Skip to Main Navigation
ບົດອອກຂ່າວ 2 ກ.ຍ. 2021

ທະນາຄານໂລກຈະສະໜັບສະໜູນການຄຸ້ມຄອງທີ່ດິນ ແລະ ການອອກໃບຕາດິນ ໃນ ສປປ ລາວ

ວຽງຈັນ, ວັນທີ 2 ກັນຍາ, 2021 – ຜູ້ຖືກຳມະສິດທີ່ດິນໃນທົ່ວ ສປປ ລາວ, ລວມທັງຫລາຍຄົວເຮືອນທີ່ດ້ອຍໂອກາດທີ່ສຸດ, ຄາດວ່າຈະໄດ້ ຮັບຜົນປະໂຫຍດຈາກການປັບປຸງວຽກງານການຄຸ້ມຄອງທີ່ດິນ ແລະ ອອກໃບຕາດິນ ຫລັງຈາກທະນາຄານໂລກໄດ້ອະນຸມັດໂຄງການໃນມື້ນີ້.

ໂຄງການເພີ່ມທະວີການຂື້ນທະບຽນທີ່ດິນຢ່າງເປັນລະບົບ ດ້ວຍມູນຄ່າ 31 ລ້ານ ດອນລາ ຈະໄດ້ຖືກຈັດຕັ້ງປະຕິບັດໂດຍກະຊວງຊັບພະຍາກອນ ທຳມະຊາດ ແລະ ສີ່ງແວດລ້ອມໃນໄລຍະຫ້າປີຕໍ່ໜ້າ. ຈຸດປະສົງຂອງໂຄງການແມ່ນເພື່ອສ້າງຄວາມທັນສະໄໝໃຫ້ແກ່ການຄຸ້ມຄອງທີ່ດິນ ແລະ ເພີ່ມການຂື້ນທະບຽນທີ່ດິນໃຫ້ຫລາຍຂຶ້ນ ເພື່ອສະໜັບສະໜູນເປົ້າໝາຍຂອງປະເທດໃນການເພີ່ມຜົນປະໂຫຍດຈາກສິດນຳໃຊ້ທີ່ດິນ ທີ່ຖືກຮັບຮູ້ຢ່າງຖືກຕ້ອງໃຫ້ແກ່ປະຊາກອນໃນຈຳນວນຫລາຍຂຶ້ນ.

ທ່ານ Alex Kremer ຫົວໜ້າທະນາຄານໂລກ ປະຈຳ ສປປ ລາວ ໄດ້ກ່າວວ່າ “ປະຊາຊົນທົ່ວໄປຢາກໃຫ້ສິດນຳໃຊ້ທີ່ດິນຂອງພວກເຂົາຖືກຮັບ ປະກັນ, ແລະ ຍ້ອນແນວນັ້ນໂຄງການນີ້ຈີ່ງເປັນໂຄງການທີ່ຕອບສະໜອງ ຄວາມຕ້ອງການຢ່າງແທ້ຈິງ”. “ສິດນຳໃຊ້ທີ່ດິນຈະມີ ຄວາມໂປ່ງໃສ  ແລະ ເພີ່ມຄວາມປອງດອງໃນສັງຄົມ, ຫລຸດຜ່ອນຄວາມຂັດແຍ້ງ, ແລະ ສ້າງຄວາມໝັ້ນໃຈໃຫ້ນັກລົງທຶນ.”

ສິດນຳໃຊ້ທີ່ດິນໄດ້ຖືກບັນຍັດເຂົ້າໃນກົດໝາຍ ແລະ ລັດຖະທຳມະນູນ ຂອງ ສປປ ລາວກົດໝາຍວ່າດ້ວຍທີ່ດິນສະບັບທີ່ຖືກຮັບຮອງໃນປີ 2020 ຮັບຮູ້ສິດຂອງບຸກຄົນ, ສິດນຳໃຊ້ດິນທາງປະເພນີ, ສິດຂອງນິຕິບຸກຄົນ ແລະ ສິດລວມໝູ່ໃນການຄອບຄອງ ແລະ ນຳໃຊ້ທີ່ດິນຢ່າງໃດກໍ່ຕາມ, ໃນຈຳນວນປະມານ 3,5 ລ້ານຕອນດິນໃນທົ່ວ ສປປ ລາວ, ມີພຽງແຕ່ປະມານ 1,5 ລ້ານຕອນທີ່ໄດ້ຂຶ້ນທະບຽນ ແລະ ອອກໃບຕາດິນແລ້ວ ຊື່ງສ່ວນຫລາຍການຂຶ້ນທະບຽນມີແຕ່ຢູ່ໃນບັນດາຕົວເມືອງ ແລະ ນະຄອນລັດຖະບານໄດ້ວາງເປົ້າໝາຍ ອອກໃບຕາດິນໃຫ້ໄດ້ເພີ່ມອີກ 1,2 ລ້ານຕອນພາຍໃນປີ 2025 ແຕ່ກໍ່ປະເຊີນໜ້າກັບ ສີ່ງທ້າທາຍຫລາຍດ້ານ.  ບັນດາເຈົ້າໜ້າທີ່ ທີ່ເຮັດວຽກການຂຶ້ນທະບຽນທີ່ດິນກໍ່ມີຄວາມຈຳເປັນທີ່ຕ້ອງມີຊັບພະຍາກອນເພີ່ມອີກ ເພື່ອເພີ່ມກິດຈະກຳການຂຶ້ນທະບຽນທີ່ດິນ ແລະ ຈຳເປັນຕ້ອງ ຫລຸດຜ່ອນຄ່າໃຊ້ຈ່າຍໃນການເອົາໃບຕາດິນໄປສົ່ງໃຫ້ເຈົ້າຂອງສິດນຳໃຊ້ ຊື່ງໃນປະຈຸບັນຍັງເປັນຂັ້ນຕອນທີ່ມີຄ່າໃຊ້ຈ່າຍສູງ ສຳລັບເຈົ້າຂອງສິດນຳໃຊ້ທີ່ດິນຈຳນວນຫລາຍ.

