Skip to Main Navigation
ບົດອອກຂ່າວ 26 ມ.ສ. 2018

ສປປ ລາວ ຈະຍົກລະດັບຜະລິດຕະພາບ ແລະ ຄຸນນະພາບດ້ານກະສິກຳ

ນະຄອນຫລວງວໍ​ຊິງ​ຕັນ ດີ​ຊີ ວັນທີ 26 ເມ​ສາ 2018 – ປະ​ຊາ​ຊົນຫລາຍກວ່າ 140,000 ຄົນ ​ຈະ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຈາກ​ກາ​ນ​ກ​ະ​ຕຸ​ກ​ຊຸ​ກ​ຍູ້​ ​ແລ​ະ​ສົ່ງ​ເສີ​ມ​​​ເພື່ອ​ເຮັດ​ໃຫ້​ການ​ຜະ​ລິດ​ເຂົ້າ, ສາ​ລີ ແລະ ຜະ​ລິດ​ຕະ​ພັນ​ກະ​ສິ​ກຳ​ຕ່າງໆ ໃຫ້​ມີ​ປະ​ສິດ​ທິ​ພາບ ແລະ ມີ​ກຳ​ໄລ​ຫລາຍ​ຂຶ້ນ​ ໂດຍ​ຜ່ານ​​ ໂຄງ​ການ ຜະລິດກະ​ສິ​ກຳ​ເປັນສິນຄ້າ ​ຢູ່ ສ​ປ​ປ ລາວ, ​ໂຄງ​ກາ​ນ​ນີ້ໄດ້​ຮັບ​ກາ​ນ​​ອະ​ນຸ​ມັດ​ຈາ​ກສະ​ພາ​ບໍ​ລິ​ຫານ​ຂອງ​ທະ​ນາ​ຄານ​ໂລກໃນມື້ນີ້​ ​

ໂຄງການ​ມູນ​ຄ່າ 25 ລ້ານ​ໂດ​ລາ​ສະ​ຫະ​ລັດ ຈະ​ສະ​ໜັບ​ສະ​ໜູນ 28,000 ຄົວ​ເຮືອນ​ຊາວ​ກະ​ສິ​ກອນຈາ​ກ 224 ບ້ານ​ເປົ້າໝາຍທີ່​ຖືກ​ຄັດ​ເລືອກ​ໃນຂົງເຂດ​ຊົນ​ນະ​ບົດ​ເພື່ອ​ເພີ່ມ​ຜົນ​​ຜະ​ລິດ, ປັບປຸງຄຸນ​ນະ​ພາບ​ສີນຄ້າ​ ແລະ ເພີ່ມ​ຜະ​ລິດ​ຕະ​ພາບ​ດ້ານແຮງ​ງານ ແລະ ເພີ່ມ​ຍອດ​ຂາຍຜົນ​ລະ​ປູກ. ການ​​ເຮັດໃຫ້ຊາວກະສີິກອນສາມາດ​ເຂົ້າ​ເຖິງ​ແນວ​​ພັນ​ພືດທີ່​ມີ​ຄຸນ​ນະ​ພາບ​ສູງ, ການ​ນຳ​ໃຊ້​ກົນ​ຈັກ ແລະ ​ຊົນ​ລະ​ປະ​ທານ​ ມີເປົ້າໝາຍເພື່ອຫລຸດຕົ້ນ​ທືນ​ການ​ຜ​ະ​ລິດ​ ​​​ ແລະ ເຮັດ​ໃຫ້​ຊາວ​ກະ​ສິ​ກອນ​ໄດ້ຮັບ​ຕອບ​ແທນສູງ​ຂຶ້ນ.

