Skip to Main Navigation
ບົດອອກຂ່າວ

ການສຶກສາຂັ້ນພືນຖານຢູ່ ສ.ປ.ປ.ລາວ ຈະໄດ້ຮັບການສົ່ງເສີມຜ່ານ “ໂຄງການຮຽນຮູ້ ແລະ ຄວາມເທົ່າທຽມ”ທີ່ມີມູນຄ່າ 47 ລ້ານ ໂດລາສະຫະລັດ

ການສຶກສາຂັ້ນພືນຖານຢູ່ ສ.ປ.ປ.ລາວ ຈະໄດ້ຮັບການສົ່ງເສີມຜ່ານໂຄງການກອງທຶນຮ່ວມມືສາກົນເພື່ອການສຶກສາໄລຍະສາມ: “ໂຄງການຮຽນຮູ້ ແລະ ຄວາມເທົ່າທຽມ”ທີ່ມີມູນຄ່າ 47 ລ້ານ ໂດລາສະຫະລັດ

ນະຄອນຫຼວງວຽງຈັນ ວັນທີ 3 ກັນຍາ 2021. ໃນວັນສຸກທີ່ຜ່ານມາ, ທະນາຄານໂລກ ແລະ ລັດຖະບານ ສ.ປ.ປ. ລາວ ໄດ້ປະກາດ ເປີດໂຕໂຄງການ ກອງທຶນຮ່ວມມືສາກົນ ເພື່ອການສຶກສາໄລຍະ III: ໂຄງການຮຽນຮູ້ ແລະ ຄວາມເທົ່າທຽມທີ່ມີມູນຄ່າ 47 ລ້ານ ໂດລາສະຫະລັດ ໂດຍມີເປົ້າໝາຍເລັ່ງໃສ່ການປັບປຸງການຈັດຕັ້ງປະຕິບັດວຽກງານການສຶກສາກ່ອນໄວຮຽນ, ຂັ້ນປະຖົມສຶກສາ ແລະ ການປັບປຸງລະບົບການສຶກສາໃນຂອບເຂດທົ່ວປະເທດ.

ໂຄງການນີ້ ແມ່ນໃສ່ການສ້າງຄວາມເຂັ້ມແຂງຂະບວນການຮຽນຮູ້ໂດຍຜ່ານສາມຊ່ອງທາງຄື: ຊ່ອງທາງທີ1 ແມ່ນ ຫ້ອງກຽມປະຖົມ ເພື່ອໃຫ້ເດັກນ້ອຍກຽມຄວາມພ້ອມໃນການເຂົ້າໂຮງຮຽນ ໂດຍຜ່ານກຸ່ມພັດທະນາເດັກໃນຊຸມຊົນ, ການສອນຄວບອາຍຸ, ແຜນງານການກຽມຄວາມພ້ອມດ້ານການອ່ານ ສຳລັບເດັກອາຍຸ 5 ປີ ແລະ ການກັ່ນຕອງຄວາມບົກຜ່ອງໜ້າທີ່ການຂອງເດັກ. ຊ່ອງທາງທີສອງ ແມ່ນສຸມໃສ່ການຝຶກອົບຮົມໃຫ້ບັນດາຄູ ເພື່ອກະກຽມ ແລະ ກະຕຸກຊຸກຍູ້ຄູໃນການປະຕິບັດໜ້າທີ່; ແລະ  ຊ່ອງທາງທີສາມ ແມ່ນລະບົບການຄຸ້ມຄອງບໍລິຫານໂດຍເນັ້ນໃສ່ໂຮງຮຽນເປັນຫຼັກ ເຊິ່ງຈະຊ່ວຍປັບປຸງສະພາບແວດລ້ອມຂອງການຮຽນ-ການສອນໃຫ້ດີຂຶ້ນ.

ທ່ານ ຮສ. ປອ ພຸດ ສິມມາລາວົງ, ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ກ່າວວ່າ: “ໂຄງການນີ້ເປັນການລົງທຶນອັນໃຫຍ່ຫຼວງຕໍ່ການພັດທະນາຊັບພະຍາກອນມະນຸດຢູ່ ສ.ປ.ປ ລາວ ແລະ ຍັງເປັນໂຄງການທີ່ ຊ່ວຍລິເລີ່ມຈັດຕັ້ງປະຕິບັດ ແຜນພັດທະນາຂະແໜງສຶກສາທິການ ແລະ ກິລາ 5 ປີ ຄັ້ງທີ IX (2021-2025)”. ທ່ານ ຍັງໄດ້ກ່າວວ່າ “ການປັບປຸງການຮຽນຂອງນັກຮຽນ ແລະ ການສິດສອນຂອງຄູອາຈານໃຫ້ມີປະສິດຕິຜົນ ເປັນບຸລິມະສິດຂອງ ກະຊວງສຶກສາທິການ ແລະ ກິລາ ແລະ ຄວາມພະຍາຍາມດັ່ງກ່າວ ຈະຊ່ວຍພວກເຮົາບັນລຸຄາດໝາຍການພັດທະນາການສຶກສາ ແລະ ກິລາທີ່ວາງໄວ້”.

