Skip to Main Navigation
ບົດອອກຂ່າວ 1 ມ.ສ. 2019

ຮອງປະທານທະນາຄານໂລກ ປະຈຳພາກພື້ນອາຊີຕາເວັກອອກ ແລະ ປາຊີຟິກ ໄດ້ເນັ້ນໜັກວຽກງານສ້າງທຶນທາງດ້ານຊັບພະຍາກອນມະນຸດ ແລະ ການເຕີບໂຕສີຂຽວ ໃນໄລຍະຢ້ຽມຢາມ ສປປ ລາວ

Image

ນະ​ຄອນຫຼວງວຽງ​ຈັນ, ວັນ​ທີ 1 ເມ​ສາ 2019 – ທ່ານ​ນາງ ວິກ​ຕໍ​ເຣຍ ກວັກ​ວາ, ຮອງ​ປະ​ທານ​ທະ​ນາ​ຄານ​ໂລກ ປະ​ຈຳ​ພາ​ກ​ພື້ນ​ອາ​ຊີຕາ​ເວັກ​ອອກ ແລະ ປ​າຊີ​ຟິກ ໄດ້​ສິ້ນ​ສຸດ​ການ​ຢ້ຽມ​ຢາມ​ ສ​ປ​ປ ລາວ ຢ່າງ​ເປັນທາງ​ການ ​ໃນ​ວັນ​ເສົາ​ທີ່ຜ່ານ​ມາ​ ທັງ​ໝົດ​ເປັນ​ເວ​ລາ 4 ວັນ. ໃນ​​ຊ່ວງ​ໄລ​ຍະ​ຢ້ຽມ​ຢາມ ​ແຕ່​ວັນ​ທີ 27 ຫາ 1 ເມ​ສາ ເພິ່ນ​ໄດ້​ຊົມ​ເຊີຍ​ຕໍ່​ຄວາມ​ຄືບ​ໜ້າ​ຂອງວຽກງານ​ພັດ​ທະ​ນາ ທີ່ ສ​ປ​ປ ລາວ ​ຍາດ​ມາ​ໄດ້ໃນ​ໜຶ່ງ​​ທົດ​ສະ​ວັດ​ທີ່​ຜ່ານ​ມາ, ແລະ ໄດ້ເນັ້ນ​ຢ້ຳ​ເຖິງ​ຄວາມ​ສຳ​ຄັນ​​​ຂອງການ​ສະ​ໜັບ​ສະ​ໜູນ​ຮູບ​ແບບການ​ເຕີບ​ໂຕ​ທາງ​ດ້ານ​ເສດ​ຖະ​ກິດ​ແບບ​ທົ່ວ​ເຖິງ ແລະ ຍືນ​ຍົງ​ໃຫ້ຫຼາຍ​ຂຶ້ນໃນ​ອະ​ນາ​ຄົດ.