ກ​ະ​ສິ​ກຳມີ​ຄວາມ​ສຳ​ຄັນ​ຕໍ່​ປະ​ເທດ​ຂອງ​ພວກ​ເຮົາ ໃນການສ້າງວຽກເຮັດງານທຳໃຫ້ແກ່ກຳ​ລັງ​ແຮງ​ງານ​​ຂອງ​ພວກ​ເຮົາເປັ​ນຈຳນວນ​ຫລາຍ”, ນີ້​ແມ່ນ​ຄຳ​ເວົ້າ​ຂອງ​ທ່ານ ປອ ​ພວງ​ປາ​ຣິ​ສັກ ປ​ຣະ​ວົງ​ວຽງ​ຄຳ, ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ກະ​ສິ​ກຳ ແລະ ​ປ່າ​ໄມ້ ຂອງ ສ​ປ​ປ ລາວ. “ອິງຕາມທິດທາງຂອງ​ແຜນ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ​ຫ້າ​ປີ​ຄັ້ງ​ທີ່ 8, ສ​ປ​ປ ລາວ ໄດ້​ກຳນົດ​ບຸ​ລິ​ມະ​ສິດ​ການ​ເຕີບ​ໂຕທາງເສດຖະກິດ​ແບບ​ສີ​ຂຽວ​ໃນ​ຍຸດ​ທະ​ສາດ​ການ​ພັດ​ທະ​ນາ​ກະ​ສິ​​ກຳ ແລະ ປ່າ​ໄມ້ໄລ​ຍະຍາວຂອງຕົນ ​ແລະ ສຸມ​ໃສ່ປັບປຸງຄຸນ​ນະ​ພາບ​ຂອງການ​ຜະລິດກະ​ສິ​ກຳ, ອາ​ຫານ​ ແລະ ຜະ​ລິດ​ຕະ​ພັນທີ່​ປອດ​ໄພ ໂດຍ​ຖືເອົາ​ວິ​ສາ​ຫະ​ກິດ​ຂະ​ໜາດ​ນ້ອຍ ແລະ ຂະ​ໜາດ​ກາງ​ເປັນ​ໃຈກາງໃນການ​ຂັບ​ເຄື່ອນ​ເຮັດ​ໃຫ້​ແຜນ​ຍຸດ​ທະ​ສາດ​ປະກົດຜົນ​ເປັນ​ຈິງ.  ໂຄງ​ການນີ້​ແມ່ນ​ບາດ​ກ້າວ​ສຳ​ຄັນ​ອັນ​ໜຶ່ງ​ໃນ​ການຈັດຕັ້ງປະຕິບັດແຜນຍຸດທະສາດດັ່ງ​ກ່າວ.

ຂະ​ແໜງ​ກະ​ສິ​ກຳ​ຂອງ ສ​ປ​ປ ລາວ ກຳ​ລັງ​ປະ​ເຊີນ​ໜ້າ​ກັບ​​ສີ່ງ​ທ້າ​ທາຍ​ຫລາຍຢ່າງ​​ໃນ​ການ​ຕອບ​ສະ​ໜອງ​ສິນຄ້າກະສິກຳ ຕໍ່ຄວາມ​ຕ້ອງ​ການ​ຂອງ​ຕະ​ຫລາດ​ພາຍ​ໃນ ແລະ ຕ່າງ​ປະ​ເທດ​ ຍ້ອນຍັງມີ​ບັນ​ຫາ​ຕ່າງໆທີ່ຕິດພັນ​ກັບ​ຜະ​ລິດ​ຕະ​ພາບ​ຂອງ​ການຜະລິດ​ກະ​ສິ​ກຳ, ຄຸນ​ນະ​ພາບ​ຂອງ​ຜົນ​ຜະ​ລິດ ແລະ ການ​ສ້າງ​ກຳ​ໄລ. ໂຄງ​ການນີ້​ມີ​ເປົ້າໝາຍ​ທີ່​ຈະ​ແກ້​ໄຂ​ສີ່ງ​ທ້າ​ທາຍ​ເຫລົ່າ​ນີ້​ດ້ວຍການ​ສົ່ງ​ເສີມ​ການຜະລິດ​ກະ​ສິ​ກຳທີ່ດີ, ການປັບ​ປຸງ​ຄຸນ​ນະ​ພາບ​ຂອງ​ຜະ​ລິດ​ຕະ​ພັນ ແລະ ການຫລຸດ​ຜ່ອນ​ຕົ້ນ​ທຶນ; ລວມທັງ ການເຊື່ອມໂຍງ​ຊາວ​ກະ​ສິ​ກອນ​ເຂົ້າ​ກັບ​ທຸ​ລະ​ກິດ​ກະ​ສິ​ກຳ​ ເພື່ອປັບປຸງດ້ານການ​ຕະ​ຫລາດ; ແລະ ຫັນ​ໄປ​ສູ່​ການ​ນຳ​ໃຊ້ເຄື່ອງຈັກເຕັກນິກ ແລະ ເຕັກ​ໂນ​ໂລ​ຊີໃນການປຸ່ງແຕ່ງ​ທີ່​ທັນ​ສະ​ໄໝ​ກວ່າ​ເກົ່າ ແລະ ເປັນ​ມິດ​ກັບ​ສີ່ງ​ແວດ​ລ້ອມ ເພື່ອເພີ່ມ​ມູນ​ຄ່າ​ ແລະ ຫລຸດ​ຜ່ອນ​ການ​ສູນ​ເສຍຂອງຜົນ​ຜະ​ລິດ​​.  ການ​ປັບ​ປຸງ​ສະພາບແວດລ້ອມເອື້ອ​ອຳ​ນວຍ​ທາງດ້ານນລະບຽບການ ແລະ ນະໂຍບາຍ ຈະ​ຊ່ວຍ​ຫລຸດ​ຜ່ອນ​ຄ່າ​ໃຊ້​ຈ່າຍ​ໃນ​ການ​ດຳ​ເນີນ​ທຸ​ລະ​ກິດ​ໃນ​ຂະ​ແໜງ​ກະ​ສິ​ກຳ.