ພາຍໃຕ້ໂຄງການນີ້ ມີບາງກິດຈະກຳຂອງໂຄງການຈະຈັດຕັ້ງປະຕິບັດໃນຂອບເຂດທົ່ວປະເທດ ແລະ ບາງກິດຈະກຳຈະໄດ້ສຸມໃສ່ເມືອງເປົ້າໝາຍຂອງໂຄງການ. ນອກນີ້, ຍັງຖືວ່າເປັນການລິເລີ່ມ ປະສົມປະສານການອອກແບບໂຄງການ ເພື່ອທົດແທນການສູນເສຍເວລາໃນໄລຍະການແຜ່ລະບາດຂອງພະຍາດໂຄວິດ-19.

ທ່ານ ອາເລັກສຊັນເດີ ເກຣເມີ (Alexander Kremer), ຫົວໜ້າຫ້ອງການທະນາຄານໂລກປະຈຳ ສປປ ລາວ ກ່າວວ່າ: “ການສົ່ງເສີມການພັດທະນາຊັບພະຍາກອນມະນຸດ ທີ່ ສ.ປ.ປ.ລາວ ຈະປະກອບສ່ວນຢ່າງໃຫຍ່ຫຼວງໃຫ້ການພັດທະນາປະເທດໃນໄລຍະຍາວ.  ພວກເຮົາຮູ້ດີວ່າ ການດຳລົງຊີວິດຂອງປະຊາຊົນ ແມ່ນອີງໃສ່ ສິ່ງທີ່ເຂົາເຈົ້າຮຽນຮູ້ກ່ອນອາຍຸ 5 ປີ. ຍ້ອນເຫດຜົນດັ່ງກ່າວ ໂຄງການນີ້ຈະສຸມໃສ່ວຽກງານການສຶກສາກ່ອນໄວຮຽນ ສໍາລັບເດັກໃນເກນອາຍຸ 3-5 ປີ ປະມານ 1.300 ບ້ານ ”.

ປະຊາກອນ ລາວ ຍັງເປັນປະຊາກອນທີ່ໜຸ່ມນ້ອຍ  ເຊິ່ງໜຶ່ງໃນສອງ ມີອາຍຸຕໍ່າກວ່າ 24 ປີ. ໃນຂະນະທີ່ອັດຕາການເຂົ້າຮຽນ ແມ່ນສູງ, ແຕ່ລະດັບການຮຽນຮູ້ແມ່ນຍັງຕໍ່າ. ດ້ວຍເຫດນີ້, ການສຸມໃສ່ການປັບປຸງຜົນໄດ້ຮັບຈາກການຮຽນໄລຍະຕົ້ນໆ ຈຶ່ງຖືເປັນອົງປະກອບທີ່ສຳຄັນຂອງໂຄງການ ແລະ ເປັນການລົງທຶນໄລຍະຍາວໃສ່ອານາຄົດຂອງຊາດ. ກະຊວງສຶກສາທິການ ແລະ ກິລາ ຈະລິເລີ່ມຈັດຕັ້ງປະຕິບັດໂຄງການ ໂດຍການຮ່ວມມື ລະຫວ່າງ ສ.ປ.ປ.ລາວ ແລະ ທະນາຄານໂລກຮ່ວມກັບຄູ່ຮ່ວມພັດທະນາອື່ນໆໃນວຽກງານການສຶກສາກ່ອນໄວຮຽນ.

ສາມາຄົມການພັດທະນາສາກົນ ຫຼື IDA ຂອງ ກຸ່ມທະນາຄານໂລກ ຈະສະໜອງທຶນມູນຄ່າ 30 ລ້ານໂດລາສະຫະລັດ ເພື່ອສະໜອງທຶນໃຫ້ໂຄງການນີ້ ແລະ ມູນຄ່າ 17 ລ້ານ ໂດລາສະຫະລັດ ໃນຮູບແບບການຊ່ວຍເຫຼືອລ້າ ຈາກກອງທຶນຮ່ວມສາກົນເພື່ອການສຶກສາ.


ເລກທີ ບົດອອກຂ່າວ: 2022/014/EAP

ລາຍ​ຊື່

Aiden Glendinning
External Affairs Officer
+856 20 57771301
aglendinning@worldbankgroup.org
Api
Api