ບົດອອກຂ່າວ

ສ.ປ.ປ. ລາວ ສຸມໃສ່ວຽກງານຫຼຸດຜ່ອນຄວາມທຸກຍາກ ໂດຍໄດ້ຮັບການສະໜັບສະໜູນຈາກທະນາຄານໂລກ

10 ຕ.ລ. 2013



Image

ວໍ​ຊິງ​ຕັນ, ວັນ​ທີ 10 ຕຸລາ 2013 – ມື້ນີ້, ລັດຖະບານ​ແຫ່ງ ສປປ. ລາວ ຕາງໜ້າ​ໂດຍ ພະນະ​ທ່ານ ພູ​ເພັດ ຄຳ​ພູນ​ວົງ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ເງິນ ​ແລະ ທະນາຄານ​ໂລກ ຕາງໜ້າ​ໂດຍ ທ່ານ. ອູຣິກ ຊັກ​ຄາວ, ຜູ້ອຳນວຍການ​ທະ​ນາຄາ​ນ​ໂລກປະຈຳ​ພາກພື້ນອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ​ ​ໄດ້​​ເຊັນລົງ​ນາມ​ສັນຍາ​ທຶນ​ຊ່ວຍ​ເຫຼືອ​ມູນ​ຄ່າ US$ 20 ລ້ານ ສຳລັບ​ ແຜນ​ງານ​ສະໜັບສະໜູນການຫຼຸດຜ່ອນ​ຄວາມທຸກ​ຍາກ ​ໄລຍະ 9 ຫຼື Poverty Reduction Support Operation (PRSO 9). ພິທີດັ່ງກ່າວ​ແມ່ນ​ໄດ້​ຈັດ​ຂຶ້ນທີ່​ສຳນັກງານ​ໃຫຍ່​ກຸ່ມ​ທະນາຄານ​ໂລກ​ທີ່ ວໍ​ຊິງ​ຕັນ ດີ​ຊີ, ສະຫະລັດ​ອາ​ເມ​ລິ​ກາ ​ໃນ​ລະຫວ່າງ​ທີ່​ບັນດາ​ຄະນະ​ຜູ້​ແທນ​ຈາກ ສປປ. ລາວ​ໄດ້​ເດີນທາງ​ເຂົ້າຮ່ວມ​ກອງ​ປະຊຸມ​ປະຈຳ​ປີ 2013 ຂອງ​ກຸ່ມ​ທະນາຄານ​ໂລກ ​ແລະ ກອງ​ທຶນ​ການ​ເງິນ​ລະຫວ່າງ​ປະ​ເທດ ທີ່​ສະຫະລັດ​ອາ​ເມ​ລິ​ກາ.

PRSO 9 ​ແມ່ນ​ແນ​ໃສ່​ຊ່ວຍ​ເຫຼືອວຽກງານ​ປະຕິ​ຮູບ​ດ້ານ​ນະ​ໂຍບາຍ ​ແລະ ອົງ​ກອນ ​ເພື່ອກໍ່​ໃຫ້​ເກີດ​ຄວາມ​ຍືນ​ຍົງ​ໃນ​ການ​ຄຸ້ມ​ຄອງລາຍ​ຮັບ​ທີ່​ເພີ່ມ​ຂຶ້ນຈາກ​ຂະ​ແໜງຊັບພະຍາກອນ​ທຳ​ມະ​ຊາດ, ​ເຮັດໃຫ້​ການ​ບໍລິການພາກ​ລັດ​ຕ່າງໆ​ໃນ ສປປ. ລາວ​​ໄດ້​ຮັບ​ການ​ປັບປຸງໃຫ້​ດີ​ຂືຶ້ນກວ່າ​ເກົ່າ. ຈຸດປະສົງ​ດັ່ງກ່າວນີ້ ກໍ່​ແມ່ນ​​ເພື່ອສະໜັບສະໜູນບັນດາ​ບູລິ​ມະ​ສິດ​ຂອງ​ລັດຖະບານ​ທີ່​ໄດ້​ກຳນົດ​ໄວ້​ໃນ​ແຜນ​ພັດທະນາ​ເສດຖະກິດ-ສັງຄົມ​ແຫ່ງ​ຊາດ​ຄັ້ງທີ 7.