ໂຄງການໃໝ່ນີ້ຈະລົງທຶນໃສ່ການສ້າງຄວາມທັນສະໄໝໃຫ້ແກ່ການຄຸ້ມຄອງທີ່ດິນ ໂດຍຈະເຮັດໃຫ້ການບໍລິການໄວຂຶ້ນ, ການຫັນເປັນດີຈີຕອນ ໃຫ້ແກ່ຂັ້ນຕອນດຳເນີນງານ ແລະ ການນຳໃຊ້ເຕັກໂນໂລຢີໃນການບັນທຶກ ແລະ ເກັບຮັກສາຂໍ້ມູນທີ່ດິນ. ໂຄງການນີ້ຍັງຈະປັບປຸງຄວາມສາມາດ ຂອງເຈົ້າໜ້າທີ່ໃນການຂຶ້ນທະບຽນ ແລະ ຄຸ້ມຄອງທີ່ດິນໃຫ້ຍືນຍົງໃນ ໄລຍະຍາວ ແລະ ປ້ອງກັນເອກະສານທີ່ດິນຈາກໄຟໄໝ້ ແລະ ບໍ່ໃຫ້ນ້ຳຖ້ວມ.

ໂຄງການນີ້ຈະສືບສານຕໍ່ຈາກວຽກງານທີ່ໄດ້ດຳເນີນມາແລ້ວໃນສອງໂຄງການທີ່ທະນາຄານໂລກໄດ້ໃຫ້ທຶນຊ່ວຍເຫລືອມາກ່ອນແລ້ວ ຊື່ງແມ່ນ ໂຄງການອອກໃບຕາດິນ ທີ່ໄດ້ຖືກຈັດຕັ້ງປະຕິບັດໃນໄລຍະປີ 1996 ຫາ 2009 ທີ່ໄດ້ອອກໃບຕາດິນຫລາຍກວ່າຫ້າແສນຕອນແລ້ວນອກຈາກ ຈະເພີ່ມການອອກໃບຢັ້ງຢືນການນຳໃຊ້ທີ່ດິນແລ້ວ ໂຄງການທີ່ຖືກຖະແຫລງຂ່າວໃນມື້ນີ້ຍັງຈະສ້າງ ແລະ ເພີ່ມຈຳນວນແຜ່ນທີ່ ທີ່ສະແດງ ໃຫ້ເຫັນປະເພດດິນທັງໝົດໃນທົ່ວປະເທດ ແລະ ຈະສະໜັບສະໜູນການພັດທະນານະໂຍບາຍ ແລະ ນິຕິກຳຕ່າງໆກ່ຽວກັບທີ່ດິນ.

ໂຄງການນີ້ຍັງມີທຶນຮ່ວມອີກຫລາຍກວ່າ 6,3 ລ້ານດອນລາ ຊື່ງໄດ້ມາຈາກ ສຳນັກງານເພື່ອການພັດທະນາ ແລະ ການຮ່ວມມືປະເທດ ຊະວິດເຊີແລນ ໂດຍຈະສະໜັບສະໜູນກິດຈະກຳການຂຶ້ນທະບຽນທີ່ດິນ, ຊຸກຍູ້ສົ່ງເສີມການມີສ່ວນຮວ່ມຂອງປະຊາຊົນ, ແກ້ໄຂບັນຫາ ທີ່ປະຊາຊົນຮ້ອງຮຽນ ແລະ ປັບປຸງການບໍລິການນອກຈາກໂຄງການນີ້, ທະນາຄານເພື່ອການພັດທະນາຂອງປະເທດເຢຍລະມັນ (KfW) ຍັງໃຫ້ທຶນຊ່ວຍເຫລືອລ້າ ໄປຄຽງຄູ່ກັນດ້ວຍມູນຄ່າ 7 ລ້ານ ຢູໂຣ ເພື່ອຮີບເລັ່ງການຂຶ້ນທະບຽນທີ່ດິນໃຫ້ໄວຂຶ້ນໃນ4ແຂວງພາກເໜືອ, ເຊັ່ນ ແຂວງຊຽງຂວາງ, ຫົວພັນ, ອຸດົມໄຊ ແລະ ໄຊຍະບູລີ ໂດຍຈັດເປັນໂຄງການຄຸ້ມຄອງທີ່ດິນອີກໜື່ງໂຄງການຕ່າງຫາກ.


ເລກທີ ບົດອອກຂ່າວ: 2022/015/EAP

ລາຍ​ຊື່

Aiden Glendinning
ທີ່ວຽຈັນ
+856 20 57771301
aglendinning@worldbankgroup.org
Api
Api