ສ​ປ​ປ ລາວ ກຳ​ລັງ​​ປັບປຸງ​ຂະ​ແໜງ​ກະ​ສິ​ກຳ​ໃຫ້​ມີ​ປະສິດ​ທິ​ຜົນ​ກວ່າ​ເກົ່າ, ​ໃຫ້ມີ​ກຳ​ໄລ ແລະ ໃນ​ຮູບ​ແບບ​ສີ​ຂຽວ,” ນີ້​ແມ່ນ​ຄຳ​ເວົ້າ​ຂອງ​ທ່ານ ນາງ ເອແລນ ໂກນສະຕິນ (Ellen Goldstein) ຜູ້​ອຳ​ນວຍ​ການ​ທະ​ນາ​ຄານ​ໂລກ​ປະ​ຈຳ​ປະ​ເທດ ມຽນ​ມ້າ, ກຳ​ປູ​ເຈຍ ແລະ ສ​ປ​ປ ລາວ. “ບັນ​ດາ​ຄອບ​ຄົວ​ຊາວກະ​ສິ​ກອນ ທຸ​ລະ​ກິດ​ກະ​ສິ​ກຳ ຊາວ​ຄ້າຂາຍ​ຍ່ອຍ ແລະ ຜູ້​ບໍ​ລິ​ໂພກ​ ຈະ​ໄດ້​ຮັບ​ຜົນ​ປະ​ໂຫຍດຈາກ​ໂຄງ​ກາ​ນ​ນິ້້​ຊື່ງ​ຈ​ະຊ່ວຍປັບ​ປຸງ​ຄຸນ​ນະ​ພາບ, ເຮັດ​ໃຫ້​ມີ​ຜະ​ລິດ​ຕະ​ພັນ​​ກ​ະ​ສິ​ກຳລາ​ກ​ຫລາຍຂື້ນ ແລະ ມີ​ລາ​ຄາ​ຖືກລົງ. ຄຽງຄູ່ກັນນີ້ ໂຄງ​ການດັ່ງກ່າວ ຍັງປະກອບສ່ວນໃສ່ ​ວິທີການ​ຂອງ​ທະ​ນາ​ຄານ​ໂລກ​ທີ່ກຳນົດເອົາ ​ຫລາຍ​ຂະ​ແໜງ​ການເຂົ້າໃນ​ການ​ແກ້​ໄຂ​ບັນ​ຫາ​ການຂາດ​ໂພ​ຊະ​ນາ​ການ​ດ້ວຍ​ການ​ເພີ່ມ​ຄວາມ​ຫລາກ​ຫລາຍ​ຂອງ​ອາ​ຫານເພື່ອບໍລິໂພກອາຫານທີ່ມີໂພຊະນາການຫລາຍຂື້ນ.