ໃນ​​ຊ່ວງ​​ໄລ​ຍະ​ຢ້ຽມ​ຢາມ, ເພິ່ນ​ໄດ້​ເຂົ້າ​ຢ້ຽມ​ຄຳ​ນັບ ​ທ່ານ ສົມ​ດີ ​ດວງ​ດີ, ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ແລະ ລັດ​ຖະ​ມົນ​ຕີ​ວ່າ​ການກະ​ຊວງ​ການ​ເງິນ, ທ່ານ ສຸ​ພັນ ແກ້ວ​ມີ​ໄຊ, ລັດ​ຖະ​ມົນ​ຕີ​ວ່າ​ການກະ​ຊວງ​​ແຜນ​ການ ​ແລະ​ ການ​ລົງ​ທຶນ, ແລະ ທ່ານ ​ສົມ​ມາດ ພົນ​ເສ​ນາ, ລັດ​ຖະ​ມົນ​ຕີ​ວ່າ​ການກະ​ຊວງ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ ແລະ ສິ່ງ​ແວດ​ລ້ອມ. ທ່ານນາງ ກວັກ​ວ​າ ແລະ ບັນ​ດາ​ພະ​ນະ​ທ່ານ ໄດ້​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ການ​ເປັນ​ຄູ່​ຮ່ວມ​ງານ​ທີ່​ໃກ້​ຊິດລະ​ຫວ່າງ ສ​ປ​ປ ລາວ ແລະ ກຸ່ມ​ທະ​ນາ​ຄານ​ໂລກ, ແລະ ການ​ສົນ​ທະ​ນາ​ໄດ້​ສຸມ​ໃສ່​ຂົງ​ເຂດ​ການ​ຮ່ວມ​ມືທີ່​ສຳ​ຄັນລວມ​ມີ​ ວຽກ​ງານເດັກ​ຕ່ຳ​ກວ່າ​ມາດ​ຕະ​ຖານ ແລະ ​ໂພ​ຊະ​ນາ​ການ, ຄວາມ​ປອດ​ໄພ​ຂອງ​ເຂື່ອນ​ໄຟ​ຟ້ານ້ຳ​ຕົກ, ສະ​ພາບ​ແວດ​ລ້ອມໃນ​ການ​ດຳ​ເນີນ​ທຸ​ລະ​ກິດ, ການ​ຄຸ້ມ​ຄອງວຽກ​ງານ​ການ​ເງິນ​ແຫ່ງ​ລັດ ແລະ ການ​ເຕີບ​ໂຕ​ສີ​ຂຽວ.

