Skip to Main Navigation
ບົດອອກຂ່າວ 22 ຕ.ລ. 2020

ສປປ ລາວ: ໄດ້ຮັບອະນຸມັດທຶນຊ່ວຍເຫຼືອສຸກເສີນ ສໍາລັບທຸລະກິດຂະໜາດນ້ອຍ ແລະ ກາງ

ວໍຊິງຕັນ, 22 ຕຸລາ 2020 – ມື້ນີ້ ສະພາບໍລິຫານຂອງທະນາຄານໂລກ ໄດ້ອະນຸມັດທຶນຊ່ວຍເຫຼືອສຸກເສີນ ມູນຄ່າ 40 ລ້ານໂດລາສະຫະລັດ ເພື່ອສະໜັບສະໜູນບັນດາທຸລະກິດຂະໜາດນ້ອຍ ແລະ ກາງໃຫ້ສາມາດຟື້ນຕົວຈາກຜົນກະທົບຂອງພະຍາດລະບາດໂຄວິດ-19 ຢູ່ ສປປ ລາວ.

ທຶນຊ່ວຍເຫຼືອດັ່ງກ່າວແມ່ນຈະສະໜອງຜ່ານໂຄງການ ການເຂົ້າເຖິງແຫຼ່ງທຶນເພື່ອໃຫ້ການຊ່ວຍເຫຼືອສຸກເສີນ ແລະ ຟື້ນຟູຈຸນລະວິສາຫະກິດ ວິສາຫະກິດຂະໜາດນ້ອຍ ແລະ ກາງ  ເຊິ່ງຈະຮ່ວມເຮັດວຽກກັບກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ບັນດາທະນາຄານທຸລະກິດ ພາຍໃນປະເທດ ເພື່ອສະໜອງສິນເຊື່ອໃຫ້ວິສາຫະກິດຂະໜາດນ້ອຍ ແລະ ກາງ ທີ່ພົບຄວາມຫຍຸ້ງຍາກໃນການຮັບມືກັບສະພາບເສດ ຖະກິດຖົດຖອຍ ອັນເປັນຜົນຍ້ອນພະຍາດລະບາດໂຄວິດ-19. ເປົ້າໝາຍຂອງໂຄງການ ແມ່ນເພື່ອເປີດໂອກາດໃຫ້ວິສາຫະກິດຂະໜາດ ນ້ອຍ ແລະ ກາງ ໃຫ້ສາມາດເຂົ້າເຖິງທຶນໝູນວຽນ ທີ່ຈະຊ່ວຍຮັກສາໃຫ້ທຸລະກິດຂອງເຂົາເຈົ້າຢູ່ລອດໃນໄລຍະວິກິດພະຍາດລະບາດ ແລະ ໃນໄລຍະການຟື້ນຕົວເບື້ອງຕົ້ນ ຫຼື ເຂົ້າເຖິງເງິນກູ້ເພື່ອການລົງທຶນ ສໍາລັບການລົງທຶນໃສ່ອຸປະກອນໃໝ່ໆ ຫຼື ການຂະຫຍາຍໂຮງຈັກ ໂຮງງານ. 

ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ມີຄວາມສໍາຄັນຕໍ່ເສດຖະກິດຂອງສປປ ລາວ ເຊິ່ງ ປະກອບສ່ວນປະມານ 82 ສ່ວນຮ້ອຍເຂົ້າໃນການຈ້າງງານທັງໝົດ. ວິສາຫະກິດເຫຼົ່ານີ້ພົບວ່າຖືກກະທົບຢ່າງໜັກຈາກວິກິດການພະຍາດລະບາດໂຄວິດ-19, ຫຼາຍວິສາ ຫະກິດປະເຊີນກັບການຫຼຸດລົງຊັກໄຊ້ ດ້ານຄວາມຕ້ອງການ ແລະ ລາຍໄດ້ ຕະຫຼອດຮອດຕ່ອງໂສ້ການຜະລິດກໍ່ຖືກກະທົບ. ໃນໄຕມາດທີ ສອງຂອງປີ 2020 ພົບວ່າ ການທ່ອງທ່ຽວຢຸດນິ້ງ ແລະ ການຈໍາກັດການເຄື່ອນໄຫວໄປມາຂອງພົນລະເມືອງໃນເດືອນເມສາ ແລະ ພຶດສະພາ ເຮັດໃຫ້ຄວາມຕ້ອງການດ້ານການບໍລິການຕ່າງໆຖືກຈໍາກັດ ແລະ ເຮັດໃຫ້ການຜະລິດຢູ່ຫຼາຍວິສາຫະກິດຕ້ອງຍຸຕິຊົ່ວຄາວ. ບັນຫາເຫຼົ່ານີ້ ຄາດວ່າຈະເຮັດໃຫ້ຫຼາຍວິສາຫະກິດມີການປົດພະນັກງານຂອງຕົນໃນອັດຕາສ່ວນທີ່ສູງ ໃນຂະນະທີ່ເຄິ່ງໜຶ່ງຂອງເຈົ້າຂອງວິສາຫະກິດ ຮູ້ສຶກວ່າມີຄວາມເປັນໄປໄດ້ສູງທີ່ເຂົາເຈົ້າຕ້ອງໄດ້ປິດກິດຈະການຢ່າງຖາວອນ.

