ບົດອອກຂ່າວ

ທະນາຄານໂລກສະໜັບສະໜູນການຈັດສັນປ່າໄມ້ແບບຍືນນານ ແລະ ມີສ່ວນຮ່ວມ ໃນ ສປປ ລາວ

8 ສ.ຫ. 2013



Image
ຮູບພາບໂດຍ ສະຕານິສລາສ ຟຣາເດລີຊີ/ທະນາຄານໂລກ

ນະຄອນຫຼວງ
ວຽງຈັນ, ວັນທີ
8 ສິງຫາ 2013
-
ມື້ນີ້ ລັດຖະບານ
ແຫ່ງ ສປປ ລາວ
ຕາງໜ້າໂດຍ
ພະນະທ່ານ
ສັນຕິພາບ
ພົມວິຫານ,
ລັດຖະມົນຕີ
ຊ່ວຍວ່າການ
ກະຊວງການ
ເງິນ
, ແລະ
ທະນາຄານໂລກ
ຕາງໜ້າໂດຍ
ທ່ານ
ຄອນສະຕັນຕິນ ຊິໂກສິ, ຜູ້ວ່າການຜູ້ອຳນວຍການ ທະນາຄານໂລກ ປະຈຳ ສປປ ລາວ
,
ໄດ້ເຊັນລົງນາມສັນຍາທຶນຊ່ວຍເຫຼືອລ້າໃນມູນຄ່າ US$ 31.83 ລ້ານ ສຳລັບໂຄງການຈັດສັນປ່າໄມ້
ແບບຍືນນານ (SUPSFM). ທຶນຊ່ວຍເຫຼືອລ້າທີ່ຫາກໍ່ໄດ້ຮັບການລົງນາມນີ້ ແມ່ນປະກອບມີທຶນ
ຊ່ວຍເຫຼືອລ້າມູນຄ່າ US$ 19 ລ້ານຈາກສະມາຄົມການພັດທະນາສາກົນ (IDA) ຂອງທະນາຄານໂລກ
ແລະ ທຶນຊ່ວຍເຫຼືອລ້າມູນຄ່າ US$ 12.83 ລ້ານຈາກກອງທຶນຍຸດທະສາດກ່ຽວກັບການປ່ຽນແປງ
ດິນຟ້າອາກາດ (SCF) ຜ່ານໂຄງການລົງທຶນປ່າໄມ້ (FIP). ໂຄງການດັ່ງກ່າວຍັງຈະໄດ້ຮັບທຶນຊ່ວຍເຫຼືອ
ລ້າມູນຄ່າ US$ 14.5 ລ້ານ ຈາກກະຊວງການຕ່າງປະເທດຂອງປະເທດແຟັງລັງ ໄປຄຽງຄູ່ກັນ ໂດຍທາງ
ແຟັງລັງແມ່ນຈະໄດ້ໃຫ້ການສະໜັບສະໜູນທາງດ້ານເຕັກນິກ.

ລັດຖະບານ ສປປ ລາວ ກຳລັງພັດທະນາຍຸດທະສາດ ແລະ ແຜນງານເພື່ອຫຼຸດຜ່ອນການປ່ອຍ
ອາຍພິດເຮືອນແກ້ວ ຈາກການທຳລາຍປ່າໄມ້ ແລະ ການເສື່ອມໂຊມຂອງປ່າໄມ້ (REDD+) ເພື່ອ
ຫຼີກລ່ຽງການສູນເສຍຂອງປ່າໄມ້ ແລະ ເພີ່ມພູນແຫຼ່ງສະສົມກາກບອນ. ຈຸດປະສົງຂອງໂຄງການ
ຈັດສັນປ່າໄມ້ແບບຍືນນານນີ້ ກໍ່ແມ່ນເພື່ອສະໜັບສະໜູນກິດຈະກຳຂອງ REDD+ ຜ່ານການ
ຈັດສັນປ່າໄມ້ແບບຍືນນານ ແລະ ມີສ່ວນຮ່ວມ ໃນຂົງເຂດບູລິມະສິດ, ແລະ ສາທິດການຈັດສັນ
ປ່າໄມ້ລະດັບພູມມີທັດ ຫຼື ຮູບແບບໃໝ່ແລນສະເຄບ ໃນ 4 ແຂວງພາກເໜືອຂອງ ສປປ ລາວ ຄື
ແຂວງໄຊຍະບູລີ, ແຂວງຫຼວງນ້ຳທາ, ແຂວງອຸດົມໄຊ ແລະ ແຂວງບໍ່ແກ້ວ.

ທ່ານ ຄຳຜາຍ ມະນີວົງ, ຜູ້ວ່າການຮັກສາຫົວໜ້າກົມປ່າໄມ້, ກະຊວງກະສິກຳ ແລະ ປ່າໄມ້
ໄດ້ກ່າວວ່າ: “ທຶນຊ່ວຍເຫຼືອລ້ານີ້ແມ່ນຈະໄດ້ນຳໄປຊ່ວຍເຫຼືອລັດຖະບານ ສປປ ລາວໃນການເສີມສ້າງ
ຄວາມເຂັ້ມແຂງໃຫ້ແກ່ການຈັດສັນປ່າໄມ້ແບບຍືນນານ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນ
ໃນເຂດຊົນນະບົດໃຫ້ນັບມື້ນັບດີຂຶ້ນ.”

