Skip to Main Navigation
ບົດອອກຂ່າວ 10 ມິ.ຖ. 2021

ການສະໜອງທຶນເພີ່ມຕື່ມໃສ່ວຽກງານ COVID-19 ເພື່ອບັນລຸຄາດໝາຍການສັກວັກຊີນໃນ ສປປ ລາວ ໃຫ້ໄດ້ 50%

Vientiane, June 10, 2021 - ສ​ປ​ປ ລາວ ໄດ້​ຮັບ​​ທຶນເພີ່ມຕື່ມ US$15 ລ້ານໂດລາສະຫະລັດ ​ເພື່ອຕອບໂຕ້ ແລະ ​ຕ້ານ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ COVID-19 ໃນ​ປະ​ເທດ, ສືບ​ເນື່ອງ​ຂໍ້​ຕົກ​ລົງ​​ລະ​ຫວ່າງ ທະ​ນາ​ຄານ​ໂລກ ແລະ ລັດ​ຖະ​ບານ ສປປລາວ. ທຶນ​ເພີ່ມ​ຕື່ມ​ນີ້​ແມ່ນ​ເປັນ​ເງິນ​ທຶນ​ກູ້​ຢືມ $10 ລ້ານໂດລາສະຫະລັດ ຈາກສະ​ມາ​ຄົມ​ພັດ​ທະ​ນາ​ສາ​ກົນ (IDA) ແລະ ທຶນ​ຊ່ວຍ​ເຫຼືອ​ລ້າ​ $5 ລ້ານ​ໂດລາສະຫະລັດ ຈາກ ກອງ​ທຶນຫຼາຍ​ຝ່າຍເພື່ອ​ຕອບໂຕ້ ແລະ ກຽມ​ພ້ອມກໍລະນີ​ເຫດ​ສຸກ​ເສີນ​ດ້ານ​ສາ​ທາ​ລະ​ນະ​ສຸກ (Health Emergency Response and Preparedness Multi-Donor Trust Fund).

ສືບ​ຕໍ່ຈາກ ​ການ​ອະ​ນຸ​ມັດ​ທຶນ​ເບື້ອງ​ຕົ້ນ $18 ລ້ານ​ຈາກ ໂຄງ​ການ​ຕອບໂຕ້ກັບ COVID-19 ໃນ​ເດືອນ ເມ​ສາ 2020, ລັດ​ຖະ​ບານ​ລາວ​ໄດ້​ຮຽກ​ຮ້ອງ​ການ​ສະ​ໜອງ​ທຶນ​ເພີ່ມ​ຕື່ມ​ໃນ​ປີ​ນີ້ ເພື່ອ​ຂະ​ຫຍາຍ​ຕໍ່ໃນວຽກ​ງານ​ການ​ສັກ​ວັກ​ຊີນ COVID-19. ​ລວມຍອດ​ຂອງ​ໂຄງ​ການ​ເປັນ $33 ລ້ານໂດລາສະຫະລັດ ຈາກທຶນ​ບ້ວງ​ໃໝ່​ລວມ​ເຂົ້າ​ກັບ​ທຶນ​ຜ່ານ​ມາ ແລະ ຈະ​ຖືກ​ນຳ​ໃຊ້​ເຂົ້າ​ໃນ​ວຽກ​ງານ​ສັກ​ວັກ​ຊີນ ແລະ ​ການ​ສະ​ໜອງ​ທືນ​ຕື່ມ​ຮ່ວມກັບແຜນ​ງານ​​ສະຫນອງວັກຊິນສາ​ກົນ COVAX ແລະ ຂອງ​ຜູ້​ໃຫ້​ທຶນ​ອື່ນໆ. ກອງ​ທຶນ​ຍັງ​ຈະ​ຖືກ​ນຳ​ໃຊ້​ເພື່ອ​ຊ່ວຍ​ຈັດ​ຊື້​ວັກ​ຊີນ​ເພີ່ມ​ຕື່ມ ເພື່ອໃຫ້ປະຊາຊົນ​ ສ​ປ​ປ ລາວ ສາ​ມາດ​ສັກ​ວັກ​ຊີນ​ໃຫ້​ໄດ້ 50 ສ່ວນ​ຮ້ອຍ​ຂອງ​ປະ​ຊາ​ກອນ​.