ພະນະ​ທ່ານ ພູ​ເພັດ ຄຳ​ພູນ​ວົງ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ເງິນ ​ໄດ້​ກ່າວ​ວ່າ: ​ແຜນ​ງານ​ຂອງ​ລັດຖະບານ ທີ່​ໄດ້​ຮັບ​ການຊ່ວ​ຍ​ເຫຼືອຈາກ​ແຜນ​ງານສະໜັບສະໜູນການຫຼຸ​ດຜ່ອນ​ຄວາມທຸກ​ຍາກ ຫຼື PRSO ນີ້ ​ແມ່ນ​ມີ​ເ​ປົ້າໝາຍແນ​ໃສ່​ຂົງ​ເຂດ​ນະ​ໂຍບາຍຕ່າງໆ ທີ່​ມີ​ຄວາມສຳຄັນ​​ເປັນ​ຢ່າງ​ຍິ່ງໃນ​ການ​ພັດທະນາ​ຂອງ ສປປ. ລາວ. ​ແຜນ​ງານ​ດັ່ງກ່າວ​ ຈະ​ຊ່ວຍ​ຊຸກຍູ້​ໃຫ້​ເສດຖະກິດ​ມີ​ການຈະ​ເລີ​ນ​ເຕີບ​ໂຕ​ຂຶ້ນ ​ແລະ ຊ່ວຍ​ຊຸກຍູ້​ເຂົ້າ​ໃນ​ວຽກງານ​ຫຼຸດຜ່ອນ​ຄວາມທຸກ​ຍາກ".

PRSO 9 ​ແມ່ນ​ແນ​ໃສ່​ເສີມ​ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ານ​ການ​ປະສານ​ງານ ​ແລະ ການ​ຄຸ້ມ​ຄອງ​ນະ​ໂຍບາຍ​ເສດຖະກິດ​ມະຫາ​ພາກ, ​ແລະ ດ້ານ​ການ​ຄຸ້ມ​ຄອງ​ງົບປະ​ມານ​ແບບ​ຍືນ​ຍົງ ​ໂດຍ​ສະ​ເພາະ​ແມ່ນ​ໃນ​ຂະ​ແໜງການ​ໄຟຟ້າ​ນຳຕົກ ​ແລະ ບໍ່​ແຮ່. ​ແຜນ​ງານ​ດັ່ງກ່າວ ຍັງ​ຈະ​ຊ່ວຍ​ເຫຼືອການ​ປະຕິ​ຮູບ ​ເພື່ອປັບປຸງ​ສະພາບ​ແວດ​ລ້ອມ​ດ້ານ​ການ​ຄ້າ ​ແລະ ການ​ລົງທຶນ, ​ແລະ ​ແນ​ໃສ່​ປັບປຸງ​ການ​ບໍລິການ​ພາກ​ລັດ​ຕ່າງໆ ​ເພື່ອ​ໃຫ້ໝັ້ນ​ໃຈ​ວ່າ ການ​ພັດທະນາ​ດ້ານ​ຊັບພະຍາກອນ​ທຳ​ມະ​ຊາດ ສາມາດ​ນຳ​ໄປ​ສູ່ໝາກຜົນ​ດ້ານ​ການສຶກສາ ​ແລະ ສາທາລະນະ​ສຸກ​ທີ່​ດີ​ຂຶ້ນ ​ໃຫ້​​ແກ່​​ປະຊາຊົນ​ລາວ. ​ໂດຍ​ສະ​ເພາະ​ແລ້ວ, ການ​ສະໜັບສະໜູນຈາກ​ແຜນ​ງານ PRSO ນີ້ ​ແມ່ນ​ໄດ້​ຊ່ວຍ​ເຮັດ​ໃຫ້ກາ​ນຈັດຕັ້ງປະຕິບັດບັນດາ​ກົດ​ລະບຽບດ້ານ​ການ​ຄ້າ ​ແລະ ການ​ລົງທຶນ ມີ​ຄວາມ​ໂປ່​ງ​ໃສ​ຂຶ້ນ, ​ຊ່ວຍ​ພັດທະນາ​ຂອບ​ວຽກສຳລັບກົດ​ລະບຽບກ່ຽວກັບ​ອາກອນຊັບພະຍາກອນ​ທຳ​ມະ​ຊາດ ​ແລະ ບັນດາຂໍ້​ກຳນົດ​ຕ່າງໆ ​ໃຫ້​ມີ​ຄວາມ​ໜັກ​ແໜ້ນຂຶ້ນ, ຊ່ວຍ​ເສີມ​ສ້າງ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່ການຄຸ້ມ​ຄອງ​ລາຍ​ຮັບ​ພາກລັດ, ​ແລະ ຊ່ວຍ​ປັບປຸງ​ການ​ວາງ​ແຜນ​ໃນ​ຂະ​ແໜງສຶກສາ​ທິການ ​ແລະ ສາທາລະນະ​ສຸກ.

