- add-style
- font-medium
- lp-body-content
ຜູ້ອໍານວຍການທະນາຄານໂລກປະຈໍາ ສປປ ລາວ ພົບປະກັບ ລັດຖະມົນຕີກະຊວງການເງິນ
ທ່ານ ນາງ ມາຣ່ຽມ ເຊີແມນ, ຜູ້ອໍານວຍການທະນາຄານໂລກ ປະຈໍາ ມຽນມາ, ກຳປູເຈຍ ແລະ ສປປ ລາວ, ໄດ້ເລີ່ມຕົ້ນການຢ້ຽມຢາມ ສປປ ລາວ ຄັ້ງທໍາອິດມື້ນີ້ ໂດຍການເຂົ້າພົບ ທ່ານ ບຸນໂຈມ ອຸບົນປະເສີດ, ລັດຖະມົນຕີກະຊວງການເງິນ.
ທ່ານ ນາງ ເຊີແມນ ໄດ້ເຂົ້າມາເປັນຜູ້ອຳນວຍການທະນາຄານໂລກ ຂອງສາມປະເທດອາຊີຕາເວັນອອກສຽງໃຕ້ ນັບແຕ່ຕົ້ນປີ 2020 ແຕ່ກ່ອນໜ້ານີ້ບໍ່ສາມາດເດີນທາງມາຢ້ຽມຢາມປະເທດລາວໄດ້ ຍ້ອນຂໍ້ຈຳກັດໃນການເດີນທາງໃນຊ່ວງພະຍາດໂຄວິດ19.
ໃນລະຫວ່າງການສົນທະນາກັບທ່ານລັດຖະມົນຕີກະຊວງການເງິນ, ທ່ານນາງ ເຊີແມນ ໄດ້ລາຍງານກ່ຽວກັບຂອບການຮ່ວມມືລະຫວ່າງ ກຸ່ມທະນາຄານໂລກ ແລະ ສປປ ລາວ ໃນຕໍ່ໜ້າ. ຂອບການຮ່ວມມືດັ່ງກ່າວ ໄດ້ກໍານົດຂົງເຂດແລະວິທີການເຮັດວຽກຮ່ວມກັນລະຫວ່າງ ສປປ ລາວ ແລະ ກຸ່ມທະນາຄານໂລກແຕ່ປີ 2022 ຫາ 2026. ທ່ານໄດ້ເນັ້ນຫນັກເຖິງຄວາມພ້ອມຂອງທະນາຄານໂລກ ທີ່ຈະສະຫນັບສະຫນູນວາລະແຫ່ງຊາດ ເພື່ອແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ ແລະ ການເງິນ, ຕົວຢ່າງເຊັ່ນ ການໃຫ້ຄໍາແນະນໍາດ້ານວິຊາການ ກ່ຽວກັບຫນີ້ສິນ ແລະ ການຮັບມືກັບສິ່ງທ້າທາຍທາງດ້ານເສດຖະກິດ ທີ່ເກີດຈາກການແຜ່ລະບາດຂອງໂຄວິດ19 ແລະ ຜົນກະທົບຈາກສົງຄາມໃນປະເທດຢູເຄຣນ:
ທ່ານ ບຸນໂຈມ ແລະ ທ່ານ ນາງ ເຊີແມນ ໄດ້ແລກປ່ຽນຄໍາຄິດຄໍາເຫັນ ກ່ຽວກັບການຊ່ວຍເຫຼືອດ້ານວິຊາການຂອງທະນາຄານໂລກ ໃນວຽກງານຄຸ້ມຄອງໜີ້ສິນ ແລະ ການຈັດຕັ້ງປະຕິບັດນະໂຍບາຍ ເພື່ອປັບປຸງຄວາມໂປ່ງໃສ ແລະ ຄວາມຍືນຍົງທາງດ້ານການເງິນ. ທັງສອງຝ່າຍຍັງໄດ້ປຶກສາຫາລືຕື່ມອີກ ກ່ຽວກັບໂຄງການຊ່ວຍເຫຼືອຂອງທະນາຄານໂລກຕໍ່ກະຊວງການເງິນ ລວມທັງການຄຸ້ມຄອງການເງິນພາກລັດ ແລະ ການຫັນປ່ຽນລະບົບພາສີເປັນທັນສະໄໝ, ຄຽງຄູ່ກັບການປຶກສາຫາລືເລື່ອງຄວາມສຳຄັນທາງດ້ານທຶນມະນຸດ ₭(ສາທາລະນະສຸກ ແລະ ການສຶກສາ) ເພື່ອການພັດທະນາເສດຖະກິດຂອງລາວໃນອະນາຄົດ.
ໃນອາທິດນີ້ ທ່ານ ນາງ ເຊີແມນ ຍັງຈະພົບປະກັບ ລັດຖະມົນຕີ ກະຊວງແຜນການ ແລະ ການລົງທືນ ກ່ອນທີ່ຈະເດີນທາງ ໄປຢ້ຽມຢາມ 3 ແຂວງພາກເໜືອ ແລະ ຈະໄປຢ້ຽມຢາມແຂວງບໍລິຄຳໄຊ ແລະ ຄຳມ່ວນ ໃນອາທິດໜ້າ ກ່ອນທີ່ຈະເດີນທາງກັບປະເທດມຽນມາ.
Aiden Glendinning
About The World Bank
The World Bank Group has a bold vision: to create a world free of poverty on a livable planet. In more than 100 countries, the World Bank Group provides financing, advice, and innovative solutions that improve lives by creating jobs, strengthening economic growth, and confronting the most urgent global challenges. For more information, please visit www.worldbank.org, www.miga.org, and www.ifc.org.
- add-style