ທ່ານ​ນາງ ກວັກ​ວາ ໄດ້​ກ່າວ​ວ່າ “ສ​ປ​ປ ລາວ ມີ​ການ​ຂະ​ຫຍາຍ​ຕົວ​ທາງ​ດ້ານ​ເສດ​ຖະ​ກິດ​ຢ່າງວ່ອງ​ໄວ ແລະ ມີ​ຄວາມ​ຄືບ​ໜ້າ​ໃນການ​ພັດ​ທະ​ນາ​ປະ​ເທດຢ່າງ​ໜ້າ​ປະ​ທັບ​ໃຈໃນ​​ໜຶ່ງທົດ​ສະ​ວັດ​ທີ່​ຜ່ານ​ມາ. ​ທັງ​ນີ້ເພື່​ອ​ເຮັດ​ໃຫ້​ການ​ພັດ​ທະ​ນາ​ມີ​ລັກ​ສະ​ນະທົ່ວ​ເຖິງ ແລະ ຍືນ​ຍົງ​ຫຼາຍ​ຂືຶ້ນ, ​ຈຶ່ງສຳ​ຄັນ​ຍິ່ງ ​ທີ່ ສ​ປ​ປ ລາວ ຈະ​ຕ້ອງ​ໄດ້​​ລົງ​ທຶນສ້າງ​ທຶນ​ທາງ​ດ້ານ​ຊັບ​ພະ​ຍາ​ກອນ​ມະ​ນຸດ, ​ມຸ່ງກ້າວ​ໄປ​ຕາມ​ເສັ້ນ​ທາງການ​ເຕີບ​ໂຕ​ສີ​ຂຽວ​​ກວ່າ​ເກົ່າ ແລະ ເປີດກວ້າງ​ໃຫ້​ພາກ​ສ່ວນ​ເອ​ກະ​ຊົນ​​ເຂົ້າ​ມາມີ​ສ່ວນ​ຮ່ວມຫຼາຍ​ຂຶ້ນ. ການ​ລົງ​ທຶນ​​ໃສ່​ຊັບ​ພະ​ຍາ​ກອນ​ມະ​ນຸດ ຈະ​​ເປັນ​ການເພີ່ມພູນ​ຜະ​ລິດ​ຕະ​ຜົນ​ຂອງ​ປະ​ຊາ​ຊົນ​ລາວ ແລະ ຊ່ວຍ​ໃຫ້​​ປະ​ຊາ​ຊົນ​ສາ​ມາດ​ນຳ​ໃຊ້​ໄດ້​​​ສີ​ມື​ແຮ​ງານ​ຕົນ​ເອງໄດ້ຢ່າງ​ເຕັມ​ສ່ວນ​​​ເພື່ອປະ​ກອບ​ສ່ວນ​ເຂົ້າໃນ​​ການ​ຍາດ​ແຍ່ງໂອ​ກາດ​ທາງ​ດ້ານ​ເສດ​ຖະ​ກິດ. ວິ​​ໄສ​ທັດ​ຂອງ​ການ​ເຕີບ​ໂຕ​ສີ​ຂຽວ ເຊິ່ງຖືກວາງ​ອອກ​ໂດຍ​ລັດ​ຖະ​ບານ ແມ່ນ​ເປັນ​​ເງື່ອນ​ໄຂ​ຮັບ​ປະ​ກັນວ່າ ການ​ຈະ​ເລີນ​ເຕີບ​ໂຕ​ທາງ​ດ້ານ​ເສດ​ຖະ​ກິດ​​ຈະ​ມີ​ລັກ​ສະ​ນະແຕກ​ອອກ​ເປັນຫຼາຍຂະ​ແໜງ​ການ​ຫຼາຍ​ຂຶ້ນ ແລະ ​ບໍ່​ຄວນນຳ​ມາ​ເຊິ່ງ​ການ​ສູນ​ເສຍ​ທາງ​ດ້ານ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ​ຂອງ ສ​ປ​ປ ລາວ. ການ​ສ້າງ​ບົດ​ບາດ​​ໃຫ້ພາກ​ເອ​ກະ​ຊົນ​​ມີ​ຄວາມ​ເຂັ້ມ​ແຂງ​ຂຶ້ນ ກໍ​ຈະ​ເປັນ​ສິ່ງ​ສຳ​ຄັນ​ໃນ​ການ​ເພີ່ມ​ພູນ​ຜະ​ລິດ​ຕະ​ຜົນ​ຂອງ​ປະ​ຊາ​ຊົນ​ລາວ ແລະ ຈະ​ສ້າງວຽກ​ເຮັດ​ງານ​ທຳ​ໃຫ້​ປະ​ຊາ​ຊົນ​ລາວ​ອີກ​ດ້ວຍ. ພວກ​ເຮົາ​ຮູ້​ສຶກ​ພາກ​ພູມ​ໃຈ​ທີ່​ໄດ້​ເຮັດ​ວຽກ​ຮ່ວມ ​ກັບ ສ​ປ​ປ ລາວ ໃນ​ບັນ​ດາ​ແຜນ​ງານ​ທີ່​ສຳ​ຄັນ​ເຫຼົ່າ​ນີ້ ແລະ ພວກ​ເຮົາ​ພ້ອມ​ແລ້ວ​ທີ່​ຈະ​ສືບ​ຕໍ່​ເປັນ​ຄູ່​ຮ່ວມ​ງານ​ທີ່​ເຂັ້ມ​ແຂງ​ໃນ​ອະ​ນາ​ຄົດ.”