ທ່ານ. ອູຣິກ ຊັກ​ຄາວ, ຜູ້ອຳນວຍການ​ທະ​ນາຄາ​ນ​ໂລກປະຈຳ​ພາກພື້ນອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ​ໄ​ດ້ກ່າວ​ວ່າ: “ແຜນ​ງານ​ຂອງ​ລັດຖະບານ ​ແມ່ນ​​ແນ​ໃສ່ການບໍລິຫານລາຍ​ຮັບ​ທີ່​ເພີ່ມ​ຂຶ້ນຈາກ​ຂະ​ແໜງຊັບພະຍາກອນ​ທຳ​ມະ​ຊາດ ​ແບບ​ຍືນ​ຍົງ ​ແລະ ມີ​ສ່ວນ​ຮ່ວມ. ທະນາຄານ​ໂລກ​ມີ​ຄວາມ​ຍິນ​ດີທີ່​ຈະ​ຊ່ວຍ​ສະໜັບສະໜູນ​ແຜນ​ງານ​ດັ່ງ​ກ່າວ ​ເຊິ່ງພວກ​ເຮົາ​ຫວັງ​ວ່າການ​ຊ່ວຍ​ເຫຼືອດັ່ງກ່າວ​ຈະ​ຊ່ວຍ​ເພີ່ມ​ພູນ​ແຫຼ່ງທຶນ​ສຳລັບ​ການສະໜອງການ​ບໍລິການ​ພາກ​ລັດ​ຕ່າງໆ​ໃຫ້​ມີ​ປະສິດ​ຕິ​ຜົນ, ​ແລະ ປັບປຸງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ລາວໃຫ້​ດີ​ຂຶ້ນ”.

​ແຜນ​ງານ​ສະໜັບສະໜູນການຫຼຸດຜ່ອນ​ຄວາມທຸກ​ຍາກ ​ໄລຍະ 9 ນີ້ ຖື​ເປັນ​ສ່ວນ​ສຳຄັນ​ຂອງ​ຍຸດ​ທະ​ສາດ​ຮ່ວມ​ພັດທະນາ​ ສປປ. ລາວ ປະຈຳ​ປີ 2012-2016 ຂອງ​ກຸ່ມ​ທະນາຄານ​ໂລກ ​ທີ່​ທາງ​ສະພາ​ບໍລິຫານ​ໄດ້​ຮັບຮອງ​ເອົາ​ໃນ​ເດືອນ​ມີ​ນາ ປີ 2012.