ການ​ຜະ​ລິດກະສິກຳ​ທີ່​ມີ​ຄວາມ​ຫລາກ​ຫລາຍຂ​ອງໂຄງ​ການນີ້​ຈະ​​ແກ້​ໄຂ​ບັນ​ຫາ​ການຈະເລີນໄວຂອງເດັກນ້ອຍທີ່ຫ​ລູດ​​ມາດ​ຕາ​ຖານ​ ບັນ​ຫາ​ນີ້ມີ​ຜົນ​ກະ​ທົບ​ຫລາຍກວ່າ 40 ເປີ​ເຊັນ​ຂອງ​ຈຳ​ນວນເດັກ​ນ້ອຍທີ່​ມີ​ອາ​ຍຸ​ຕໍ່​າກວ່າ​ຫ້າ​ປີໃນ ສປປ ລາວ. ໂຄງ​ການນີ້​ຈະ​ຊຸກຍູ້​ໃຫ້​​ຊາວ​ກະ​ສິ​ກອນ​ມີ​ຄວ​າມ​ຕື່ນ​ໂຕ​ໃນ​ການບໍລິໂພກອາ​ຫານທີ່ຄວາມ​ຫລາກ​ຫລາຍ​​, ການ​ປຸງ​ແຕ່ງ​ອາ​ຫານ ແລະ ຫລຸດ​ຜ່ອນ​ເວ​ລາ​ຂອງ​ແມ່​ຍິງ​​ໃນ​ການ​ເຮັດ​ວຽກກະ​ສິ​ກຳໂດຍ​ການ​ນຳໃຊ້ກົນ​ຈັກ​ທີ່​ທັນ​ສະ​ໄໝ. ຊາວ​ກະ​ສິ​ກອນ​ຍັງ​ຈະ​ໄດ້​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ເພືຶ່ອ​​ປັບ​ຕົວ​​ກັບກາ​ນ​ປຽ່ນ​ແປງດິນ​ຟ້າ​ອາ​ກາດ ແລ​ະ​ເພື່ອ​ເຮັດ​ໃຫ້​ຜະ​ລິດ​ຕະ​ພັນ​ກະ​ສິ​ກຳ​ມີ​ຄວາມ​ສະ​ອາດ​ກວ່າ ແລະ ມີ​ມູນ​ຄ່າ​ສູງ​ຂື້ນ.

​ໂຄງການນີ້ຈະ​ຈັດ​ຕັ້ງ​ປະ​ຕິ​ບັດ​ຢູ່​ແຂວງ​ຄຳ​ມ່ວນ, ບໍ​ລິ​ຄຳ​ໄຊ, ໄຊ​ຍະ​ບູ​ລີ, ແຂວງວຽງ​ຈັນ ແລະ ນະ​ຄອນ​ຫລວງວຽງ​ຈັນ ​ຈົນຮອດ​ປີ 2024.

ທະ​ນາ​ຄານ​ໂລກ​ໃຫ້​ການ​ສະໜັບສະໜູນ ສ​ປ​ປ ລາວ ໂດຍ​ຜ່ານແຜນການຮ່ວມມືກັບ ສປປ ລາວ ​ສຳ​ລັບ​ໄລ​ຍະ 2017-2021 ​ໃນສາມຂົງ​ເຂດ​ວຽກຈຸດ​ສຸມເຊັ່ນ ການ​ເຕີບ​ໂຕ​ແບບ​ມີ​ສ່ວນ​ຮ່ວມ, ການ​ລົງ​ທຶນ​ໃສ່​ຊັບ​ພະ​ຍາ​ກອນ​ມະ​ນຸດ, ແລະ ການ​ປົກ​ປັກ​ຮັກ​ສາ​ສີ່ງ​ແວດ​ລ້ອມ ຊື່ງ​ຂົງ​ເຂດ​ວຽກ​ທັງ​ໝົດ​ເຫລົ່າ​ນີ້​ຈະ​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ​ຈາກ​ໂຄງ​ການ​ກະ​ສິ​ກຳ​ໃໝ່​ນີ້.


ລາຍ​ຊື່

ໃນ ສປປ ລາວ
Hannah McDonald-Moniz
+856 20 2222 1330
hmcdonaldmoniz@worldbank.org
ໃນນະຄອນ ວໍຊິງຕັນ ດີຊີ
Dini Djalal
+1 202 468-4442
ddjalal@worldbank.org
Api
Api