ກະຊວງກະສິກຳ ແລະ ປ່າໄມ້ແມ່ນເປັນຄະນະຮັບຜິດຊອບຈັດຕັ້ງປະຕິບັດໂຄງການດັ່ງກ່າວ ໂດຍ
ປະສານງານຮ່ວມກັນກັບກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ. ໂຄງການຈັດສັນ
ປ່າໄມ້ແບບຍືນນານນີ້ ແມ່ນເປັນການສືບຕໍ່ ແລະ ເສີມຂະຫຍາຍມາຈາກ ໂຄງການຈັດສັນປ່າຜະລິດ
ແລະ ພັດທະນາຊົນນະບົດ (SUFORD) ທີ່ໄດ້ຈັດຕັ້ງປະຕິບັດໃນປີ 2003 ຫາ 2012. ໂຄງການຈັດສັນ
ປ່າໄມ້ແບບຍືນນານນີ້ ແມ່ນແນໃສ່ການຂະຫຍາຍເນື້ອທີ່ທີ່ໄດ້ຖືກຮັບຮອງເອົາພາຍໃຕ້ແຜນງານ
ການຈັດສັນປ່າໄມ້ແບບຍືນນານ ແລະ ມີສ່ວນຮ່ວມ, ພັດທະນາ ແລະ ສາທິດການຈັດສັນປ່າໄມ້ລະດັບ
ພູມມີທັດ ຫຼື ຮູບແບບໃໝ່ແລນສະເຄບ, ເພີ່ມຈຳນວນຜູ້ໄດ້ຮັບຜົນປະໂຫຍດຈາກປ່າໄມ້ ທັງຜົນ
ປະໂຫຍດດ້ານການເງິນ ແລະ ດ້ານອື່ນ, ຫຼຸດຜ່ອນອັດຕາການສູນເສຍຂອງປ່າໄມ້, ເພີ່ມພູນແຫຼ່ງ
ສະສົມຂອງກາກບອນ ຜ່ານການປົກປັກຮັກສາ ແລະ ຟື້ນຟູປ່າໄມ້, ແລະ ຫຼຸດຜ່ອນການປ່ອຍອາຍພິດ
ເຮືອນແກ້ວຈາກການທຳລາຍປ່າໄມ້ ແລະ ການເສື່ອມໂຊມຂອງປ່າໄມ້ ໃນບັນດາພື້ນທີ່ໂຄງການ.

ທ່ານ ຄອນສະຕັນຕິນ ຊິໂກສິ, ຜູ້ວ່າການຜູ້ອຳນວຍການ ທະນາຄານໂລກ ປະຈຳ ສປປ
ລາວ
ໄດ້ກ່າວວ່າ: “ການເສີມສ້າງຄວາມເຂັ້ມແຂງໃນການຄຸ້ມຄອງຊັບພະຍາກອນທຳມະຊາດ,
ໂດຍສະເພາະແມ່ນການຄຸ້ມຄອງ ແລະ ປົກປັກຮັກສາປ່າໄມ້ແບບຍືນຍົງ, ແມ່ນເປັນໜຶ່ງໃນຈຸດ
ປະສົງຫຼັກ ໃນຍຸດທະສາດຮ່ວມພັດທະນາປະເທດ ຂອງກຸ່ມທະນາຄານໂລກ ໃນ ສປປ ລາວ ສົກປີ
2012-2016. ພວກເຮົາມີຄວາມມຸ່ງໝັ້ນເອົາໃຈໃສ່ໃນການສະໜັບສະໜູນແຜນຍຸດທະສາດປ່າໄມ້
ຂອງລັດຖະບານ ສປປ ລາວໃຫ້ມີຄວາມເຂັ້ມແຂງ ຜ່ານໂຄງການຈັດສັນປ່າໄມ້ແບບຍືນນານນີ້.”

ຍຸດທະສາດປ່າໄມ້ຂອງ ລັດຖະບານ ສປປ ລາວໃນປັດຈຸບັນ ຫາປີ 2020 ແມ່ນແນໃສ່ປັບປຸງ
ຄຸນນະພາບແລະ ເພີ່ມຈຳນວນຂອງພື້ນທີ່ປ່າໄມ້ ພ້ອມທັງຈັດສັນເຂດປ່າຜະລິດແບບຍືນນານ.
ໂຄງການຈັດສັນປ່າໄມ້ແບບຍືນນານຈະຊ່ວຍເຫຼືອລັດຖະບານໂດຍການຊຸກຍູ້ໃຫ້ມີການຈ່າຍສຳລັບ
ການບໍລິການຂອງລະບົບນິເວດ, ແລະ ຈະເຮັດວຽກຮ່ວມກັນຢ່າງຕິດແທດກັບບັນດາຄູ່ຮ່ວມ
ພັດທະນາອື່ນໆ ລວມທັງກອງທຶນຄູ່ຮ່ວມກາກບອນປ່າໄມ້ໂລກ, ເພື່ອກໍ່ໃຫ້ເກີດສະພາບແວດລ້ອມ
ທີ່ສາມາດຂະຫຍາຍຕົວໄດ້ແບບຍືນຍົງ.

ນັກຂ່າວ ກະລຸນາຕິດຕໍ່
ທີ່ ວໍຊິງຕັນ
ໄດອານາ ຢາ-ໄວ ຊຸງ
Dchung1@worldbank.org
ທີ່ ວຽງຈັນ
ຕູ້ມຄຳ ຫຼວງລາດ
tluanglath1@worldbank.org
ສຳລັບ ໂທລະພາບ/ວິທະຍຸ
ນາຕາເລຍ ເຊຍສລິກ
ncieslik@worldbank.org




Api
Api

Welcome