ຍຸດ​ທະ​ສາດ​ຮ່ວມ​ພັດທະນາ​ປະ​ເທດ​ນີ້ ​ແມ່ນ​ມີ​ເປົ້າໝາຍ​ແນ​ໃສ່​ເສີມ​ສ້າງ​ຄວາມ​ອາດ​ສາມາດ​ໃນ​ການ​ແຂ່ງຂັນ ​ແລະ ການ​ເຊື່ອມ​ໂຍງ, ການ​ຄຸ້ມ​ຄອງ​ຊັບພະຍາກອນ​ທຳ​ມະ​ຊາດ​ແບບ​ຍືນ​ຍົງ, ​ແລະ ການ​ພັດທະນາ​ແບບ​ທົ່ວ​ເຖິງ​ດ້ວຍ​ການ​ປັບປຸງການ​ຄຸ້ມ​ຄອງ​ພາກ​ລັດ​ໃຫ້ເຂັ້ມ​ແຂງ.

ລັດຖະບານ​ແຫ່ງ ສປປ. ລາວ ​ແລະ ທະນາຄານ​ໂລກ ​ໄດ້​ຮ່ວມ​​ກັນ​ກະກຽມການ​ດຳ​ເນີນ​ງານ​ຂອງແຜນ​ງານ​ສະໜັບສະໜູນການຫຼຸດຜ່ອນ​ຄວາມທຸກ​ຍາກ ​ໄລຍະ 9 ​ໂດຍຮ່ວມ​ມື​ກັນ​ກັບ​ສະຫະພາບ​ເອີຣົບ ​ແລະ ອົງການ ​ໄຈ​ກາ (JICA) ​ເຊິ່ງ​ໄດ້​ສະໜອງທຶນ​ຊ່ວຍ​ເຫຼື​ອ​​ໄປ​ຄຽງຄູ່​ກັນ.

ຂໍ້ມູນກ່ຽວກັບແຜນງານສະໜັບສະໜູນການຫຼຸດຜ່ອນຄວາມທຸກຍາກ

ແຜນງານສະໜັບສະໜູນ ການຫຼຸດຜ່ອນຄວາມທຸກຍາກ (PRSO) ແມ່ນຫຍັງ?

ແຜນງານນີ້ ​ແມ່ນການສະໜອງທຶນເພື່ອດຸ່ນດ່ຽງງົບປະມານຂອງລັດຖະບານ, ​ເຊິ່ງມີຈຸດປະສົງເພື່ອຊ່ວຍຊຸກຍູ້ການຄຸ້ມຄອງເສດຖະກິດມະຫາພາກ ໂດຍການນຳໃຊ້ວິທີການຕິດຕາມຜົນງານການປະຕິຮູບ. ແຜນງານດັ່ງກ່າວ ໄດ້ຊ່ວຍເສີມສ້າງຄວາມສອດຄ່ອງລະຫວ່າງຍຸດທະສາດການຊ່ວຍເຫຼືອຂອງຄູ່ຮ່ວມພັດທະນາກັບແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດຄັ້ງທີ 7 ຂອງ ສປປ ລາວ. ພ້ອມກັນນັ້ນ ແຜນງານດັ່ງກ່າວ ຍັງຊ່ວຍໃຫ້ພວກເຮົາເຫັນໄດ້ ກ່ຽວກັບຄວາມຄືບໜ້າຂອງລັດຖະບານໃນວຽກງານການປະຕິຮູບນະໂຍບາຍດ້ານເສດຖະກິດ ແລະ ດ້ານອົງກອນໃນຫຼາຍຂະແໜງການ.

ມີແຜນງານນີ້ຍ້ອນຫຍັງ?