ໃນ​​ຊ່ວງໄລ​ຍະ​ທີ່​ຢູ່​ວຽງ​ຈັນ, ທ່ານ​ນາງ ກວັກ​ວາ ຍັງ​ໄດ້​ພົບ​ປະ​ກັບ​ຄູ່​ຮ່ວມ​ພັດ​ທະ​ນາ​ສອງ​ຝ່າຍ ແລະ ຫຼາຍ​ຝ່າຍ ແລະ ບັນ​ດາ​ຜູ້​ຕາງ​ໜ້າ​ຈາກ​ພາກ​ສ່ວນ​ເອ​ກະ​ຊົນ ເພື່ອ​ປຶກ​ສາ​ຫາ​ລືກ່ຽວ​ກັບບັນ​ດາ​ຂົງ​ເຂດ​ວຽກ​ງານທີ່​​ທຸກໆ​ພາກ​ສ່ວນ​​ຈະສາ​ມາດ​ເສີມ​ຂະ​ຫຍາຍ​ການ​ຮ່ວມ​ມື​​ກັນເພື່ອ​ການ​ເຕີບ​ໂຕ​​ແບບທົ່ວ​ເຖິງ​ຢູ່ ສ​ປ​ປ ລາວ. ບາງ​ຫົວ​ຂໍ້​ທີ່​ສຳ​ຄັນ​ລວມ​ມີ ການ​​ປັບຟື້ນ​ຕົວ​ຄືນ ​ແລະ​ ການ​ຮັບ​​ມື​ກັບ​ໄພ​ພິ​ບັດ, ການ​ເຕີບ​ໂຕ​ສີ​ຂຽວ, ການ​ເຊື່ອມ​ໂຍງ ແລະ ການ​ດຳ​ເນີນ​ທຸ​ລະ​ກິດ​ຢູ່ ສ​ປ​ປ ລາວ.

ໃນສ່ວນ​ໜຶ່ງ​ຂອງ​ການ​ຢ້ຽມ​ຢາມ, ທ່ານ​ນາງ ກວັກ​ວ​າ ໄດ້​ເດີນ​ທາງ​ໄປ​ຢ້ຽມ​ຢາມ ເມືອງ ຫຼາ ຢູ່ ແຂວງ ອຸ​ດົມ​ໄຊ ເຊິ່ງ​ເປັນ​ໜຶ່ງ​ໃນ​ສີ່​ແຂວງ​​ທີ່​ຈັດ​ຕັ້ງ​ປະ​ຕິ​ບັດວິ​ທີ​ການ​​ເຊື່ອມ​ສານຫຼາຍ​ຂະ​ແໜງ​ການ​ເພື່ອ​ແກ້​ໄຂ​ບັນ​ຫາການ​ຂາດ​​ໂພ​ຊະ​ນາ​ການ. ຢູ່ແຂວງ​ ອຸ​ດົມ​ໄຊ, ເດັກ​ທີ່​​ລວງ​ສູງຕ່ຳ​ກ​ວ່າ​ມາດ​ຕະ​ຖານ ແມ່ນ​ມີ​ສູງ​ກວ່າ 42 ເປີ​ເຊັນ ​ຂອງ​ຈຳ​ນວນ​ເດັກ​ນ້ອຍ​ລຸ່ມ 5 ປີ, ເຊິ່ງ​ຈະ​ມີ​ຜົນ​ກະ​ທົບ​ໄລ​ຍະ​ຍາວ​​ຕໍ່​ຕົວ​ເດັກ​ເອງ. ໃນວິ​ທີ​ການ​​ເຊື່ອມ​ສານຫຼາຍ​ຂະ​ແໜງ​ການນີ້, ບັນ​ດາວຽກ​ງານ​ປົກ​ປ້ອງ​ສັງ​ຄົມ, ນ້ຳ, ສຸ​​ຂາ​ພິ​ບານ ແລະ ​ສຸ​ຂະອະ​ນາ​ໄມ, ສາ​ທາ​ລະ​ນະ​ສຸກ, ການ​ສຶກ​ສາ ແລະ ການ​ຜະ​ລິດ​ອາ​ຫານ​ທີ່​ມີ​ຄວາມຫຼາກຫຼາຍ ຈະ​ສຸມໃສ່​ຫົວ​ໜ່ວຍ​ຄົວ​ເຮືອນ​ດຽວ​ກັນ ໃນ​ໄລ​ຍະຕໍ​ເນື່ອງ​ 10 ປີຕໍ່​ໜ້ານີ້ ເພື່ອ​ແກ້​ໄຂ​ບັນ​ດາປັດ​ໃຈຕົ້ນ​ຕໍ​ທີ່​ສົ່ງ​ຜົນ​ໃຫ້​ເດັກ​ນ້ອຍ​ເປັນເດັກ​ທີ່ມີ​​ລວງ​ສູງຕ່ຳ​ກ​ວ່າ​ມາດ​ຕະ​ຖານ. ທ່ານ​ນາງ ກວັກ​ວາ ໄດ້​ມີ​ໂອ​ກາດ​ຮັບ​ຟັງ​ການ​ລາຍ​ງານ​ຈາກ​ພະ​ນັກ​ງານ​ຂັ້ນ​ເມືອງ ກ່ຽວ​ກັບ​ການ​ຈັດ​ຕັ້ງ​ປະ​ຕິ​ບັດແຜນ​ງານ​ດັ່ງ​ກ່າວ​ ແລະ ໄດ້​ຢ້ຽມ​ຢາມ​ຊຸມ​ຊົນ​ທ້ອງ​ຖິ່ນ​ເພື່ອເບິ່ງ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ແຜນ​ງານ​ດັ່ງ​ກ່າວ ແລະ ສົນ​ທະ​ນາ​ກັບ​ຜູ້​ໄດ້​ຮັບ​ຜົນ​ປະ​ໂຫຍດ​​ຈາກແຜນ​ງານ​ດັ່ງ​ກ່າວ.