ພະ​ນະ​ທ່ານ ດ​ຣ ບຸນ​ແຝງ ພົມ​ມະ​ໄລ​ສິດ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ ກ່າວ​ວ່າ ຂໍ້​ຕົກ​ລົງ​ໃໝ່ນີ້ “ຈະຊຸກຍູ້​ແຜນ​ແຫ່ງ​ຊາດຂອງ​ລັດ​ຖະ​ບານ ໃນການ​​ຈັດຕັ້ງປະ​ຕິ​ບັດ​ວຽກງານສັກ​ວັກ​ຊີນ​​ໂກວິດໃຫ້​ແກ່​ປະ​ຊາ​ກອນ ພາຍຫຼັງ​ຜົນ​ສຳ​ເລັດ​ຂອງ​ຂະ​ບວ​ນ​ການ​ສັກ​ວັກ​ຊີນ​ໄລ​ຍະ​ທີ 1 ທີ່​ຜ່ານ​ມາ ແລະ ສືບຕໍ່ເລັ່ງ​ໃສ່​ການສັກ​ວັກ​ຊີນ​ໃຫ້ແກ່ປະຊາກອນເປົ້າຫມາຍ ນອກ​ນັ້ນ, ຂໍ້​ຕົກ​ລົງ​ໃໝ່​ນີ້​ຈະ​ສານ​ຕໍ່​ຜົນ​ສຳ​ເລັດ​ໃນ​ເບື້ອງ​ຕົ້ນ​ຂອງ​ໂຄງ​ການ​ຕອບໂຕ້ ທີ່ໄດ້​ສ້າງ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ລະ​ບົບ​ການ​ຕອບໂຕ້ສຸກ​ເສີນ ແລະ ໄດ້​ສະ​ໜອງ​ອຸ​ປະ​ກອນ ແລະ ເຄື່ອງ​ມື​ການ​ແພດ​ສຳ​ຄັນ ແລະ ສູນ​ກັກ​ກັນ ກໍ​ຄື ​ການປິ່ນ​ປົວ​ພາຍ​ໃຕ້ ຄຳ​ຊີ້​ນໍາ ຂອງ​ຄະ​ນະ​ສະ​ເພາະ​ກິດ COVID-19 ແຫ່ງ​ຊາດ.”

ໃນ​ການ​ສະ​ໜອງ​ທຶນ​ລວມ​ຂອງ​ໂຄງ​ການ​ນັ້ນ, ປະ​ມານ $9 ລ້ານໂດລາສະຫະລັດ ​ແມ່ນ​ຈະ​ຖືກ​ຈັດ​ສັນ​ເພື່ອ​ຈັດ​ຊື້​ວັກ​ຊີນ. ​ລວມ​ທັງ​ການ​ຈັດ​ສັນ​ຈາກ ກອ​ງ​ທຶນຫຼາຍ​ຝ່າຍ ປະ​ມານ $5.5 ລ້ານ ແມ່ນ​ຈະ​ຊ່ວຍ​ຮັບ​ປະ​ກັນການ​ສະ​ໜອງວັກ​ຊີນ​ຕ້ານ COVID-19 ທີ່​ປອດ​ໄພ, ມີ​ປະ​ສິດ​ທິ​ຜົນ ແລະ ຄວາມ​ສະ​ເໝີ​ພາບ​ໃຫ້​ແກ່​ກຸ່ມ​ເປົ້າ​ໝາຍ ດັ່​ງ​ທີ່​ກຳ​ນົດ​​ໄວ້ໃນ​ແຜນງານ​ແຫ່ງ​ຊາດ. ກິດ​ຈະ​ກຳການ​ປະ​ຕິ​ບັດ​ງານ ​ລວມ​ມີ ກາ​ນ​ຝຶກ​ອົບ​ຮົມ​ພະ​ນັກ​ງານ​ສາ​ທາ​ລະ​ນະ​ສຸກ​ກ່ຽວ​ກັບ​ການ​ສັກວັກຊິນຢ່າງປອດໄພ ແລະ ມີປະສິດທີຜົນ, ການ​ສັກວັກ​ຊີນຢູ່​ໂຮງໝໍ​ແບບ ຄົງທີ່ ແລະ ແບບເຄື່ອນ​ທີ່ ໃນ​ເຂດ​ຫ່າງ​​ໄກ​ສອກຫຼີກ ກໍ​ຄື ເຂດ​ຊົນ​ນະ​ບົດ, ການ ​ຄຸ້​ມ​ຄອງບໍລິຫານ ແລະ ການຕິດ​ຕາມ​ແຜນ​ງານ​ການສັກ​ວັກ​ຊີນ.

