ບົດອອກຂ່າວ

ວິສາຫະກິດຂະໜາດນ້ອຍ, ຂະແໜງພະລັງງານ ແລະ ບໍ່ແຮ່ ຈະໄດ້ຮັບຜົນປະໂຫຍດຈາກ ທຶນຊ່ວຍເຫຼືອໃໝ່ຈາກກຸ່ມທະນາຄານໂລກ

14 ສ.ຫ. 2014


ນະຄອນຫຼວງວຽງຈັນ, ວັນທີ 14 ສິງຫາ 2014 ມື້ນີ້, ລັດ​ຖະ​ບານແຫ່ງ ສປປ. ລາວ ແລະ ກຸ່ມທະ​ນາ​ຄານ​ໂລກ ໄດ້​ເຊັນລົງນາມສ​ອງສັນຍາທຶນຊ່ວຍເຫຼືອທາງດ້ານການເງິນຈຳນວນຫຼາຍກວ່າ 40 ລ້ານໂດລາ ສະຫະລັດ.

ທຶນຊ່ວຍເຫຼືອສຳ​ລັບ ໂຄງການການເຂົ້າເຖິງແຫຼ່ງທຶນຂອງວິສາຫະກິດຂະໜາດນ້ອຍ ແລະ ກາງ ລ​ວມ​ມີ ເງິນຊ່ວຍເຫຼືອລ້າ 10 ລ້ານໂດລາສະຫະລັດ ແລະ ເງິນກູ້ຢືມ 10 ລ້ານໂດລາສະຫະລັດ ຈາກສະ​ມາ​ຄົມ​ເພື່ອ​ການ​ພັດ​ທະ​ນາ​ສາ​ກົນ (IDA) ຂອງທະນາຄານໂລກ, ແລະ ຈາກອົງການການເງິນສາກົນ (IFC)  ຢ່າ​ງ​ໜ້ອຍ 4 ລ້ານໂດລາສະຫະລັດເຂົ້າໃນກອງທຶນສົມທົບຄໍ້າປະກັນສິນເຊື່ອ. ໂຄງການດັ່ງກ່າວຈະໃຫ້ ບັນດາບໍລິສັດຂະໜາດນ້ອຍສາມາດກູ້ຢືມສິນເຊື່ອໄດ້ໃນໄລຍະຍາວ ເຊິ່ງ​ຈ​ະຊ່ວຍຂະຫຍາຍທຸລະກິດຂອງ ເຂົາເຈົ້າ ພ້ອມ​ທັງ​ຂະຫຍາຍຕ​ະ​ຫຼາດ​ແຮງ​ງານ.

ພະນະທ່ານ ນາງ ທິບພະກອນ ຈັນທະວົງສາ, ລັດຖະມົນຕີຊ່ວຍວ່າການກະຊວງການເງິນ​, ໄດ້​ກ່າວ​ວ່າ: ພິທີໃນມື້ນີ້ໄດ້​​ຮັບ​ຮ​ອງໃຫ້ເຫັນເຖິງຄຳ​ໝັ້​ນ​ສັນ​ຍາ ແລະ ການຮ່ວມມືກັນຢ່າງແໜ້ນແຟ້ນລະຫວ່າງ ລັດຖະບານ ສປປ. ລາວ ແລະ ທະນາຄານໂລກ ເຊິ່ງໄດ້ເອົາໃຈໃສ່ສະໜັບສະໜູນບັນດາບູລິມະສິດ ຂອງລັດຖະບານ ທີ່ໄດ້ວາງອອກໄວ້ໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ. ວິສາຫະກິດ ຂະໜາດນ້ອຍ ແລະ ກາງ, ຂະແໜງພະລັງງານ ແລະ ຂະແໜງບໍ່ແຮ່ ແມ່ນປະກອບສ່ວນຢ່າງ ໃຫຍ່ຫຼວງເຂົ້າໃນເສດຖະກິດຂອງລາວ. ໂຄງການທັງສອງໂຄງການນີ້ ຈະປະກອບສ່ວນເຂົ້າໃນການພັດທະນາທາງດ້ານເສດຖະກິດ-ສັງຄົມ ແລະ ຄວາມຍືນຍົງທາງດ້ານສິ່ງແວດລ້ອມຂອງ ສປປ. ລາວ”​.

ລັດ​ຖະ​ບານແຫ່ງ ສປປ. ລາວ ແລະ ກຸ່ມທະ​ນາ​ຄານ​ໂລກ ຍັງໄດ້​ເຊັນລົງນາມເພື່​ອ​ສືບ​ຕໍ່ການຊ່ວຍເຫຼືອ ດ້ານວິຊາການເພື່ອຄຸ້​ມ​ຄອງຊັບພະຍາກອນ​ດ້ານພະລັງງານ ແລະ ບໍ່ແຮ່. ການ​ສະ​ໜັບ​ສະ​ໜຸນນີ້​ແມ່ນການສະໜອງທຶນເພີ່ມເຕີມຈຳນວນ 17.8 ລ້ານໂດລາສະຫະລັດ ເຂົ້າໃນ ໂຄງການຊ່ວຍເຫຼືອດ້ານ ວິຊາການເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ຂະແໜງພະລັງງານ ແລະ ບໍ່ແຮ່.

ທ່ານ ອູຣິກ ຊັກຄາວ, ​ຜູ້ອຳນວຍການທະນາຄານໂລກປະຈຳພາກພື້ນອາຊີຕາເວັນອອກສ່ຽງໃຕ້ ໄດ້ກ່າວ​ວ່າ: ການສາມາດເຂົ້າເຖິງແຫຼ່ງທຶນຂອງບັນດາຫົວໜ່ວຍທຸລະກິດຂະໜາດນ້ອຍ ແມ່ນມີຄວາມສຳຄັນ ຫຼາຍຕໍ່ເສດຖະກິດລາວ. ສໍາຄັນເທົ່າທຽມກັນກໍ່ແມ່ນການນໍາໃຊ້ຊັບພະຍາກອນນໍ້າ ພະລັງານ ແລະບໍ່ແຮ່ທີ່ຮັ່ງມີຂອງສປປ. ລາວ ແບບຍືນຍົງ​. ກຸ່ມທະນາຄານໂລກຍິນດີທີ່ຈະໃຫ້ການສະຫນັບສະຫນູນ​ ​ສໍາລັບສອງໂຄງການນີ້ ວມທັງສືບຕໍ່ການຮ່ວມມືກັນຢ່າງແໜ້ນແຟ້ນກັ​ບລັດຖະບານ ສປປ. ລາວ"



ນັກຂ່າວ ກະລຸນາຕິດຕໍ່
ທີ່ ວໍຊິງຕັນ
ໄດອານາ ຢາ-ວາຍ ຊຸງ
Dchung1@worldbank.org
ທີ່ ວຽງຈັນ
ຕູ້ມຄຳ ຊິລເວຍ ຫຼວງລາດ
tluanglath1@worldbank.org




Api
Api

Welcome