PRSO ມີຄວາມສໍາຄັນຕໍ່ການພັດທະນາໃນ ສປປ ລາວ ເນື່ອງຈາກວ່າແຜນງານດັ່ງກ່າວສະໜັບສະໜູນວຽກງານການປະຕິຮູບໄລຍະກາງ ທີ່ມີລັດຖະບານເປັນເຈົ້າການ, ເຊິ່ງກໍ່ໄດ້ຕິດພັນກັບການຊ່ວຍເຫຼືອແບບ ໂຄງການ ແລະ ການຊ່ວຍເຫຼືອທາງດ້ານວິຊາການອື່ນໆ. ການສະໜອງທຶນຊ່ວຍເຫຼືອແມ່ນອີງໃສ່ຜົນງານດ້ານການປະຕິຮູບ ທີ່ມີການປະເມີນຮ່ວມກັນ ລະຫວ່າງລັດຖະບານ ແລະ ຄູ່ຮ່ວມພັດທະນາ. ແຜນງານນີ້ສະໜອງທຶນໂດຍກົງເຂົ້າງົບປະມານລັດ ເພື່ອດຸ່ນດ່ຽງງົບປະມານລັດ ກັບລາຍຈ່າຍທີ່ເປັນບູລິມະສິດ ພາຍໃຕ້ແຜນພັດທະນາເສດຖະກິດ-ສັງຄົມ. ກົນໄກດັ່ງກ່າວ ຊ່ວຍເສີມສ້າງຄວາມເຂັ້ມແຂງໃຫ້ລັດຖະບານຈາກພາຍໃນ ແລະ ສ້າງຄວາມອາດສາມາດໃນໄລຍະຍາວ. ກົນໄກດັ່ງກ່າວເຮັດວຽກຄືກັບກົນໄກການນຳໃຊ້ຊັບພະຍາກອນພາຍໃນຂອງລັດຖະບານ ຕາມຮອບວຽນງົບປະມານ.

ຂອບເວລາ?

PRSO ແມ່ນຊຸດແຜນງານທີ່ປະກອບດ້ວຍຫຼາຍແຜນງານປະຈໍາປີ ເຊິ່ງການສະໜອງງົບປະມານແມ່ນເກີດຂຶ້ນພາຍຫຼັງຜົນງານດ້ານການປະຕິຮູບທີ່ໄດ້ກຳນົດໄວ້ໃນແຕ່ລະປີໄດ້ຮັບຜົນສຳເລັດ.ແຜນງານທຳອິດແມ່ນໄດ້ເກີດຂຶ້ນໃນປີ 2005.ຫຼັງຈາກນັ້ນເປັນຕົ້ນມາ ແຜນງານດັ່ງກ່າວ ກໍໄດ້ຮັບການພັດທະນາ ແລະ ກວມເອົາການປະຕິຮູບທາງດ້ານນະໂຍບາຍ ແລະ ດ້ານອົງກອນ ໃນຂອບເຂດທີ່ກວ້າງຂຶ້ນກວ່າເກົ່າ. ປະຈຸບັນ ທາງລັດຖະບານ ແລະ ຄູ່ຮ່ວມພັດທະນາ ໄດ້ເລີ່ມກະກຽມແຜນງານ ຊຸດທີ 3 ສຳລັບປີ 2011-2015 ໃນເດືອນກັນຍາ 2011 ເຊິ່ງເນື້ອໃນແມ່ນສອດຄ່ອງກັບ ແຜນພັດທະນາເສດຖະກິດ-ສັງຄົມ ຄັ້ງທີ 7 2011-2015. PRSO ໄລຍະ 8 ແມ່ນແຜນງານ ປະຈຳປີທຳອິດຂອງຊຸດທີ 3 (ເຊິ່ງແມ່ນແຜນງານທີ 8 ຕັ້ງແຕ່ເລີ່ມຕົ້ນມາ) ແມ່ນກຳລັງໄດ້ຮັບການກະກຽມ ໃນສົກງົບປະມານ 2011/2012.

ແມ່ນໃຜແດ່ເຂົ້າຮ່ວມໃນແຜນງານດັ່ງກ່າວ?

PRSO ແມ່ນແຜນງານທີ່ເປີດກ້ວາງ ໂດຍເຫັນໄດ້ຄວາມສໍາຄັນ ແລະ ຄວາມພ້ອມທີ່ຈະຕ້ອນຮັບ ຄູ່ຮ່ວມງານໃໝ່. PRSOໄດ້ຮັບຜົນປະໂຫຍດເປັນຢ່າງສູງຍ້ອນ ຄວາມເປັນເຈົ້າການ ຂອງລັດຖະບານແຫ່ງ ສປປ ລາວ. ແຜນງານດັ່ງກ່າວ ໄດ້ສ້າງເວທີແຫ່ງການປຶກສາຫາລື ໄດ້ຫຼາຍກວ່າ 10 ໜ່ວຍງານຂອງລັດຖະບານ ທີ່ຢູ່ໃນຄະນະຊີ້ນໍາຂອງ PRSO ໂດຍແມ່ນ ກະຊວງການເງິນ ເປັນຕົວຫຼັກ.