“ການ​ສະ​ໜອງ​ທຶນ​ເພີ່ມ​ຕື່ມ​ນີ້ ແມ່ນ​ທັນເວລາ ໃນ​ຍາມ​ທີ່ ສ​ປ​ປ ລາວ ໄດ້ເຮັດ​ວຽກ​ຢ່າງ​ຕັ້ງ​ໜ້າ​ເພື່ອ​ຄວບ​ຄຸມ​ຄື້ນ​ການ​ລະ​ບາດ​ໃໝ່​ຂອງ​ພະ​ຍາດ COVID-19,” ກ່າວໂດຍ ມາ​ຣຽມ ເຊີ​ມານ, ຫົວ​ໜ້າ​ທະ​ນາ​ຄານ​ໂລກ​ປະ​ຈຳ​ຫ້ອງ​ການ ກຳ​ປູ​ເຈຍ, ສ​ປ​ປ ລາວ ແລະ ມຽນ​ມາ. “ຂະ​ບວນ​ການ​ສັກ​ວັກ​ຊີນ​ທີ່ກວ້າງ​ຂວາງ ຕໍ່ເນື່ອງ ແລະ ບໍ່​ຂ້ອງ​ຄາ ມີ​ຄວາມ​ສຳ​ຄັນ​ຕໍ່​ການ​ຟື້​ນ​ຟູ​ເສດ​ຖະ​ກິດ​ຂອງ​ປະ​ເທດ ຈາກ​ຄວາມ​ຝືດ​ເຄືອງ ຫຼ້າ​ຊ້າ ທີ່​ເກີດ​ຈາກ​ການ​ລະ​ບາດ. ພວກ​ເຮົາ​ເຫັນວ່າ ແຜນ​ງານ​ທີ່ລິ​ເລີ່ມ​ນີ້ເປັນການສານ​ຕໍ່​ວຽກງານການ​ຕອບໂຕ້ການລະບາດພະຍາດໄດ້ຢ່າງ​ເຂັ້ມ​ແຂງ​ ຂອງ ສປປ ລາວ.”

ໂຄງ​ການ​ຕອບໂຕ້ກັບ COVID-19 ເປັນ​ສ່ວນ​ໜຶ່ງ​ຂອງວຽກ​ງານ​ສາ​ທ​າ​ລະ​ນະ​ສຸກ​ໃນ​ການຕອບໂຕ້ ຕ້ານ​​ກັບ​ການ​ລະ​ບາດ​ ໂດຍ​ການ​ສະ​ໜັບ​ສະ​ໜູນ​ຂອງ​ຄູ່​ຮ່ວມ​ພັດ​ທະ​ນາ​ທີ່ຫລາກຫລາຍ ພາຍ​ໃຕ້​ການ​ຊີ້​ນຳ​ຂອງ ກະ​ຊວງ​ສາ​ທາ​ລະ​ນະ​ສຸກ ແລະ ​ການສະຫນັບສະຫນຸນວຽກງານທາງດ້ານສາ​ທາ​ລະ​ນະ​ສຸກ​ທີ່​ມີ​ຂອງ ທະ​ນາ​ຄານ​ໂລກ ເຊັ່ນ ໂຄງການ-ແຜນງານຄຸ້ມຄອງບໍລິຫານສາທາລະນະສຸກ ແລະ ໂພຊະນາການ (ຜ-ບສພ) (HGNDP) ແລະ ໂຄງ​ການ​ເຂົ້າ​ເຖິງ​ການ​ບໍ​ລິ​ການ​ສາ​ທາ​ລະ​ນະ​ສຸກ ແລະ ໂພ​ຊະ​ນາ​ການ (HANSA).

Contact:

ທີ່​ວຽງ​ຈັນ: ເອ​ເດິນ ແກຼນ​ດີ​ນິງ +856 20 57771301, aglendinning@worldbankgroup.org


Api
Api