​ໃນ​ເວ​ລາ​ຢູ່ ແຂວງ ອຸ​ດົມ​ໄຊ, ທ່າ​ນນາງ ກວັກ​ວາ ໄດ້​ຢ້ຽມ​ຢາມ​ບັນ​ດາ​ໂຄງ​ການກໍ່​ສ້າງ​ພື້​ນ​ຖານ​ໂຄງ​ລ່າງ​ຂອງ​ທະ​ນາ​ຄານ​ໂລກ ລວມ​ມີ ໂຄງ​ການ​ຂົວ​ທາງໄລ​ຍະ2 ແ​ລະ ໂຄງ​ການ​ຄຸ້ມ​ຄອງ​ຄວາມ​ສ່ຽງ​ທາງ​ດ້ານ​ໄພ​ພິ​ບັດຢູ່​ພາກ​ພື້ນ​ອາ​ຊີ​ຕາ​ເວັນ​ອອກສ່ຽງ​ໃຕ້ ຂອງ ສ​ປ​ປ ລາວ. ທັງ​ສອງ​ໂຄງ​ການ ພະ​ຍາ​ຍາມຫຼຸດ​ຜ່ອນ​ຄວາມ​ອ່ອນ​ໄຫວ​ຂອງ​ຊຸມ​ຊົນ​ຕໍ່​ກັບ​​ການ​ປ່ຽນ​ແປງ​ດິນ​ຟ້າ​ອາ​ກາດ ໂດຍ​ຜ່ານ​ການ​ອອກ​ແບບ​ພື້ນ​ຖານ​ໂຄງ​ລ່າງ​ທີ່ສາ​ມາດ​ປັບ​ຟື້ນ​ຕົວທັນຕໍ່​ກັບ​ດິນ​ຟ້າ​ອາ​ກາດທີ່​ປ່ຽນ​ແປງ ແລະ ເພື່ອ​ກະ​ກຽມ​​ຄວາມ​ພ້ອມ​ໃຫ້​ດີ​ຂຶ້ນ​ເພື່ອ​ຕ້ານ​ທານ ແລະ ​ຮັບ​ມື​ກັບ​ໄພ​ທຳ​ມະ​ຊາດ.


ລາຍ​ຊື່

ຢູ່ ສປປ ລາວ
Hannah McDonald-Moniz
+856 21 266 278
hmcdonaldmoniz@worldbank.org
ຢູ່ ວໍຊິງຕັນ ດີຊີ
Marcela Sanchez-Bender
+1 202 473-5863
msanchezbender@worldbank.org
Api
Api