ທ່ານນາງ ມາຣຽມ ເຊີແມນ ຜູ້ອໍານວຍການ ທະນາຄານໂລກ ປະຈໍາ ມຽນມາ, ກໍາປູເຈຍ ແລະ ສປປ ລາວ ໄດ້ກ່າວວ່າ: “ໂຄງການໃໝ່ນີ້ ຈະຊ່ວຍບັນດາວິສາຫະກິດໃຫ້ຍັງສາມາດດໍາເນີນທຸລະກິດຂອງຕົນ, ປົກປ້ອງຊີວິດການເປັນຢູ່ຂອງພະນັກງານ ແລະ ຫຼຸດຜ່ອນຜົນກະທົບດ້ານເສດຖະກິດ-ສັງຄົມ ທີ່ເກີດຈາກພະຍາດລະບາດໂຄວິດ-19. “ໂຄງການດັ່ງກ່າວນີ້ ຈະສານຕໍ່ວຽກຈາກໂຄງການ ການເຂົ້າເຖິງແຫຼ່ງທຶນສໍາລັບວິສາຫະກິດ ຂະໜາດນ້ອຍ ແລະ ກາງ, ເຊິ່ງມີຜົນສໍາເລັດໃນການສະໜອງທຶນໃຫ້ SMEs ລາວ ນັບແຕ່ປີ 2014.”

ໂຄງການຈະສະໜອງແຫຼ່ງທຶນໃຫ້ບັນດາທະນາຄານທຸລະກິດທີ່ເຂົ້າຮ່ວມໂຄງການ ເຊິ່ງຈະເຮັດໜ້າທີ່ປ່ອຍກູ້ຕໍ່ໃຫ້ບັນດາວິສາຫະກິດທີ່ສົນ ໃຈ. ພ້ອມນີ້, ທະນາຄານໂລກ ຈະສະໜອງການຊ່ວຍເຫຼືອທາງດ້ານວິຊາການ ເພື່ອສ້າງຂີດຄວາມສາມາດໃຫ້ທະນາຄານແຫ່ງ ສປປ ລາວ ໃນການຄຸ້ມຄອງກົນໄກຄໍ້າປະກັນສິນເຊື່ອ. ວິທີນີ້ ຈະຊ່ວຍຫຼຸດຜ່ອນຄວາມສ່ຽງດ້ານສິນເຊື່ອ ທີ່ຕິດພັນກັບເງິນກູ້ທີ່ປ່ອຍໃຫ້ພາຍໃຕ້ ໂຄງການ ເຊິ່ງເປັນການຊ່ວຍໃຫ້ບັນດາທະນາຄານທຸລະກິດທີ່ເຂົ້າຮ່ວມໂຄງການ ສາມາດສືບຕໍ່ສະໜອງການເຂົ້າເຖິງແຫຼ່ງທຶນ. ນອກຈາກນີ້, ໂຄງການຍັງຈະສະໜອງການຊ່ວຍເຫຼືອທາງດ້ານວິຊາການ ເພື່ອສ້າງຄວາມເຂັ້ມແຂງໃຫ້ບັນດາທະນາຄານທຸລະກິດ, ວິສາຫະກິດ ຂະໜາດນ້ອຍ ແລະ ກາງ, ກະຊວງ ອຸດສາຫະກໍາ ແລະການຄ້າ ແລະ ບັນດາສະຖາບັນອື່ນໆທີ່ເຂົ້າຮ່ວມໂຄງການ. ປະຈຸບັນ ມີທະນາຄານ ທຸລະກິດທີ່ມີຊື່ສຽງ ຫ້າແຫ່ງແລ້ວ ທີ່ໄດ້ສະແດງຄວາມສົນໃຈເຂົ້າຮ່ວມໂຄງການ.    

ເພື່ອໃຫ້ບັນລຸໄດ້ເງື່ອນໄຂໃນການຮັບເງິນກູ້ພາຍໃຕ້ໂຄງການ, ວິສາຫະກິດທີ່ເຂົ້້າຮ່ວມຕ້ອງຈົດທະບຽນເປັນວິສາຫະກິດຖືກຕ້ອງ ກໍ່ຄືຈຸນລະວິສາ ຫະກິດ (ມີພະນັກງານ 1-5 ຄົນ), ວິສາຫະກິດຂະໜາດນ້ອຍ (ມີພະນັກງານ 6-50 ຄົນ) ຫຼື ເປັນວິສາຫະກິດຂະໜາດກາງ (ມີພະ ນັກງານ 51-99 ຄົນ). ການຕັດສິນໃຈອະນຸມັດເງິນກູ້ ແລະ ການກໍານົດອັດຕາດອກເບ້ຍເງິນກູ້ ແມ່ນຂຶ້ນກັບທະນາຄານທຸລະກິດທີ່ເຂົ້າ ຮ່ວມໂຄງການ ເຊິ່ງຈະດໍາເນີນການບົນພື້ນຖານການປະເມີນອະນຸມັດສິນເຊື່ອຕາມລະບຽບຫຼັກການພາຍໃນຂອງເຂົາເຈົ້າ. 


ເລກທີ ບົດອອກຂ່າວ: 2021/048/EAP

ລາຍ​ຊື່

ທີ່ນະຄອນຫຼວງວຽງຈັນ:
Aiden Glendinning
+856 20 57771301
aglendinning@worldbankgroup.org
ທີ່ວໍຊິງຕັນ:
Nick Keyes
+1 (202) 473-9135
nkeyes@worldbankgroup.org
Api
Api