂະໜາດໃຫ່ຍໃສ່ຖະຫນົນຫົນທາງ, ທາງລົດໄຟ ແລະນິຄົມໂລຈີສຕິກ. ຂໍ້ແນະນຳໃນການປະຕິຮູບດັ່ງກ່າວກໍໄດ້ກວມເອົາຂໍ້ແນະນຳໃນການສ້າງລະບົບເສັ້ນທາງເຊື່ອມຕໍ່ ເພື່ອຮັບປະກັນວ່າຊາວກະສິກອນ ແລະທຸລະກິດ ສາມາດເຂົ້າເຖິງພື້ນຖານໂຄງລ່າງໄດ້, ປັບປຸງປະສິດທິຜົນຂອງຂັ້້ນຕອນຢູ່ດ່ານຊາຍແດນ, ພ້ອມທັງ ປັບປຸງສະພາບແວດລ້ອມການດຳເນີນທຸລະກິດ ເພື່ອດຶ່ງດູດການລົງທຶນ ແລະສ້າງວຽກເຮັດງານທຳ. ສປປ ລາວ ຍັງຄວນສົ່ງເສີມຂະແໜງການທີ່ມີຄວາມໄດ້ປຽບ ເຊັ່ນ: ຜະລິດຕະພັນປຸງແຕ່ງທີ່ມີມູນຄ່າເພິ່ມສູງ, ສິນຄ້າກະສິກຳ, ຜະລິດຕະພັນກະສິກໍາ ແລະການທ່ອງທ່ຽງທໍາມະຊາດ.

ທະນາຄານໂລກ ເຜີຍແຜ່ບົດລາຍງານ ການຕິດຕາມເສດຖະກິດ ຂອງ ສປປ ລາວ ປີລະສອງຄັ້ງ.

Contacts

Aiden Glendinning

aglendinning@worldbankgroup.org
+856 21 266278
ວຽງຈັນ

About The World Bank

The World Bank Group has a bold vision: to create a world free of poverty on a livable planet. In more than 100 countries, the World Bank Group provides financing, advice, and innovative solutions that improve lives by creating jobs, strengthening economic growth, and confronting the most urgent global challenges. For more information, please visit www.worldbank.org, www.miga.org, and www.ifc.org.

col-xs-12
col-sm-12
col-md-1
col-lg-1
col-xs-12
col-sm-12
col-md-3
col-lg-3
  • add-style

ຂໍ້ມູນທີ່ກ່ຽວຂ້ອງ

lp-heading-bottom-medium

OMBC

Online Media Briefing Center (OMBC) news for accredited journalists
Sign In
https://media.worldbank.org/
Register
https://media.worldbank.org/user/register
secondary
white-btn