PRSO ແມ່ນແຜນງານ ທີ່ລັດຖະບານ ເປັນຜູ້ຊີ້ນໍາ ໂດຍການຮ່ວມມືກັບ ທະນາຄານໂລກ, AusAID, ຄະນະກໍາມະທິການເອີຣົບ ແລະ ລັດຖະບານຍີ່ປຸ່ນເຊິ່ງໄດ້ສະໜອງ ການຊ່ວຍເຫຼືອທາງດ້ານວິຊາການ ໃນການຈັດຕັ້ງປະຕິບັດແຜນງານ. ຄຽງຄູ່ກັນນັ້ນ ກໍແມ່ນການສະໜອງ ທາງດ້ານການເງິນ ທີ່ມີຄວາມສາມາດ ປັບຕົວຕາມຄວາມ ເໝາະສົມ ເພື່ອສົ່ງເສີມການສ້າງຄູ່ຮ່ວມງານ, ເຮັດໃຫ້ກອບການປະຕິຮູບກັບລັດຖະບານ ມີຄວາມສອດຄ່ອງຫຼາຍຂຶ້ນກວ່າເກົ່າ, ໃນຂະນະທີ່ຄູ່ຮ່ວມງານສາມາດປະຕິບັດຕາມລະບຽບການ ໃນການເບີກຈ່າຍຂອງຕົນ. PRSO ໄດ້ສ້າງຂຶ້ນໂດຍການຮ່ວມມືລະຫວ່າງລັດຖະບານ ກັບຄູ່ຮ່ວມພັດທະນາທີ່ກວມເອົາຫຼາຍຂະແໜງການ ນັບຕັ້ງແຕ່ນະໂຍບາຍ ແລະ ການວາງແຜນງານເສດຖະກິດ, ຂະແໜງເອກະຊົນ ແລະ ການພັດທະນາທາງດ້ານການຄ້າ, ການຄຸ້ມຄອງການເງິນພາກລັດ, ລັດຖະກອນ, ການກວດສອບແຫ່ງລັດ, ສາທາ ແລະ ສຶກສາ, ການຄຸ້ມຄອງຊັບພະຍາກອນທໍາມະຊາດ, ການຄຸ້ມຄອງການເງິນມະຫາພາກ ແລະ ງົບປະມານ, ສະຖິຕິ ແລະ ອື່ນໆ.

ມີການຈັດຕັ້ງປະຕິບັດແນວໃດ?

PRSO ໄດ້ສ້າງຖານອັນແຂງແກ່ນໃຫ້ແກ່ລັດຖະບານ ໃນການປະສານງານ ແລະ ການຮ່ວມມືລະຫວ່າງໜ່ວຍງານຕ່າງໆ ຂອງລັດຖະບານ ແລະ ລະຫວ່າງລັດຖະບານກັບຄູ່ຮ່ວມພັດທະນາ, ເຊິ່ງໄດ້ກາຍເປັນການສ້າງຄວາມສອດຄ່ອງ ລະຫວ່າງຄູ່ຮ່ວມພັດທະນາ ເພື່ອສະໜັບສະໜູນເປົ້າໝາຍການປະຕິຮູບຂອງລັດຖະບານ. ໃນແຕ່ລະປີ, ລັດຖະບານ ແລະ ຄູ່ຮ່ວມພັດທະນາໄດ້ພ້ອມກັນປຶກສາຫາລື ຄວາມຄືບໜ້າຕໍ່ເປົ້າໝາຍຮ່ວມກັນ ເພື່ອການປະຕິຮູບ ແລະ ສ້າງຄວາມສະຖຽນລະພາບທາງດ້ານກອບນະໂຍບາຍເສດຖະກິດມະຫາພາກ, ເຊິ່ງເປັນສິ່ງຈໍາເປັນທີ່ຈະຕ້ອງໄດ້ເຮັດ ກ່ອນມີການສະໜອງທຶນເພື່ອດຸ່ນດ່ຽງງົບປະມານ. PRSO ຈະສະໜອງທຶນເພື່ອດຸ່ນດ່ຽງງົບປະມານ ຫຼັງຈາກໄດ້ມີການຈັດຕັ້ງປະຕິບັດ ການປະຕິຮູບຕາມທີ່ໄດ້ຕົກລົງກັນ. ແຜນງານນີ້ ແມ່ນສອດຄ່ອງກັນ ຕາມຮອບວຽນງົບປະມານ ຂອງ ລັດຖະບານ ແລະ ເປັນໄປຕາມຄວາມຄາດການໄວ້. ມັນເປັນເຄື່ອງມື ສໍາລັບລັດຖະບານ ແລະ ຄູ່ຮ່ວມພັດທະນາ ເພື່ອສ້າງຄວາມສອດຄ່ອງ ແລະ ການຕິດຕາມຜົນງານ. ມັນຍັງເປັນການເຕົ້າໂຮມເອົາບັນດາວຽກງານຄົ້ນຄ້ວາ, ການຊ່ວຍເຫຼືອທາງດ້ານວິຊາການ ແລະ ໂຄງການຕ່າງໆ ຍອ້ນວ່າແຜນງານດັ່ງກ່າວ ມີຄວາມເຂັ້ມແຂງໃນການນໍາເອົາການປຶກສາຫາລື ໃຫ້ກ້າວໄປສູ່ລະດັບສູງ ແລະ ໃນການແກ້ໄຂບັນດາຂໍ້ຫຍຸ້ງຍາກຕ່າງໆລະຫວ່າງຂະແໜງການ.

PRSO ມີຄວາມສໍາຄັນແນວໃດ?

PRSO ໄດ້ປະກອບສ່ວນອັນໃຫຍ່ຫຼວງໃນການຊຸກຍູ້ໃຫ້ມີການປ່ຽນແປງທາງດ້ານນະໂຍບາຍ ແລະ ໃນສະຖາບັນ, ພ້ອມກັນນັ້ນກໍຍັງໄດ້ສ້າງທິດທາງໃນການຄຸ້ມຄອງການເງິນພາກລັດໃຫ້ມີຄວາມໂປ່ງໃສເພື່ອໃຫ້ສາມາດສະໜອງການ ບໍລິການຕ່າງໆ ຂອງພາກລັດ, ເພື່ອປັບປຸງການລົງທຶນ, ການຄ້າ ແລະ ສະພາບແວດລ້ອມຂອງການລົງທຶນໂດຍລວມ, ເພື່ອປະກອບສ່ວນໃຫ້ແກ່ນະໂຍບາຍ ແລະ ສະຖາບັນ ໃນການຄຸ້ມຄອງຊັບພະຍາກອນທໍາມະຊາດແບບຍືນຍົງ. ໂດຍການ ສະໜັບສະໜູນການປະຕິຮູບທາງດ້ານນະໂຍບາຍ ແລະ ສະຖາບັນ ຈາກພາຍໃນລັດຖະບານ, PRSO ໄດ້ປະກອບສ່ວນຕໍ່ການເຕີບໂຕທາງດ້ານເສດຖະກິດ ທີ່ຍືນຍົງ ແລະ ມີສ່ວນຮ່ວມ.

ນັກຂ່າວ ກະລຸນາຕິດຕໍ່
ທີ່ ວໍຊິງຕັນ
ໄດອານາ ຊຸງ
Dchung1@worldbank.org
ທີ່ ວຽງຈັນ
ມີຣຽມ ເກຣ
mgray@worldbank.org




Api
Api

Welcome